Articles by

xaysana InsideLaos

“Force for good” ມົງກຸດ Miss Universe ສຳລັບຜູ້ທີ່ໃຊ້ຄວາມສາມາດສ້າງການປ່ຽນແປງຕໍ່ໂລກໄດ້.

ໃກ້ເຂົ້າມາແລ້ວກັບຜົນງານແຂ່ງຂັນຮອບ Final ຂອງ Miss Universe ໃນວັນທີ 14 ມັງກອນ 2023 ທີ່ຈະມາເຖິງ ເຊິ່ງຕາມໂມງປະເທດລາວເຮົາແມ່ນ ຖືກວັນທີ 15 ມັງກອນ 2023 ມົງກຸດທີ່ມີພຽງໜຶ່ງດຽວທີ່ຈະໃສ່ໃຫ້ກັບ ຜູ້ທີ່ຖືກເລືອກມາຈາກຫຼາຍຮ້ອຍຄົນທີ່ເຂົ້າຊີງມົງລະດັບປະເທດກ່ອນຈະເລືອກໄດ້ປະເທດລະ 1 ຄົນ ເພື່ອມາປະກວດລະດັບໂລກ.

ຕ້ອງລອງໃຊ້! ເວັບໄຊດຽວແປງໄຟລ໌ໄດ້ທັງ ເອກະສານ, ຮູບພາບ ແລະ ວີດີໂອ

tinywow.com ເປັນເວັບໄຊລວມເຄື່ອງມືທຸກຢ່າງທີ່ຊ່ວຍແກ້ບັນຫາໄຟລ໌ທຸກຮູບແບບ ທັງໄຟລ໌ຮູບພາບ, ໄຟລ໌ວີດີໂອ ແລະ ໄຟລ໌ເອກະສານຕ່າງໆ ເຊິ່ງສາມາດໃຊ້ເຄື່ອງມືໂຕນີ້ແກ້ໄຂໄຟລ໌ ໄດ້ຢ່າງເຕັມທີ່ ພຽງແຕ່ເວັບໄຊດຽວກໍສາມາດເຮັດໄດ້ທຸກຢ່າງທີ່ສຳຄັນຄືໃຊ້ງານຟຣີ ບໍ່ຕ້ອງດາວໂຫຼດແອັບຕ່າງໆລົງເລີຍ ແລະ ຖືວ່າເປັນເຄື່ອງມືທີ່ຄວນ bookmark ໃນບາວເຊີເຮົາໄວ້ ໂດຍສະເພາະຜູ້ທີ່ເຮັດວຽກກັບການອອກແບບ ຫຼື ຈັດໄຟລ໌ເອກະສານຕ່າງໆ.

Microsoft ຈະນໍາ AI ເຂົ້າມາເຮັດວຽກຮ່ວມກັບລະບົບປະຕິບັດການ Windows ຫຼາຍຂຶ້ນ.

ເທັກໂນໂລຍີ Ai ຈະເປັນໂຕຢືນຢັນການພັດທະນາຂອງໂລກໃນອະນາຄົດເລີຍກໍວ່າໄດ້ ເມື່ອມີຂໍ້ມູນອອກມາວ່າ ຈະມີການນໍາໃຊ້ Ai ເຂົ້າຊ່ວຍໃນລະບົບປະຕິບັດການ Windows ທີ່ເຮົາໃຊ້ຢູ່ທຸກມື້ນີ້.

ໃຜເປັນແນ່! ພຶດຕິກຳທີ່ຕິດມາຈາກການທີ່ຫຼິ້ນໂຊຊ້ຽວມີເດຍຫຼາຍ

ທຸກມື້ນີ້ ໂຊຊ້ຽວມີເດຍ (social media) ມີບົດບາດສຳຄັນຕໍ່ຊີວິດຂອງຄົນເຮົາຢ່າງຫຼວງຫຼາຍ ດ້ວຍຄວາມສາມາດທີ່ຊ່ວຍໃຫ້ຄົນທັງໂລກເຊື່ອມຕໍ່ກັນແບບບໍ່ມີຂອບເຂດ ຈົນເວົ້າໄດ້ເລີຍວ່າທຸກຄົນໜ້າຈະມີບັນຊີໂຊຊ້ຽວມີເດຍຂອງຕົນເອງຢ່າງໜ້ອຍໜຶ່ງບັນຊີ ບໍ່ວ່າຈະເປັນແພັດຟອມໃດກໍຕາມ.

ກຳນົດແລ້ວ! ບຸນນະມັດສະການຜາສາດຫີນ ວັດພູ ຈຳປາສັກ ຈະຈັດ 3-5 ກຸມພາ.

ງານບຸນນະມັດສະການຜາສາດຫີນວັດພູຈຳປາສັກ ປະຈຳປີ 2023 ຈະຈັດຂຶ້ນໃນວັນທີ 3-5 ກຸມພາ 2023 ໂດຍປີນີ້ຄາດວ່າເພິ່ນຈະຈັດຢ່າງຍິ່ງໃຫຍ່ ເນື່ອງຈາກວ່າມາດຕະການປ້ອງກັນໂຄວິດ-19 ບໍ່ໄດ້ເຂັ້ມງວດກວ່າແຕ່ກ່ອນ ໂດຍປີທີ່ຜ່ານມາຈະເຫັນໄດ້ວ່າເຂັ້ມງວດເທົ່າໃດ ສັງເກດໄດ້ຈາກທີ່ໃຫ້ຈັດແຕ່ແບບປະເພນີເທົ່ານັ້ນ.

ເບຍລາວ ຂຶ້ນລາຄາ! ເປັນລັງລະ 158.000 ກີບ

ບໍລິສັດເບຍລາວ ຈຳກັດ ໄດ້ປັບລາຄາສິນຄ້າຂຶ້ນ ເຮັດໃຫ້ປັດຈຸບັນລາຄາເບຍລາວ ລັງໜຶ່ງແມ່ນມີລາຄາຢູ່ທີ່ 158.000 ກີບ ໂດຍການປັບປ່ຽນລາຄາໃຫມ່ໃນຄັ້ງນີ້ ຈະເລີ່ມມື ຜົນຢ່າງເປັນທາງການນັບຕັ້ງແຕ່ວັນທີ 11 ມັງກອນ 2011 ເປັນຕົ້ນໄປ ແລະ ທຸກໆການສົ່ງນັ້ນການອອກຍິນສົ່ງຊີ້ໃນວັນທີ 11 ມັງກອນ 2013 ເປັນຕົ້ນໄປນັ້ນແມ່ນຈະເປັນລາຄາທີ່ໄດ້ປັບປ່ຽນໃຫມ່.

ນະຄອນຫຼວງວຽງຈັນ ເລີ່ມມີຫຼາຍຮ້ານວາງຈໍາໜ່າຍ ຊຸດເຄື່ອງໄຫວ້ເທດສະການກຸດຈີນ

ພໍ່ຄ້າ ແລະ ແມ່ຄ້າຊາວຂາຍ ຕາມແຕມທາງໃນເຂດນະຄອນຫຼວງວຽງຈັນ ໄດ້ມີການວາງຈຳໜ່າຍສິນຄ້າເຄື່ອງໄຫວ້ ແລະ ເຄື່ອງປະດັບປະດາ ເພື່ອຕ້ອນຮັບກຸດຈີນທີ່ກຳລັງຈະມາເຖິງໃນທ້າຍເດືອນມັງກອນນີ້ແລ້ວ.

ປີຊົງ 2023 ມີປີນັກສັດໃດແນ່? ພ້ອມວິທີການໄຫວ້ເທບພຣະເຈົ້າໄທ່ສ່ວຍເອ່ຍ ແກ້ປີຊົງ

ສຳລັບປະເທດລາວເຮົາ ທີ່ມີຄົນລາວເຊື້ອສາຍຈີນຢູ່ ເຮັດໃຫ້ບາງຄວາມຄິດ ແລະ ວັດທະນະທຳ ກໍຍັງໄດ້ຕ້ອງປະຕິດບັດຄວບຄູ່ກັນໄປ ໂດຍສະເພາະຄວາມເຊື່ອເລື່ອງດວງຊະຕາ ເຊິ່ງຕາມຄວາມເຊື່ອຂອງຈີນໃນແຕ່ລະປີ ແມ່ນຈະມີປີຊົງ ຈະເປັນປີທີ່ມີການປ່ຽນແປງຄັ້ງໃຫຍ່ໃຫຍ່.