Articles by

xaysana InsideLaos

ໂຄງການທຶນສົມທົບ! ຈະເປັນອີກໜຶ່ງເຄື່ອງມືແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ

ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ເເລະ ກາງ (ຈນກ) ທີ່ບໍ່ສາມາດເຂົ້າເຖີງແຫຼ່ງທຶນຕາມທີ່ຕ້ອງການ ເພື່ອນຳມາຕໍ່ຍອດ ແລະ ປັບປຸງທຸລະກິດຂອງຕົນ ກໍ່ຈະພາໃຫ້ເສຍໂອກາດດ້ານທຸລະກິດ ແລະ ໃນທີ່ສຸດກໍ່ບໍ່ສາມາດແຂ່ງຂັນໃນຕະຫຼາດ ຕໍ່ໄປໄດ້.

ຫຼວງພະບາງ ອະນຸຍາດ! ໃຫ້ຈັດງານ ບຸນອອກພັນສາ ພ້ອມກິດຈະກຳທີ່ຫຼາກຫຼາຍ.

ກຽມກັບມາອີກຄັ້ງກັບບັນຍາກາດທີ່ຄຶກຄື້ນ ໃນການຈັດງານບຸນອອກພັນສາປະວຳລະນາ ທີ່ ຫຼວງພະບາງ ຫຼັງຈາກທີ່ໂຈະການເຮັດກິດຈະກຳດັ່ງກ່າວມາໄດ້ 2 ປີ ຈາກການລະບາດຂອງ ພະຍາດ ໂຄວິດ-19.

ອາກາດເຢັນ ເລີ່ມປົກຄຸມຢູ່ທາງພາກເໜືອ ຂອງປະເທດລາວ.

ຄວາມກົດດັນອາກາດສູງຂອງອາກາດເຢັນ ໄດ້ປົກຄຸມຢູ່ທາງພາກເໜືອ ຂອງປະເທດລາວ ດ້ວຍກໍາລັງອ່ອນ ສົມທົບກັບກະແສລົມຕາເວັນອອກ- ຕາເວັນອອກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່.

ສະຫຼຸບງານ Apple Event 2022 ງານເປີດໂຕຜະລິດຕະພັນໃຫມ່ iPhone 14.

ສະຫຼຸບງານ Apple Event 2022 ງານເປີດໂຕຜະລິດຕະພັນໃຫມ່ iPhone 14.

ອະດີດຮອງນາຍົກ ເນັັ້ນໃຫ້ແກ້ໄຂບັນຫາລາຄາສິນຄ້າ ໂດຍການສົ່ງເສີມການຜະລິດເປັນສິນຄ້າພາຍໃນ.

ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ຫົວຂໍ້: “ການຄຸ້ມຄອງລາຄາສິນຄ້າໃນເງື່ອນໄຂທີ່ເສດຖະກິດ-ການເງິນມີຄວາມຫຍຸ້ງຍາກ” ຂຶ້ນໃນວັນທີ 6 ກັນຍາ ນີ້ ທີ່ຫ້ອງປະຊຸມຂອງກະຊວງ ອຄ ໂດຍການເປັນປະທານຮ່ວມຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລົດຖະມົນຕີ ແລະ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຄ; ມີບັນດາຮອງລັດຖະມົນຕີ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ປກສ ລົງກວດກາ ເສດຖະກິດພິເສດສາມຫຼຽມຄໍາ ຫາສິ່ງຜິດກົດໝາຍ

ໃນຄ່ຳຄືນຂອງວັນທີ 6 ກັນຍາ 2022 ກະຊວງປ້ອງກັນຄວາມສະຫງົບ, ປກສ ແຂວງ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ, ປກສ-ປກຊ ປະຈຳເຂດ ແລະ ສະພາບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ໄດ້ລົງກວດກາຄວາມເປັນລະບຽບຮຽບຮ້ອຍຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ.

ການຂີ່ລົດໄວ! ເປັນສາເຫດຕົ້ນຕໍ ທີ່ເຮັດໃຫ້ເກີິດອຸບັດເຫດ ໂດຍສະເພາະກຸ່ມອາຍຸ 15-30 ປີ

ໃນວັນທີ 7 ກັນຍາ 2022 ທ່ານ ຄຳເພັດ ລໍອິນທະວົງ ຫົວໜ້າພະແນກສືບສວນ-ສອບສວນຄະດີອຸບັດເຫດ ໄດ້ລາຍງານຂໍ້ມູນອຸບັດເຫດທົ່ວປະເທດ ປະຈຳເດືອນສິງຫາທີ່ຜ່ານມາວ່າ: ມີອຸບັດເຫດເກີດຂຶ້ນທັງໝົດ 438 ຄັ້ງ ຫຼຸດລົງ 66 ຄັ້ງ, ພາຫະນະເປ່ເພ 798 ຄັນ ເພີ່ມຂຶ້ນ 4 ຄັນ, ຄົນໄດ້ຮັບບາດເຈັບ 732 ຄົນ ເພີ່ມຂຶ້ນ 86 ຄົນ, ເສຍຊີວິດ 58 ຄົນ ຫຼຸດລົງ 8 ຄົນ.

ປກສ ຫຼວງພະບາງ ຢຶດຢາເສບຕິດຫຼາຍກວ່າ 2 ໂຕນ

ເຈົ້າໜ້າທີ່ ກອງບັນຊາການ ປກສ ແຂວງ ຫຼວງພະບາງ ສາມາດລົງຍຶດຢາໄອສ໌, ໂຄເຄນ ແລະ ເຮໂຣອິນ ລວມຈໍານວນ 67 ເປົາ ນໍ້າໜັກ 2.175 ກິໂລກຣາມ ພ້ອມກັກຕົວຜູ້ຖືກຫາໄດ້ທັງໝົດ 02 ຄົນ.