ເຮືອນAdvertorial

Advertorial

ເຕັກໂນໂລຊີອັດສະລິຍະ ເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມກັບ Lenovo

ໃນຖານະບໍລິສັດຜູ້ນໍາດ້ານເຕັກໂນໂລຊີລະດັບໂລກ ເລີໂນໂວ ມຸ່ງໝັ້ນທີ່ຈະນໍາເອົາການປ່ຽນແປງສໍາລັບອະນາຄົດທີ່ກ້າວໜ້າ ແລະ ຍືນຍົງໃນສັງຄົມ ແລະ ສິ່ງແວດລ້ອມໂດຍຜ່ານເຕັກໂນໂລຊີອັດສະລິຍະ ພາຍໃຕ້ແນວຄວາມຄິດ Smarter Technology for All.

ສູນ Samsung Innovation Campus ຢັ້ງຢືນນັກສຶກສາສຳເລັດ “Coding, programing & Data Science”

ໃນວັນທີ 12 ທັນວາ 2023 ທີ່ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີມອບໃບຢັ້ງຢືນການຝຶກ ອົບຮົມໄລຍະສັ້ນໃນຫົວຂໍ້: “Coding, programing & Data Science” ເຊິ່ງເປັນໂຄງການຮ່ວມມືລະຫວ່າງ ມະຫາວິທະຍາໄລແຫ່ງຊາດ ກັບ ບໍລິສັດ ຊໍາຊຸງເອເລັກໂຕຼນິກ ປະຈໍາ ສປປ ລາວ ຢັ້ງຢືນ ນັກສຳມະນາກອນໄດ້ສຳເລັດການຝຶກອົບຮົມ ຈໍານວນ 26 ຄົນ.

ຊໍາຊຸງລາວ ຜູ້ສະໜັບສະໜູນການແຂ່ງຂັນເບສບອນ ຊິງຂັນເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳປະເທດລາວ ຄັ້ງທີ 2

ບໍລິສັດຊໍາຊຸງ ມີຄວາມຍິນດີທີ່ໄດ້ເປັນຜູ້ສະຫນັບສະຫນູນ ການແຂ່ງຂັນເບສບອນ ຊິງຂັນເອກອັກຄະລັດຖະທູດ ສ. ເກົາຫຼີ ປະຈຳປະເທດລາວຄັ້ງທີ່ 2 ໃນວັນທີ 8-10 ທັນວາ 2023 ທີ່ເດີ່ນກິລາເບສບອນແຫ່ງຊາດຫຼັກ16.

ຫວຽດເຈັດ ເປີດ​​ຖ້ຽວ​ບິນ​ກົງພຽງໜຶ່ງດຽວທີ່ບິນລະຫວ່າງ ວຽງຈັນ-​ໂຮ​ຈິ​ມິນ ຕັ້ງ​ແຕ່​ວັນ​ທີ 25 ກຸມພາ​ນີ້,ກັບໂປຣໂມຊັນສຸດພິເສດຖ້ຽວບິນລາຄາຖືກ 0 ໂດລາ

ນະຄອນຫຼວງວຽງຈັນ, ວັນທີ 18 ທັນວາ 2023 – ຫວຽດເຈັດ (VietJet), ສາຍການບິນເອກະຊົນທີ່ໃຫຍ່ທີ່ສຸດຂອງຫວຽດນາມ, ຈະເລີ່ມໃຫ້ບໍລິການໃນເສັ້ນທາງໃໝ່ ເຊື່ອມຕໍ່ວຽງຈັນກັບນະຄອນໂຮຈີມິນໃຫຍ່ທີ່ສຸດຂອງຫວຽດນາມ ເລີ່ມແຕ່ວັນທີ 25 ກຸມພາ 2024.

50 ປີ​ ບໍລິສັດ ເບຍລາວ ຈໍາກັດ​ ມຸ່ງໝັ້ນ ໃນການພັດທະນາ ນະວັດຕະກໍາ ແລະ ການຂະຫຍາຍຕົວໃນປະເທດລາວ.​

ໃນວັນທີ 30 ພະຈິກ 2023​ ທີ່ຜ່ານມາ, ບໍລິສັດ ເບຍລາວ ຈຳກັດ ຜູ້ນຳໜ້າອຸດສະຫະກຳເຄື່ອງດື່ມ ໃນ ສປປ ລາວ ໄດ້ດຳເນີນທຸລະກິດ ແລະ ຢູ່ຄຽງຄູ່ກັບສັງຄົມລາວມາຍາວນານຄົບຮອບ 50 ປີ ໃນປີນີ້ ເຊິ່ງເປັນປີແຫ່ງຜົນສໍາເລັດຄັ້ງຍິ່ງໃຫຍ່ ແລະ ມີຄວາມໝາຍໃນໜ້າປະຫວັດສາດຂອງ ບໍລິສັດ ເບຍລາວ.

SCG ສານຝັນເຍົາວະຊົນລາວ ສູ່ຄວາມສຳເລັດ ມອບທຶນ Sharing the Dream 2023

SCG ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ ຈັດງານມອບທຶນການສຶກສາໃນໂຄງການ Sharing the Dream ປະຈຳປີ 2023 ໃຫ້ກັບນັກຮຽນມັດທະຍົມຕອນປາຍ ແລະ ນັກສຶກສາລະດັບປະລິນຍາຕີໃນ ສປປ ລາວ ໂດຍໃນປີນີ້ ມີນັກຮຽນ ແລະ ນັກສຶກສາໄດ້ຮັບທຶນລວມທັງໝົດ 210 ຄົນ ແບ່ງອອກເປັນ ນັກຮຽນມັດທະຍົມຕອນປາຍໃນນະຄອນຫຼວງວຽງຈັນ ແລະ ແຂວງຄຳມ່ວນ ແຂວງລະ 100 ຄົນ ແລະ ນັກສຶກສາລະດັບປະລິນຍາຕີທີ່ຜ່ານການຄັດເລືອກຈາກທົ່ວປະເທດອີກ 10 ຄົນ ອັນເປັນສ່ວນໜຶ່ງຂອງໂຄງການສະໜັບສະໜູນເຍົາວະຊົນຜູ້ມີຄວາມມຸ່ງໝັ້ນຕັ້ງໃຈສຶກສາຮ່ຳຮຽນ ແຕ່ຂາດໂອກາດທາງການສຶກສາ ອັນເນື່ອງມາຈາກຂາດແຄນເງິນທຶນ ເຊິ່ງ SCG ມຸ່ງໝັ້ນທີ່ຈະສືບຕໍ່ທົ່ວທັງພາກພື້ນອາຊຽນ.

ສາຍການບິນຫວຽດເຈັດ ປະກາດເປີດຖ້ຽວບິນກົງ ເຊື່ອມຕໍ່ວຽງຈັນ-ໂຮ່ຈີມິນ, ສ້າງຕັ້ງສາຍພົວພັນຮ່ວມມືຮອບດ້ານກັບລັດວິສາຫະກິດການບິນລາວ

ໃນວັນທີ 4 ທັນວາ 2023 ຢູ່ທີ່ ນະຄອນຫຼວງ ວຽງຈັນ, ສາຍການບິນຫວຽດເຈັດ ແລະ ລັດວິສາຫະກິດການບິນລາວ ໄດ້ລົງນາມໃນສັນຍາຮ່ວມມືຮອບດ້ານ, ເປັນຂີດໝາຍອັນສຳຄັນບໍ່ພຽງແຕ່ໃຫ້ສອງສາຍການບິນເທົ່ານັ້ນ, ແຕ່ຍັງເປັນການສ້າງຄວາມສຳພັນອັນດີລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງຫວຽດນາມ ແລະ ລາວ.

ທະນາຄານ ກະສິກອນໄທ ເປີດໂຕ ທະນາຄານເທິງມືຖື K PLUS Laos

ເມື່ອ (ວັນທີ 19 ຕຸລາ) - ທະນາຄານ ກະສິກອນໄທ ຈຳກັດຜູ້ດຽວ ເປີດຕົວຜະລິດຕະພັນໃໝ່ ທະນາຄານເທິງມືຖື ພາຍໃຕ້ຊື່ K PLUS Laos  ໂດຍພັດທະນາຕໍ່ຍອດຈາກແອັບພຣິເຄຊັນ ກະເປົາເງິນອອນລາຍ QR KBank  ທີ່ເປີດໃຫ້ບໍໍລິການເມື່ອປີ 2018 ໂດຍມຸ່ງເນັ້ນ ສູ່ການເປັນທະນາຄານທີ່ໃຫ້ບໍລິການດ້ານການເງິນດິຈີຕອນຢ່າງເຕັມຮູບແບບ ເພື່ອສົ່ງມອບການບໍລິການໃຫ້ແກ່ລູກຄ້າທຸກລະດັບ ຕັ້ງແຕ່ອົງກອນ, ບໍລິສັດຂະໜາດກາງ, ກຸ່ມລູກຄ້າບຸກຄົນ ແລະ ລູກຄ້າທຸລະກິດ ດ້ວຍການຂົນຄຸນສົມບັດທີ່ຕອບໂຈດກິດຈະກຳທາງການເງິນໃນຊີວິດປະຈຳວັນມາໄວ້ໃນບ່ອນດຽວ ບໍ່ວ່າຈະເປັນ ການຈ່າຍ-ໂອນ, ຖອນເງິນ ການໂອນລະຫວ່າງປະເທດ ພ້ອມເປີດໂຕຄຸນສົມບັັດໃໝ່ຊຳລະຄ່ານ້ຳປະປາ, ຄ່າໄຟຟ້າ (Bill payment) ແລະ ການເປີດ ບັນຊີເງິນຝາກປະຢັດ ເອເລັກໂຕຣນິກ K eSavings