News

ເຟັ້ນຫານັກກິລາ E-Sports ຕົວແທນທີມຊາດລາວ ທີ່ຈະເຂົ້າຮ່ວມ ງານມະຫະກຳກິລາຊີເກມຄັ້ງທີ່ 31

ສະຫະພັນອີສປອດ ແຫ່ງຊາດລາວ ກຳລັງຈັດການແຂ່ງຂັນ ROAD TO SEA GAMES 2022 ເພື່ອເຟັ້ນຫາໂຕນັກກິລາ ຕົວແທນທີມຊາດລາວ ໄປເຂົ້າຮ່ວມການແຂ່ງຂັນໃນງານມະຫະກຳກິລາຊີເກມຄັ້ງທີ່ 31 ທີ່ HANOI VIETNAM ເຊິ່ງຈະມີເກມກິລາຢູ່ 4 ປະເພດຫຼັກໆ

ຂ່າວເດັ່ນ! ສຳນັກຂ່າວມີເດຍລາວ

ທ່ານ ຮສ. ດ.ຣ ສິງ ເມໂນລາດ ຮອງປະທານອົງການກາແດງແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ລົງມອບເຄື່ອງຮັກສາສຸຂະອະນາໄມ ເພື່ອຕ້ານພະຍາດໂຄວິດ 19 ໃຫ້ແກ່ນ້ອງນັກຮຽນ ຢູ່ໂຮງຮຽນມັດທະຍົມສຶກສານໍ້າໂມ້ ເມືອງອະນຸວົງ ແຂວງໄຊສົມບູນ

ຂ່າວເດັ່ນ! ໜັງສືພິມວຽງຈັນທາຍ

ພະແນກສາທາລະນາສຸກແຂວງຫຼວງນໍ້າທາ ໄດ້ລົງສໍາຫຼວດເຂດພື້ນທີ່ຈະສ້າງສວນອະນຸລັກຊີວະນາໆພັນ ທີ່ເປັນຢາ ຢູ່ເຂດກິ່ວລົມເມືອງຫຼວງນໍ້າທາ ເມື່ອບໍ່ດົນມານີ້.

ທົດລອງນຳໃຊ້ EV Bus ລົດເມໄຟຟ້າຂົນສົ່ງສາທາລະນະ ໃນ ນະຄອນຫຼວງ ວຽງຈັນ.

ວັນທີ 23 ມີນາ 2022 ຢູ່ ນະຄອນຫຼວງ ວຽງຈັນ ໄດ້ມີພິທີເປີດການທົດລອງນຳໃຊ້ລົດເມໄຟຟ້າເພື່ອການຂົນສົ່ງສາທາລະນະ ເຊິ່ງຈຸດປະສົງກໍເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຂົນສົ່ງສາທາລະນະໃນຕົວເມືອງໃຫ້ບັນລຸເປົ້າໝາຍຂອງການພັດທະນາແບບຍືນຍົງຮອດປີ 2030, ພ້ອມກັນນີ້ກໍເປັນການຈັດຕັ້ງປະຕິບັດການຂົນສົ່ງສີຂຽວ, ຍືນຍົງ, ເປັນມິດຕໍ່ສິ່ງແວດລ້ອມ, ງຽບ ແລະ ທັນສະໄໝ ແລະ ເພື່ອເຮັດໃຫ້ຕົວເມືອງ ນະຄອນຫຼວງ ວຽງຈັນ ກາຍເປັນຕົວເມືອງໜ້າຢູ່.

ເຈົ້າແຂວງໆຜົ້ງສາລີ ລົງຊຸກຍູ້ວຽກງານການຜະລິດຫັດຖະກຳແຜ່ນແພ

ທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຜົ້ງສາລີ ພ້ອມດ້ວຍການນຳຂັ້ນແຂວງ, ຂັ້ນເມືອງໄດ້ລົງຊຸກຍູ້ວຽກງານການຜະລິດຫັດຖະກຳແຜ່ນແພຢູ່ບ້ານລ້ອງນາຍເກົ່າ ເມືອງບຸນໃຕ້ ພ້ອມນັ້ນປະຊາຊົນກໍ່ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ

“ບຸນກະລ່ຳປີ” ຈະຈັດຂຶ້ນຄັ້ງທຳອິດ ຢູ່ເມືອງ ວັງວຽງ, ແຂວງ ວຽງຈັນ.

ເພື່ອເປັນການຊຸກຍູ້, ສົ່ງເສີມ ການປູກກະລໍ່າປີ ທີ່ມີຄຸນນະພາບ ແລະ ເພື່ອສ້າງລາຍຮັບໃຫ້ປະຊາຊົນນັບມື້ຫຼາຍຂຶ້ນ; ອົງການປົກຄອງ ເມືອງ ວັງວຽງ, ແຂວງ ວຽງຈັນ ຮ່ວມກັບ ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ໂດຍໄດ້ຮັບການສະໜັບສະໜູນຈາກ ໂຄງການສ້າງຄວາມເຊື່ອມໂຍງ ເພື່ອຂະຫຍາຍເຄືອຂ່າຍກະສິກຳ ຫຼື CLEAN Project ຈັດງານບຸນກະລໍ່າປີ ພາຍໃນເທດສະບານ ເມືອງ ວັງວຽງ ໃນລະຫວ່າງ ວັນທີ 26-27 ມີນາ 2022 ເຊີ່ງຖືເປັນຄັ້ງທໍາອິດ ທີ່ຈະຈັດບຸນກະລໍ່າປີທີ່ໃຫຍ່ແບບນີ້ຢູ່ ສປປ ລາວ.

ຂ່າວເດັ່ນ! ສຳນັກຂ່າວມີເດຍລາວ

ານໄປຢ້ຽມຢາມເບິ່ງສ່ວນໜາກເຜັດຂອງທ່ານ ສີຫອມ ປະຊາຊົນບ້ານຊອກ ເຊີ່ງເປັນຄອບຄົວຕົວແບບໃນການປູກໜາກເຜັດຂາຍ ແລະ ຍັງໄດ້ໄປຢ້ຽມຢາມເບິ່ງຟາມ ລ້ຽງໄກ່ພັນໄຂ່ ຂອງທ່ານ ສີທາ ສິງສຸວົງ ຢູ່ທີ່ບ້ານຊອກ.

ຂ່າວເດັ່ນ! ໜັງສືພິມວຽງຈັນທາຍ

ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ຈະຈັດການແຂ່ງຂັນບານເຕະ ນັດອຸ່ນເຄື່ອງ 2 ນັດ ລະຫວ່າງທີມຊາດລາວ ຊຸດໃຫຍ່ ກັບທີມຊາດມົງໂກລີ ແລະ ບຣູໄນ, ເພື່ອກຽມເຂົ້າຮ່ວມການແຂ່ງຂັນບານເຕະ ໃນງານມະຫະກຳກິລາ ຊີເກມ ຄັ້ງທີ 31 ໃນລະຫວ່າງ ວັນທີ 12-23 ພຶດສະພາ 2022 ທີ່ ສສ ຫວຽດນາມ.