Monday, November 10, 2025
Kbank Laos โอน รับ จ่าย

ເຟັ້ນຫານັກກິລາ E-Sports ຕົວແທນທີມຊາດລາວ ທີ່ຈະເຂົ້າຮ່ວມ ງານມະຫະກຳກິລາຊີເກມຄັ້ງທີ່ 31

ສະຫະພັນອີສປອດ ແຫ່ງຊາດລາວ ກຳລັງຈັດການແຂ່ງຂັນ ROAD TO SEA GAMES 2022 ເພື່ອເຟັ້ນຫາໂຕນັກກິລາ ຕົວແທນທີມຊາດລາວ ໄປເຂົ້າຮ່ວມການແຂ່ງຂັນໃນງານມະຫະກຳກິລາຊີເກມຄັ້ງທີ່ 31 ທີ່ HANOI VIETNAM ເຊິ່ງຈະມີເກມກິລາຢູ່ 4 ປະເພດຫຼັກໆ ເຊິ່ງຈະແບ່ງອອກເປັນ 2 ປະເພດຍ່ອຍອີກຄື:

  • ປະເພດເກມການແຂ່ງຂັນຫຼັກຈະມີ: ເກມ PUBG MOBILE ແລະ ເກມ MOBILE LEGEND BANG BANG.
  • ປະເພດເກມການແຂ່ງຂັນແຍກຈະມີ: ເກມ FREE FIRE ແລະ ເກມ ARENA OF VALOR.

ສຳລັບໃນງານແຂ່ງຂັນ ???? ?? ??? ????? ???? ທາງ ສະຫະພັນ ຈະຈັດມີທັງໝົດໃນ ? ຮູບແບບດ້ວຍກັນ ຄື: ຮູບແບບການເປີດກວ້າງ ແລະ ຮູບແບບຈົດໜາຍເຊີນ, ຮູບແບບການເປີດກວ້າງຈະເປັນຮູບແບບທີ່ຈະເປີດຮັບສະໝັກໃນວົງກວ້າງ ໂດຍຈະມີການຕັ້ງກົດເກນ ແລະ ເງື່ອນໄຂຂຶ້ນມາ ເພື່ອຫານັກກິລາມາແຂ່ງຂັນກັນໃນງານແຂ່ງຂັນ ໃດໜຶ່ງເປັນຮູບແບບທີ່ຖືກນຳໃຊ້ຫຼາຍໃນປັດຈຸບັນ ແລະ ຮູບແບບຈົດໜາຍເຊີນ ເປັນຮູບແບບທີ່ຜູ້ຈັດງານແຂ່ງຂັນໃດໜຶ່ງ ອອກໜັງສືເຊີນຫາທີມທີ່ມີຜົນງານດີໃນການແຂ່ງຂັນໃດໜຶ່ງ ທີ່ທາງຜູ້ເຮັດບັດເຊີນເຄີຍຈັດມາກ່ອນ ເປັນຮູບແບບທີ່ຖືກນຳໃຊ້ຫຼາຍໃນງານໃຫຍ່ໆ ຂອງການແຂ່ງຂັນ.

ສະຫະພັນອີສປອດ ແຫ່ງຊາດລາວ ຍັງໄດ້ໃຫ້ຮູ້ຕື່ມອີກວ່າ: ໃນປັດຈຸບັນ, ແມ່ນໄດ້ເລີ່ມການແຂ່ງຂັນຄັດເລືອກທີມຊາດໄປແລ້ວທັງໝົດ 3 ເກມ ເພື່ອເຂົ້າຮ່ວມການແຂ່ງຂັນໃນງານ ມະຫາກຳກິລາຊີເກມຄັ້ງທີ 31 ທີ່ HANOI VIETNAM ກໍຄື PUBG MOBILE, MOBILE LEGEND BANG BANG ແລະ AOV, ສ່ວນເກມສຸດທ້າຍເກມ FREE FIRE ແມ່ນຢູ່ໃນຊ່ວງທີ່ກຳລັງກະກຽມການຄັດເລືອກ ແລະ ທາງສະຫະພັນອີສປອດ ແຫ່ງຊາດລາວ ກໍຍັງຈະມີກິດຈະກຳດີໆ ທີ່ຍັງບໍ່ມີກຳນົດມື້ທີ່ແນ່ນອນ ພາຍຫຼັງເດືອນ ມິຖຸນາ ປີ 2022 ນີ້.

ຂໍ້ມູນຈາກ: Lao e-Sports Federation

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.