ໜ້າທຳອິດ
ໝວດຂ່າວ
ທົ່ວໄປ
ສິລະປະ ແລະ ວັດທະນະທຳ
ເສດຖະກິດ
ການສືກສາ ແລະ ກີລາ
ບັນເທິງ
ອາຫານ ແລະ ສຸຂະພາບ
ທ່ອງທ່ຽວ
ວິທະຍາສາດ ແລະ ເຕັກໂນໂລຊີ
ການດຳລົງຊີວິດ
ການຄົ້ນຫາ
INSIDE LAOS
ເຂົ້າສູ່ລະບົບ
ຍິນດີຕ້ອນຮັບ! ເຂົ້າສູ່ລະບົບເຂົ້າໄປໃນບັນຊີຂອງທ່ານ
ຊື່ຜູ້ໃຊ້ຂອງທ່ານ
ລະຫັດຜ່ານຂອງທ່ານ
ລືມລະຫັດຜ່ານຂອງທ່ານບໍ? ຂໍຄວາມຊ່ວຍເຫຼືອ
ການຟື້ນຟູລະຫັດຜ່ານ
ການຟື້ນຕົວລະຫັດຜ່ານຂອງທ່ານ
ອີເມວຂອງທ່ານ
ລະຫັດຜ່ານຈະຖືກ e-mailed ກັບທ່ານ.
Thursday, November 5, 2026
ເຂົ້າສູ່ລະບົບ / ເຂົ້າຮ່ວມ
Facebook
Instagram
ການຄົ້ນຫາ
INSIDE LAOS
ໜ້າທຳອິດ
ໝວດຂ່າວ
ທົ່ວໄປ
ສິລະປະ ແລະ ວັດທະນະທຳ
ເສດຖະກິດ
ການສືກສາ ແລະ ກີລາ
ບັນເທິງ
ອາຫານ ແລະ ສຸຂະພາບ
ທ່ອງທ່ຽວ
ວິທະຍາສາດ ແລະ ເຕັກໂນໂລຊີ
ການດຳລົງຊີວິດ
ການຄົ້ນຫາ
Articles by
InsideLaos
Online Journalists at insidelaos.com.
Arts and Cultures
ປູບ່ອນນອນແບບໃດ? ໃຫ້ຖືກຕ້ອງຕາມປະເພນີລາວ ສຳລັບຄູ່ແຕ່ງດອງໃໝ່
ສິດຖາກາລິຍະ ໝໍເຖົ້າອາຈານບູຮານລາວ ທ່ານກ່າວໄວ້ວ່າ ເມື່ອມີການແຕ່ງດອງ ກໍຈະຕ້ອງມີການປູບ່ອນນອນ ແລະການຈູງແຂນຄູ່ບ່າວສາວເຂົ້າບ່ອນນອນ ພາຍຫຼັງຈາກການສູ່ຂວັນຈົບລົງ ການປູບ່ອນນອນ ແລະການຈູງແຂນເຂົ້າສູ່ບ່ອນນອນນັ້ນ; ທ່ານຖືເອົາການປູແລະຈູງແຂນເຂົ້າບ່ອນນອນເປັນຫຼັກ ກ່າວຄື ທ່ານໃຫ້ເອົາຄູ່ແຕ່ງດອງ ທີ່ມີອາຍຸຫຼາຍ, ມີສິນທຳ ຫຼືຄວາມປະພຶດດີ, ມີສຸຂະພາບດີ ທັງຜົວ ແລະເມຍ...
InsideLaos
-
11 December 2018
Read
Economy
ບໍລິສັດ ໄຟຟ້າຫົງສາ ວາງເປົ້າການຜະລິດໃຫ້ໄດ້ມາດຖານ ISO ໃນປີ 2019
ໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ ເປັນໂຄງການໜຶ່ງທີ່ຜະລິດໄຟຟ້າ ຈາກພະລັງງານຄວາມຮ້ອນຖ່ານຫີນ (ລິກໄນ) ມີໜ່ວຍຜະລິດກະແສໄຟຟ້າ 3 ໜ່ວຍ, ມີກໍາລັງການຜະລິດທັງໝົດ 1.878 ເມກາວັດ ໃນນີ້ ໄດ້ຈຳໜ່າຍໃຫ້ລັດວິສາຫະກິດໄຟຟ້າລາວ 100 ເມກາວັດ ແລະ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ 1.473 ເມກາວັດ. ຢ່າງໃດກໍຕາມ ບໍລິສັດໄຟຟ້າຫົງສາ ຈຳກັດ ໄດ້ວາງເປົ້າໝາຍພັດທະນາການຜະລິດ ຈະໃຫ້ໄດ້ຮັບມາດຕະຖານ ISO 9001:2015 ໃນປີ 2019 ທີ່ຈະມາເຖິງນີ້, ພ້ອມນັ້ນ ຍັງໄດ້ຮັບການຊີ້ນໍາຈາກລັດຖະບານ ເຂົ້າແຂ່ງຂັນພະລັງງານທີ່ເປັນມິດຕໍ່ສິ່ງແວດລ້ອມ ເຊິ່ງຄາດວ່າໃນປີ 2022 ຈະໄດ້ເຂົ້າຮ່ວມແຂ່ງຂັນ. ທ່ານ ຍຸດທະຍາ ຈຸນພັນທອງ ຜູ້ອຳນວຍການຝ່າຍສື່ສານອົງການ ບໍລິສັດ ໄຟຟ້າຫົງສາ ຈຳກັດ ໃຫ້ຮູ້ວ່າ: ໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ ເປັນໂຄງການຮ່ວມທຶນ ລະຫວ່າງ ລັດວິສາຫະກິດຖືຮຸ້ນລາວ 20%, ບໍລິ ສັດບ້ານປູ ພາວເວີ...
InsideLaos
-
11 December 2018
Read
Food and Healths
ຕໍ່ໄປນີ້ ກະຊວງສາທາ ຈະພັດທະນາຄຸນນະພາບວິຊາຊີບ ແລະປິ່ນປົວແບບຍືນຍົງ
ໃນທ້າຍອາທິດທີ່ຜ່ານມາ ທີ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ, ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ແລະ ສະພາຄຸ້ມຄອງວິຊາຊີບປິ່ນປົວ, ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມ ເພື່ອປະກາດເລີ່ມດຳເນີນການຈັດຕັ້ງປະຕິບັດ ໂຄງການພັດທະນາ ແລະ ຮັບປະກັນຄຸນນະພາບວິຊາຊີບປິ່ນປົວແບບຍືນຍົງ ຂອງບພະຍາບານ ໃນ ສປປ ລາວ ດີຂຶ້ນກວ່າເກົ່າ. ກອງປະຊຸມ ຍັງມີການແລກປ່ຽນຂໍ້ມູນ-ຂ່າວສານ ກ່ຽວກັບຄວາມຄືບໜ້າ ແລະ ແຜນການໃນຕໍ່ໜ້າ. ທ່ານ ດຣ. ບຸນໜັກ ໄຊຊະນະສົງຄາມ ຫົວໜ້າກົມປິ່ນປົວ ແລະ ຟືີນຟູໜ້າທີ່ການ ກະຊວງສາທາລະນະສຸກ ກ່າວວ່າ: ໂຄງການນີ້ເປັນໂຄງການຮ່ວມມືລະຫວ່າງ ກະຊວງສາທາລະນະສຸກ ແລະ ອົງການໄຈກາ ໂດຍໄດ້ຮັບການຊ່ວຍເຫລືອລ້າ ຈາກລັດຖະບານຍີ່ປຸ່ນ ໂດຍມີກຳນົດການຈັດຕັ້ງປະຕິບັດ 5 ປີ ເຊິ່ງເລີ່ມຕົ້ນແຕ່ເດືອນ ກໍລະກົດ 2018 ແລະ ຈະສິ້ນໂຄງການໃນເດືອນ ກໍລະ ກົດ 2023 ເປົ້າໝາຍ ລວມຂອງໂຄງການນີ້ ແມ່ນເພື່ອປັບປຸງຄຸນນະພາບ ຂອງຜູ້ປະກອບວິຊາຊີບປິ່ນປົວ ໃນ ສປປ ລາວ ເຮັດໃຫ້ຄຸນນະພາບປິ່ນປົວດີຂຶ້ນ ໂດຍສະເພາະ ແມ່ນວິຊາຊີບພະຍາບານ. ການຈັດຕັ້ງປະຕິບັດໂຄງການນີ້ ຍັງຈະມີຜົນໄດ້ຮັບດ້ານ ນິຕິກຳ ແລະ ລະບຽບການຕ່າງໆ ສຳລັບລະບົບການອອກໃບອະນຸຍາດ ແລະ ຂຶ້ນທະບຽນ...
InsideLaos
-
10 December 2018
Read
Arts and Cultures
ເລີກງາມຍາມດີໃນການແຕ່ງດອງ ທີ່ຖືກຕ້ອງຕາມປະເພນີລາວ
ສິດທິກາລິຍະ ນັກປາດບູຮານລາວ ທ່ານໄດ້ໃຫ້ຄວາມເຫັນວ່າ ການແຕ່ງດອງ ເປັນພິທີສຳຄັນທີ່ສຸດຄັ້ງໜຶ່ງໃນຊີວິດ ເພາະທ່ານຖືວ່າເປັນການເອົາຄົນ ທັງຊາຍ-ຍິງ ມາຈັບຄູ່ກັນສ້າງຄອບຄົວ; ຄອບຄົວຈະໄປໃນທິດທາງໃດ? ຢູ່ທີ່ຄົນຄູ່ນີ້ຈະນຳໄປ ຊິຈະເລີນ ຫຼືເສື່ອມຖອຍ ຈະໄປລອດຫຼືບໍ່ລອດ ຈະແຍກກັນຫຼືຢູ່ດ້ວຍກັນຈົນຍາວນານ ແກ່ເຖົ້າໄປດ້ວຍກັນນັ້ນ. ນອກຈາກການສົມພົງ ແລະບໍ່ສົມພົງກ່ຽວກັບວັນ,...
InsideLaos
-
10 December 2018
Read
Economy
ເປີດຕະຫລາດນັດລົດລາຄາຖືກ ຄັ້ງທຳອິດ ທີ່ນະຄອນຫລວງວຽງຈັນ ສານຝັນສຳລັບຄົນມີເງິນໜ້ອຍ!
ບໍລິສັດ ໂອໂຕເວີດ (KOLAO Development Co.,Ltd) ໄດ້ຈັດງານຕະຫລາດນັດ ລົດລາຄາຖືກຄັ້ງທຳອິດ ຂຶ້ນທີ່ຄິວລົດສາຍໃຕ້ເກົ່າ ບ້ານພະຂາວ ເມືອງ ໄຊທານີ ນະຄອນຫລວງວຽງຈັນ ເຊິ່ງເລີ່ມແຕ່ເວລາ 9:00-21:00 ໂມງ ພ້ອມໂປຣໂມຊັນພິເສດ ຫລຸດສູງສຸດ 50% ຫລື 50 ລ້ານກີບ, 30 ລ້ານກີບ, 25 ລ້ານກີບ, 20 ລ້ານກີບ ແລະ ອື່ນໆ ຫລາກຫລາຍ ທາງເລືອກ ໃຫ້ກັບລູກຄ້າ. ຕະຫລາດນັດຄັ້ງນີ້ ແມ່ນຈະເປີດຂາຍໃນໄລຍະ ເວລາສາມເດືອນ(8/12/2018-08 /03/2019), ແຕ່ຖ້າຫາກມີຄວາມຮຽກຮ້ອງຕ້ອງການ ຈາກສັງຄົມຢ່າງກວ້າງຂວາງ ທາງບໍລິສັດອາດຈະຂະຫຍາຍວັນເວລາເພີ່ມຕື່ມ. ທ່ານ ເອກະໄຊ ໄຊຍະວົງ ຜູ້ອຳນວຍການພະແນກການຂາຍ ແລະ ບໍລິຫານ ໃຫ້ຮູ້ວ່າ: ງານຕະຫລາດນັດລົດລາຄາຖືກ ແມ່ນກິດຈະກຳທີ່ມອບຄວາມສຸກ ໃຫ້ກັບບັນດາລູກຄ້າ ດ້ວຍຜະ ລິດ ຕະພັນ ຫລາກຫລາຍຂອງໂຄລາວ ແລະ ໂປຣໂມຊັນສຸດພິເສດ ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່. ຜະລິດຕະພັນ ທີ່ທາງບໍລິສັດໄດ້ຈັດກຽມໄວ້ໃຫ້ລູກຄ້າ ລວມມີລົດຫລາຍຍີ່ຫໍ້ເປັນຕົ້ນ ລົດເກຍ, ຮຸນໄດ, ມິຊູບິຊິ, ລົດຈັກໂຄລາວ ທັງລົດໃໝ່ ແລະ ລົດມືສອງ. ນອກນີ້, ໂຄລາວ...
InsideLaos
-
10 December 2018
Read
Economy
ກຽວໂຕ-ວຽງຈັນ ເມືອງຫຼວງແຫ່ງການຜູກສ່ຽວ ມອບຂອງຂວັນເພື່ອມິດຕະພາບລະຫວ່າງກັນແລະກັນ
ທ່ານຮູ້ຫຼືບໍ່ວ່າ ລັດຖະບານລາວ ໄດ້ມອບ ຊ້າງ 4 ເຊືອກໃຫ້ເປັນຂອງຂວັນແກ່ ນະຄອນກຽວໂຕ ໃນເດືອນ ພະຈິກ 2014 ແລະ ນະຄອນກຽວໂຕ ໄດ້ມອບລົດເມຈຳນວນ 34 ຄັນໃຫ້ແກ່ ນະຄອນຫຼວງວຽງຈັນ ພາຍໃຕ້ກອບການຮ່ວມມື...
InsideLaos
-
10 December 2018
Read
General
ບາງຄຳເຫັນທີ່ສຳຄັນ ໃນການປະກອບສ່ວນຂອງ ສສຊ ໃສ່ຮ່າງກົດໝາຍວ່າດ້ວຍຄົນພິການ
ກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 10 ທັນວາ 2018 ນີ້, ບັນດາສະມາຊິກສະພາແຫ່ງຊາດ(ສສຊ) ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍຄົນພິການ ທີ່ສະເໜີໂດຍທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ...
InsideLaos
-
10 December 2018
Read
General
ມາຮູ້ຈັກ ເຫດແລະຜົນ ຄວາມຈຳເປັນໃນການ ສ້າງກົດໝາຍວ່າດ້ວຍຄົນພິການຢູ່ ສປປລາວ
ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອ 6 ຂອງສະພາແຫ່ງຊາດຊຸດທີ 8 ວັນທີ 10 ທັນວາ 2018 ນີ້, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະ ຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຜ່ານຮ່າງກົດໝາຍ...
InsideLaos
-
10 December 2018
Read