ເຮືອນArts and Cultures

Arts and Cultures

ພາໄປສ່ອງ! ສະຖານທີ່ ທີ່ສາຍມູນິຍົມໄປບະ.

ຮູ້ບໍ່ວ່າ ແມ່ນຫຍັງຄືວິທີທີ່ດີທີ່ສຸດເພື່ອເລີ່ມຕົ້ນເດືອນ? ຄຳຕອບແມ່ນໄປວັດ! ການໄປວັດເພື່ອເຮັດບຸນ ແລະ ຂໍພອນ ເປັນອີກໜຶ່ງວິທີທີ່ຈະຮັບເອົາພະລັງບວກໃຫ້ໂຕເຮົາເອງ ແລະ ເປັນແຮງບັນດານໃຈໃນການໃຊ້ຊີວິດ ເຊິ່ງຄົນລາວເຮົາສ່ວນຫຼາຍ ກໍມັກຈະມີການຂໍພອນໃນເລື່ອງຕ່າງໆ ແລະ ບະໄວ້ວ່າຖ້າໄດ້ແລ້ວ ຈະເຮັດສິ່ງໃດສິ່ງໜຶ່ງໃຫ້. ເຊິ່ງມື້ນີ້ເຮົາຈະພາໄປສ່ອງເບິ່ງວ່າມີວັດໃດແນ່ໃນລາວ ທີ່ຜູ້ຄົນສ່ວນຫຼາຍມັກໄປແກ້ບະ.

ມວຍລາຍລາວ ສິລະປະການຕໍ່ສູ້ທີ່ອ່ອນຊ້ອຍ ແຕ່ຄົງຄວາມແຂັງແກ່ນ.

ມວຍລາຍລາວ (Mouay Lai Lao)ຖືວ່າເປັນສິລະປະການຕໍ່ສູ້ ທີ່ວິຣະບູລຸດຊົນຊາດລາວແຕ່ສະໄໝບູຮານໄດ້ຄິດຄົ້ນຂຶ້ນມາ ເຊິ່ງເປັນທ່ວງທ່າລີລາການຊົກມວຍແບບລາວ ທີ່ເບິ່ງເຂັ້ມແຂັງ ໜ້າຢຳເກງ ແຕ່ກໍປະສົມປະສານໄວ້ດ້ວຍຄວາມສວຍງາມຜ່ານທ່າທາງຂອງຮ່າງກາຍ.

“ປະຊາຊົນມີຄວາມສຸກພໍປານກາງ” ຄຳທຳນາຍຂອງນາງສັງຂານ ປີໃໝ່ລາວ 2023

ຈະມີຫຼາຍຄັ້ງທີ່ເຮົາຈະຄາດຄະເນຊີວິດການເປັນຢູ່ ດ້ວຍຄຳທຳນາຍຂອງນາງສັງຂານ ໃນແຕ່ລະປີ, ໂດຍປີນີ້ກໍເຊັ່ນກັນ ບຸນປີໃໝ່ລາວມື້ທຳອິດແມ່ນກົງກັບວັນສຸກ ແຮມ 9 ຄໍ່າ ເດືອນ 5 ເຊິ່ງເຮົານັບເອົານາງສັງຂານປະຈຳວັນສຸກ ເປັນນາງສັງຂານປະຈຳປີໃໝ່ລາວ ພ.ສ 2566 ຈ.ສ 1385 ແລະ ຄ.ສ 2023 ເຊິ່ງມີນາມວ່າ "ນາງ​ ກິມິທາເທວີ".

ວິທີ​ທຳຄວາມສະອາດພະພຸດທະຮູບ

ປີໃໝ່ລາວປີນີ້ ໃຜທີ່ຕ້ອງການອະນາໄມເຮືອນ ຫຼື ທຳຄວາມສະອາດພຣະພຸດທະຮູບ ຕ້ອງເບິ່ງ! ເພື່ອທີ່ຈະໃຫ້ຖືກກັບຂັ້ນຕອນ ປິເພນີ ແລະ ຄວາມເຊື່ອ ຕ້ອງປະຕິບັດແນວໃດ? ມື້ນີ້ເຮົາຈະມາບອກວິທີໃນການທຳຄວາມສະອາດພະພຸດທະຮູບ ໄປເບິ່ງນໍາກັນເລີຍ.

ປີໃໝ່ລາວ ເອົາໃຫ້ນໍ້າຖ້ວມ ດ້ວຍ DALL-E ພາບຕະລົກຈາກຈິນຕະນາການ AI

ເມື່ອບໍ່ດົນມານີ້ ໄມໂຄຊັອບ ໄດ້ເປີດໃຫ້ຄົນໃຊ້ Bing ສາມາດສົນທະນາກັບ Chat Bot (ເຊິ່ງໃຊ້ລະບົບຈາກ Chat GPT) ໃຫ້ສ້າງຮູບພາບແບບໃດກໍໄດ້ ໂດຍອາໄສເທັກໂນໂລຍີຈາກ DALL-E ເຊິ່ງເປັນໜຶ່ງໃນລະບົບສ້າງຮູບພາບດ້ວຍລະບົບ AI ໂຕເດັ່ນໆຂອງໂລກ ເຖິງວ່າມັນຈະຈິນຕະນາການຮູບພາບອອກມາຈະຕ້ອງເວລາດົນພໍສົມຄວນ ແຕ່ກໍເປີດໃຫ້ທຸກຄົນໄດ້ໃຊ້ງານແລ້ວ.

ຮູ້ບໍ່ວ່າ! ວັນມາຄະບູຊາຂອງບາງປະເທດ ບໍ່ແມ່ນວັນດຽວກັນກັບປະເທດລາວ

ວັນມາຄະບູຊາ ເປັນວັນສຳຄັນຂອງວຊາວພຸດ ເຊິ່ງສາເຫດທີ່ຫຼາຍປະເທດມີວັນດັ່ງກ່າວບໍ່ຄືກັບປະເທດລາວ ເນື່ອງຈາກວ່າ ເຮົານັບວັນ ຫຼື ນັບປະຕິທິນຕ່າງກັນນັ້ນເອງ ປະເທດລາວເຮົາຈະນັບວັນຕາມປະຕິທິນສຸລິຍະຄາດ ເຊິ່ງຂຶ້ນ 15 ຄໍ່າເດືອນ 3 ລາວ ປີນີ້ແມ່ນຖືກວັນທີ 5 ກຸມພາ ແຕ່ປະເທດໄທນັບວັນຕາມປະຕິທິນຈັນທະຄາດ ຈະມີການນັບວັນທີແຕກຕ່າງກັນເຮັດໃຫ້ວັນມາຄະບູຊາຂອງໄທໃນປີນີ້ແມ່ນວັນທີ 6 ມີນາ (ຖ້າປີໃດປິຕິທິນໄທ ມີເດືອນອະຣິກກະມາດ ຄືມີ 8 ເດືອນສອງເທື່ອ ຫຼື ປີອາຣິກກະມາດ ກໍຈະເລື່ອນວັນມາຄະບູຊາໄປປະມານໜຶ່ງເດືອນທຽບໃສ່ກັບຂອງປະເທດລາວ.

ການວາດລວດລາຍຜ້າເປັນອາຊີບທີ່ມີສະເໜ່ຂອງແມ່ຍິງຊົນເຜົ່າມົ້ງ

ຊົນເຜົ່າມົ້ງ ໃຊ້ຊີວິດແບບຜະລິດໃຊ້ເອງ ແລະ ປະກອບອາຊີບຫັດຖະກຳເປັນຫຼັກ ໂດຍສະເພາະການຕ່ຳຜ້າ ແລະ ຕັດຫຍີບຊຸດພື້ນເມືອງ ທີ່ໄດ້ກາຍເປັນອາຊີບທີ່ມີສະເໜ່ ແລະ ເປັນເອກະລັກວັດທະນະທຳຂອງຊົນເຜົ່າມົ້ງ.

ການແສ່ວຜ້າເອກະລັກທີ່ໂດດເດັ່ນຂອງແມ່ຍິງຊົນເຜົ່າອິວມຽນ

ຊົນເຜົ່າອິວມຽນ ເປັນຊົນເຜົ່າທີ່ມີສີມືທາງດ້ານສິລະປະ ແລະ ຫັດຖະກຳເປັນຢ່າງຫຼາຍ, ຜູ້ຊາຍຊົນເຜົ່າອິວມຽນ ມີຄວາມຊ່ຽວຊານ ດ້ານການເຮັດເຄື່ອງເງິນ, ສ່ວນແມ່ຍິງ ມີສີມືດ້ານການແສ່ວຜ້າທີ່ງົດງາມ, ມີເທັກນິກການຈັບເຂັມໃນຂະນະທີ່ປັກ ແລະ ຈະໃຊ້ວິທີ່ປີ້ນເອົາທາງໜ້າຂອງຜ້າລົງ ແລ້ວຈຶ່ງແສ່ວທາງດ້ານຫຼັງຂອງຜ້າ ໂດຍຈະບໍ່ມີການພີກກັບມາເບິ່ງ ດ້ານໜ້າອີກຈົນກວ່າຜ້າແສ່ວນັ້ນຈະສຳເລັດ ຈົນກາຍມາເປັນເອກະລັກຂອງແມ່ຍິງຊົນເຜົ່າອິວມຽນ.