Economy

ເມືອງວາປີ ແຂວງສາລະວັນ ເປີດນຳໃຊ້ຕະຫລາດຊຸມຊົນ

​ເມືອງ​ວາປີ ​ໄດ້ຈັດ​ພິທີ​ເປີດ​ນຳ​ໃຊ້​ຕະຫລາດ​ຊຸມ​ຊົນ ​ໃນ​ທ້າຍ​ອາທິດ​ຜ່ານ​ມາ ພາຍຫລັງ​ລົງມືກໍ່ສ້າງມາແຕ່ທ້າຍປີ 2017 ຜ່ານ​ມາ ໂດຍໄດ້ຮັບທຶນສະໜັບສະໜູນຈາກ ໂຄງການພັດທະນາຊຸມຊົນແບບ ມີສ່ວນຮ່ວມ ແລະ ຍືນຍົງ ຫລື ອົງການສະຫະປະຊາຊາດເພື່ອການພັດທະນາ, ໃນມູນຄ່າ 60 ລ້ານກວ່າກີບ ແລະ...

ທ່ານນາຍົກລັດ​ຖະ​ມົນ​ຕີ ເນັ້ນໃຫ້ທະນາຄານແຫ່ງ ສປປ ລາວ ເອົາ ໃຈໃສ່ ໃນຍຸກເຊື່ອມໂຍງແບບທັນສະໄໝ.

ທ້າຍ​ອາ​ທິດ​ຜ່ານ​ມາ, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມບັນດາພະນັກງານຫລັກແຫລ່ງຂອງທະນາຄານແຫ່ງ ສປປ ລາວ ແລະ ທະນາຄານທຸລະກິດ ວ່າ: ໃນປັດຈຸບັນເຕັກໂນໂລຊີ ໄດ້ມີການປ່ຽນແປງໃນທຸກມື້ໃນທົ່ວໂລກ ສະນັ້ນພວກເຮົາຕ້ອງຮັບມືກັບສິ່ງທ້າທາຍ...

ກະ​ຊວງການເງິນແຂວງຜົ້ງສາລີ ເຜີຍແຜ່ກົດໝາຍສົ່ງເສີມ ການລົງທຶນ ແລະ ນິຕິກໍາລຸ່ມກົດໝາຍ.

ທີ່ພະແນກການເງິນແຂວງຜົ້ງ​ສາລີ ໄດ້ເຜີຍແຜ່ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ສະບັບປັບປຸງປີ 2016 ແລະ ນິຕິກໍາລຸ່ມກົດໝາຍສົ່ງເສີມການລົງທຶນ ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ວັນໄຊ ສຸກສັນ ຮອງຫົວໜ້າພະແນກແຜນການ ແລະ...

ລັດຖະບານ ສປປ.ລາວ ຈະສຸມໃສ່ປັບປຸງ ແລະ ແກ້ໄຂ 5 ບັນຫາ ເພື່ອຊຸກຍູ້ເສດຖະກິດ

ລັດຖະບານ ຈະສຸມໃສ່ປັບປຸງ ແລະ ແກ້ໄຂ 5 ບັນຫາ ເພື່ອຊຸກຍູ້ສົ່ງເສີມກຳລັງແຮງຂອງບັນດາ ພາກສ່ວນເສດຖະກິດ ໂດຍຮັບປະກັນ ໃຫ້ທຸກພາກສ່ວນ ສາມາດເຄື່ອນໄຫວຢ່າງ ມີຄວາມສະເໝີພາບ ຕໍ່ໜ້າກົດໝາຍຢ່າງແທ້ຈິງ, ທັງມີສະພາບແວດລ້ອມທີ່ອຳນວຍ​ ໃຫ້ສາມາດເຄື່ອນໄຫວຢ່າງຄ່ອງຕົວ ແລະ ສາມາດປະກອບສ່ວນເຂົ້າ...

ຮັບຮອງແຜ່ນແພ ຂອງແມ່ຍິງເມືອງຕະໂອ້ຍ ເປັນສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ.

ພິທີປະກາດ ຜະລິດຕະພັນແຜ່ນແພ ຂອງສະຫະພັນແມ່ຍິງ ເທສະບານ ເມືອງຕະໂອ້ຍແຂວງສາລະວັນ ເປັນສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ ມີ ທ່ານ ບຸນໂຮມ ໂກມສຸນີ ເຈົ້າເມືອງໆຕະໂອ້ຍພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງແລະປະຊາຊົນເຂົ້າຮ່ວມ.ໃນນັ້ນແຜ່ນແພມີ 5 ຊະນິດຄື: ສິ້ນລາຍແຊກການໂດ, ແພປູໂຕະລາຍແຊກການໂດ,...

ເຊີນຊວນເຂົ້າທ່ຽວຊົມ ງານວາງສະແດງລົດນາໆຊາດວຽງຈັນ

ງານ​ວາງ­ສະ­ແດງ​ລົດ​ນາໆຊາດ​ວຽງ​ຈັນ ຄັ້ງ​ທີ 3 ຈັດ​ຂຶ້ນ​ວັນ​ທີ 1 ຕຸ­ລາ 2018 ທີ່​ສູນ​ການ​ຄ້າ​ລາວ-ໄອ​ເຕັກ ນະ­ຄອນ­ຫຼວງ​ວຽງ​ຈັນ ງານນີ້, ຈະ​ດຳ­ເນີນ​ໄປ​ຮອດ​ວັນ​ທີ 7 ຕຸ­ລາ 2018 ພາຍ​ໃຕ້​ແນວ​ຄິດ “ການ​ເດີນ­ທາງ​ທີ່​ຍິ່ງ​ໃຫຍ່​ໃນ​ລາວ” ເຊິ່ງ​ມີ​ຄ້າຍ​ລົດ​ເຂົ້າ​ຮ່ວມ​ວາງ­ສະ­ແດງ...

ແຂວງອຸດົມໄຊ ຍົກລະດັບດ້ານການບໍລິການ ອາຫານສະອາດ-ປອດໄພ ​ໃຫ້ແກ່ຜູ້ປະກອບການ

ທາງ​ແຂວງໄດ້ເປີດຊຸດອົບຮົມ ການບໍລິການອາຫານສະອາດ ແລະ ປອດໄພ ໃຫ້ແກ່ບັນດາຜູ້ປະກອບການ, ຜູ້ບໍລິການ ຢູ່ບັນດາຮ້ານອາຫານ, ເຮືອນພັກ, ໂຮງແຮມ ແລະ ຣີສອດຕ່າງໆ ທົ່ວເທດສະບານແຂວງ ​ແນ​ໃສ່ເຮັດໃຫ້ວຽກງານ ການບໍລິການຢູ່ພາຍໃນແຂວງອຸດົມໄຊ ໄດ້ຮັບການພັດທະນາ, ຍົກລະດັບ ທັງດ້ານຄຸນນະພາບ...

ຫາລືການຄຸ້ມຄອງກິດຈະການລ້ຽງປາກະຊັງ ແລະ ເຮືອນແພ.

ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫລວງວຽງຈັນ, ຮ່ວມກັບ ຂະແໜງການກ່ຽວຂ້ອງ ຈັດກອງປະຊຸມປືກສາຫາລື ວຽກງານການ ຄຸ້ມຄອງກິດຈະການລ້ຽງປາກະຊັງ ແລະ ຮ້ານອາຫານເຮືອນແພ ທີ່ດຳເນີນທຸລະກິດຢູ່ໃນສາຍນ້ຳງື່ມ ເພື່ອຕິດຕາມແກ້ໄຂບັນຫາ ຜົນກະທົບຕໍ່ສິ່ງແວດລ້ອມ ແລະ ການລົງທຶນ ໃຫ້ຖືກຕ້ອງຕາມລະບຽບການ. ກອງປະຊຸມ​ປຶກສາ​ຫາລື...