Articles by

InsideLaos

Online Journalists at insidelaos.com.

ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ ​ທີ່​ຈະ​ໄດ້​ຮັບ ຈາກ​ໂຄງ​ການ​ເຂດ​ພັດ​ທະ​ນາ​ວັງ​ວຽງ​ໃໝ່

​ບົດ​ຄວາມນີ້ ເປັນ​ບົດ​ຂຽນ​ຂອງ ນາມ​ປາກ​ກາ ທິດກ່ຳ ເຊິ່ງ​ເປັນ​ນັກ​ຂ່າວ ໜັງ​ສື​ພິມ​ລາວ​ພັດ​ທະ​ນາ ເຊິ່ງ​ເພິ່ນ​ໄດ້​ຂຽນ​ວ່າ: ດັ່ງທິດກໍ່າໄດ້ຂຽນບົດຂ່າວອອກໄປເມື່ອວັນທີ 28 ມັງກອນຜ່ານມານັ້ນວ່າ ໂຄງການພັດທະນາເຂດວັງວຽງ ໃໝ່ເປັນວິໄສທັດ, ເປັນບາດກ້າວໃໝ່ ແລະ ທັງເປັນປັດໄຈ ຂອງຄວາມຈະເລີນຮັງມີ ຂອງປະຊາຊົນບັນດາເຜົ່າໃນເຂດເມືອງວັງວຽງໃນອະນາຄົດ. ພິເສດ,...

ຊົມ​ເຊີຍຍີ່ປຸ່ນ! ໃຫ້ທຶນຊ່ວຍເຫຼືອໂຄງການເບິ່ງແຍງດູແລສຸຂະພາບເດັກນ້ອຍລາວ

ພິທີເຊັນສັນຍາໃຫ້ການຊ່ວຍເຫຼືອລ້າ ໂຄງການເບິ່ງແຍງສຸຂະພາບເດັກນ້ອຍລາວຢູ່ແຂວງຫົວພັນ ເປັນຈໍານວນເງິນ 281.222 ໂດລາສະຫະລັດ (ປະມານ 2,40 ຕື້ກີບ) ຈັດຂຶ້ນຢູ່ສະຖານທູດຍີ່ປຸ່ນ ລະຫວ່າງ ທ່ານ ຄູໂນະ ຄາຊູຮີໂຣະ ອຸປະທູດຍີ່ປຸ່ນ ປະຈໍາລາວ ແລະ ທ່ານນາງ...

ປະ​ທານກວດ​ກາພັກ-ລັດ “ບຸນ​ທອງ ຈິດ​ມະ​ນີ” ​ລົງ​ຕິດ​ຕາມ​ໂຄງ​ການກໍ່​ສ້າງ​ທາງ​ລົດ​ໄຟ ລາວ-ຈີນ ຢ່າງ​ໃກ້​ຊິດ!

ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກຮອງນາຍົກລັດຖະມົນຕີປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານທັງເປັນຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນວິສາຫະ ກິດລົດໄຟແຫ່ງຊາດຈີນຊຶ່ງນໍາໂດຍ ທ່ານ ຊຸນ ຮວຍຊິນ ປະທານຄະນະກວດກາລັດວິສາຫະກິດລົດໄຟແຫ່ງຊາດຈີນ ພ້ອມດ້ວຍຄະນະໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ, ເພື່ອແລກປ່ຽນບົດຮຽນສອງຝ່າຍລະຫວ່າງຄະນະສະເພາະກິດກວດກາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ກັບຄະ...

ຈ​ວາດໆ! ແຂວງບໍ່​ແກ້ວ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເພີ່ມ​ຂຶ້ນ ໄດ້ 60% ແລ້ວ!

ແຂວງບໍ່ແກ້ວ ກໍ່ເປັນແຂວງໜຶ່ງທີ່ເສດຖະກິດກໍາລັງສືບຕໍ່ຂະຫຍາຍຕົວຍ້ອນການຄົມມະນາຄົມຂົນສົ່ງມີຂົວມິດຕະພາບແຫ່ງທີ 4 ແລະ ການທ່ອງທ່ຽວໂດຍຜ່ານຫຼາຍເສັ້ນທາງໃນນັ້ນເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ກໍ່ເປັນຈຸດໜຶ່ງທີ່ໄດ້ດຶງດູດນັກທ່ອງທ່ຽວພາຍໃນ ແລະຕ່າງປະເທດເຂົ້າມາທ່ຽວຊົມນອກຈາກນັ້ນຍັງມີສະຖານທີ່ແຫຼ່ງທ່ອງທ່ຽວອື່ນໆບໍວ່າເປັນທາງດ້ານວັດທະນະທໍາ,ດ້ານທໍາມະຊາດ ແລະປະຫວັດສາດລວມທັງລະດັບຂັ້ນແຂວງ ແລະຂັ້ນເມືອງທັງໝົດມີ 77 ແຫ່ງໃນປີ 2018 ມີຈໍານວນນັກທ່ອງທ່ຽວເຂົ້າມາຢ້ຽມຢາມທ່ຽວຊົມເພີ່ມຂຶ້ນ 60% ເມື່ອທຽບໃສ່ປີກ່ອນ. ທ່ານ ສຸຂະ...

ລຸງ​ນາ​ຍົກ​ເນັ້ນ​ໜັກ! ຂະ​ແໜງ​ແຮ​ງ​ງານ ແລະ​ສະ​ຫວັດ​ດີ​ການ​ສັງ​ຄົມ ຕ້ອງ​ເຂັ້ມ​ແຂງ!

ໃນໂອກາດໂອ້ລົມກອງປະຊຸມແຮງງານ ແລະ ສະຫວັດດີການສັງຄົມທົ່ວປະເທດປະຈໍາປີ 2018 ໃນວັນທີ 30 ມັງກອນນີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ເນັ້ນຫລາຍບັນຫາໃຫ້ຂະແໜງການດັ່ງກ່າວເອົາໃຈໃສ່ຄື: ໃຫ້ເພີ່ມທະວີຄວາມເອົາໃຈໃສ່ຄົ້ນຄວ້າສ້າງ, ປັບປຸງນິຕິກໍາ ແລະ ແຜນຍຸດທະສາດການພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມໃຫ້ເປັນລະບົບຄົບຊຸດ...

ມາ​ຮູ້​ຈັກ! ເຂົ້າ​ຕົ້ມ​ມັດ​ໃຫ​ຍ່ ໃນ​ເທດ​ສະ​ການ​ບຸນ​ກຸດ​ຫວຽດ-ຈີນ

ເມື່ອກ້າວເຂົ້າສູ່ເທສະການປີໃໝ່ຈີນ-ຫວຽດນາມປີ ໃດ ເຮົາມັກຈະນຶກເຖິງເຫດການທີ່ມີຄວາມຕື່ນຕາຕື່ນໃຈກັບການແຫ່ສິງໂຕເພື່ອ ເປັນການໄປອວຍພອນໃຫ້ ໂຊກໄຊຫ້າງຮ້ານ, ສຳນັກງານອົງການຕ່າງໆ ແລະ ຄຽງຄູ່ກັນນັ້ນກໍແມ່ນ “ເຂົ້າຕົ້ມຫໍ່ໃຫຍ່” ເປັນຮູບສີ່ລ່ຽມ ຫຼື ກົມຍາວມີຂະໜາດແຕ່  500 ກຣາມໄປຈົນເຖິງ 1 ກິ ໂລກຣາມທີ່ຫຸ້ມຫໍ່ດ້ວຍຕອງລຽງ,...

10 ​​ສິ່ງທີ່​ຕ້ອງ​ເຮັດ ແລະ​ຂາດບໍ່ໄດ້ໃນ​ວັນ​ບຸນ​ກຸດ​ຈີນ

1.ໄຫວ້​ເຈົ້າ, ໄຫວ້​ບັນ​ພະ​ບູ​ລຸດ ແລະ​ໄຫວ້​ຜີ ທີ່ບໍ່​ມີ​ຍາດ ວັນ​ຊາ​ຈັ໊ບ ໃນ​ຕອນ​ເຊົ້າ​ຫຼັງ​ຈາກ​ໄຫວ້​ເຈົ້າ​ໃນ​ບ້ານ ຄື “ຕີ​ຈູ​ເອ້ຍ” ໄຫວ້​ບັນ​ພະ​ບູ​ລຸດ​ແລ້ວ ໃນ​ຕອນ​ບ່າຍ​ຈຶ່ງ​ໄຫວ້​ຜີ​ທີ່ບໍ່​ມີ​ຍາດ ເຊິ່ງ​ຂອງ​ໄຫວ້​ກໍ​ມີ​ອາ​ຫານ​ຄາວ-ຫວານ ລວມ​ທັງ​ເປັດ-ໄກ່ ຫຼາຍ​ຫຼື​ນ້ອຍນັ້ນ,ແລ້ວ​ແຕ່​ຖາ​ນະ​ຂອງ​ຜູ້​ໄຫວ້ ແລະ​ມີ​ຈຳ​ພວກ​ເຄື່ອງ​ກະ​ປ໋ອງ, ເຂົ້າ​ສານ, ເກືອ ເພື່ອ​ໃຫ້​ຜີບໍ່​ມີ​ຍາ​ດ​ເຫຼົ່າ​ນັ້ນ ເອົາ​ຕິດ​ໂຕ​ໄປ​ນຳ​ພ້ອມ....

​ເຮຍ ເກຍ ​ກຽມມອບໂຄງການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ ໃຫ້​​​ພາກລັດ​ຄຸ້ມ​ຄອງ

ທີ​ມງານຈາກພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້ ແຂວງສະຫວັນນະເຂດ ໄດ້ລົງເກັບກຳຂໍ້ມູນກ່ຽວກັບການຈັດ​ຕັ້ງ​ປະຕິບັດກິດຈະກຳຕ່າງໆ ຂອງໂຄງການລຶບ ລ້າງຄວາມທຸກຍາກ (ລຶບລ້າງຄອບຄົວຄົນຂໍທານ) ຢູ່ບ້ານ ຄໍາປ່າແໜ ​ແລະ ບ້ານປ່າກ້ວຍ ເມືອງຈຳພອນ ແຂວງສະຫວັນນະເຂດ ​ເພື່ອ​​ເຮັດ​ບົດສະຫລຸບ​ລາຍ​ງານ ກ່ອນຈະມອບ​ໃຫ້​ພາກ​ລັດ​ຄຸ້ມ​ຄອງ​ດູ​ແລ​ຕໍ່​ໄປ​ໃນ​ມໍ່ໆ​ນີ້. ພາຍຫລັງທີ່ປະຊາຊົນທັງສອງບ້ານ...