7 ຂໍ້ຄວນປະຕິບັດສໍາລັບສາວໆທີ່ຕ້ອງຮັບມືກັບລົມໜາວ

ທ້າຍປີທີ່ເຂົ້າມາພ້ອມກັບລົມໜາວ ເມື່ອເປັນແບບນີ້ ເຮົາກໍຄວນກຽມຮັບມືກັບລະດູໜາວໃຫ້ພ້ອມ ເພື່ອໃຫ້ຮ່າງກາຍສາມາດຕໍ່ສູ້ກັບລົມໜາວ  ແລະ ມີສຸຂະພາບແຂງແຮງ ຫ່າງໄກຈາກໂຣກໄພໄຂ້ເຈັບ ດັ່ງນັ້ນມື້ນີ້ເຮົາໄດ້ນຳ 7 ຂໍ້ປະຕິບັດດີໆ ທີ່ສາວໆຄວນເຮັດໃນລະດູໜາວມາຝາກກັນ.

  1. ອອກກຳລັງກາຍຢ່າງສະໝ່ຳສະເໝີ

ຈະໜາວປານໃດກໍຕ້ອງກຽມຮ່າງກາຍໃຫ້ແຂງແຮງໄວ້ກ່ອນ ພຽງແຕ່ແລ່ນອອກກຳລັງກາຍຕອນເຊົ້າເພື່ອໃຫ້ຮ່າງກາຍຜ່ອນຄາຍ ກໍຈະເຮັດໃຫ້ສົດຊື່ນໄດ້ ເພາະອາກາດຈະໜາວພຽງໃດ ການອອກກຳລັງກາຍຈະຊ່ວຍໃຫ້ຮ່າງກາຍອົບອຸ່ນໄດ້ສະເໝີ ແລະ ສຸຂະພາບກໍຈະແຂງແຮງ ຫ່າງໄກຈາກໂຣກໄພໄຂ້ເຈັບ ທີ່ມາພ້ອມກັບອາກາດໜາວ.

2. ຕີນມືຕ້ອງອຸ່ນ

ເຖິງວ່າຮ່າງກາຍຈະແຂງແຮງພຽງໃດ ກໍຕ້ອງເຮັດໃຫ້ຮ່າງກາຍອົບອຸ່ນໄວ້ກ່ອນ, ນອກຈາກເສື້ອກັນໜາວ ແລະ ໂສ້ງຂາຍາວແລ້ວ ສິ່ງສຳຄັນຢ່າລືມໃສ່ຖົງມື, ຖົງຕີນ ເພື່ອໃຫ້ຄວາມອົບອຸ່ນນຳ ເພາະເນື່ອງຈາກມື ແລະ ຕີນນັ້ນເປັນແຫ່ງລວມເສັ້ນປະສາດ ຫາກປ່ອຍໃຫ້ເຢັນຈົນແຂງ ກໍອາດຈະເຮັດໃຫ້ເປັນຫວັດໄດ້ງ່າຍໆ.

3. ກິນອາຫານທີ່ມີປະໂຫຍດຕໍ່ຮ່າງກາຍ

ເມື່ອເຂົ້າລະດູໜາວ ຄົນສ່ວນໃຫຍ່ມັກຈະເປັນໄຂ້ຫວັດ ດັ່ງນັ້ນຄວນປ້ອງກັນຕົນເອງໄວ້ກ່ອນ ໂດຍການເລືອກກິນອາຫານທີ່ມີປະໂຫຍດຕໍ່ຮ່າງກາຍ ເພາະນີ້ເປັນຕົວຊ່ວຍສຳຄັນ ໃນການເພີ່ມພູມຕ້ານທານ ໃຫ້ກັບຮ່າງກາຍໄດ້ຢ່າງດີເລີຍ ໂດຍການກິນອາຫານໃຫ້ຄົບ 5 ໝູ່ເຊັ່ນ: ຜັກ, ໝາກໄມ້ ແລະ ເນັ້ນອາຫານທີ່ມີທາດເຫຼັກ ຢ່າງຊິ້ນສັດ, ຖົ່ວ, ເຕົ້າຫູ້ ແລະ ໄຂ່ ເຊິ່ງທາດເຫຼັກຈະຊ່ວຍປ້ອງກັນໄຂ້ຫວັດ ແລະ ເພີ່ມພູມຕ້ານທານໃຫ້ກັບຮ່າງກາຍໄດ້ເປັນຢ່າງດີ.

4. ກິນວິຕາມິນ

ສຳລັບໃຜທີ່ມີຮ່າງກາຍອ່ອນແອຢູ່ແລ້ວ ຫາກພົບກັບອາກາດໜາວແຮງ ກໍຈະເຮັດໃຫ້ອາການຮ້າຍແຮງລົງກວ່າເກົ່າ ດັ່ງນັ້ນຄວນຈະປ້ອງກັນເອົາໄວ້ກ່ອນ ໂດຍການກິນອາຫານທີ່ມີປະໂຫຍດ ຄວບຄູ່ໄປກັບວິຕາມິນ ເພື່ອເພີ່ມພູມຄຸ້ມກັນ ໃຫ້ກັບຮ່າງກາຍເຊັ່ນ: ວິຕາມິນເອ, ວິຕາມິນອີ, ວິຕາມິນຊີ ເຊິ່ງວິຕາມິນເຫຼົ່ານີ້ຈຳເປັນຫຼາຍ ທີ່ຈະຊ່ວຍໃຫ້ຫ່າງໄກຈາກໄຂ້ຫວັດໄດ້.

5. ບໍ່ຄວນອາບນ້ຳອຸ່ນເກີນໄປ

ໃນຍາມໜາວບໍ່ຄວນອາບນ້ຳອຸ່ນເກີນໄປ ແລະ ດົນເກີນໄປ ໂດຍສະເພາະການລ້າງໜ້າ ເພາະນ້ຳອຸ່ນຈະເຮັດໃຫ້ຄວາມຊຸ່ມຊື່ນຂອງຜີວຫາຍໄປ ນອກຈາກນັ້ນຄວນຫຼີກລ້ຽງຜະລິດຕະພັນ ທີ່ມີຟອງຫຼາຍ ເພາະຈະດຶງຄວາມຊຸ່ມຊື່ນໄປຈາກຜີວ ແລະ ບໍ່ຄວນຂັດຜີວແຮງ ເພາະຈະເຮັດໃຫ້ຜີວລອກຫຼາຍຂຶ້ນ, ນອກຈາກນີ້ ກໍບໍ່ຈຳເປັນຕ້ອງສະຜົມຕະຫຼອດ ເພາະອາດຈະເຫັນໃຫ້ໜັງຫົວແຫ້ງເກີນໄປ.

6. ບຳລຸງຜີວໃຫ້ຊຸ່ມຊື່ນຢູ່ສະເໝີ

ຊ່ວງລະດູໜາວແບບນີ້ ຈຳເປັນຫຼາຍທີ່ຈະຕ້ອງທາໂລຊັ້ນບຳລຸງຜີວ ຫຼັງອາບນ້ຳຂະນະທີ່ຜີວຍັງຊຸ່ມຢູ່ ຈະຊ່ວຍປ້ອງກັນຜີວແຫ້ງ, ແຕກ ແລະ ລອກ ໃນລະດູໜາວໄດ້ເປັນຢ່າງດີ ທີ່ສຳຄັນການທາຄຣີມ ບໍ່ແມ່ນທາສະເພາະສ່ວນໃດສ່ວນໜຶ່ງເທົ່ານັ້ນ ແຕ່ຄວນທາໃຫ້ທົ່ວຮ່າງກາຍ, ນອກຈາກນີ້ຢ່າລືມເພີ່ມຄວາມຊຸ່ມຊື່ນ ໃຫ້ກັບປາກຂອງເຮົານຳ ໂດຍການເອົາລີບສະຕີກ ຕິດຕົວໄວ້ຕະຫຼອດເວລາ ຈະຊ່ວຍໃຫ້ປາກຊຸ່ມຊື່ນຕະຫຼອດໝົດມື້ໄດ້ແນ່ນອນ.

7. ດື່ມເຄື່ອງດື່ມທີ່ໃຫ້ຄວາມອົບອຸ່ນແກ່ຮ່າງກາຍ

ອາກາດໜາວໆແບບນີ້ ກ່ອນນອນຄວນດື່ມນົມອຸ່ນ ຫຼື ນ້ຳອຸ່ນ ຈັກຈອກ 1 ຫາ 2 ຈອກ ຈະຊ່ວຍໃຫ້ຮ່າງກາຍອົບອຸ່ນຂຶ້ນໄດ້ ແລະ ນອກຈາກຮ່າງກາຍຈະອົບອຸ່ນແລ້ວ ຍັງຊ່ວຍບຳລຸງໃຫ້ຮ່າງກາຍເຂັ້ມແຂງຂຶ້ນໄດ້ອີກດ້ວຍ.

ແລະນີ້ຄື 7 ຂໍ້ຄວນປະຕິບັດງ່າຍໆ ທີ່ບໍ່ຄວນລະເລີຍໃນລະດູໜາວນີ້ ເມື່ອຮູ້ກັນແລ້ວ ຢ່າລືມນຳໄປປະຕິບັດກັນນຳເດີ ຈະໄດ້ມີສຸຂະພາບດີກັນທົ່ວໜ້າ ແລະ ປອດໄພຈາກໄຂ້ຫວັດຕະຫຼອດລະດູໜາວນີ້.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...