Economy

ບ້ານໜອງຄຳແຮດ ກາຍເປັນບ້ານປູກຜັກສະອາດກຸ່ມທຳອິດ ຂອງເມືອງອຸທຸມພອນ

ຫ້ອງການກະສິກຳ-ປ່າໄມ້ເມືອງອຸທຸມພອນປະກາດຮັບຮອງເອົາບ້ານໜອງຄຳແຮດເປັນບ້ານປູກຜັກສະອາດກຸ່ມທຳອິດຂອງເມືອງ,ພາຍຫຼັງທີ່ໄດ້ລົງເກັບກຳຂໍ້ມູນການປູກຜັກຂອງແຕ່ລະກຸ່ມບ້ານເຫັນວ່າບ້ານໜອງຄຳແຮດແມ່ນເໝາະສົມມີຄວາມພ້ອມໃນທຸກດ້ານບໍ່ວ່າຈະເປັນການຈັດຕັ້ງຂອງກຸ່ມຄົບຊຸດ,ຄວາມສາມັກຄີຂອງສະມາຊິກພາຍໃນກຸ່ມ,ກອງທຶນ ແລະ ດ້ານອື່ນໆ. ສຳລັບກົດລະບຽບຂອງກຸ່ມແມ່ນພ້ອມກັນຜະລິດຜັກສະອາດໃຫ້ເປັນສິນຄ້າ,ເຮັດໃຫ້ກຸ່ມມີຄວາມເຂັ້ມແຂງໃນການສ້າງລາຍຮັບ,ກ່ອນອອກຈຳໜ່າຍຕ້ອງໄດ້ຜ່ານການກວດກາຈາກຄະນະກຸ່ມເສຍກ່ອນຈິ່ງຈຳໜ່າຍໄດ້ ແຕ່ວ່າຫ້າມນຳເອົາຜົນຜະລິດຈາກບ່ອນອື່ນເຂົ້າມາຈຳໜ່າຍຢ່າງເດັດຂາດ,ນອກຈາກນີ້ກຸ່ມຕ້ອງສ້າງແຜນຜະລິດ,ຈັດຫາຕະຫຼາດຈຳໜ່າຍ,ກຸ່ມປູກຜັກສະອາດໜອງຄຳແຮດມີເນື້ອທີ່ປູກຜັກທັງໝົດເກືອບ 1 ເຮັກຕາ ແລະ ມີເງິນກອງທຶນຂອງກຸ່ມຈໍານວນ 4 ແສນກວ່າກີບ ໂອກາດດັ່ງກ່າວ ທ່ານ ຂັນທະວົງ ສະຫວັນອະໂນໄທ ຫົວໜ້າຫ້ອງການກະສິກຳ-ປ່າໄມ້ເມືອງມີຄຳເຫັນວ່າ: ການສ້າງຕັ້ງກຸ່ມປູກຜັກສະອາດຂອງບ້ານໜອງຄຳແຮດ ເປັນຂີດໝາຍໜຶ່ງທີ່ເຮັດໃຫ້ຊາວກະສິກອນໄດ້ໂຮມກັນເພື່ອສ້າງຄວາມເຂັ້ມແຂງໃນການປູກ, ຄັນຖ້າຫາກວ່າພວກເຮົາປູກໃຜ...

ຍຸດທະສາດການພັດທະນາເສດຖະກິດ ແຂວງບໍລິຄຳໄຊ ປີ 2021-2030

ກອງປະຊຸມປຶກສາຫາລື ກ່ຽວກັບການຄົ້ນຄ້ວາແຜນຍຸດທະສາດ ການພັດທະນາເສດຖະກິດຂອງແຂວງ 2021-2030 ໄດ້ຈັດຂຶ້ນຢູ່ຫ້ອງປະຊຸມຫ້ອງວ່າການແຂວງບໍລິຄຳໄຊ ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ, ມີຄະນະປະຈຳພັກແຂວງ, ຫົວໜ້າ, ຮອງຫົວໜ້າຈາກພະແນກການທີ່ກ່ຽວຂ້ອງ ແລະ ຜູ້ຕາງໜ້າຈາກບັນດາເມືອງພາຍໃນແຂວງ...

ຫຼຸດຄ່າຜ່ານທາງລົງ 25% ລັດຖະບານ ເຫັນດີເພີ່ມອາຍຸສໍາປະທານເສັ້ນທາງເລກທີ 16A ຕື່ມ 8 ປີ

ການເກັບຄ່າຜ່ານທາງ16 A (ແຕ່ຂົວປາກເຊ ຫາ ຊາຍແດນວັງເຕົ່າ) ແຂວງຈຳປາສັກ ເປັນປະເດັດຮ້ອນທີ່ສັງຄົມຈົ່ມວ່າມາດົນນານ; ຂະນະທີ່ລັດຖະບານກໍໄດ້ພະຍາຍາມແກ້ຈົນມີການແຕ່ງຕັ້ງຄະນະສະເພາະກິດຂຶ້ນມາ ເພື່ອແກ້ໄຂບັນຫາດັ່ງກ່າວໃຫ້ເໝາະສົມທີ່ສຸດ. ຫຼ້າສຸດສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການເລກທີ 1983 ລົງວັນທີ 12 ພະຈິກ 2019 ເລື່ອງ ທິດຊີ້ນຳກ່ຽວກັບຜົນການກວດກາໂຄງການກໍ່ສ້າງເສັ້ນທາງເລກທີ...

ສ້າງລາຍໄດ້ 60 ລ້ານກີບຕໍ່ປີ ຍ້ອນປູກພືດຜັກເປັນສິນຄ້າ

ຄອບຄົວຂອງທ່ານ ສົມນຶກ ແສງສະຫວ່າງ ບ້ານດອນຂຽວ ເມືອງໜອງບົກ ແຂວງຄຳມ່ວນ ແມ່ນຄອບຄົວທີ່ມີມູນເຊື້ອໃນການປະກອບອາຊີບປູກຝັງ-ລ້ຽງສັດເປັນສິນຄ້າ ຈາກຮຸ້ນສູ່ຮຸ້ນສືບຕໍ່ກັນມາ ເພື່ອສ້າງເສດຖະກິດຄອບຄົວ ເຮັດໃຫ້ຄອບຄົວມີຢູ່ມີກິນ ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນ. ປະຈຸບັນຄອບຄົວທ່ານ ສົມນຶກ ມີສະມາຊິກພາຍໃນຄອບຄົວທັງໝົດ 6 ຄົນ. ໃນນັ້ນແຮງງານຕົ້ນຕໍແມ່ນ 3 ຄົນ ອາຊີບຕົ້ນຕໍຂອງຄອບຄົວແມ່ນເຮັດນາ...

ສປປ ລາວ ມີຕະຫລາດໄຟຟ້າຕ່າງປະເທດຮອງຮັບ ຫລາຍກວ່າ 20.000 ເມກາວັດ

ສປປ ລາວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ໃນການຮ່ວມມືພັດທະນາພະລັງງານໄຟຟ້າ ແລະ ຊື້-ຂາຍໄຟຟ້າໃຫ້ກັບ 4 ປະເທດເພື່ອນບ້ານ ມີ ກຳປູເຈຍ, ໄທ, ຫວຽດນາມ ແລະ ມຽນມາ ຫລາຍກວ່າ 20.000 ເມກາວັດ,...

ໄພແຫ້ງແລ້ງສົ່ງຜົນຕໍ່ການຜະລິດໄຟຟ້າຂອງລາວໄດ້ ຫຼຸດແຜນເຖິງ 30%

ໃນປີ 2019 ສປປ ລາວ ປະເຊີນກັບໄພທຳມະຊາດຢ່າງໜັກໜ່ວງບໍ່ວ່າຈະເປັນໄພນ້ຳຖ້ວມ ແລະໄພແຫ້ງແລ້ງຍ້ອນຝົນຖີ້ມຊ້ວງແຕ່ຫົວປີອັນສົ່ງຜົນໃຫ້ແກ່ຜົນຜະ ລິດໃນດ້ານຕ່າງໆບໍ່ເປັນ ຕາມແຜນການສະເພາະການຜະລິດໄຟ ຟ້າຮອດເວລານີ້ຜະລິດພຽງແຕ່ 70% ຂອງແຜນການວາງໄວ້ຫຼຸດລົງຈາກໄລຍະດຽວກັນຂອງປີກ່ອນ 5,17% ຂະນະທີ່ໝົດປີລັດຄາດວ່າຈະບັນລຸຕົວເລກລື່ນແຜນການຢ່າງແນ່ນອນເນື່ອງຈາກເຂື່ອນໃໝ່ຫຼາຍໂຄງການ ສຳເລັດກໍ່ສ້າງ ແລະເຂື່ອນເກົ່າກໍສ້ອມແປງແລ້ວມາຜະລິດເປັນປົກກະຕິ. ຕາມຂໍ້ມູນຈາກລັດຖະບານທີ່ໄດ້ລາຍງານຕໍ່ກອງປະຊຸມສະພາແຫ່ງຊາດບໍ່ດົນມານີ້ລະບຸວ່າ: ການຜະລິດກະແສ ໄຟຟ້າປະຕິບັດໄດ້ທັງໝົດ...

ວຽງຈັນມໍເຕີມາເກັດ ມີຍອດສັ່ງຈອງລົດໄຟຟ້າແລ້ວ 10 ກວ່າຄັນ

ປະຈຸບັນສະພາບເສດຖະກິດຢູ່ພາຍໃນ ແລະ ຕ່າງປະເທດໄດ້ມີການປ່ຽນແປງໂດຍເປັນສາເຫດໜຶ່ງທີ່ເຮັດໃຫ້ລາຄານໍ້າມັນເຊື້ອໄຟໄດ້ມີການເໜັງຕີງປັບຂຶ້ນລົງຢູ່ຕະຫຼອດເວລາ ຊຶ່ງໄດ້ມີຜົນກະທົບຕໍ່ຜູ້ໃຊ້ຍານພາຫະນະລົດເປັນຕົ້ນລົດໃຫຍ່ສະນັ້ນທາງບໍລິສັດວຽງຈັນມໍເຕີມາເກັດຈຶ່ງໄດ້ນຳລົດໄຟຟ້າເອັມຈີເຂົ້າມາຈຳໜ່າຍຢູ່ຕະຫຼາດລາວເປັນລົດທີ່ປະຢັດລາຍຈ່າຍໄດ້ເຖິງ 50 ເທົ່າ ເມື່ອທຽບກັບລົດໃຫຍ່ທີ່ມີຈັກໃຊ້ນໍ້າມັນດຽວນີ້ມີຍອດສັ່ງຈອງແລ້ວ 10 ກວ່າຄັນ ຄາດຮອດມື້ນຳເຂົ້າມາທ້າຍປີອາດຮອດ 50 ຄັນ. ທ່ານ ດາວວົງ ແກ້ວມະນີວົງ ຜູ້ອຳນວຍການບໍລິສັດວຽງຈັນມໍເຕີມາເກັດກ່າວວ່າ: ບໍລິສັດແມ່ນເປັນຕົວແທນຈຳໜ່າຍລົດເອັມຈີພຽງຜູ້ດຽວໃນລາວປະກອບມີລົດ MG3, MG5,...

ເປີດບໍລິການເຄືອຂ່າຍອິນເຕີເນັດຄົບວົງຈອນຢູ່ລາວ

ບໍລິສັດ GMO-Z.comLao ຈຳກັດ ໄດ້ເປີດໂຕດໍາເນີນທຸລະກິດໃຫ້ບໍລິການດ້ານເຄືອຂ່າຍອິນເຕີເນັດແບບຄົບວົງຈອນຢູ່ລາວຢ່າງເປັນທາງການໃນວັນທີ 19 ພະຈິກ 2019 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທ່ານ...