Articles by

Insidelaos

4 ກິລາທີ່ບໍ່ຄວນພາດໃນງານບຸນກິນຈຽງຂອງຊົນເຜົ່າມົ້ງ

ບຸນກິນຈຽງຂອງຊົນເຜົ່າມົ້ງ ແມ່ນປະເພນີໜຶ່ງທີ່ສືບທອດກັນມາແຕ່ບູຮານນະການ ຈະມີການຈັດຂຶ້ນໃນທຸກໆປີ ເຊິ່ງຈະເລີ່ມຈັດແຕ່ກາງເດືອນທັນວາ ຈົນເຖິງ ເດືອນມັງກອນ, ພາຍໃນງານຈະມີການຈັດກິດຈະກຳການແຂງຂັນກິລາ ແລະ ປະເພດນີຕ່າງໆຂອງຊົນເຜົ່າມົ້ງ ທີ່ສືບທອດກັນມາແຕ່ດົນນານ ມື້ນີ້ເຮົາຈະພາມາຮູ້ຈັກ 4 ກິລາ ຫຼັກໆຂອງຊົນເຜົ່າມົ້ງໃນງານບຸນກິນຈຽງ ປະກອບມີ: ກິລາເປົ່າແຄນເທິງເຊືອກ, ກິລາຕີໝາກຂ່າງ, ກິລາຍິງໜ້າເກັກ ແລະ ກິລາງົວຊົນ ເຊິ່ງກິລາທັງ 4 ຢ່າງນີ້ຈະຊ່ວຍສ້າງຄວາມມ່ວນຊື່ໃຫ້ກັບຜູ້ຊົມຜູ້ເຊຍ.

ປີ 2023 ນີ້ ໄດ້ຕັ້ງເປົ້າໝາຍຊີວິດກັນໄວ້ແລ້ວບໍ່?

ທຸກຄົນລ້ວນແລ້ວແຕ່ມີເປົ້າໝາຍໃນຊີວິດທີ່ວາງໄວ້ ແລະ ມຸ້ງຫວັງທີ່ຈະເຮັດໃຫ້ມັນສຳເລັດ ບໍ່ວ່າຈະເປັນ ດ້ານວຽກງານ, ດ້ານການເບິ່ງແຍງສຸຂະພາບ ຫຼື ເປົ້າໝາຍໃນການເກັບເງິນ, ເຖິງວ່າເປົ້າໝາຍຂອງແຕ່ລະຄົນຈະແຕກຕ່າງກັນ ແຕ່ສຸດທ້າຍແລ້ວ ການຕັ້ງເປົ້າໝາຍໃນຊີວິດ ກໍເພື່ອການຕອບໂຈດໃຫ້ຕົນເອງເຮັດສິ່ງທີ່ຕັ້ງໄວ້ ໃຫ້ສຳເລັດ ມື້ນີ້ເຮົາຈະມາແນະນຳ ການຕັ້ງເປົ້າໝາຍໃນຊີວິດ ເພື່ອໃຜທີ່ຍັງຄິດບໍ່ອອກວ່າປີນີ້ຈະວາງແຜນຊີວິດແບບໃດລອງເອົາວີທີທີ່ເຮົາແນະນຳນີ້ໄປລອງໃຊ້ກັນໄດ້ເດີ.

ສິ່ງທີ່ຄວນເຮັດ ແລະ ບໍ່ຄວນເຮັດ ໃນມື້ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່

ອີກບໍ່ພໍເທົ່າໃດ ກໍຈະຮອດມື້ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ແລ້ວ ແຕ່ສຳລັບໃຜທີ່ຍັງສົງໄສວ່າ ກ່ອນມື້ປີໃໝ່ຄວນເຮັດຫຍັງແດ່ ເພື່ອຕ້ອນຮັບໂຊກລາບ, ສິ່ງດີໆ ທີ່ຈະເກີດຂຶ້ນໃນມື້ປີໃໝ່ ມື້ນີ້ເຮົາມີ ຄວາມເຊື່ອບາງຢ່າງ ກ່ຽວກັບສິ່ງທີ່ ຄວນເຮັດ ແລະ ບໍ່ຄວນເຮັດໃນມື້ຂຶ້ນປີໃໝ່ມາໃຫ້ຮູ້ກັນ.

6 ວິທີການກາງເຕັ້ນ ທີ່ບໍ່ຄວນພາດສໍາລັບສາຍຕັ້ງແຄ້ມມືໃໝ່

ຕ້ອງບອກເລີຍວ່າ ປັດຈຸບັນນີ້ການອອກທີບກາງເຕັ້ນ ກຳລັງມາແຮງ ເພາະວ່າການທ່ອງທ່ຽວແບບນີ້ຈະມີສະເໜ່ ສະເພາະຕົວທີ່ບໍ່ຄືໃຜ ເພື່ອໃຫ້ທ່ານໄດ້ລອງມາໃຊ້ຊີວິດແບບລຽບງ່າຍ ທ່າມກາງທຳມະຊາດ ແລະ ເປັນອີກໜຶ່ງປະສົບການປະຈົນໄພ ທີ່ເຈົ້າຈະຮູ້ສຶກສະໜຸກສະໜານແບບບໍ່ຮູ້ລືມ. ແຕ່ສຳລັບໃຜທີ່ຢາກຈະລອງທ່ອງທ່ຽວແບບນີ້ ແຕ່ຍັງບໍ່ຮູ້ຈະກຽມຕົວແນວໃດ? ຈະກາງເຕັ້ນແນວໃດ? ຢ່າກັງວົນໄປເລີຍເພາະມື້ນີ້ ເຮົາມີເທັກນິກການກາງເຕັ້ນ ສຳລັບສາຍຕັ້ງແຄ້ມມື້ໃໝ່ມາຝາກກັນ.

ຍ້ອນຄວາມເອົາໃຈໃສ່ ແລະ ຄວາມອົດທົນໃນການຮ່ຳຮຽນ ຈຶ່ງເຮັດໃຫ້ໄດ້ຮັບທຶນການສຶກສາ

ຊີວິດຂອງຄົນເຮົາເກີດມາໃນຖານະຄອບຄົວ ແລະ ຄວາມສົບບຸນແບບທີ່ບໍ່ຄືກັນ ຈຶ່ງເຮັດໃຫ້ການດຳລົງຊີວິດມີຄວາມຫຍຸ້ງຍາກ ທີ່ແຕກຕ່າງກັນໄປ ແຕ່ຍ້ອນຄວາມຕັ້ງໃຈ ແລະ ມີຄວາມມະນະອົດທົນ ສ້າງຜົນການຮຽນທີ່ດີ ຈຶ່ງເຮັດໃຫ້ນ້ອງໆໄດ້ຮັບທຶນການສຶກສາຈາກ ເອັດສຊີຈີ ໃນຄັ້ງນີ້ ມື້ນີ້ເຮົາມີໂອກາດ ໄດ້ສຳພາດນ້ອງໆນັກສຶກສາບາງສ່ວນ ທີ່ໄດ້ຮັບທຶນ ເພື່ອແບ່ງເບົາພາລະຂອງຄອບຄົວ.

7 ຂໍ້ຄວນປະຕິບັດສໍາລັບສາວໆທີ່ຕ້ອງຮັບມືກັບລົມໜາວ

ທ້າຍປີທີ່ເຂົ້າມາພ້ອມກັບລົມໜາວ ເມື່ອເປັນແບບນີ້ ເຮົາກໍຄວນກຽມຮັບມືກັບລະດູໜາວໃຫ້ພ້ອມ ເພື່ອໃຫ້ຮ່າງກາຍສາມາດຕໍ່ສູ້ກັບລົມໜາວ  ແລະ ມີສຸຂະພາບແຂງແຮງ ຫ່າງໄກຈາກໂຣກໄພໄຂ້ເຈັບ ດັ່ງນັ້ນມື້ນີ້ເຮົາໄດ້ນຳ 7 ຂໍ້ປະຕິບັດດີໆ ທີ່ສາວໆຄວນເຮັດໃນລະດູໜາວມາຝາກກັນ.

ຂໍ້ດີ ແລະ ຂໍ້ຄວນລະວັງ ໃນການອາບນ້ຳອຸ່ນຍາມໜາວ

ໃນຊ່ວງອາກາດໜາວ ຫຼາຍໆຄົນມັກຈະເລືອກອາບນ້ຳອຸ່ນ ເພາະຄວາມອຸ່ນຂອງນ້ຳ ນອກຈາກຈະຊ່ວຍຫຼຸດຄວາມໜາວ ໃນຂະນະອາບນ້ຳລົງໄດ້ແລ້ວ ຍັງຊ່ວຍກະຕຸ້ນໃຫ້ຮ່າງກາຍເກີດຄວາມຜ່ອນຄາຍໄດ້ເປັນຢ່າງດີ ແຕ່ທ່ານຮູ້ບໍ່ວ່າການອາບນ້ຳອຸ່ນກໍມີທັງຂໍ້ດີ ແລະ ຂໍ້ເສຍ, ການອາບນ້ຳອຸ່ນມີຂໍ້ດີຫຼາຍປະການ ໃນດ້ານການສົ່ງເສີມສຸຂະພາບ ແລະ ຜີວພັນ ຫາກຮູ້ຈັກເລືອກໃຊ້ນ້ຳອຸ່ນໃນອຸຫະພູມທີ່ເໝາະສົມ ຈະສົ່ງຜົນດີ ແລະ ພາໃຫ້ເກີດປະໂຫຍດຫຼາຍຂຶ້ນ.

ໝວຍ ທະນາພອນ ຕົວແທນນັກສຶກສາລາວ ຮ່ວມແຂ່ງຂັນອອກແບບ ສະຖາປັດລະດັບອາຊີທີ່ ປະເທດໄທ.

ນາງ ທະນາພອນ ຊວ້ານສວນດາວ ຫຼື ໝວຍ ນັກສຶກສາປີ 4 ສະຖາປັດຕະຍາກໍາສາດ, ມະຫາວິທະຍາໄລແຫ່ງຊາດ ຜູ້ທີ່ມີຄວາມສາມາດໃນການອອກແບບ ຈົນເຮັດໃຫ້ການອອກແບບ "ສູນຮັບມື ແລະ ໃຫ້ຄວາມຮູ້ກ່ຽວກັບໂຣກລະບາດ" ໄດ້ຮັບລາງວັນ ພາຍໃຕ້ຫົວຂໍ້ “ການອອກແບບ ສະຖາປັດຕະຍະກຳ ພາຍຫຼັງເກີດພະຍາດ ໂຄວິດ-19” ແລະ ໄດ້ເປັນຕົວແທນນັກສຶກສາລາວ ເພື່ອເຂົ້າຮ່ວມການແຂ່ງຂັນ ອອກແບບສະຖາປັດລະດັບອາຊີ ຄັ້ງທີ XI ໃນລະຫວ່າງ ວັນທີ 19-20 ພະຈິກ 2022 ທີ່ ມະຫາວິທະຍາໄລ ຣາດກະບັງ, ປະເທດໄທ.