Articles by

Soukanya InsideLaos

ສຕລ ຂາຍປີ້ 10.000 ກີບ! ເພື່ອເຂົ້າເບິ່ງບານເຕະຮອບຄັດເລືອກ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ

ສຳລັບການແຂ່ງຂັນບານເຕະ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກດັ່ງກ່າວ ມີທັງໝົດ 43 ທີມ ເຂົ້າຮ່ວມ ໂດຍໄດ້ແບ່ງອອກເປັນ 10 ກຸ່ມ, ຊຶ່ງອັນດັບ 1 ຂອງແຕ່ລະກຸ່ມແມ່ນຈະໄດ້ຜ່ານເຂົ້າຮອບ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດຈຳນວນ 5-6 ທີມ ຈະໄດ້ຜ່ານເຂົ້າຮອບສຸດທ້າຍ ທີ່ປະເທດອຸສະເບກິສຖານ ໃນປີ 2023.

ຈາກຄວາມຫຼົງໄຫຼມົນສະເໜ່ລາຍຜ້າໄໝລາວເດີມ ຈຶ່ງເກີດມີ “ເຮືອນສະເໜ່”

ທ້າວ ພອນປະເສີດ ຈິນດາໄມ, 31 ປີ ເປັນອີກບຸກຄົນໜຶ່ງທີ່ຫຼົງໄຫຼມົນສະເໜ່ຂອງລາຍຜ້າໄໝບູຮານຂອງລາວ ໂດຍສະເພາະແມ່ນ ລາຍຜ້າແບບ ຫຼວງພະບາງ ທີ່ມີຄວາມງົດງາມເປັນເອກະລັກສະເພາະຕົວ ເຂົາຈຶ່ງຜັນຕົວມາເປັນ ນັກອອກແບບ ແລະ ໄດ້ເປີດຫ້ອງເສື້ອທີ່ມີຊື່ວ່າ "ເຮືອນສະເໜ່" ເພື່ອສື່ເຖິງເອກະລັກຂອງຄວາມເປັນລາວບູຮານ ແລະ ມົນສະເໜ່ຂອງຜ້າໄໝລາວ.

ແຂວງ ອຸດົມໄຊ ຄາດວ່າຈະໄດ້ນຳໃຊ້ງົບປະມານຫຼາຍກ່ວາ 60 ຕື້ກີບ ເພື່ອຟື້ນຟູຜົນກະທົບຈາກພາຍຸມາອອນ

ເນື່ອງຈາກພາຍຸມາອອນ ເຮັດໃຫ້ເກີດຜົນກະທົບຢ່າງຫຼວງຫຼາຍ ຢູ່ເມືອງໄຊ, ເມືອງຫຼາ ແລະ ເມືອງ ນາໝໍ້ ແຂວງ ອຸດົມໄຊ ໂດຍສະເພາະ ເມືອງໄຊ ທີ່ເປັນເທດສະບານແຂວງ ທີ່ໄດ້ຮັບຄວາມເສຍຫາຍໜັກທີ່ສຸດ ສັ້ນທາງຫຼາຍເສັ້ນໄດ້ຮັບຄວາມເສຍຫາຍ ໃນນັ້ນ ມີທາງຫຼວງແຫ່ງຊາດ 2 ເສັ້ນທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ແລະ ຂົວ 44 ແຫ່ງກໍຂາດ ຈົນເຮັດມຫ້ສັນຈອນລໍາບາກ.

ນັກສຶກສາ ນິເທດສິນ ໄດ້ 3 ລາງວັນ ໃນການແຂ່ງຂັນຮູບເງົາສັ້ນລະດັບພາກພື້ນ “Digicon6 Asia ຄັ້ງທີ 3”.

ການແຂ່ງຂັນຮູບເງົາສັ້ນລະດັບພາກພື້ນ Digicon6 Asia ຄັ້ງທີ 3 ຈັດໂດຍ ມູນນິທິຍີ່ປຸ່ນ ແລະ ກົມຮູບເງົາ, ກະຊວງຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ. ງານແຂ່ງຂັນຄັ້ງນີ້ໄດ້ມີການເປີດຮັບສະໝັກຜົນງານຕັ້ງແຕ່ 15 ສິງຫາ 2022 ທີ່ຜ່ານມາ ແລະ ໄດ້ປະກາດຜົນໃນ 3 ກັນຍາ 2022 ທີ່ກົມຮູບເງົາ

Samsung ໄດ້ວາງຂາຍ Galaxy Z Flip4 ແລະ Galaxy Z Fold4 ຢ່າງເປັນທາງການທົ່ວປະເທດ ລາຄາດີ, ສີພິເສດ, ແລະ ຂອງແຖມສະເພາະເດືອນນີ້ເທົ່ານັ້ນ.

Samsung ເປີດເຜີຍວ່າ Galaxy Z Flip4 ແລະ Galaxy Z Fold4 ຍັງເປັນດາວເດັ່ນຂອງຕະຫຼາດໂທລະສັບມືຖືຈໍພັບໃນປີນີ້ ອີງຕາມການຕອບຮັບຂອງຜູ້ບໍລິໂພກ ແລະ ຍອດການຈອງຈົນຮອດວັນທີ 1 ກັນຍາທີ່ຜ່ານມານີ້ ສະແດງໃຫ້ເຫັນເຖິງຄວາມພ້ອມຂອງຕະຫຼາດໂທລະສັບມືຖືຫນ້າຈໍພັບ, ເຊິ່ງກໍາລັງຈະກາຍເປັນມາດຕະຖານໃໝ່ຂອງໂທລະສັບມືຖືໃນອີກບໍ່ດົນ

ເປີດສົກຮຽນໃໝ່ 2022-2023 ເນັ້ນປັບປຸງສະພາບແວດລ້ອມການສຶກສາໃຫ້ດີຂຶ້ນ.

ໃນວັນທີ 1 ກັນຍາ 2022 ຢູ່ສູນຂໍ້ມູນຂ່າວ ສານການສຶກສາ ແລະ ກິລາ ໄດ້ຈັດພິທີເປີດສົກຮຽນໃໝ່ 2022-2023 ໃນທົ່ວປະເທດຢ່າງເປັນທາງການ ໂດຍການກ່າວເປີດພິທີຂອງທ່ານ ຮອງສາສະດາຈານ ດຣ. ພຸດ ສິມມາລາວົງ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ.

6 ເດືອນຕົ້ນປີ 2022 ຄຳມ່ວນ ມີນັກທ່ອງທ່ຽວພາຍໃນ ມາທ່ຽວຫຼາຍທີ່ສຸດ.

ອີງຕາມຂໍ້ມູນຈາກ ພະແນກສະຖິຕິ ແລະ ວິໄຈການທ່ອງທ່ຽວ, ກົມພັດທະນາການທ່ອງທ່ຽວ, ກະຊວງຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຕົ້ນປີ 2022 ມີຈໍານວນນັກທ່ອງທ່ຽວພາຍໃນເຂົ້າທ່ອງທ່ຽວໃນບັນດາແຂວງທົ່ວປະເທດເຖິງ 756.338 ຄົນ ແລະ ແຂວງທີ່ນັກທ່ອງທ່ຽວເດີນທາງໄປຫຼາຍທີ່ສຸດ ແມ່ນແຂວງຄໍາມ່ວນ ທີ່ມີເຖິງ 161. 092 ຄົນ, ຮອງລົງມາແມ່ນແຂວງ ສະຫວັນນະເຂດ 120.357 ຄົນ.

NAKHONE PICTURE ຈາກ ລາວ ຊະນະເລີດແຂ່ງຂັນ “ຮູບເງົາສັ້ນຫົວໃຈແກ່ນ”

ຈົບໄປແລ້ວ ສໍາລັບ ເທດສະການຮູບເງົາເມືອງແຄນ ຄັ້ງທີ 6  ທີ່ຈັດຂຶ້ນໃນລະຫວ່າງ ວັນທີ 24-28 ສິງຫາ 2022 ທີ່ ຈັງຫວັດ ຂອນແກ່ນ, ປະເທດໄທ ເຊິ່ງໃນປີນີ້ກໍມີຫຼາກຫຼາຍກິດຈະກໍາໃຫ້ມວນຊົນໄດ້ຮ່ວມມ່ວນຊື່ນ.