ໜ້າທຳອິດ
ໝວດຂ່າວ
ທົ່ວໄປ
ສິລະປະ ແລະ ວັດທະນະທຳ
ເສດຖະກິດ
ການສືກສາ ແລະ ກີລາ
ບັນເທິງ
ອາຫານ ແລະ ສຸຂະພາບ
ທ່ອງທ່ຽວ
ວິທະຍາສາດ ແລະ ເຕັກໂນໂລຊີ
ການດຳລົງຊີວິດ
ການຄົ້ນຫາ
INSIDE LAOS
ເຂົ້າສູ່ລະບົບ
ຍິນດີຕ້ອນຮັບ! ເຂົ້າສູ່ລະບົບເຂົ້າໄປໃນບັນຊີຂອງທ່ານ
ຊື່ຜູ້ໃຊ້ຂອງທ່ານ
ລະຫັດຜ່ານຂອງທ່ານ
ລືມລະຫັດຜ່ານຂອງທ່ານບໍ? ຂໍຄວາມຊ່ວຍເຫຼືອ
ການຟື້ນຟູລະຫັດຜ່ານ
ການຟື້ນຕົວລະຫັດຜ່ານຂອງທ່ານ
ອີເມວຂອງທ່ານ
ລະຫັດຜ່ານຈະຖືກ e-mailed ກັບທ່ານ.
Thursday, November 5, 2026
ເຂົ້າສູ່ລະບົບ / ເຂົ້າຮ່ວມ
Facebook
Instagram
ການຄົ້ນຫາ
INSIDE LAOS
ໜ້າທຳອິດ
ໝວດຂ່າວ
ທົ່ວໄປ
ສິລະປະ ແລະ ວັດທະນະທຳ
ເສດຖະກິດ
ການສືກສາ ແລະ ກີລາ
ບັນເທິງ
ອາຫານ ແລະ ສຸຂະພາບ
ທ່ອງທ່ຽວ
ວິທະຍາສາດ ແລະ ເຕັກໂນໂລຊີ
ການດຳລົງຊີວິດ
ການຄົ້ນຫາ
Articles by
InsideLaos
Online Journalists at insidelaos.com.
Economy
ຕໍ່ໄປນີ້ ປະຊາຊົນຄົນລາວຈະເຂົ້າເຖິງການບໍລິການທາງດ້ານການເງິນຂຶ້ນ
ສະມາຄົມການເງິນຈຸລະພາກ ຮ່ວມກັບທະນາຄານແຫ່ງ ສປປ ລາວ ໂດຍການສະໜັບສະໜູນຈາກອົງກອນ ອາດາ (ADA) ປະເທດລຸກຊຳບວກ ໄດ້ຈັດກອງປະ ຊຸມ ເພື່ອປຶກສາຫາລື ແລະ ສົນທະນາກ່ຽວກັບແນວໂນ້ມ ແລະ ວິວັດທະນາການຂອງ ການເງິນຈຸລະພາກ ກໍຄືການສ້າງເງື່ອນໄຂ ແລະ ໂອກາດ...
InsideLaos
-
30 November 2018
Read
General
ທລຍ ວ່າ ປະຊາຊົນລາວຜູ້ທຸກຍາກໃນຊົນນະບົດ 1,2 ລ້ານຄົນ ມີຊີວິດການເປັນຢູ່ດີຂຶ້ນ
15 ປີຜ່ານມາ ກອງທຶນລຶບລ້າງຄວາມທຸກຍາກ (ທລຍ) ໄດ້ມີຜົນສຳເລັດຫລາຍດ້ານ ໃນການຈັດຕັ້ງປະຕິບັດ ວຽກງານແກ້ໄຂຄວາມທຸກຍາກ ໃຫ້ປະຊາຊົນ ເປັນຕົ້ນ ແມ່ນອົງການຈັດຕັ້ງ, ອຳນາດການປົກຄອງ ແລະ ປະຊາຊົນ ຢູ່ໃນເຂດຊົນນະບົດ ຫ່າງໄກສອກຫລີກ ຂອງ 43ເມືອງທຸກຍາກ ໃນ 10 ແຂວງ ຂອງລາວ ເຊິ່ງຜູ້ໄດ້ຮັບຜົນປະໂຫຍດ ກວມເອົາ 1,2 ລ້ານກວ່າຄົນ ມີຊີວິການເປັນຢູ່ທີ່ດີຂຶ້ນ. ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ແລະ ປະທານສະພາບໍລິຫານ ທລຍ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ໃນໂອກາດການສ້າງຕັ້ງ ກອງທຶນລຶບລ້າງຄວາມທຸກຍາກ ຄົບຮອບ 15 ປີ (31/5/2003-31/5/2018) ວ່າ: ນັບແຕ່ສ້າງຕັ້ງ ທລຍ ຂຶ້ນມາເຫັນວ່າມີປະສິດທິຜົນ ເຊິ່ງສະແດງອອກໃນການນຳໃຊ້ເງິນທຶນ ແມ່ນມີເປົ້າໝາຍ ແລະ ໄດ້ນຳເອົາຜົນປະໂຫຍດ ໄປໃຫ້ປະຊາຊົນ ເຂດຊົນນະບົດ ຢ່າງແທ້ຈິງ. ຍ້ອນມີແບບແຜນ ໃນການເຮັດວຽກຢ່າງເປັນລະບົບ ເຊິ່ງພະນັກງານ ທລຍ ໄດ້ລົງໄປພົບກັບ ປະຊາຊົນທີ່ຢູ່ໃນບ້ານທຸກຍາກ ແລະ ສຳຫລວດ ສາເຫດທີ່ພາໃຫ້ມີຄວາມທຸກຍາກ ຂອງປະຊາຊົນ, ຈາກນັ້ນ, ກໍໄດ້ມີການພົບປະກັບ ອຳນາດການປົກຄອງຂັ້ນບ້ານ ເພື່ອປຶກສາຫາລືຂັ້ຂຕອນຕ່າງໆ ໃນການແກ້ໄຂຄວາມທຸກຍາກໃຫ້ປະຊາຊົນ ເພື່ອສະໜອງສິ່ງທີ່ປະຊາຊົນ ຕ້ອງການໃນການທຳມາຫາກິນ ແລະ ດຳລົງຊີວິດ ເປັນຕົ້ນ ແມ່ນການສະໜອງຊົນລະປະທານ ເພື່ອປະກອບໃນການເຮັດນາ, ກໍ່ສ້າງສ້ອມແປງເສັ້ນທາງ, ຂົວໄປຫາບ້ານ ແລະ ໄປຫາເຂດທຳການຜະລິດ, ການກໍ່ສ້າງສ້ອມແປງໂຮງຮຽນ,ສຸກສາລາ, ຖົງຢາປະຈຳບ້ານ, ການກໍ່ສ້າງສ້ອມແປງ ລະບົບນ້ຳສະອາດ ແລະ ການຕັ້ງກຸ່ມຊ່ວຍເຫລືອ ເຊິ່ງກັນ ແລະ ກັນ. ທລຍ ໄດ້ປະຕິບັດວຽກງານ ຕາມການມອບໝາຍ ຂອງລັດຖະບານ ໂດຍສຸມໃສ່ການພັດທະນາ ຊົນນະບົດ ເຊິ່ງມີທ່າກ້າວໜ້າຫລາຍດ້ານ ໂດຍສະເພາະແມ່ນ ດ້ານພື້ນຖານໂຄງລ່າງ ອັນເປັນການປູພື້ນຖານ ໃຫ້ກັບປະຊາຊົນ ໄດ້ເຂົ້າເຖິງການບໍລິການຂອງລັດໄດ້ດີຂຶ້ນເລື້ອຍໆ. ທ່ານ ສົມສະຫວາດ ເລັ່ງສະຫວັດ ຍັງໄດ້ຮຽກຮ້ອງໃຫ້ລັດຖະບານ ສືບຕໍ່ຈັດຕັ້ງປະຕິບັດໂຄງການ ທລຍ ນີ້ຕໍ່ໄປ, ພ້ອມທັງສືບຕໍ່ໃຫ້ ການສະໜັບສະໜູນ ຈັດສັນງົບປະມານຂຶ້ນຕື່ມ ເຖິງແມ່ນວ່າປະເທດ ຂອງພວກເຮົາຈະເປັນປະເທດ ທີ່ມີລາຍຮັບປານກາງກໍຕາມ ແຕ່ຕົວຈິງປະຊາຊົນ ໃນເຂດຊົນນະບົດ ຍັງມີຄວາມທຸກຍາກ ຫລາຍສົມຄວນ ແລະ ອັດຕາສ່ວນຄວາມທຸກຍາກ ຂອງປະເທດເຮົາຍັງສູງກວ່າ ປະເທດອ້ອມຂ້າງ. Cr.KPl
InsideLaos
-
30 November 2018
Read
Economy
ຍັງຂາດງົບປະມານ 1,200 ຕື້ກີບ ເພື່ອຈ່າຍຄ່າຊົດເຊີຍໃຫ້ຜູ້ໄດ້ຮັບຜົນກະທົບ ຈາກໂຄງການລົດໄຟລາວ-ຈີນ
ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຈະສ້າງຜົນກະທົບໃຫ້ປະຊາຊົນ 167 ບ້ານ ທີ່ຂຶ້ນກັບ 13 ເມືອງ ທີ່ຂຶ້ນກັບ 4 ແຂວງ 1 ນະຄອນຫຼວງວຽງຈັນ; ໃນໄລຍະຜ່ານມາ, ຄະນະຄຸ້ມຄອງໂຄງ ການກໍ່ສ້າງທາງລົດໄຟລາວ-ຈີນ ສາມາດເບີກຈ່າຍຄ່າຊົດເຊີຍໄດ້ແລ້ວ 2...
InsideLaos
-
29 November 2018
Read
Economy
ໃນປີ 2018 ຜ່ານມານີ້, ລັດປັບນ້ຳມັນຂຶ້ນ ຫຼາຍກວ່າປັບຫຼຸດລົງ (ຂຶ້ນ 9 ລົງ 4 ຄັ້ງ).
ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ຫວ່າງບໍ່ດົນມານີ້ ຢູ່ສະພາແຫ່ງຊາດ (ຫຼັກ 6) ໂດຍເປັນປະທານຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ມີບັນດາລັດຖະມົນຕີ ແລະ ສະມາຊິກສະພາແຫ່ງຊາດ (ສສຊ)...
InsideLaos
-
29 November 2018
Read
General
ກຽມດຶງດູດນັກທ່ອງທ່ຽວຈີນມາລາວຫຼາຍຂຶ້ນ ໃນປີ 2019
ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ລາຍງານໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນບໍ່ດົນມານີ້ວ່າ: ເພື່ອເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວໃຫ້ດີຂຶ້ນ ໂດຍສະເພາະການຊຸກຍູ້ໃຫ້ນັກທ່ອງທ່ຽວຈີນ ໃຫ້ເຂົ້າມາທ່ຽວຊົມປະເທດລາວຫຼາຍຂຶ້ນ...
InsideLaos
-
29 November 2018
Read
Economy
ລັດຖະບານຢືນຢັນວ່າ ຈະບໍ່ມີການກູ້ຢືມເງິນຈາກຕ່າງປະເທດ ເພື່ອມາໃຊ້ຈ່າຍບໍລິຫານພາຍໃນຢ່າງເດັດຂາດ
ລັດຖະບານຢືນຢັນວ່າຈະບໍ່ມີການກູ້ຢືມເງິນຈາກຕ່າງປະເທດ ເພື່ອມາໃຊ້ຈ່າຍບໍລິຫານພາຍໃນຢ່າງເດັດຂາດໃນຕໍ່ໜ້າ ເພື່ອຫຼຸດຜ່ອນພາລະໜີ້ສິນຂອງລັດຖະບານໃນໄລຍະຍາວ. ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ວ່າ: ກະຊວງການເງິນໄດ້ມີການຄົ້ນຄວ້າປັບໂຄງສ້າງແຜນງົບປະມານແຫ່ງລັດຄືນໃໝ່ເພື່ອຮັບປະກັນໃຫ້ມີຄວາມໝັ້ນໃຈຫຼາຍຂຶ້ນໃນຕໍ່ໜ້າ ໂດຍເນັ້ນໃສ່ຄວາມອາດສາມາດທາງດ້ານລາຍຮັບ, ຕັດຊ່ອງການຮົ່ວໄຫຼ...
InsideLaos
-
29 November 2018
Read
General
ຍ້ອນເຫດຜົນນີ້ ທີ່ລັດຖະບານຫລຸດໂກຕ້າລັດຖະກອນໃໝ່ ໃນປີ 2019
ລັດຖະບານ ຈະໄດ້ກວດກາຄືນບັນຫາ ພະນັກງານ-ລັດຖະກອນ ເຫລືອບໍ່ພໍ, ຄົ້ນຄວ້າດຸນດ່ຽງ ຈາກບ່ອນເຫລືອໄປສູ່ບ່ອນທີ່ຍັງຂາດເຂີນ, ຫັນພະນັກງານ-ລັດຖະກອນ ຈາກສູນກາງລົງຊ່ວຍທ້ອງຖິ່ນໃຫ້ຫລາຍຂຶ້ນ, ຍົກສູງຄຸນນະພາບ ແລະ ປະສິດທິພາບ ຂອງພະນັກງານລັດຖະກອນ ເພື່ອສ້າງໃຫ້ເຂົາເຈົ້າ ໃຫ້ມີປະສົບການຕົວຈິງ ແລະ ເຕີບໃຫຍ່ ຈາກວຽກຮາກຖານກາຍເປັນພະນັກ...
InsideLaos
-
29 November 2018
Read
Food and Healths
ພາກເອກະຊົນ ປະກອບສ່ວນໃນການຄວບຄຸມ ແລະ ລົບລ້າງພະຍາດໄຂ້ມາລາເລຍ
ໃນມື້ວານນີ້, ທີ່ກະຊວງສາທາລະນະສຸກ, ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ແລະ ອົງການສາກົນ ບໍລິການປະຊາຊົນ (PSI Laos) ໄດ້ເຊັນບົດບັນທຶກ ຄວາມເຂົ້າໃຈກ່ຽວກັບໂຄງການ ການສ້າງຄວາມເຂັ້ມແຂງ ໃຫ້ແກ່ພາກເອກະຊົນ ໃນການປະກອບສ່ວນ ເຂົ້າໃນວຽກງານຄຸ້ມຄອງ ກໍລະນີໄຂ້ມາລາເລຍ ແລະ...
InsideLaos
-
28 November 2018
Read