Articles by

xaysana InsideLaos

ການອອກກຳລັງກາຍແບບງ່າຍໆ ບໍ່ໃຊ້ເວລາຫຼາຍ ແລະ ບໍ່ຕ້ອງໃຊ້ອຸປະກອນໃດໆ

ເຖິງປາຍຝົນຕົ້ນໜາວແລ້ວ ການອອກກໍາລັງກາຍເປັນກິດຈະກໍາທີ່ສໍາຄັນສໍາລັບສຸຂະພາບ ແຕ່ຫຼາຍຄົນອາດຈະຮູ້ສຶກຂີ້ຄ້ານ, ບໍ່ມີເວລາ, ຫຼືບໍ່ມີອຸປະກອນອອກກຳລັງກາຍ. ມື້ນີ້ເຮົາຈະມາແນະນຳວິທີອອກກຳລັງກາຍແບບງ່າຍໆ ທີ່ທ່ານສາມາດເຮັດໄດ້ຢູ່ເຮືອນ ມັນໃຊ້ເວລາພຽງແຕ່ສອງສາມນາທີເທົ່ານັ້ນ.

“The Signal ສັນຍານ” ຮູບເງົາຄຸນນະພາບດີ ອີກໜຶ່ງເລື່ອງຂອງລາວ.

ຮູບເງົາ “The Signal ສັນຍານ” ເວົ້າໄດ້ວ່າ ເປັນອີກຜົນງານການສ້າງຂອງຄົນລາວທີ່ມີຄຸນນະພາບອີກເລື່ອງໜຶ່ງກໍວ່າໄດ້ ທີ່ກຽມໂຕເຂົ້າສາຍໃນໂຮງຮູບເງົາ ໃນວັນທີ 23 ພະຈິກ 2023 ນີ້, ແຕ່ກ່ອນທີ່ເຮົາຈະໄປຊົມຮູບເງົາໃນໂຮງ, ເຮົາມາຮູ້ຈັກທີ່ໄປ-ທີ່ມາ ຂອງຮູບເງົາເລື່ອງນີ້ນຳກ່ອນກ່ອນ.

ປະຫວັດຄວາມເປັນມາ “ກິລາຕີຄີ” ໃນບຸນພຣະທາດຫຼວງວຽງຈັນ.

ການຕີຄີ ແມ່ນກີລາພື້ນເມືອງ ເປັນກິດຈະກຳ ໜຶ່ງທີ່ຈັດຂຶ້ນໃນຕອນບ່າຍມື້ສຸດທ້າຍຂອງບຸນ ນະມັດສະການພຣະທາດຫຼວງ ເພື່ອເຕົ້າໂຮມ ຄວາມສາມັກຄີລະຫວ່າງບ້ານຕໍ່ບ້ານ ແລະ ສ້າງຄວາມສາມັກຄີຮັກແພງລະ ຫວ່າງພະນັກງານ ກັບປະຊາຊົນທັງຍັງເປັນກິດຈະກຳທີ່ສາມາດດຶງ ດູດຄວາມສົນໃຈຂອງມວນຊົນທັງລາວ ແລະ ຕ່າງປະເທດ.

ເຄັດລັບດີໆ! ກຽມຄວາມພ້ອມກ່ອນໄປ ຕັ້ງແຄ້ມ.

ທ້າຍປີນີ້ໃຜກຽມໄປ camping ຢູ່ໃສແນ່ ພາກັນກະ​ກຽມ​ຄວມພ້ອມສຳລັບສໍາ​ລັບ​ການ​ເດີນ​ທາງແລ້ວບໍ່ ມື້ນີ້ເຮົາຈະມາແນະນໍາບາງຢ່າງເພື່ອຊ່ວຍໃຫ້ທ່ານກຽມພ້ອມສໍາລັບການຜະຈົນໄພຂອງທ່ານ ເປັນຕົວຊ່ວຍຕັດສິນໃຈວ່າທ່ານຕ້ອງການໄປຕັ້ງແຄ້ມບ່ອນໃດ ແລະ ຕ້ອງການຕັ້ງແຄ້ມແນວໃດ.

ບຸນທາດຫຼວງ ເລີ່ມ 23-27 ພະຈິກ 2023.

​ຕາມກຳນົດການຂອງບຸນນະມັດສະການພຣະທາດຫຼວງວຽງຈັນ ປະຈໍາປີ 2023 ແມ່ນຈະມີການຈັດຂຶ້ນ ໃນລະຫວ່າງວັນທີ 23-27 ພະຈິກ 2023 ຢູ່ທີ່ຂອບເຂດເດີ່ນພຣະທາດຫຼວງ ແລະ ສູນການຄ້າລາວ-ໄອເຕັກ.

ອັນຕະລາຍ ແລະ ຜົນກະທົບຈາກ ຝຸ່ນ PM 2.5

ທ່ານຢ່າຟ້າວຄິດວ່າ ຝຸ່ນ PM 2.5 ບໍ່ມີຜົນກະທົບຕໍ່ທ່ານ ເພາະມີມາດົນແລ້ວ ເນື່ອງຈາກວ່າທ່ານເອງຍັງບໍ່ທັນໄດ້ຮັບຜົນກະທົບໂດຍກົງ ເຖິງວ່າມັນຈະບໍ່ເກີດຜົນກະທົບຕໍ່ສຸຂະພາບຂອງເຮົາແບບກະທັນຫັນ ບໍ່ມີອາການຜິດປົກກະຕິຫຍັງເທື່ອ ແຕ່ຜົນກະທົບໃນໄລຍະຍາວຈາກ ຝຸ່ນ PM 2.5 ນັ້ນ ຮ້າຍແຮງກວ່າທີ່ເຮົາຄິດ.

ສິ່ງທີ່ທ່ານຄວນຮູ້! ເປັນຫຍັງ ຄ່າຝຸ່ນ PM 2.5 ຈຶ່ງສູງຂຶ້ນໃນຊ່ວງລະດູໜາວ

PM 2.5 ເປັນຝຸ່ນລະອອງຂະໜາດນ້ອຍ ທີ່ມີຄວາມອັນຕະລາຍຕໍ່ສຸຂະພາບຂອງຄົນເຮົາ ແລະ ຝຸ່ນລະອອງ PM 2.5 ນີ້ມັກຈະເກີດຂຶ້ນຫຼາຍໃນຊ່ວງລະດູໜາວ ຍ້ອນຫຍັງຈຶ່ງເກີດຂຶ້ນຫຼາຍໃນລະດູນີ້ ໄປຮູ້ພ້ອມໆກັນເລີຍ.

“ບຸນໄຫຼເຮືອໄຟ” ກິດຈະກໍາສຳຄັນ ທາງພຸດທະສາສະໜາ

ໃນມື້ຂຶ້ນ 15 ຄໍ່າ ເດືອນ 11 ຂອງທຸກໆປີ ເປັນມື້ບຸນອອກພັນສາ ກໍຈະມີຫຼາກຫຼາຍກິດຈະກໍາ ທາງພຸດທະສາສະໜາ ເຊິ່ງໜຶ່ງໃນນັ້ນແມ່ນ ບຸນໄຫຼເຮືອໄຟ ໂດຍປີນີ້ແມ່ນກົງກັບວັນທີ 29 ຕຸລາ 2023 ເພື່ອເປັນການສະແດງອອກເຊິ່ງຄວາມກະຕັນຍູຕໍ່ຜູ້ມີພຣະຄຸນ ເຊັ່ນ ຕຳນານແມ່ກາເຜືອກ ເພື່ອລະນຶກເຖິງບຸນຄຸນແມ່ທີ່ໃຫ້ກຳເນີດເກີດມາ ເຮົາຈິ່ງນິຍົມຝັ້ນຝ້າຍຕີນກາ ຈູດບູຊາແມ່ກາເຜືອກ ແລະ ຮອຍພຣະບາດ.​