Articles by

xaysana InsideLaos

ອຸຕຸແຈ້ງ ແຕ່ລະພາກ! ອາກາດຈະຮ້ອນ ແລະ ອາດມີຝົນໃນບາງທ້ອງຖິ່ນ

ບໍລິເວນຄວາມກົດດັນຕໍ່າຂອງອາກາດທີ່ມີກໍາລັງອ່ອນໄດ້ປົກຄຸມ ເຂດພາກເໜືອຂອງປະເທດລາວ ສົມທົບກັບກະແສລົມຕາເວັນຕົກ ພັດປົກຄຸມ ສ່ວນພາກກາງ ແລະ ພາກໃຕ້ ກະແສລົມຕາເວັນອອກສ່ຽງໃຕ້ ພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຮ້ອນ ແລະ ມີຝົນຕົກໃນລະດັບຄ່ອຍ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ຮັບຮອງ 2 ບ້ານວັດທະນະທຳ ບ້ານ ນໍ້າຊານ ແລະ ບ້ານ ຫຼວງພັນໄຊ

ທີ່ ຫ້ອງການບ້ານ ບ້ານນໍ້າຊານ ໄດ້ມີພິທີຮັບຮອງ ບ້ານ ນໍ້າຊານ ແລະ ບ້ານຫຼວງພັນໄຊ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ເປັນບ້ານວັດທະນະທຳ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ຕົ່ງມົວ ຊົວໂກ້, ຮອງເຈົ້າແຂວງໄຊສົມບູນ ຜູ້ຊິ້ນຳວຽກງານ ວັດທະນະທຳ-ສັງຄົມ ແລະ ຜູ້ທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ຫົວພັນ ຮັບຮອງເອົາ! ຂັບຊຳເໜືອ ແລະ ການຕໍ່າສິ້ນ ຜ້າໄໝມ້ອນ ເປັນມໍຣະດົກທາງດ້ານວັດທະນະທຳ

ອໍານາດການປົກຄອງແຂວງຫົວພັນ ໄດ້ປະກາດຮັບຮອງເອົາ ຂັບຊຳເໜືອ ແລະ ພູມປັນຍາການຕໍ່າສິ້ນ, ຜ້າໄໝມ້ອນ ເປັນມໍລະດົກທາງດ້ານວັດທະນະທຳ ລະດັບທ້ອງຖິ່ນຂອງແຂວງ ທີ່ເມືອງຊຳເໜຶອ ແຂວງຫົວພັນ ເຊິ່ງປະຈຸບັນ ແຂວງ ຫົວພັນ ມີມໍລະດົກທີ່ໄດ້ຮັບການຂື້ນທະບຽນບັນຊີທັງໝົດ 4 ລາຍການ.

ທຫລ ປ່ຽນໂລໂກ້ໃໝ່! ຫຼາຍຄົນບອກ ປ່ຽນແລ້ວຄືໂລໂກ້ແນວອື່ນຫຼາຍກວ່າ.

ພາຍຫຼັງຈາກທີ່ ທະນາຄານແຫ່ງ ສປປ ລາວ (ທຫລ) ປະກາດນໍາໃຊ້ໂລໂກ້ໃໝ່ຢ່າງເປັນທາງການ ຫຼາຍຄົນກໍໃຫ້ຄວາມສົນໃຈເພາະຖືວ່າເປັນການປ່ຽນແປງໂລໂກ້ລະດັບຊາດ ບາງຄົນກໍຄິດວ່າດີ ແລ້ວທີ່ປ່ຽນເບິ່ງງ່າຍຂຶ້ນ ແລະ ບາງຄົນກໍຄິດວ່າບໍ່ດີ ມັນຄືໂລໂກ້ແນວອື່ນທີ່ບໍ່ແມ່ນ ທະນາຄານແຫ່ງ ສປປ ລາວ ເຊິ່ງຂຶ້ນກັບມຸມມອງຂອງແຕ່ລະຄົນ ແລ້ວທ່ານຄິດວ່າໂລໂກ້ເປັນແນວໃດແນ່.

ແຂວງ ສາລະວັນ ຮັບຮອງຫໍໄຕຣປີດົກ ເປັນມໍຣະດົກແຫ່ງຊາດ ລະດັບທ້ອງຖິ່ນ ຢ່າງເປັນທາງການ

ຖືວ່າເປັນອີກໜຶ່ງຄວາມພູມໃຈຂອງຄົນລາວ ທີ່ແຂວງສາລະວັນ ໄດ້ປະກາດຮັບຮອງເອົາຫໍໄຕຣປີດົກ ເປັນມໍຣະດົກແຫ່ງຊາດ ລະດັບທ້ອງຖິ່ນ ຂຶ້ນຢ່າງເປັນທາງການ.

ໃຜຊອກວຽກ ບໍ່ຄວນພາດ! ງານນັດພົບແຮງງານ ປີນີ້ມີຕໍ່າແໜ່ງງານວ່າງຫຼາຍກວ່າ 11.000 ຕໍາແໜ່ງ

ນັກສຶກສາທີ່ຈົບໃໝ່ ແລະ ຜູ້ຊອກວຽກເຮັດງານທຳ ບໍ່ຄວນພາດງານນັດພົບແຮງງານປະຈຳປີຄັ້ງນີ້ ເພາະວ່າປີນີ້ມີຕຳແໜ່ງວ່າງງານຫຼາຍກວ່າ 11.000 ຕໍ່າແໜ່ງ ແລະ ມີບູດຮັບສະໝັກງານຫຼາຍເຖິງ 28 ບູດ ທີ່ລໍຖ້າໃຫ້ທຸກຄົນໄປສະໝັກ ໂດຍງານຄັ້ງນີ້ຈັດຂຶ້ນເພື່ອອຳນວຍຄວາມສະດວກໃນການຫາວຽກ ຫຼຸດຜ່ອນການວ່າງງານ.

ທີມໃດແນ່ ທີ່ເປັນໂຕຕຶງ! ໃນການແຂ່ງຂັນ LAO NATIONAL CHAMPIONSHIP 2022.

ສອງໂຕຕຶງ TEAM EEVO QT ແລະ IDNS PRINCESS ສອງທີມສຸດທ້າຍທີ່ສາມາດແຂ່ງຂັນ ລາຍການ MLBB WOMEN ແລ້ວຊະນະເກັບແຕ້ມມາໄດ້ ຈົນຜ່ານເຂົ້າຮອບ FINAL ແບບ OFFLINE ໃນການແຂ່ງຂັນ LAO NATIONAL CHAMPIONSHIP 2022 ທີ່ຈະຈັດຂຶ້ນໃຫ້ທຸກຄົນໄດ້ໄປເຊຍກັນໃນເດືອນທັນວາ.

ແຂວງໄຊສົມບູນ ຈັດພິທີທາງສາສະໜາ ເພື່ອເທທອງຫຼໍ່ໝວກເຈົ້າອະນຸວົງ

ແຂວງໄຊສົມບູນ ໄດ້ຈັດພິທີທາງສາສະໜາ ເພື່ອເທທອງຫຼໍ່ໝວກເຈົ້າອະນຸວົງ ເພື່ອເປັນການສ້າງສະຖານທີ່ແຫ່ງນີ້ ໃຫ້ກາຍເປັນສະຖານທີ່ທ່ອງທ່ຽວ ຂອງແຂວງ ແລະ ລະນຶກເຖິງການເສຍສະຫຼະຂອງເຈົ້າອະນຸວົງ ເພື່ອພາລະກິດປົກປັກຮັກສາປະເທດຊາດ.