ເຮືອນEducation & Sports

Education & Sports

ເປີດລາຍຊື່! ຄູຝຶກ ແລະ ນັກກິລາ ທີ່ຈະເຂົ້າຮ່ວມ AFF Mitsubishi Electric Cup 2022

ທີມຊາດລາວຊຸດໃຫຍ່ປະກາດລາຍຊື່ຄະນະຄູຝຶກ ແລະ ນັກກິລາເພື່ອກຽມຄວາມພ້ອມຮ່ວມການແຂ່ງຂັນບານເຕະຊາຍ ຊິງແຊ້ມອາຊຽນ ຫລື AFF Mitsubishi Electric Cup 2022 ເຊິ່ງລວມແລ້ວຈະມີຄະນະຄູຝຶກ 4 ຄົນ ແລະ ນັກກິລາ 27 ຄົນ.

WIG NAGA ກັບ MAZDA 2 ທີມເຍົາວະຊົນລາວຈະເຂົ້າຮ່ວມລາຍການແຊັມພົບແຊັມ ທີ່ໄທ

ນັກເຕະເຍົາວະຊົນລາວ ກຽມເຂົ້າຮ່ວມແຂ່ງຂັນລາຍການໃຫຍ່ທີ່ປະເທດໄທສໍາລັບ WIG NAGA ສົ່ງເຂົ້າຮ່ວມ 3 ຮຸ່ນ ກັບ MAZDA ສົ່ງເຂົ້າຮ່ວມ 2 ຮຸ່ນ ເຊິ່ງເປັນ 2 ທີມເຍົາວະຊົນຕົວແທນຈາກ ສປປ ລາວ ກຽມເຂົ້າຮ່ວມການແຂ່ງຂັນບານເຕະ 7 ຄົນລາຍການ SAT FOOTBALL THAILAND CHAMPIONSHIP 2022 ຫຼື ລາຍການແຊັມພົບແຊັມ.

4 ຂັ້ນຕອນ ໃນການກຽມໂຕສະໝັກງານ ຂອງນັກສຶກສາຈົບໃໝ່

​ພາຍຫຼັງທີ່ນັກສຶກສາຫຼາຍຄົນພາກັນຮັບໃບປະກາດຈົບການສຶກສາ ເປັນຊ່ວງທີ່ກຳລັງຈະກ້າວເຂົ້າສູ່ການໃຊ້ຊີວິດ ແລະ ການເຮັດວຽກ ເຊິ່ງການເຮັດວຽກແບບບໍ່ມີປະສົບການເຮັດໃຫ້ຫຼາຍຄົນອາດຈະບໍ່ລື້ງເຄີຍກັບການສະໝັກງານ ເພາະວ່າການສະໝັກງານບໍ່ໄດ້ໃຊ້ພຽງແຕ່ໃບຈົບການສຶກສາເທົ່ານັ້ນ ແຕ່ຍັງມີລາຍລະອຽດເລັກໆນ້ອຍໆອີກຫຼາກຫຼາຍ ທີ່ອາດຈະກຳນົດຊີວິດໃນອະນາຄົດເຮົາເລີຍກໍໄດ້. ມື້ນີ້, ເຮົາເລີຍຈະມາແນະນຳ 4 ຂັ້ນຕອນໃນການກຽມໂຕສະໝັກງານງ່າຍໆ ສຳລັບນັກສຶກສາຈົບໃໝ່ມາຝາກ.

ຈາກຄວາມຄາດຫວັງ ແລະ ຕັ້ງໃຈ ພາໃຫ້ໄດ້ຮັບໃບປະກາດແດງ

ນາງ ຈັນນາລີ ຈັນທະປັນຍາ, 22 ປີ ເປັນນັກສຶກສາຄົນດຽວ ໃນສາຂາ ບໍລິຫານທຸລະກິດທົ່ວໄປ ຈາກມະຫາວິທະຍາໄລແຫ່ງຊາດ ທີ່ໄດ້ຮັບໃບປະກາດແດງ ເຊິ່ງຜົນສຳເລັດດັ່ງກ່າວ ແມ່ນເກີດມາຈາກຄວາມຕັ້ງໃຈ ແລະ ຄວາມຄາດຫວັງ ຂອງເຂົາ ທີ່ໄດ້ອົດທົນ, ພະຍາຍາມ, ຕັ້ງໃຈ ແລະ ຊອກສະແຫວງຫາ ຈົນປະສົບຜົນສຳເລັດ.

ລັດຖະມົນຕີ ກະຊວງສຶກສາ! ຢາກໃຫ້ຄູອາຈານພັດທະນາ 3 ຢ່າງ ເພື່ອໃຫ້ກ້າວທັນການປ່ຽນແປງ.

ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ຕາງໜ້າໃຫ້ຄະນະພັກ, ຄະນະນໍາກະຊວງສຶກສາທິການ ແລະ ກິລາ ໄດ້ສົ່ງສານອວຍພອນ ເນື່ອງໃນວັນຄູແຫ່ງຊາດຄົບຮອບ 28 ປີ (07 ຕຸລາ 1994-07 ຕຸລາ 2022) ພ້ອມໄດ້ໃຫ້ອາຈານທຸກຄົນພັດທະນາ 3 ຢ່າງເພື່ອການສຶກສາທີ່ປ່ຽນແປງຄື: ຕ້ອງຄົ້ນຄວ້າລົງເລິກວິຊາທີ່ຕົນຮັບຜິດຊອບໃຫ້ເລິກເຊິ່ງ, ຕ້ອງເປັນຜູ້ນຳພາເຮັດຕົວຈິງໃນທຸກພາລະກິດທີ່ພັກ-ລັດ ມອບໝາຍໃຫ້ສຳເລັດ ແລະ ຈະຕ້ອງເປັນຜູ້ທີ່ມີຈັນຍາບັນອັນໜັກແໜ້ນ ແລະ ມີຈິດວິນຍານຂອງຄວາມເປັນຄູຢ່າງເລິກເຊິ່ງ.

ມາຮູ້ຈັກ! ອີກມູມໜຶ່ງຂອງສາວ ລິ່ນດ້າ ໃນນາມແມ່ພິມຂອງຊາດ.

ອາຊີບຄູ ເປັນອາຊີບທີ່ ສ້າງຄວາມຮູ້ໃຫ້ກັບຫຼາຍໆຄົນ ຄຳວ່າ: "ຄູ ຫຼື ແມ່ພີມຂອງຊາດ" ແມ່ນຄຳເວົ້າທີ່ສືບທອດກັນມາດົນນານແລ້ວ, ຄູໝາຍເຖິງ ຄົນທີ່ມີຄວາມຮູ້ ແລະ ປະສົບການ ທີ່ສາມາດຖ່າຍທອດຄວາມຮູ້ໄປສູ່ບຸກຄົນອື່ນໆ, ມື້ນີ້ InsideLaos ຈະພາທຸກຄົນມາຮູ້ຈັກ ລິ່ນດ້າ ໃນນາມ ຄູສອນພາສາອັງກິດ ເຊິ່ງປັດຈຸບັນສອນຢູ່ຊັ້ນ ມ4 ຢູ່ທີ່ ຮຮ ລິ່ນດ້າ ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ.

ກຽມເຊຍລາວອີກຄັ້ງ! U17 ລາວ ກຽມລົງສະໜາມນັດທຳອິດ ພົບທີມຊາດອີຣານ

ໃນການແຂ່ງຂັນບານເຕະ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 17 ປີ (AFC U17 Asian Cup 2023 Qualifiers) ສປປ ລາວ ຈະໄດ້ລົງແຂ່ງຮອບທຳອິດໃນຮອບຄັດເລືອກ ກຸ່ມໄອ ວັນທີ 5 ຕຸລາ 2022 ເວລາ 16:00 ໂມງ ທີ່ສະໜາມ Dolon Omurzakov Stadium, Bishkek ສາມາດເຂົ້າໄປຮ່ວມເຊຍໃຫ້ກຳລັງໃຈໃນການຖ່າຍທອດສົດໄດ້ ເຊິ່ງທີມຊາດລາວ ໃສ່ຊຸດສີແດງ ແລະ ອີຣານ ຈະໃສ່ຊຸດ ສີຂາວ.

ເປີດໂຕລາຍຊື່! ນັກເຕະທີມຊາດ U17 ທີ່ເຂົ້າຮ່ວມການແຂ່ງຂັນ AFC U17 Asian Cup 2023 Qualifiers

ສະຫະພັນບານເຕະແຫ່ງຊາດລາວ ໄດ້ປະກາດລາຍຊື່ນັກກິລາທີມຊາດລາວ U17 ຈຳນວນ 23 ຄົນ ພາຍໃຕ້ການຄຸມທີມຂອງທ່ານ ກັນລະຍາ ສີສົມຫວັງ ທີ່ຈະເຂົ້າຮ່ວມການແຂ່ງຂັນ AFC U17 Asian Cup 2023 Qualifiers ( group I ) ທີ່ຈະຈັດຂື້ນໃນລະຫວ່າງ ວັນທີ 5 ຫາ 9 ຕຸລາ 2022 ນີ້ ທີ່ປະເທດ ກຽກກີສະຖານ Kyrgyz Republic.