News

ເລີ່ມ​ແລ້ວ! ທາງ​ແຂວງ ໄຊຍະບູລີ ກະກຽມງານມະຫາກໍາບຸນຊ້າງ ຄັ້ງທີ 13 ປະຈໍາປີ 2019

ໃນຕອນເຊົ້າຂອງວັນທີ 11 ທັນວາ 2018 ນີ້, ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໄຊຍະບູລີ, ໄດ້ຈັດກອງປະຊຸມປຶກສາຫາລືກະກຽມງານມະຫາກໍາບຸນຊ້າງ ຄັ້ງທີ 13 ປະຈໍາປີ 2019, ໂດຍການເປັນປະທານຂອງ ທ່ານ ຍັນຍົງ ສີປະເສີດ ຮອງເລຂາພັກແຂວງ,...

ຄຳ​ມ່ວນ​ເຮັດ​ແລ້ວ! ມີແຜນປູກເຂົ້ານາແຊງ 10 ພັນເຮັກຕາ ປະຈຸບັນປັກດຳໄດ້ 26%

ທ່ານ ບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງຄຳມ່ວນ ລາຍງານວ່າ: ໃນສົກປີ 2018-2019 ທົ່ວແຂວງແມ່ນຈະສູ້ຊົນຜະລິດເຂົ້ານາແຊງໃຫ້ບັນລຸ 10 ພັນເຮັກຕາ ໃນນີ້ຜະລິດເປັນສະບຽນອາຫານ 5.220 ເຮັກຕາ ແລະ...

​ແລ້ວຮຽບ​ຮ້ອຍ! ເມືອງໂຂງຈັດງານແຂ່ງຂັນຊ່ວງເຮືອປະເພນີປະຈຳປີ 2018

 ບໍ່​ດົນຜ່ານມານີ້, ເມືອງໂຂງໄດ້ຈັດພິທີເປີດງານແຂ່ງຂັນຊ່ວງເຮືອປະເພນີປະຈຳປີ 2018 ຂຶ້ນຢ່າງເປັນທາງການທີ່ບໍລິເວນທ່າສາລາແຄມຂອງປະຈຳເມືອງ; ໃຫ້ກຽດເຂົ້າຮ່ວມເປັນປະທານໃນພິທີມີທ່ານ ສົມສະໜິດ ບຸດຕິວົງ ຮອງເຈົ້າແຂວງຈຳປາສັກ, ທ່ານ ສະນັ່ນ ສີພາພົມມະຈັນ ເຈົ້າເມືອງໆໂຂງ, ມີບັນດາທ່ານຜູ້ອຳນວຍການບໍລິສັດ, ຫ້າງຮ້ານ, ແຂກຖືກເຊີນ, ພໍ່ແມ່ປະຊາຊົນຊາວເມືອງໂຂງກໍ່ໄດ້ເຂົ້າຮ່ວມຢ່າງຟົດຟື້ນມ່ວນຊື່ນ ແລະ...

ຍົກລະດັບວຽກພິມຈໍາໜ່າຍ ແລະການພິມ ແກ່ວິຊາການຂອງລາວ

ຊຸດຝຶກອົບຮົມວຽກງານການພິມຈໍາຫນ່າຍ ແລະການພິມ ໃຫ້ແກ່ພະນັກງານວິຊາການຂອງລາວ ພາຍໃຕ້ການຮ່ວມມືລະຫວ່າງກົມພິມຈຳໜ່າຍ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແລະ ກົມພິມຈຳໜ່າຍ ກະຊວງຖະແຫຼງຂ່າວ ແລະ ການສື່ສານ ແຫ່ງ ສສ ຫວຽດນາມ...

ປູ​ບ່ອນນອນ​ແບບ​ໃດ? ໃຫ້​ຖືກ​ຕ້ອງ​ຕາມ​ປະ​ເພ​ນີ​ລາວ ສຳ​ລັບ​ຄູ່​ແຕ່ງດອງ​ໃໝ່

​ສິດ​ຖາ​ກາ​ລິ​ຍະ ໝໍ​ເຖົ້າ​ອາ​ຈານ​ບູ​ຮານ​ລາວ ທ່ານ​ກ່າວ​ໄວ້​ວ່າ ເມື່ອ​ມີ​ການ​ແຕ່ງດອງ ກໍ​ຈະ​ຕ້ອງ​ມີ​ການ​ປູ​ບ່ອນນອນ ແລະ​ການ​ຈູງ​ແຂນ​ຄູ່​ບ່າວ​ສາວ​ເຂົ້າ​ບ່ອນນອນ ພາຍ​ຫຼັງ​ຈາກ​ການ​ສູ່​ຂວັນ​ຈົບ​ລົງ ການ​ປູ​ບ່ອນນອນ ແລະ​ການ​ຈູງ​ແຂນ​ເຂົ້າ​ສູ່​ບ່ອນນອນນັ້ນ; ທ່ານ​ຖື​ເອົາ​ການ​ປູ​ແລະ​ຈູງ​ແຂນ​ເຂົ້າ​ບ່ອນນອນ​ເປັນ​ຫຼັກ ກ່າວ​ຄື ທ່ານ​ໃຫ້​ເອົາ​ຄູ່​ແຕ່ງດອງ ທີ່​ມີ​ອາ​ຍຸ​ຫຼາຍ, ມີ​ສິນ​ທຳ ຫຼື​ຄວາມ​ປະ​ພຶດ​ດີ, ມີ​ສຸ​ຂະ​ພາບ​ດີ ທັງ​ຜົວ ແລະ​ເມຍ...

ບໍລິສັດ ໄຟຟ້າຫົງສາ ວາງເປົ້າການຜະລິດໃຫ້ໄດ້ມາດຖານ ISO ໃນປີ 2019

ໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ  ເປັນໂຄງການໜຶ່ງທີ່ຜະລິດໄຟຟ້າ ຈາກພະລັງງານຄວາມຮ້ອນຖ່ານຫີນ (ລິກໄນ)  ມີໜ່ວຍຜະລິດກະແສໄຟຟ້າ 3 ໜ່ວຍ,  ມີກໍາລັງການຜະລິດທັງໝົດ 1.878  ເມກາວັດ ໃນນີ້ ໄດ້ຈຳໜ່າຍໃຫ້ລັດວິສາຫະກິດໄຟຟ້າລາວ  100 ເມກາວັດ ແລະ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ 1.473 ເມກາວັດ.  ຢ່າງ​ໃດ​ກໍຕາມ ບໍລິສັດໄຟຟ້າຫົງສາ ຈຳກັດ  ໄດ້ວາງ​ເປົ້າໝາຍພັດທະນາການຜະລິດ  ຈະ​ໃຫ້ໄດ້ຮັບມາດຕະຖານ ISO 9001:2015  ໃນປີ 2019 ທີ່​ຈະ​ມາ​ເຖິງ​ນີ້, ພ້ອມນັ້ນ  ຍັງໄດ້ຮັບການຊີ້ນໍາຈາກລັດຖະບານ  ເຂົ້າແຂ່ງຂັນພະລັງງານທີ່ເປັນມິດຕໍ່ສິ່ງແວດລ້ອມ  ​ເຊິ່ງຄາດວ່າໃນປີ 2022 ຈະໄດ້ເຂົ້າຮ່ວມແຂ່ງຂັນ. ທ່ານ ຍຸດທະຍາ ຈຸນພັນທອງ  ຜູ້ອຳນວຍການຝ່າຍສື່ສານອົງການ  ບໍລິສັດ ໄຟຟ້າຫົງສາ ຈຳກັດ ໃຫ້ຮູ້ວ່າ:  ໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ  ເປັນໂຄງການຮ່ວມທຶນ ລະຫວ່າງ ລັດວິສາຫະກິດຖືຮຸ້ນລາວ 20%,  ບໍລິ ສັດບ້ານປູ ພາວເວີ...

ຕໍ່​ໄປ​ນີ້ ກະຊວງສາທາ ຈະພັດທະນາຄຸນນະພາບວິຊາຊີບ ​ແລະປິ່ນປົວແບບຍືນຍົງ

ໃນທ້າຍອາທິດທີ່ຜ່ານມາ ທີ່ໂຮງແຮມແລນມາກ  ນະຄອນຫລວງວຽງຈັນ, ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ  ແລະ ສະພາຄຸ້ມຄອງວິຊາຊີບປິ່ນປົວ,  ກະຊວງສາທາລະນະສຸກ  ໄດ້ຈັດກອງປະຊຸມ ເພື່ອປະກາດເລີ່ມດຳເນີນການຈັດຕັ້ງປະຕິບັດ ໂຄງການພັດທະນາ  ແລະ ຮັບປະກັນຄຸນນະພາບວິຊາຊີບປິ່ນປົວແບບຍືນຍົງ ຂອງບພະຍາບານ ໃນ ສປປ ລາວ  ດີຂຶ້ນກວ່າເກົ່າ. ກອງປະຊຸມ ຍັງມີການແລກປ່ຽນຂໍ້ມູນ-ຂ່າວສານ  ກ່ຽວກັບຄວາມຄືບໜ້າ ແລະ ແຜນການໃນຕໍ່ໜ້າ. ທ່ານ ດຣ. ບຸນໜັກ ໄຊຊະນະສົງຄາມ  ຫົວໜ້າກົມປິ່ນປົວ ແລະ ຟືີນຟູໜ້າທີ່ການ ກະຊວງສາທາລະນະສຸກ ກ່າວວ່າ:  ໂຄງການນີ້ເປັນໂຄງການຮ່ວມມືລະຫວ່າງ ກະຊວງສາທາລະນະສຸກ  ແລະ ອົງການໄຈກາ ໂດຍໄດ້ຮັບການຊ່ວຍເຫລືອລ້າ ຈາກລັດຖະບານຍີ່ປຸ່ນ  ໂດຍມີກຳນົດການຈັດຕັ້ງປະຕິບັດ 5 ປີ  ເຊິ່ງເລີ່ມຕົ້ນແຕ່ເດືອນ ກໍລະກົດ 2018 ແລະ ຈະສິ້ນໂຄງການໃນເດືອນ  ກໍລະ ກົດ 2023 ເປົ້າໝາຍ ລວມຂອງໂຄງການນີ້  ແມ່ນເພື່ອປັບປຸງຄຸນນະພາບ ຂອງຜູ້ປະກອບວິຊາຊີບປິ່ນປົວ ໃນ ສປປ ລາວ  ເຮັດໃຫ້ຄຸນນະພາບປິ່ນປົວດີຂຶ້ນ ໂດຍສະເພາະ ແມ່ນວິຊາຊີບພະຍາບານ. ການຈັດຕັ້ງປະຕິບັດໂຄງການນີ້  ຍັງຈະມີຜົນໄດ້ຮັບດ້ານ ນິຕິກຳ  ແລະ ລະບຽບການຕ່າງໆ ສຳລັບລະບົບການອອກໃບອະນຸຍາດ ແລະ ຂຶ້ນທະບຽນ...

ເລີກງາມຍາມດີໃນການແຕ່ງດອງ ທີ່ຖືກຕ້ອງຕາມປະເພນີລາວ

ສິດທິກາລິຍະ ນັກປາດບູຮານລາວ ທ່ານໄດ້ໃຫ້ຄວາມເຫັນວ່າ ການແຕ່ງດອງ ເປັນພິທີສຳຄັນທີ່ສຸດຄັ້ງໜຶ່ງໃນຊີວິດ ເພາະທ່ານຖືວ່າເປັນການເອົາຄົນ ທັງຊາຍ-ຍິງ ມາຈັບຄູ່ກັນສ້າງຄອບຄົວ; ຄອບຄົວຈະໄປໃນທິດທາງໃດ? ຢູ່ທີ່ຄົນຄູ່ນີ້ຈະນຳໄປ ຊິຈະເລີນ ຫຼືເສື່ອມຖອຍ ຈະໄປລອດຫຼືບໍ່ລອດ ຈະແຍກກັນຫຼືຢູ່ດ້ວຍກັນຈົນຍາວນານ ແກ່ເຖົ້າໄປດ້ວຍກັນນັ້ນ. ນອກຈາກການສົມພົງ ແລະບໍ່ສົມພົງກ່ຽວກັບວັນ,...