Articles by

xaysana InsideLaos

ກຳນົດທາງການແລ້ວ! ໃຫ້ IPHONE ໃຊ້ USB-C ກ່ອນ 28 ທັນວາ 2024.

ຜູ້ໃຊ້ໄອໂຟນໃນລາວ ວ່າແນວໃດ ຖ້າມີການປ່ຽນແປງໄປໃຊ້ແນວສາກແບັດແບບ USB-C ຈະດີຂຶ້ນ ຫຼື ບໍ່ ເພາະຈຶ່ງຫາຢືມສາກແບັດກັບຄົນອື່ນໄດ້ງ່າຍ.

ໃນທີ່ສຸດ! ສປປ ລາວ ກໍສາມາດເປີດສ້າງລາຍໄດ້ໃນ Youtube ໄດ້ແລ້ວ

ປະເທດລາວໄດ້ຮັບອະນຸມັດໃຫ້ເປັນປະເທດທີ່ສາມາດສ້າງລາຍໄດ້ຈາກ Youtube ໂດຍສາມາດໃຊ້ຂໍ້ມູນທຸກຢ່າງເປັນລາວ ຢ່າງເປັນທາງການ.

ບໍລິສັດ ເບຍລາວ ຜູ້ຮ່ວມມືທາງການ ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ່ XI ແຂວງຊຽງຂວາງ

ພາຍຫຼັງທີ່ ງານມະຫະກໍາ ກິລາແຫ່ງຊາດ ຄັ້ງທີ່ XI ຖືກເລື່ອນການແຂ່ງຂັນ ມາຫຼາຍຄັ້ງ ເນື່ອງຈາກສະພາບອາກາດ ແລະ ການແຜ່ລະບາດ ຂອງເຊື້ອໂຄວິດ-19 ໃນໄລຍະຜ່ານມາ, ມາຮອດປະຈຸບັນ ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ແມ່ນໄດ້ຮັບການຢືນຢັນແລ້ວ ວ່າຈະເປີດສາກຂຶ້ນ ຢ່າງເປັນທາງການ ລະຫວ່າງວັນທີ 13-22 ທັນວາ 2022 ຢູ່ແຂວງຊຽງຂວາງ ໂດຍຈະມີ ນັກກິລາທັງໝົດ 3.003 ຄົນ ຈາກ 1 ນະຄອນຫຼວງ 17 ແຂວງ ແລະ 4 ກະຊວງ ເຂົ້າຮ່ວມຊິງໄຊໃນທັງໝົດ 25 ປະເພດກິລາ. ສືບຕໍ່ໃຫ້ການສະໜັບສະໜູນຫຼັກ ໃນງານແຂ່ງຂັນ ມະຫາກໍາກິລາແຫ່ງຊາດ ພິເສດ ໃນປີນີ້, ບໍລິສັດ ເບຍລາວ ຈໍາກັດ ໂດຍຜ່ານຜະລິດຕະພັນ ນໍ້າດື່ມ ກາຫົວເສືອ, ເປບຊີ ແລະ ສະຕິງ ໄດ້ປະກອບສ່ວນ ຊຸກຍູ້ ທຶນຮອນ ໃນການຈັດການແຂ່ງຂັນ ຫຼາຍກ່ວາ 1.5 ຕື້ກີບ ໃນນາມ ຄູ່ຮວມທາງການ ຂອງງານມະຫະກໍາ ກິລາແຫ່ງຊາດ.

ມາຮູ້ຈັກນົກແອ່ນ ສັດປະຈຳຖິ່ນ ທີ່ຖືກເລືອກໃຫ້ເປັນສັດນໍາໂຊກໃນງານກິລາແຫ່ງຊາດຄັ້ງ​ທີ 11.

ສັດນໍາໂຊກ ນົກແອ່ນ ເປັນສັດປະເພດໜຶ່ງທີ່ມີຖິ່ນອາໄສຢູ່ແຂວງ ຊຽງຂວາງ ເປັນຈຳນວນຫຼວງຫຼາຍມາແຕ່ດຶກດຳບັນ ເຊິ່ງກາຍເປັນສັນຍາລັກປະຈຳແຂວງ ຊຽງຂວາງ, ຖ້າເຮົາໄປແຂວງ ແຊວງຂວາງ ກໍຈະເຫັນຊາວບ້ານເຂດນັ້ນ ເອົານົກແອ່ນໄປເປັນສັນຍາລັກຕົກແຕ່ງເອ້ບ້ານ, ເອ້ເມືອງ ເພາະມັນເປັນສັດທີ່ສວຍງາມ ຈົນກາຍເປັນສັດຄູ່ບ້ານ ແລະ ຄູ່ເມືອງ ທັງມີຄ່ານິຍົມທີ່ເປັນເອກະລັກຂອງຊາວຊຽງຂວາງໃນການນໍາເອົານົກນາງແອ່ນໄປເຮັດເປັນອາຫານ ຫຼື ທີ່ເຮົາພາກັນເອີ້ນວ່າ ນົກແອນຕຸ້ງ.

ນາຍົກລັດຖະມົນຕີ ຈະແກ້ໄຂ 4 ບັນຫາເລັ່ງດ່ວນຂອງຊາດ.

ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ໄດ້ກ່າວໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ວ່າຈະເລັ່ງແກ້ບັນຫາ 4 ຢ່າງຄື: ແກ້ໄຂບັນຫາເກັບລາຍຮັບໃຫ້ໄດ້ຕາມແຜນ, ຕ້ານການຮົ່ວໄຫຼຂອງງົບປະມານຂອງລັດ, ແກ້ໄຂປັນຫາໜີ້ສິນທີ່ລັດຖະບານກໍ່ໄວ້ ແລະ ຄຸມອັດຕາການແລກປ່ຽນ ບໍ່ເຮັດໃຫ້ເງິນກີບເຟີ້. ເຊິ່ງປັດຈຸບັນ ໃນເດືອນ ພະຈິກ ສປປ ລາວ ຍັງມີອັດຕາເງິນເຟີ້ທີ່ເພີ່ມຂຶ້ນສູງເຖິງ 38,46%.

ອຸນຫະພູມ ຢູ່ລາວ! ຍັງຢູ່ໃນລະດັບອົບອຸ່ນ ບໍ່ໜາວບໍ່ຮ້ອນ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ໃຫ້ຮູ້ວ່າ ອາກາດຈະເຢັນລົງໃນຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນຕື່ມອີກ ຍ້ອນມວນອາກາດເຢັນທີ່ປະເທດຈີນ ຈະສືບຕໍ່ແພ່ລົງມາປົກຄຸມຢູ່ທົ່ວ ທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ ສົມທົບກັບກະແສລົມ ຕາເວັນອອກພັດປົກຄຸມ.

ມາລອງຫຼິ້ນ Baby AC! ໃຫ້ AI ຈຳລອງໜ້າຕາຂອງລູກເຮົາ

ເຄີຍສົງໄສບໍ່ວ່າ ຖ້າເຮົາມີລູກກັບຄົນທີ່ເຮົາຮັກ ໜ້າຕາຂອງລູກເຮົາຈະຈະເປັນແນວໃດ, ຫຼ້າສຸດ ມີເວັບໄຊ Baby AC ຈາກປະເທດຍີ່ປຸ່ນທີ່ໃຊ້ AI ເພື່ອຈຳລອງໜ້າຕາຂອງລູກ ໂດຍອ້າງອີງຈາກໜ້າຕາຂອງພໍ່ ແລະ ແມ່.

ກະຊວງແຮງງານ ແຈ້ງ! ບໍ່ໃຫ້ເອົາແຮງງານລາວໄປເຮັດວຽກຢູ່ ສ.ເກົາຫຼີ ຖ້າບໍ່ໄດ້ຮັບອະນຸຍາດ.

ກະແສການເອົາແຮງງານລາວ ໄປເຮັດວຽກຕາມລະດູການຢູ່ ສ.ເກົາຫຼີ ກຳລັງມາແຮງ ເຮັດຫຼາຍບໍລິສັດ ພາກັນຂົນຂວາຍເອົາຄົນລາວ ໄປເຮັດວຽກໂດຍຮຽກຮ້ອງຄ່າມັດຈໍາ ແຕ່ກໍບໍ່ສົ່ງໄປຕາມທີ່ກຳນົດ ເຊິ່ງຫຼາຍຄົນບໍ່ຮູ້ເລີຍວ່າ ບໍລິສັດດັ່ງກ່າວໄດ້ຮັບອະນູຍາດຫຼືບໍ່.