Articles by

xaysana InsideLaos

5 ໂປຣແກມແກ້​ໄຂ PDF ອອນ​ລາຍ​ຟຣີ ​ໃຊ້ງານແກ້​ໄຂ​ເອ​ກະ​ສານໄດ້ໄວ​

ໂປຣແກມແກ້​ໄຂ PDF ເປັນເຄື່ອງມືທີ່ນິຍົມຫຼາຍຍ້ອນວ່າ ສາມາດດັດແກ້ໄຟລ໌ PDF ເພີ່ມຂໍ້ມູນ ແລະ ແກ້ໄຂຂໍ້ມູນທີ່ມີຢູ່ໃນໄຟລ໌ PDF. ເນື່ອງຈາກວ່າປົກກະຕິຖ້າເອກະສານເປັນ PDF ຂໍ້ມູນຕ່າງໆບໍ່ສາມາດຖືກແກ້ໄຂຄືກັບໄຟລ໌ Word. ເຊິ່ງການໃຊ້ໂປຣແກມແກ້ໄຂ PDF ສ່ວນຫຼາຍແມ່ນຈ່າຍ ແຕ່​ໃນ​ຄວາມ​ເປັນ​ຈິງ​, ພວກ​ເຮົາ​ສາ​ມາດ​ນໍາ​ໃຊ້ໂປຣແກມແກ້​ໄຂ PDF ຟຣີໄດ້ ແລະບໍ່ເສຍຄ່າໃຊ້ຈ່າຍ.

ຮູ້ຈັກກັບ ຕະກຸນພາສາຕ່າງໆໃນລາວ.

ຕະກຸນພາສາແມ່ນກຸ່ມຂອງພາສາທີ່ກ່ຽວຂ້ອງກັນໂດຍການສືບເຊື້ອສາຍມາຈາກບັນພະບຸລຸດຮ່ວມກັນ ເຊິ່ງເອີ້ນວ່າພາສາຕັ້ງເດີມຂອງຕະກຸນນັ້ນ. ເຮົາສາມາດພິສູດໄດ້ວ່າພາສາສອງພາສາ ມີຄວາມສຳພັນກັນທາງເຊື້ອສາຍ ໂດຍພິຈາລະນາເບິ່ງວ່າພາສາທັງສອງມີຄວາມຄ້າຍຄືກັນ ຢ່າງເປັນລະບົບ ຫຼື ບໍ່.

ເຄັດລັບເບິ່ງແຍງສັດລ້ຽງ ໃນຊ່ວງທີ່ອາກາດຮ້ອນ.

ຊ່ວງນີ້ປະເທດລາວໄດ້ເຂົ້າສູ່ລະດູຮ້ອນຢ່າງເປັນທາງການ ມີອາກາດຮ້ອນທີ່ສຸດໃນຮອບຫຼາຍປີ. ດັ່ງນັ້ນ, ເຈົ້າຂອງສັດລ້ຽງຕ້ອງຄຳນຶງເຖິງສັດລ້ຽງເປັນພິເສດ ເຊັ່ນ: ໝາ ແລະ ແມວ ທີ່ອາດເກີດຄວາມວຸ້ນວາຍ, ຄຽດ, ກະວົນກະວາຍ ແລະ ອາດເກີດອາການຄວາມຮ້ອນ ຫຼື ຫຼອດລົມຮ້ອນ, ຮ້ອນຫຼືເຢັນເກີນໄປ ມັນອາດຈະສົ່ງຜົນກະທົບຕໍ່ຮ່າງກາຍຂອງສັດລ້ຽງໂດຍກົງ ນໍາໄປສູ່ການເປັນພະຍາດຕ່າງໝ ເຊິ່ງມັກຈະເກີດຂຶ້ນໃນຊ່ວງລະດູຮ້ອນ.

ຮູ້ທັນ 4 scammers ກັບເທັກນິກໃໝ່ທີ່ເອົາໄວ້ຫຼອກເຮົາ

ເມື່ອພວກເຮົາຄິດວ່າພວກເຮົາຮູ້ທັນວິທີການຫຼອກຫຼວງຫຼາຍຮູບແບບແລ້ວ ແຕ່ຜູ້ຫຼອກລວງຈະມີເຕັກນິກໃໝ່ເພື່ອມາຫຼອກພວກເຮົາໄດ້ຕະຫຼອກເຊັ່ນກັນ. ສະນັ້ນເຮົາຈຶ່ງພາມາຮູ້ຈັກກັບ 5 ວິທີຫຼອກລວງໃໝ່ໃນປີ 2024 ເພື່ອໃຫ້ພວກເຮົາສາມາດປ້ອງກັນການຫຼອກລວງໄດ້.

ປະຫວັດຄວາມເປັນມາ ວັນແມ່ຍິງສາກົນ 8 ມີນາ.

ວັນແມ່ຍິງສາກົນ ໄດ້ກຳເນີດເກີດຂຶ້ນ ຍ້ອນແມ່ຍິງ ຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ເຮັດວຽກຫຼາຍຊົ່ວໂມງແຕ່ໄດ້ຮັບ ຄ່າຈ້າງດ້ວຍລາຄາຖືກ, ເຮັດວຽກບໍ່ມີການຮັບປະກັນ, ບໍ່ມີລະບອບ ປົກປັກຮັກສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ.

ບັນດາອາຊີບ ແລະ ທຸລະກິດ ທີ່ສະຫງວນໄວ້ສໍາລັບພົນລະເມືອງລາວ.

ເພື່ອຮັກສາບາງປະເພດທຸລະກິດທີ່ມີຄວາມສໍາຄັນ ແລະ ຈຳເປັນສໍາລັບປະຊາຊົນລາວບັນດາເຜົ່າ ໃນການປະກອບທຸລະກິດ ສ້າງວຽກເຮັດງານທໍາ ສ້າງລາຍໄດ້ໃຫ້ມີຄວາມໝັ້ນຄົງ ແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນ ກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງໄດ້ສະຫງວນທຸລະກິດໄວ້ສໍາລັບພົນລະເມືອງລາວ.

ສະຫະລັດອາເມຣິກາ ສືບຕໍ່ໃຫ້ທຶນສະໜັບສະໜູນ ໃນການກວດກູ້ລະເບີດບໍ່ທັນແຕກ ໃນແຂວງ ສະຫວັນນະເຂດ.

ສະຫະລັດອາເມຣິກາ ສືບຕໍ່ ໃຫ້ຄຳໝັ້ນສັນຍາອັນຍາວນານໃນການສະໜັບສະໜູນຂະແໜງລະເບີດບໍ່ທັນແຕກ (ລບຕ) ຢູ່ ສປປ ລາວ, ລັດຖະບານສະຫະລັດອາເມລິກາ ໄດ້ ມອບເງິນ ຈໍານວນ 24,200,000 ໂດລາສະຫະລັດ ໃຫ້ແກ່ອົງການເກັບກູ້ລະເບີດ ຮາໂລ ທຣາສທ ຈົນເຖິງເດືອນ ເມສາ ປີ 2025 ເພື່ອສືບຕໍ່ປະຕິບັດວຽກງານກວດກູ້ ແລະ ສໍາຫຼວດ ລະເບີດບໍ່ທັນແຕກທົ່ວ ແຂວງ ສະຫວັນນະເຂດ.

ໃບໄມ້ທີ່ຫຼົ່ນ ມີປະໂຫຍດຕໍ່ລະບົບນິເວດຫຼາຍກວ່າທີ່ຄິດ.

ໃບໄມ້ທີ່ຫຼົ່ນມີບົດບາດສໍາຄັນ ນອກຈາກຈະສວຍງາມແລ້ວຍັງມີປະໂຫຍດໃນການຮັກສາລະບົບຂອງດິນແລະຄວາມອຸດົມສົມບູນ. ນອກນີ້ ເມື່ອໃບໄມ້ສະຫຼາຍຕົວພວກມັນປ່ອຍສານອາຫານທີ່ຈໍາເປັນອອກມາເຊັ່ນ: ຄາບອນ, ໄນໂຕຣເຈນ, ແລະ ຟັອດໂຟລັດ ກັບຄືນສູ່ດິນ. ສານອາຫານເຫຼົ່ານີ້ແມ່ນມີຄວາມສໍາຄັນຕໍ່ການເຕີບໂຕ ແລະ ການພັດທະນາຂອງພືດ ແລະ ຕົ້ນໄມ້ ເຊິ່ງຈິຊ່ວຍລະບົບນິເວດທັງໝົດ.