ປກສ ຫຼວງພະບາງ ຢຶດຢາເສບຕິດຫຼາຍກວ່າ 2 ໂຕນ

ເຈົ້າໜ້າທີ່ ກອງບັນຊາການ ປກສ ແຂວງ ຫຼວງພະບາງ ສາມາດລົງຢຶດຢາໄອສ໌, ໂຄເຄນ ແລະ ເຮໂຣອິນ ລວມຈໍານວນ 67 ເປົາ ນໍ້າໜັກ 2.175 ກິໂລກຣາມ ພ້ອມກັກຕົວຜູ້ຖືກຫາໄດ້ທັງໝົດ 02 ຄົນ.

ໃນວັນທີ 18 ສິງຫາ ປີ 2022 ເຈົ້າໜ້າທີ່ ກອງບັນຊາການ ປກສ ແຂວງ ຫຼວງພະບາງ ໄດ້ຕົກລົງໃຫ້ກອງບັນຊາການ ປກສ ເມືອງນານ ຕັ້ງຈຸດກວດກາຕິດຕາມສະພາບຮອບດ້ານຂອງວຽກງານວິຊາສະເພາະຢູ່ສົ້ນຂົວຂ້າມນ້ຳຂອງ ປາກຄອນ-ທ່າເດື່ອ 01 ຈຸດ ແລະ ຈຸດບ້ານປ່າໄຜ່ ເທດສະບານເມືອງນານ ແຂວງຫລວງພະບາງ ຈົນເຖິງເວລາ ເວລາ 04 ໂມງ ເຊົ້າ ຂອງວັນທີ 19 ສິງຫາ 2022 ຈຶ່ງໄດ້ພົບເຫັນລົດບັນທຸກ 12 ລໍ້ ສີຂາວ ປ້າຍທະບຽນ ກຳແພງນະຄອນ ບຂ 8333 ຂັບຂີ່ມາຮອດຈຸດກວດກາ, ເຈົ້າໜ້າທີ່ວິຊາສະເພາະຈຶ່ງໄດ້ໃຫ້ສັນຍານຢຸດລົດຄັນດັ່ງກ່າວ ເພື່ອທຳການກວດກາ.

ຜ່ານການ ກວດຄົ້ນລົດຕົວຈິງ ຈຶ່ງພົບເຫັນຂອງກາງຢາເສບຕິດ ທັງໝົດ 67 ເປົາ ນ້ຳໜັກ 2.175 ກິໂລກຣາມ ທີ່ຊຸກເຊື່ອງໄວ້ ຢູ່ພື້ນລົດໃຫຍ່ ໂດຍເອົາເຫຼັກເສດປົກປິດໄວ້ ໃນນັ້ນມີ ຢາໄອສ໌ ຈຳນວນ 8 ເປົາ ນໍ້າໜັກ 259 ກິໂລກຼາມ, ໂຄເຄນ 58 ເປົາ ນໍ້ຳໜັກ 1.807 ກິໂລກຣາມ, ເຮໂຣອິນ ຈຳນວນ 03 ເປົາ ມີ 280 ແທ່ງ ນ້ຳໜັກ 109 ກິໂລກຣາມ ແລະ ເງິນກີບທະນາຄານ 4.700.000 ກີບ,ເງິນບາດໄທ 50.000 ບາດ, ເຈົ້າໜ້າທີ່ຈຶ່ງຢຶດທັງລົດ ແລະ ຂອງກາງພ້ອມທັງກັກຕົວຜູ້ຖືກຫາຈຳນວນ 02 ຄົນຊື່ ທ້າວ ບຸນສົງ ຄຳໄຊແກ້ວ ອາຍຸ 32 ປີ, ອາຊີບ ຂັບລົດ, ຊັນຊາດ ລາວ, ຊົນເຜົ່າ ລື້, ຢູ່ບ້ານ ນາງົວ ເມືອງ ເງິນ ແຂວງ ໄຊຍະບູລີ ແລະ ທ້າວ ລີປໍ ເລົ່າ ອາຍຸ 15 ປີ,ອາຊີບ ກໍາມະກອນ,ຊັນຊາດລາວ, ຊົນເຜົ່າ ມົ້ງ, ຢູ່ບ້ານ ຫ້ວຍລໍາແພນ ເມືອງປາກທາ ແຂວງບໍ່ແກ້ວ ຈິ່ງນໍາເອົາພວກກ່ຽວມາ ສືບສວນ-ສອບສວນ ດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ຂໍ້ມູນຈາກ: ຄວາມສະຫງົບ Lao Security News

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...