ເຮືອນArts and Cultures

Arts and Cultures

ນິທານເກົ່າແກ່ຂອງລາວ ໃຜຍັງຈື່ເລື່ອງໃດຄອມເມັ້ນມາບອກກັນແດ່.

ຖ້າເວົ້າເຖິງນິທານເກົ່າແກ່ຂອງລາວ ເຮົາຈະນຶກເຖິງນິທານອັດສະຈັນທີ່ເຮົາເຄີຍຮຽນໃນຕອນຍັງນ້ອຍ ນິທານອັດສະຈັນ ເປັນນິທານພື້ນເມືອງລາວປະເພດໜຶ່ງ ເຊິ່ງແມ່ນປະຊາຊົນຜູ້ອອກແຮງງານ ເປັນຜູ້ປະດິດແຕ່ງຂຶ້ນດ້ວຍວິທີປັ້ນແຕ່ງຕົວລະຄອນທີ່ມີລັກສະນະເຫຼືອເຊື່ອ, ງຶດງໍ້ ແລະ ອັດສະຈັນ ແຕ່ໄດ້ສ່ອງແສງເຖິງທຳມະຊາດ, ການດຳລົງຊີວິດ ແລະ ຮີດຄອງປະເພນີຂອງປະຊາຊົນລາວບັນດາເຜົ່າ.

ວັດໂພສີວະນາຣາມ ຈະຖືກນໍາສະເໜີຂຶ້ນເປັນ ສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທໍາ

ທີ່ວັດໂພສີວະນາຣາມ ບ້ານໜອງຈົວ ເມືອງເລົ່າງາມ ແຂວງສາລະວັນ ໄດ້ຈັດກອງປະຊຸມປຶກສາຫາລື ການກະກຽມຈັດພິທີປະກາດ ວັດບ້ານໜອງຈົວ ເປັນສະຖານທີ່ທ່ອງທ່ຽວ ທາງດ້ານວັດທະນະທໍາ ໃນນີ້ໂດຍການເຂົ້າຮ່ວມຂອງທ່ານ ຄໍາຫວັນ ສີສະໝຸດ, ຮອງເຈົ້າເມືອງເລົ່າງາມ, ຜູ້ຊີ້ນໍາວຽກງານວັດທະນະທໍາ - ສັງຄົມ, ພຮະອາຈານ ປອ ມະຫາ ສີປະເສີດ ໄຊຍະປັນຍາ ແລະ ບັນດາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທາດກະເດົາທຶກ! ບູຮານສະຖານ ທີ່ເກົ່າແກ່ ຂອງ ແຂວງ ສາລະວັນ

ພຣະທາດກະເດົາທຶກ ເປັນອີກສະຖານບູຮານໜຶ່ງທີ່ເກົ່າແກ່ ທີ່ຕັ້ງຢູ່ ບ້ານ ນາໂຄກ, ເມືອງ ຄົງເຊໂດນ, ແຂວງ ສາລະວັນເນື່ອງຈາກວ່າ ພຣະທາດອົງນີ້ ກ່ຽວພັນກັບພົງສາວະດານລາວ ຈຶ່ງເຮັດໃຫ້ແຂກຄົນທັງພາຍໃນ ແລະ ຕ່າງປະເທດ ມີຄວາມສົນໃຈ, ທາດກະເດົາທຶກ ເປັນທາດທີ່ເກົ່າແກ່ ຜ່ານແດດ-ຜ່ານຝົນມາຈົນບໍ່ຈັກວ່າເທົ່າໃດເຊັ່ນຄົນແລ້ວ

ຮູ້ຈັກກັບ “ໜັງສືຄຳພີທຳມະສາດຫຼວງ” ກົດໝາຍພື້ນຖານຂອງປະເທດທີ່ນັບຖືສາສະໜາພຸດ

ຄໍາພິທຳມະສາດນີ້ ເປັນກົດຫມາຍພື້ນການ ຂອງປະເທດທີ່ບັບທີ່ພຸດທະສາດສະຫນາ ນິກາຍຫິນະຍານ ໃນສະໄໝບູຮານ ທຸກປະເທດ ເພາະກໍເອົາສີນ 5 ເປັນຫຼັກການໃຫຍ່ ໂດຍແບ່ງອອກເປັນ 5 ບັນຄື: ບັ້ນປານາຕິບາດ, ບັ້ນອະທິນນາທານ, ບັ້ນເມສຸມິດສາຈານ, ບັ້ນມຸສາວາດ ແລະ ບັ້ນສຸຣາເມໄລ.

ຊົນເຜົ່າລື້! ກັບວັດທະນະທໍາການນຸ່ງຖື

“ຊົນເຜົ່າລື້” ແມ່ນໜຶ່ງໃນ 50 ຊົນເຜົ່າຂອງ ລາວ ແລະ ເປັນໜຶ່ງໃນ 8 ຊົນເຜົ່າ ທີ່ໃຊ້ ພາສາລາວ-ໄຕ ເຊິ່ງມີຮີດຄອງປະເພນີທີ່ເປັນເອກະລັກສະເພາະຕົວ, ມີຂະນົບທໍານຽມ ແລະ ແບບແຜນການດໍາລົງຊີວິດທີ່ໃກ້ຄຽງກັບ ຊົນເຜົ່າລາວ ໂດຍສະເພາະ ແມ່ນການນຸ່ງຖືທີ່ມີລວດລາຍ ແລະ ສີສັນທີ່ແຕກຕ່າງກັນໄປ.

ສີວັນ ສີບຸນເຮືອງ ນັກແຕ້ມຮູບ ຜູ້ສ້າງຜົນງານສູ່ສາຍຕາຊາວໂລກ.

ສີວັນ ສີບຸນເຮືອງ ເປັນນັກແຕ້ມຮູບຜູ້ທີ່ບໍ່ຍອມແພ້ໃຫ້ກັບໂຊກສະຕາ ຊີວິດພິກຜັນຈາກອຸບັດເຫດເສຍແຂນທັງສອງຂ້າງ ເຝິກຝົນຕົນເອງຈົນກາຍເປັນສິລະປິນນັກແຕ້ມຮູບ ຜູ້ທີ່ສາມາດສ້າງຜົນງານໄປສະແດງສູ່ສາຍຕາຊາວໂລກ.

“ວັດພະບາດໂພນສັນ” ຈະຂຶ້ນເປັນມໍລະດົກແຫ່ງຊາດໃນປີ 2024

ງານບຸນນະມັດສະການພະບາດໂພນສັນ ເປັນອີກໜຶ່ງໃນກິດຈະກໍາລະດັບຊາດຂອງປີທ່ອງທ່ຽວລາວ ເຊິ່ງຈະຈັດຂຶ້ນໃນເດືອນມັງກອນ ປີ 2024 ທີ່ຈະມາເຖິງນີ້ ໂອກາດດຽວກັນກໍຈະປະກາດວັດພະບາດໂພນສັນເປັນມໍລະດົກແຫ່ງຊາດ ຢ່າງເປັນທາງການ.

ປະຫວັດຄວາມເປັນມາ “ວັດພະເຈົ້າສິງຄຳ” ເມືອງຫຼາ ແຂວງ ອຸດົມໄຊ

ວັດພະເຈົ້າສິງຄຳ ຕັ້ງຢູ່ເທິງພູເຂົາຄວາຍ, ບ້ານວຽງຄຳ, ເມືອງຫລາ, ແຂວງອຸດົມໄຊ ຫ່າງຈາກຕົວເມືອງໄຊປະມານ 28 ກິໂລແມັດອຸດົມໄຊ - ຜົ້ງສາລີ ເປັນວັດໜຶ່ງທີ່ປະຊາຊົນລາວສ່ວນໃຫຍ່ເຊື່ອກັນວ່າສັກສິດ. ວັດນີ້ມີອາຍຸຫຼາຍກວ່າ 2.000 ປີ, ເມື່ອກ່ອນເປັນວັດນ້ອຍ ແລະ ໄດ້ຮັບການພັດທະນາປັບປຸງເປັນແຕ່ລະໄລຍະຈົນເຖິງກາຍເປັນວັດທີ່ສວາຍງາມ ແລະ ມີເອກະລັກສະເພາະ. ມີພະເຈົ້າສິງຄຳອົງສັກສີດປະດິດສະຖານຢູ່ວັດແຫ່ງນີ້.