ຂໍຂອບໃຈນຳຜູ້ສະໜັບສະໜູນ

ໃນຄ່ຳຄືນຂອງວັນທີ 6 ກັນຍາ 2022 ກະຊວງປ້ອງກັນຄວາມສະຫງົບ, ປກສ ແຂວງ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ, ປກສ-ປກຊ ປະຈຳເຂດ ແລະ ສະພາບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ໄດ້ລົງກວດກາຄວາມເປັນລະບຽບຮຽບຮ້ອຍຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ.

ໃນການລົງກວດກາຄັ້ງນີ້ກໍ່ແມ່ນການປະຕິບັດຄຳສັ່ງຂອງຂັ້ນເທິງ ໃນການປັບປຸງ​ການ​ຄຸ້ມ​ຄອງ​ ແລະ ຍົກລະດັບຄວາມສະຫງົບປອດໄພພາຍໃນເຂດ. ໃຫ້ນັກລົງທຶນມີຄວາມຄວາມໝັ້ນໃຈ, ຜູ້ອອກແຮງງານເຮັດວຽກດ້ວຍຄວາມສະບາຍໃຈ ແລະ ນັກທ່ອງທ່ຽວສາມາດທ່ອງທ່ຽວຢ່າງມີຄວາມສຸກ

ສຳລັບຈຸດປະສົງໃນການກວດກາໃນັຄ້ງນີ້ ກໍເພື່ອສະກັດ​ກັ້ນ​ການ​ກະທຳທີ່​ຜິດ​ຕໍ່ລະບຽບກົດໝາຍເຊັ່ນ: ການ​ລັກລອບ​ຄ້າສິ່ງ​ເສບ​ຕິດ, ການນຳ​ໃຊ້ແຮງ​ງານ​ຜິດ​ກົດໝາຍ, ການ​ຄ້າ​ມະນຸດ ແລະ ການ​ສໍ້​ໂກງ​ທາງ​ອິນ​ເຕີ​ເນັດ. ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ປະກອບການ ແລະ ຜູ້ອອກແຮງງານໃຫ້ຖືກຕ້ອງຕາມກົດໝາຍ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຂໍ້ມູູນຈາກ: ເຂດເສດຖະກິດພິເສດສາມຫຼ່ຽມຄຳ

Hits: 13

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້