Articles by

xaysana InsideLaos

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ສໍາລັບແມ່ຄ້າທີ່ຈະມາວາງຂາຍສິນຄ້າແຕ່ລະຄົນແມ່ນ ຕ້ອງໄດ້ໃສ່ຜ້າປິດປາກ ແລະເຈວລ້າງມື, ສໍາລັບລູກຄ້າທີ່ຈະເຂົ້າມາຕ້ອງໄດ້ປະຕິບັດແບບດຽວກັນ ຄືໃຫ້ໃສ່ຜ້າປິດປາກທຸກໆຄົນ

ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ພາຍຫຼັງ ແຂວງ ຈຳປາສັກ ໄດ້ມີຜູ້ຕິດເຊື້ອສູງ ເຊິ່ງຄາດວ່າ ຍັງຈະມີຈໍານວນຜູ້ຕິດເຊື້ອດັ່ງກ່າວເພີ່ມອີກ ຊຶ່ງຜູ້ເຂົ້າຮ່ວມກອງປະຊູມ ໄດ້ຕົກລົງເຫັນດີໃຫ້ຍົກລະດັບໂຮງໝໍເມືອງໂພນທອງ ແລະ ໂຮງໝໍ 106 ເປັນສູນກາງປີ່ນປົວຫຼັກພະຍາດໂຄວິດ-19 ຊຶ່ງສາມາດຮັບຄົນເຈັບໄດ້ປະມານ 100 ຕຽງ

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມຄວາມພ້ອມ ໂຮງຫມໍພາກສະຫນາມ ເພື່ອຮອງຮັບໃຫ້ແກ່ຜູ້ຕິດເຊື້ອໂຄວິດ -19 ທີ່ມີການລະບາດຮອບໃຫມ່

ໍຊົມເຊີຍ! ບໍລິສັດ ເບຍລາວ ຈຳກັດ ມອບເງິນປະກອບສ່ວນໃນການຕ້ານໂຄວິດ-19 ໃຫ້ບັນດາແຂວງທົ່ວປະເທດ ລວມມູນຄ່າ 2,5 ຕື້ກີບ

ບໍລິສັດ ເບຍລາວ ຈຳກັດ ໄດ້ມອບເງິນປະກອບສ່ວນໃນການ ສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ກັບນະຄອນຫຼວງວຽງຈັນ ຈຳນວນ 500 ລ້ານກີບ. ໂດຍການມອບຂອງ ທ່ານ ເຮັນຣິກ ແອນເດີເຊັນ ຜູ້ອຳນວຍການບໍລິສັດ ເບຍລາວ ຈໍາກັດ ແລະ ຮັບໂດຍ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ທ່ານນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍທີມງານ ໄດ້ລົງຕິດຕາມກວດກາ ແລະ ຊຸກຍູ້ການເຝົ້າລະວັງການປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄ ວິດ 19 ຢູ່ເມືອງໄຊບູລີ

ທາມລາຍ! ຂອງຜູ້ຕິດເຊືື້ອໂຄວິດ-19 ກໍລະນີ 160-247

ໃນວັນທີ 24 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 3,012 ຄົນ; ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 88 ຄົນ, ໃນນັ້ນ ຈາກນະຄອນຫຼວງວຽງຈັນ 84 ຄົນ, ແຂວງບໍ່ແກ້ວ 2 ຄົນ, ແຂວງຈຳປາສັກ 2 ຄົນ ແລະ ສຳລັບລາຍລະອຽດ ຂອງຜູ້ຕິດເຊື້ອ 88 ຄົນ ແມ່ນມີດັ່ງຕໍ່ໄປນີ້:

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ຄະນະສະເພາະກິດແຂວງສາລະວັນ ແມ່ນໄດ້ກະກຽມສະຖານທີ່ສູນກັກບໍລິເວນ ສຳລັບຜູ້ທີ່ເດີນທາງມາແຕ່ກຸ່ມສ່ຽງ ກໍ່ຄືມາຈາກນະຄອນຫຼວງວຽງຈັນ ທີ່ເດີນທາງມາໃນຄັ້ງວັນທີ 21-22 ເມສາ ທີ່ຜ່ານມາ ເດີນທາງມາຮອດສາລະວັນໂດຍລົດຂົນສົ່ງສານ 3 ຄັນ, ມີຜູ້ໂດຍສານ 77 ຄົນ

ມາເບີ່ງ! ປະຫວັດການເຄື່ອນໄຫວຂອງ ຜູ້ຕິດເຊື້ອກໍລະນີ 95-159

ໃນວັນທີ 23 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1,292 ຄົນ, ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 65 ຄົນ, ໃນນັ້ນ ຈາກນະຄອນຫຼວງວຽງຈັນ 60 ຄົນ, ແຂວງບໍ່ແກ້ວ 2 ຄົນ, ແຂວງຈຳປາສັກ 2 ຄົນ ແລະ ແຂວງວຽງຈັນ 1 ຄົນ ສຳລັບລາຍລະອຽດ ຂອງຜູ້ຕິດເຊື້ອ 65 ຄົນ ແມ່ນມີດັ່ງຕໍ່ໄປນີ້