Articles by

Soukanya InsideLaos

ແອວກໍຮໍ! ດື່ມຫຼາຍ ອາຍຸສັ້ນ

ຟັງເອົາເດີນັກດື່ມທັງຫຼາຍ! ຜົນການວິໄຈຄັ້ງໃໝ່ເຕືອນວ່າ ການດື່ມສິ່ງມຶນເມົາຫຼາຍ ໄດ້ຂ້າຄົນໄວກວ່າສູູບຢາສູບ ໂດຍສະເພາະໃນກຸ່ມຜູ້ຍິງ, ສ່ວນພາບລວມແລ້ວ ຜູ້ທີ່ຕິດສິ່ງມຶນເມົາຈະມີອາຍຸໄຂສັ້ນກວ່າຄົນທົ່ວໄປເຖິງ 20 ປີ.

ງານຜະລິດຕະພັນລາວ 2022 ເນັ້ນສົ່ງເສີມຄວາມເປັນລາວ ໃຫ້ຫຼາຍຂຶ້ນ 

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ຈັດງານຜະລິດຕະພັນລາວ ຄັ້ງທີ 9 ຫຼື Made In Laos 2022 ໃນລະຫວ່າງ ວັນທີ 18-28 ກຸມພາ 2022 ໂດຍຈະເນັ້ນໃສ່ ການສົ່ງເສີມຄວາມເປັນລາວ ແລະ ພັດທະນາ ຜະລິິິິິິດຕະພັນລາວໃຫ້ຫຼາຍຂຶ້ນກວ່າເກົ່າ, ເຊິ່ງປີນີ້ ແມ່ນໄດ້ມີການຕົບແຕ່ງທີ່ເປັນເອກະລັກແບບລາວ ສຳລັບການທ່ອງທ່ຽວຂອງ ເມືອງມໍລະດົກໂລກ ຫຼວງພະບາງ.

ລາວ ປະທະ ໄທ ຮອບຮອງຊະນະເລີດ ບານເຕະ U23 ຊິງແຊ້ມອາຊຽນ 2022 

ພາຍຫຼັງທີ່ ທັບນັກກິລາບານເຕະຊາຍ ທີມຊາດລາວ ລຸ້ນອາຍຸບໍ່ເກີນ 23 ປີ ສ້າງປະຫວັດສາດໃນການເຂົ້າສູ່ຮອບຮອງຊະນະເລີດ ໃນລາຍການ ບານເຕະຊິງແຊ້ມອາຊຽນ AFF U23 CHAMPIONSHIP 2022 ຫຼັງຈາກທີ່ເອົາຊະນະ ທີມຊາດມາເລເຊຍ ມາ 2 ນັດຕິດ 2-1 ແລະ 2-0 ຜ່ານເຂົ້າສູ່ຮອບຮອງຊະນະເລີດມາໄດ້ ໂດຍຈະມາພົບກັບ ທີມຊາດໄທ ທີ່ເອົາຊະນະ ທີມຊາດສິງກະໂປ 3-1 ແລະ ມາເສຍໃຫ້ ຫວຽດນາມ 0-1 ເປັນອັນດັບທີ 2 ຂອງກຸ່ມ. 

ມອບເຄື່ອງ ແລະ ອຸປະກອນການສຶກສາ ໃຫ້ໂຮງຮຽນຊົນເຜົ່າ ແຂວງ ຫຼວງນໍ້າທາ.

ສູນກາງແນວລາວສ້າງຊາດ ຮ່ວມກັບ ມູນນິທິ ຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປລາວ ແລະ ຄອບຄົວໃຈບຸນ ໄດ້ມອບເຄື່ອງອຸປະໂພກ, ບໍລິໂພກ ແລະ ອຸປະກອນການສຶກສາ ໃຫ້ໂຮງຮຽນສາມັນກິນນອນຊົນເຜົ່າ ເມືອງ ນາແລ, ແຂວງ ຫຼວງນໍ້າທາ ໂດຍໄດ້ຈັດຂຶ້ນ ໃນວັນທີ 22 ກຸມພາ 2022 ນີ້ຢູ່ທີ່ ເດີ່ນໂຮງຮຽນ ສາມັນກິນນອນຊົນເຜົ່າ.

ມາຮອດແລ້ວ! ລົດໄຟທໍາມະດາ ພ້ອມໃຫ້ບໍລິການ ໄວໆນີ້.

ຂະບວນລົດໄຟທໍາມະດາ ໄດ້ເດີນທາງມາຮອດສະຖານີ ນະຄອນຫຼວງ ວຽງຈັນ ແລ້ວເມື່ອວັນທີ 18 ກຸມພານີ້, ເພື່ອຮອງຮັບຈໍານວນຜູ້ໂດຍສານທີ່ນັບມື້ນັບເພີ່ມຂຶ້ນ ເປັນຈໍານວນຫຼວງຫຼາຍ ໂດຍສະເພາະໃນ ວັນເສົາ ແລະ ວັນອາທິດ.

ເຮັດແບບນີ້! ຖ້າຢາກສົດຊື່ນໄດ້ໝົດມື້

ທ່ານເຄີຍເປັນບໍ່ວ່າ ໃນແຕ່ລະມື້ທີ່ມາວຽກ ຈະມັກມີອາການເພຍໆ, ບໍ່ສົດຊື່ນ ຫຼັງຈາກທີ່ນັ່ງເຮັດວຽກໄປໄລຍະໜຶ່ງ ຄ້າຍໆ ຄືກັບຄົນທີ່ພັກຜ່ອນບໍ່ພຽງພໍ ທັ້ງໆ ທີ່ເຮົາກໍນອນຫຼັບພຽງພໍແລ້ວ ແລະ ກໍກິນອາຫານທີ່ມີປະໂຫຍດປະຈຳ ແຕ່ເປັນຫຍັງຄືຍັງເປັນຢູ່. ເຊິ່ງສິ່ງທີ່ທ່ານເປັນຢູ່ນັ້ນອາດເປັນເພາະທ່ານເຮັດບໍ່ຖືກວິທີ ຫຼື ບໍ່ສົມດຸນ ສະນັ້ນ, ທ່ານຄວນລອງເຮັດວິທີຕໍ່ໄປນີ້ ອາດຈະເຮັດໃຫ້ທ່ານ ສົດຊື່ນໄດ້ໝົດມື້.

ປີນີ້! ເມືອງ ພູວົງ ມີແຜນຈະສ້ອມແປງ ແລະ ກໍ່ສ້າງເສັ້ນທາງ ຫຼາຍສາຍ.

ອີງຕາມການລາຍງານຂອງທ່ານ ທິດສະຫັວນ ໄຊຍະແສງ, ຮອງເຈົ້າເມືອງ ພູວົງ, ແຂວງ ອັດຕະປື ໃນກອງປະຊຸມ ຄະນະບໍລິຫານງານພັກເມືອງ ຄັ້ງທີ 6 ສະໄໝທີ V ທີ່ສໍາເລັດຫວ່າງບໍ່ດົນມານີ້ ໃຫ້ຮູ້ວ່າ: ປີ 2022 ນີ້ເມືອງ ພູວົງ, ແຂວງ ອັດຕະປື ມີແຜນການຈະສ້ອມແປງ ແລະ ກໍ່ສ້າງເສັ້ນທາງຫຼາຍສາຍ ໂດຍສະເພາະ ທາງຫຼວງແຫ່ງຊາດ ແລະ ບູລະນະຮັກສາ ດ້ວຍແຮງງານ

ໝາກຍົມສົ້ມໆ ແຕ່ດີຕໍ່ສຸຂະພາບ.

ຜູ້ທີ່ມັກກິນສົ້ມ ພໍແຕ່ເຫັນໝາກຍົມ ກໍນຳ້ລາຍໄຫຼແລ້ວ! ດ້ວຍຣົດສົ້ມແບບນີ້ ແນ່ນອນວ່າ ມັນມີວິຕາມິນ C ສູງ ທີ່ສາມາດຕ້ານຫວັດໄດ້ດີ ລວມທັງມີລິດ ໃນການສະກັດ ຂີ້ກະເທີ່ ດ້ວຍການກິນໝາກສຸກ ຫຼື ໝາກດິບກໍໄດ້.