Articles by

Soukanya InsideLaos

ເລີ່ມທົດລອງແລ້ວ! ວັກຊີນປ້ອງກັນ ໂຣກເອດສ໌

ສຳນັກຂ່າວ tna.mcot.net ໄດ້ລາຍງານວ່າ: ໂມເດີຣ໌ນາ ອິງຄ໌ ແລະ ໂຄງການພັດທະນາ ວັກຊີນ ປ້ອງກັນໂຣກເອດສ໌ ລະຫວ່າງປະເທດ (IAVI) ເປີດເຜີຍ ໃນການເລີ່ມທົດລອງໄລຍະທຳອິດຂອງ ວັກຊີນ ປ້ອງກັນ ໄວຣັສ HIV ເຊິ່ງເປັນສາເຫດຂອງ ໂຣກເອດສ໌ ໂດຍໃຊ້ ເຕັກໂນໂລຊີ mRNA ໃນກຸ່ມອາສາສະໝັກ ຜູ້ໃຫຍ່ 56 ຄົນ ທີ່ມີຜົນກວດຫາເຊື້ອ HIV ເປັນລົບ. 

ໝາກສີດາ ພາໃຫ້ໜ້າງາມ

ສີດາ ເປັນໝາກໄມ້ທີ່ສາວໆ ໃນໝູ່ເກາະ ມະຫາສະໝຸດປາຊີຟິກ ນິຍົມໃຊ້ເປັນເຄື່ອງສຳອາງທາຜິວໜ້າ ໂດຍທີ່ນວນຂອງມັນມີ ໂພແທັດຊຽມ, ນຳ້ຕານ ແລະ ກົດອະມີໂນ ທີ່ສາມາດດຶງນຳ້ໃຫ້ຢູ່ໃນຊັ້ນເທິງຂອງຜົວໜ້າ ເຮັດໃຫ້ຜິວພັນຊຸ່ມ ແລະນຽນໃສ.

7 ເຫດຜົນ ທີ່ຄວນອອກກຳລັງກາຍ ໃນຍາມໜາວ

ຖ້າເວົ້າເລື່ອງການອອກກຳລັງກາຍ ສຳລັບຄົນຂີ້ຄ້ານ ຍາມໜາວແບບນີ້ ຍິ່ງບໍ່ຕ້ອງເວົ້າເຖິງ, ຍາມເຊົ້າໆ ມັກຈະນອນລີ້ຢູ່ຜ້າຫົ່ມ ແມ່ນບໍ່? ແຕ່ຜູ້ຊ່ຽວຊານແນະນຳວ່າ ຍາມໜາວແບບນີ້ ຍິ່ງຄວນອອກກຳລັງກາຍ ແລະ ຕໍ່ໄປນີ້ຄື 7 ເຫດຜົນຕ່າງໆ ທີ່ທ່ານຄວນອອກກຳລັງກາຍ ໃນຍາມໜາວ.  

ຊົມຄວາມງົດງາມ 3 ນ້ຳຕົກຕາດ ທີ່ແຂວງ ວຽງຈັນ.

ຕາດປາຍ, ຕາດກາງ ແລະ ຕາດຊາວວາ (ຫຼື ຕາກຊາວາ) ເປັນ 3 ນ້ຳຕົກຕາດ ທີ່ມີຄວາມສວຍງາມ ແລະ ອຸດົມສົມບູນ ເຊິ່ງຕັ້ງຢູ່ໃກ້ກັບບ້ານ ນ້ຳແຄ້, ເມືອງ ທຸລະຄົມ, ແຂວງ ວຽງຈັນ.

ຍັງບໍ່ທັນເປີດເທື່ອ! ບໍລິການຂົນສົ່ງໂດຍສານ ລະຫວ່າງປະເທດ ລາວ-ໄທ

ຈາກການລາຍງານຂອງເວັບໄຊ matichon.co.th ທີ່ໄດ້ລາຍງານວ່າ ໃນວັນທີ 1 ກຸມພາ 2022 ນີ້ ທີ່ຈະມາເຖິງນີ້ ຈະມີການເປີດໃຫ້ບໍລິກາຂົນສົ່ງໂດຍສານລະຫວ່າງປະເທດ ລາວ-ໄທ ໃນ 13 ສາຍທາງ ຄື:  

ໄປຜະຈົນໄພທີ່ “ພູຜາດ່າງ” ກັນບໍ່!

ພູຜາດ່າງ ຖືວ່າເປັນອີກສະຖານທີ່ໜຶ່ງ ທີ່ນັກຜະຈົນໄພທັງຫຼາຍຢາກໄປສຳພັດ ເພາະເປັນຜາທີ່ສູງອັນດັບຕົ້ນໆ ໃນ ລາວ ເຊິ່ງຕັ້ງຢູ່ທີ່ ສາຍພູເຂົາຄວາຍ, ເມືອງ ທຸລະຄົມ, ແຂວງ ວຽງຈັນ ຫ່າງຈາກ ນະຄອນຫຼວງ ວຽງຈັນ ປະມານ 60 ກິໂລແມັດ ແລະ ຖືວ່າເປັນຜາສັກສິດ ເພາະມີພະພຸດທະຮູບເກົ່າແກ່ບູຮານ ຢູ່ເທິງຍອດພູຜາດ່າງນຳອີກ.

ຢຸດເຊື້ອ ເພື່ອເມຍ

ໂດຍທົ່ວໄປແລ້ວ ເຮົາອາດຈະເຂົ້າໃຈວ່າ ຄົນທີ່ມີໂອກາດຕິດເຊື້ອ ໄວຣັສ  HPV ຈົນກໍ່ໃຫ້ເກີດ “ມະເຮັງປາກມົດລູກ” ຕ້ອງເກີດສະເພາະກັບແມ່ຍິ່ງເທົ່ານັ້ນ! ເຊິ່ງເປັນຜົນເຮັດໃຫ້ແມ່ຍິງ ສາມາດປ້ອງກັນເຊື້ອ HPV ໄດ້ດ້ວຍການ ສັກວັກຊີນ. ແລ້ວຜູ້ຊາຍເດ້! HPV ມີຜົນກັບພວກເຂົາ ຫຼື ບໍ່ ຖ້າຫາກວ່າມີຜົນກັບຜູ້ຊາຍ ຈະສົ່ງຜົນແນວໃດກັບພວກເຂົາ ຈະຮ້າຍແຮງ ຫຼື ບໍ່ ແລະ ສາມາດ ສັກວັກຊີນ ເພື່ອປ້ອງກັນເຊື້ອ ໄວຣັສ ໄດ້ຄືກັບແມ່ຍິງ ຫຼື ບໍ່ ເຮົາໄປຫາຄຳຕອບນຳກັນ.

ກິນ “ໝາກເຟືອງ” ຊ່ວຍຄວບຄຸມນ້ຳໜັກ.

"ໝາກເຟືອງ" ເປັນໝາກໄມ້ພື້ນບ້ານອີກຊະນິດໜຶ່ງຂອງ ລາວ ເຊິ່ງມີ ວິຕາມິນ C ຫຼາຍ ສາມາດຊ່ວຍບັນເທົາອາການຂອງ ໂຣກເລືອດອອກຕາມຫວ່າງແຂ້ວ, ມັນມີປະລິມານພະລັງງານນ້ຳຕານ ແລະ ທາດເກືອຕ່ຳ ຈຶ່ງເໝາະແກ່ການກິນເພື່ອຄຸມນ້ຳໜັກ, ຄວບຄຸມນຳ້ຕານໃນເລືອດ ຫຼື ຫຼຸດຄວາມອ້ວນໄດ້. ນອກຈາກນີ້, ໝາກເຟືອງ ຍັງມີກົດໝາກໄມ້ຫຼາຍ, ສາມາດໃຊ້ເປັນສ່ວນປະສົມຂອງເຄື່ອງສຳອາງ ຊ່ວຍຊຳລະລ້າງຜິວກາຍ ແລະ ປ້ອງກັນການເກີດສິວ.