Articles by

Soukanya InsideLaos

ຖ້ຳປິວ ເມືອງຄຳ, ແຂວງ ຊຽງຂວາງ ສະຖານທີ່ປະຫວັດສາດທີ່ຄົນລາວບໍ່ມີວັນລືມ

ຖ້ຳປິວ ເປັນອະນຸສອນສະຖານ ແລະ ເປັນແຫຼ່ງທ່ອງທ່ຽວທາງ ປະຫວັດສາດ ອັນເປັນສັນຍາລັກແຫ່ງຄວາມໂຫດຮ້າຍຂອງສົງຄາມໃນອາດີດ, ເປັນສະຖານທີ່ ທີ່ 374 ຊີວິດ ຈົບລົງພ້ອມກັນແບບບໍ່ໄດ້ສັ່ງລາຄອບຄົວ ເຊິ່ງຕັ້ງຢູ່ເທິງຜາຫິນສູງຊັນ ໃນເຂດບ້ານ ບວມລອງ, ເມືອງ ຄຳ, ແຂວງ ຊຽງຂວາງ ຫ່າງຈາກເທສະບານແຂວງ ຊຽງຂວາງ ປະມານ 57 ກິໂລແມັດ.

ຫຼາຍສິ່ງທີ່ທ່ານຄວນເຮັດ ກ່ອນຮອດອາຍຸ 30 ປີ.

ໃນຊ່ວງອາຍຸ 20-30 ປີ ເປັນຊ່ວງໄລຍະເວລາທີ່ສຳຄັນຂອງຊີວິດ ໃນການເຂົ້າສູ່ໄວເຮັດວຽກຢ່າງເຕັມໂຕ ມີເງິນເດືອນ, ມີສັງຄົມ ແລະ ເພື່ອຮ່ວມງານກຸ່ມໃໝ່ ເຊິ່ງເປັນຊ່ວງເວລາທີ່ທ້າທາຍ ແລະ ອາດຈະເຮັດໃຫ້ຫຼາຍຄົນຮູ້ສຶກກັງວົນໄປໃນຂະນະດຽວກັນ.

ການບໍລິຫານເວລາທີ່ດີ ຄວນເຮັດແນວໃດ?

ຄົນເຮົາທຸກຄົນ ມີເວລາເທົ່າກັນ, ແຕ່ບາງຄົນໃຊ້ເວລາເສຍຖິ້ມໄປຊື່ໆ ໂດຍທີ່ບໍ່ເກີດປະໂຫຍດຫຍັງ ແລ້ວກໍບອກວ່າໂຕເອງບໍ່ມີເວລາ; ມື້ນີ້ ອິນໄຊລາວ ມີວິທີ ທີ່ຈະເຮັດໃຫ້ເຈົ້າບໍລິຫານຈັດການເວລາໄດ້ຢ່າງຖືກຕ້ອງ, ມີເວລາໃຫ້ກັບຊີວິດຫຼາຍຂຶ້ນ ແລະເຮັດໃຫ້ການໃຊ້ຊີວິດງ່າຍຂຶ້ນນຳອີກ.

ເຄັດລັບດີໆ! ສ້າງຄວາມສຸກດ້ວຍໂຕເອງ

ຫຼາຍຄົນມັກຈະເບິ່ງຫາຄວາມສຸກ ແຕ່ຊ້ຳພັດບໍ່ເຄີຍຮູ້ເລີຍວ່າ ຄວາມສຸກນັ້ນ ສ້າງຂຶ້ນໄດ້ງ່າຍໆດ້ວຍໂຕທ່ານເອງ ໂດວຍບໍ່ຕ້ອງໄດ້ໄປຊອກຫາມັນຈາກບ່ອນອື່ນ ພຽງແຕ່ທ່ານຕ້ອງປ່ຽນມຸມມອງຂອງທ່ານໃໝ່ ທຳອິດທ່ານອາດຈະຄິດວ່າມັນຍາກ ແຕ່ຖ້າລອງຝຶກຝົນໄປເທື່ອລະໜ້ອຍ ເມື່ອທ່ານເກັ່ງຂຶ້ນ ທ່ານຈະເຮັດມັນໄດ້ງ່າຍໆແບບບໍ່ຕ້ອງພະຍາຍາມອີກເລີຍ.

ຈັບຕາເບິ່ງ ໂອມິຄຣອນ ສາຍພັນ BA.5! ລາມມາ 2 ປະເທດອາຊຽນແລ້ວ.

ພາຍຫຼັງທີ່ເດືອນ ພຶດສະພາ 2022 ທີ່ ປະເທດສິງກະໂປ ກວດພົບ ໂຄວິດ-19 ໂອມິຄຣອນກາຍພັນ ສາຍພັນ BA.5, ຈົນມາຮອດເດືອນ ມິຖຸນາ ກໍມີຜົນຢັ້ງຢືນ BA.5 ຈາກຟິລິບປິນອອກມາແລ້ວວ່າ ມີຜູ້ຕິດເຊື້ອພາຍໃນປະເທດແລ້ວ ແລະ...

Meta ຮ່ວມສະເຫຼີມສະຫຼອງ ເດືອນແຫ່ງຄວາມພາກພູມໃຈໄປພ້ອມໆກັບຊຸມຊົນ LGBTQ+ ແລະ ນັກສ້າງເນື້ອຫາ

Meta ກຳລັງສະເຫຼີມສະຫຼອງເດືອນແຫ່ງຄວາມພາກພູມໃຈ ດ້ວຍການເປີດໂຕຊຸດຟີເຈີ້ໃນ Theme ດຽວກັນ ເຊິ່ງລວມມີ ອາວາຕາ, ເອັບເຟັກຕ່າງໆ ແລະ ຊຸດສະຕິກເກີໃນທົ່ວແພັດຟອມ, ເພື່ອເປັນການສະເຫຼີມສະຫຼອງໃຫ້ແກ່ຊຸມຊົນເພດທາງເລືອກ ຫຼື LGBTQ+ ທີ່ພວມສ້າງວັດທະນະທຳ ແລະ ຍັງເປັນການປຸກລະດົມໃຫ້ເຫັນວ່າພວກເຂົາສາມາດສະແດງຕົວຕົນທາງເພດ ຜ່ານແພັດຟອມຕ່າງໆແນວໃດ.

ໃຊ້ຊີວິດແບບພໍພຽງ! ກໍປະຢັດລາຍຈ່າຍໄດ້ເຊັ່ນກັນ.

ໃນຍຸກເສດຖະກິດແບບນີ້ ຖ້າບອກວ່າບໍ່ຕ້ອງປະຢັດກໍຄົງບໍ່ໄດ້ແລ້ວ! ແຕ່ການປະຢັດຂອງແຕ່ລະຄົນ, ແຕ່ລະຄອບຄົວ ກໍມີວິທີ ທີ່ແຕກຕ່າງກັນ ແຕ່ກໍມີເປົ້າໝາຍອັນດຽວກັນ ຄື ຫຼຸດລາຍຈ່າຍພາຍໃນຄອບຄົວລົງ ແລະ ໃຫ້ມີເງິນເກັບຫຼາຍຂຶ້ນ, ບໍ່ສະເພາະແຕ່ການເກັບອອມ ແຕ່ລວມໄປເຖິງການຄວບຄຸມ ຄ່າໃຊ້ຈ່າຍຕ່າງໆ ໄປນຳ.

ກິນຖົ່ວລຽນແນວໃດ! ໃຫ້ຄຸ້ມຄ່າກັບລາຄາທີ່ຊື້ມາແພງ

ຫຼາຍຄົນທີ່ຊື້ໝາກຖົ່ວລຽນມາກິນ ກໍຄົງຮູ້ດີວ່າລາຄາຂ້ອນຂ້າງສູງ ແຕ່ເຮັດແນວໃດໄດ້ແນວວ່າເປັນສິ່ງທີ່ເຮົາມັກແພງປານໃດກໍຊື້ມາກິນ, ມັນຈະດີກວ່າບໍ່ ທີ່ເຮົາຈະກິນຖົ່ວລຽນໃຫ້ຄຸ້ມຄ່າກັບເງິນທີ່ເຮົາຊື້ມາແພງ, ສາມາດກິນໄດ້ທັງນວນ, ແກ່ນ ແລະ ເປືອກ ເຊິ່ງຈະມີວິທີ່ແນວໃດນັ້ນ ໄປເບິ່ງນຳກັນເລີຍ!