ເຮືອນAdvertorial

Advertorial

ນໍ້າດື່ມກາຫົວເສືອ ຜູ້ສະໜັບສະໜູນຫຼັກ ງານແລ່ນ ອຸດົມໄຊ ຣາຟມາຣາທອນ

ບໍລິສັດ ເບຍລາວ ຈໍາກັດ ໂດຍຜ່ານ ຜະລິດຕະພັນ ນໍ້າດື່ມກາຫົວເສືອ ຜູ້ສະຫນັບສະຫນູນຫຼັກ ງານແລ່ນ ອຸດົມໄຊ ຣາຟມາຣາທອນ 2023 ຊຶ່ງເປີດສາກຂຶ້ນ ໃນຕອນເຊົ້າ ຂອງວັນທີ 11 ກຸມພາ 2023 ໂດຍເປັນງານແລ່ນການກຸສົນ ເພື່ອລະດົມທຶນ ຕ້ານໄພຫນາວຊ່ວຍເຫຼືອນ້ອງນັກຮຽນ ເດັກນ້ອຍຜູ້ທຸກຍາກ ຢູ່ແຂວງອຸດົມໄຊ.

ຂະບວນທຳອິດ! ສິນຄ້າກະສິກຳຈາກຈີນ ຖືກຂົນສົ່ງຜ່ານລົດໄຟ ຈີນ-ລາວ-ໄທ

ໃນວັນທີ 9 ກຸມພາ 2023 ທີ່ຜ່ານມາ ຢູ່ທີ່ ສະຖານີລົດໄຟ ທ່ານາແລ້ງ ໄດ້ມີສິນຄ້າກະສິກຳປະເພດພືດຜັກຈາກ ສປ ຈີນ ຈຳນວນ 19 ຕູ້ຄອນເທັນເນີ ຖືກຂົນສົ່ງຈາກ ຄຸນມິງ, ປະເທດຈີນ ໂດຍຜ່ານລົດໄຟ ຈີນ-ລາວ ເພື່ອສົ່ງຕໍ່ການຂົນສົ່ງຜ່ານລົດໄຟ ລາວ-ໄທ ເຊິ່ງມີປາຍທາງ ກະຈາຍສິນຄ້າກະສິກຳເຫຼົ່ານີ້ສູ່ຕະຫຼາດຕ່າງໆໃນປະເທດໄທ.

ພິທີມອບ-ຮັບ ອຸປະກອນການຮຽນ ຈາກ ບໍລິສັດ ລາວ ຊໍາຊຸງອີເລັກໂທຣນິກສ໌

ໃນຕອນບ່າຍຂອງວັັນທີ 3 ກຸມພາ 2023, ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີມອບ-ຮັບ ອຸປະກອນການຮຽນ ຈາກ ບໍລິສັດ ລາວ ຊໍາຊຸງອີເລັກໂທຣນິກສ໌ ໂດຍການເຂົ້າຮ່ວມຂອງ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ລີ ຮຍອງ ກຶນ (LEE Hyung Geun), ຜູ້ອໍານວຍການຝ່າຍບໍລິຫານ, ບໍລິສັດ ຊໍາຊຸງອີເລັກໂທຣນິກສ໌ ປະຈໍາ ສປປ ລາວ ແລະ ກໍາປູເຈຍ ທີ່ມີສໍານັກງານສາຂາບໍລິສັດຕັ້ງຢູ່ກໍາປູເຈຍ, ພ້ອມດ້ວຍພະນັກງານ ແລະ ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ເຂົ້າຮ່ວມ.

Samsung OLED 4K ລຸ້ນຫຼ້າສຸດ ມາຮອດແລ້ວ ສຳຜັດປະສົບການໃໝ່ຂອງພາບ ແລະ ສຽງ ໄດ້ທີ່ຮ້ານ Samsung Multi Experience Store

ລາວຊຳຊຸງເອເລັກໂຕນິກ ເປີດໂຕ OLED 4K Smart TV ລຸ້ນຫຼ້າສຸດ ໃນງານ Samsung OLED Launch Event ໂດຍໃຫ້ຜູ້ເຂົ້າຮ່ວມງານໄດ້ສຳຜັດປະສົບການເຕັກໂນໂລຊີພາບ ແລະ ສຽງລະດັບສູງຈາກໂທລະພາບ Samsung OLED 4K Smart TV ລຸ້ນ S95B ທີ່ໄດ້ຮັບການອອກແບບໃໝ່ລ່າສຸດ ທັງດ້ານສີສັນ, ຄວາມຄົມຊັດ ແລະ ປະສິດທິພາບ ໃນການສະແດງຜົນຄວາມລະອຽດສູງລະດັບ 4K (3,840 x 2,160) 120Hz ຮອງຮັບ content ໄດ້ເຖິງລະດັບ HDR10+ ເທິງຈໍທີ່ມີຈໍານວນພິກເຊວຫຼາຍເຖິງ 8,3 ລ້ານພິກເຊວ

ຊຳຊຸງເປີດໃຫ້ບຸກຄົນທົ່ວໄປ ໄດ້ສຳຜັດ ແລະ ທົດລອງໃຊ້ Galaxy S23 Series ທີ່ Samsung Multi Experience Store ແຫ່ງທຳອິດໃນລາວ

ລາວ ຊຳຊຸງ ເອເລັກໂທນິກ ເປີດໃຫ້ບຸກຄົນທົ່ວໄປ ໄດ້ເຂົ້າມາຮັບຊົມ ແລະ  ສໍາຜັດປະສົບການໃນການໃຊ້ງານ Galaxy S23 Series ຕະຫຼອດຈົນເຖິງອຸປະກອນຕ່າງໆຂອງຊໍາຊຸງ ຢ່າງເຕັມຮູບແບບທີ່ Samsung Multi Experience Store ແຫ່ງທຳອິດໃນລາວ...

ຊຳຊຸງເປີດຈອງ Galaxy S23 Series ໄດ້ແລ້ວທົ່ວປະເທດ ສຳຜັດປະສົບການແຫ່ງອະນາຄົດໄດ້ກ່ອນໃຜ ພ້ອມຂອງແຖມສຸດພິເສດ

ຊຳຊຸງເປີດໂຕ Galaxy S23 Series ພ້ອມກັນທົ່ວໂລກ ນໍາສະເໜີເຕັກໂນໂລຊີກ້ອງລ່າສຸດດ້ວຍເຊັນເຊີຂະໜາດ 200 ລ້ານພິກເຊວ ແລະ ໜ່ວຍປະມວນຜົນ Snapdragon® 8 Gen 2 ທີ່ເຮັດວຽກຮ່ວມກັບເຕັກໂນໂລຊີ AI ລຳ້ສະໄໝຈາກຊຳຊຸງ ເພື່ອຍົກລະດັບປະສົບການໃຊ້ງານທຸກດ້ານ

ງານມະຫາກຳນະວັດຕະກຳຍືນຍົງ ຄັ້ງທຳອິດໃນພາກອີສານ Isan BCG Expo 2022

Isan BCG Expo 2022 ງານມະຫາກໍານະວັດຕະກໍາຍືນຍົງທີ່ໃຫຍ່ທີ່ສຸດໃນພາກອີສານ ແລະ ຄັ້ງທໍາອິດໃນປະເທດໄທ ເຊິ່ງຈັດໂດຍ KKIC ຫຼື Khon Kaen Innovation Centre ແລະ ກຸ່ມມິດຜົນ ຮ່ວມກັບ 50 ເຄືອຂ່າຍພັນທະມິດ ທັງພາກລັດຖະບານ ແລະ ເອກະຊົນ ເພື່ອຍົກລະດັບ "ພາກອີສານ" ໃຫ້ເປັນສູນກາງສ້າງເສດຖະກິດໄທສູ່ອາຊຽນຍົກ 3ຈຸດແຂງ “ສ້າງສັນ ຕໍ່ຍອດ ຍືນຍົງ”

ບໍລິສັດ ເບຍລາວ ຜູ້ຮ່ວມມືທາງການ ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ່ XI ແຂວງຊຽງຂວາງ

ພາຍຫຼັງທີ່ ງານມະຫະກໍາ ກິລາແຫ່ງຊາດ ຄັ້ງທີ່ XI ຖືກເລື່ອນການແຂ່ງຂັນ ມາຫຼາຍຄັ້ງ ເນື່ອງຈາກສະພາບອາກາດ ແລະ ການແຜ່ລະບາດ ຂອງເຊື້ອໂຄວິດ-19 ໃນໄລຍະຜ່ານມາ, ມາຮອດປະຈຸບັນ ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ແມ່ນໄດ້ຮັບການຢືນຢັນແລ້ວ ວ່າຈະເປີດສາກຂຶ້ນ ຢ່າງເປັນທາງການ ລະຫວ່າງວັນທີ 13-22 ທັນວາ 2022 ຢູ່ແຂວງຊຽງຂວາງ ໂດຍຈະມີ ນັກກິລາທັງໝົດ 3.003 ຄົນ ຈາກ 1 ນະຄອນຫຼວງ 17 ແຂວງ ແລະ 4 ກະຊວງ ເຂົ້າຮ່ວມຊິງໄຊໃນທັງໝົດ 25 ປະເພດກິລາ. ສືບຕໍ່ໃຫ້ການສະໜັບສະໜູນຫຼັກ ໃນງານແຂ່ງຂັນ ມະຫາກໍາກິລາແຫ່ງຊາດ ພິເສດ ໃນປີນີ້, ບໍລິສັດ ເບຍລາວ ຈໍາກັດ ໂດຍຜ່ານຜະລິດຕະພັນ ນໍ້າດື່ມ ກາຫົວເສືອ, ເປບຊີ ແລະ ສະຕິງ ໄດ້ປະກອບສ່ວນ ຊຸກຍູ້ ທຶນຮອນ ໃນການຈັດການແຂ່ງຂັນ ຫຼາຍກ່ວາ 1.5 ຕື້ກີບ ໃນນາມ ຄູ່ຮວມທາງການ ຂອງງານມະຫະກໍາ ກິລາແຫ່ງຊາດ.