News

ກຽມກໍ່ສ້າງ ສວນສາທາລະນະ ເພື່ອການຮຽນຮູ້

ຄະນະສະຖາປັດຕະຍະກຳສາດ (ຄສປ), ມະຫາວິທະຍາໄລແຫ່ງຊາດ ໄດ້ເປີດໂຄງການກໍ່ສ້າງ ສວນສາທາລະນະ ເພື່ອການຮຽນຮູ້ ແລະ ໃຫ້ກາຍເປັນສັນຍະລັກຂອງການພັດທະນາ ວິຊາການ ລວມທັງເປັນ ສັນຍະລັກຂອງ ຄວາມສາມັກຄີ.  

ຂ່າວເດັ່ນ! ສຳນັກຂ່າວມີເດຍລາວ

ໂຄງການສົ່ງເສີມການຈັດການວຽກງານການປະມົງຢູ່ລຽບຕາມແຄມແມ່ນຳ້ຂອງ ເປັນໂຄງການໜຶ່ງ ທີ່ໄດ້ມີການຈັດການ ດ້ານການປະມົງຊຸມຊົນແບບມີສ່ວນຮ່ວມ ແລະ ມີການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນ 10 ບ້ານເປົ້າໝາຍຂອງໂຄງການ, ການສ້າງວັງສະຫງວນຂຶ້ນ ແມ່ນເພື່ອກຳນົດຂອບເຂດ ໃນການອະນຸລັກຊີວິນາໆພັນປາ ເປັນບ່ອນອອກແມ່ແຜ່ລູກ ແລະ ລີ້ຊ່ອນຂອງປາ ເພື່ອຮັບຮອງໃຫ້ມີປາຫຼາຍຂຶ້ນໃນອະນາຄົດ

ຂ່າວເດັ່ນ! ໜັງສືພິມວຽງຈັນທາຍ

ບັນດານັກທຸລະກິດລາວ ແລະ ກຸ່ມນັກທຸລະກິດຕ່າງປະເທດ ຢູ່ສປປ ລາວ ໄດ້ລວມກັນຈັດເວທີສົນທະນາ ເພື່ອສົ່ງເສີມຄວາມຫຼາກຫຼາຍ ແລະ ການມີສ່ວນຮ່ວມໃນທຸລະກິດ ເນັ້ນໃສ່ການຂັບເຄື່ອນການຟື້ນຕົວ ທາງດ້ານເສດຖະກິດ ຈາກຜົນກະທົບຂອງການລະບາດຂອງເຊື້ອພະຍາດໂຄວິດ-19.

ງານຜະລິດຕະພັນລາວ 2022 ເນັ້ນສົ່ງເສີມຄວາມເປັນລາວ ໃຫ້ຫຼາຍຂຶ້ນ 

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ຈັດງານຜະລິດຕະພັນລາວ ຄັ້ງທີ 9 ຫຼື Made In Laos 2022 ໃນລະຫວ່າງ ວັນທີ 18-28 ກຸມພາ 2022 ໂດຍຈະເນັ້ນໃສ່ ການສົ່ງເສີມຄວາມເປັນລາວ ແລະ ພັດທະນາ ຜະລິິິິິິດຕະພັນລາວໃຫ້ຫຼາຍຂຶ້ນກວ່າເກົ່າ, ເຊິ່ງປີນີ້ ແມ່ນໄດ້ມີການຕົບແຕ່ງທີ່ເປັນເອກະລັກແບບລາວ ສຳລັບການທ່ອງທ່ຽວຂອງ ເມືອງມໍລະດົກໂລກ ຫຼວງພະບາງ.

ມອບເຄື່ອງ ແລະ ອຸປະກອນການສຶກສາ ໃຫ້ໂຮງຮຽນຊົນເຜົ່າ ແຂວງ ຫຼວງນໍ້າທາ.

ສູນກາງແນວລາວສ້າງຊາດ ຮ່ວມກັບ ມູນນິທິ ຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປລາວ ແລະ ຄອບຄົວໃຈບຸນ ໄດ້ມອບເຄື່ອງອຸປະໂພກ, ບໍລິໂພກ ແລະ ອຸປະກອນການສຶກສາ ໃຫ້ໂຮງຮຽນສາມັນກິນນອນຊົນເຜົ່າ ເມືອງ ນາແລ, ແຂວງ ຫຼວງນໍ້າທາ ໂດຍໄດ້ຈັດຂຶ້ນ ໃນວັນທີ 22 ກຸມພາ 2022 ນີ້ຢູ່ທີ່ ເດີ່ນໂຮງຮຽນ ສາມັນກິນນອນຊົນເຜົ່າ.

ມາຮອດແລ້ວ! ລົດໄຟທໍາມະດາ ພ້ອມໃຫ້ບໍລິການ ໄວໆນີ້.

ຂະບວນລົດໄຟທໍາມະດາ ໄດ້ເດີນທາງມາຮອດສະຖານີ ນະຄອນຫຼວງ ວຽງຈັນ ແລ້ວເມື່ອວັນທີ 18 ກຸມພານີ້, ເພື່ອຮອງຮັບຈໍານວນຜູ້ໂດຍສານທີ່ນັບມື້ນັບເພີ່ມຂຶ້ນ ເປັນຈໍານວນຫຼວງຫຼາຍ ໂດຍສະເພາະໃນ ວັນເສົາ ແລະ ວັນອາທິດ.

ຂ່າວເດັ່ນ! ສຳນັກຂ່າວມີເດຍລາວ

ໃນໄລຍະ 1 ປີຜ່ານມາ ແຂວງໄຊສົມບູນ ສາມາດປະກາດຮັບຮອງບ້ານວັດທະນະທໍາ ໄດ້ ຈໍານວນ 4 ບ້ານ, ເທົ່າກັບ 80% ຂອງແຜນການປີ, ສ້າງຄອບຄົວວັດທະນະທໍາ ໄດ້ 1,321 ຄອບຄົວ, ເທົ່າກັບ 144,52% ຂອງແຜນການປີ

ຂ່າວເດັ່ນ! ໜັງສືພິມວຽງຈັນທາຍ

ປກສ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈັບຕົວຜູ້ກະທຳຜິດ ເມື່ອມໍ່ໆມານີ້ໃນຂໍ້ຫາລັກຊັບໂດຍການໄປເລາະງັດວັດ ຫຼື ຕູ້ບໍລິຈາກຢູ່ໃນວັດຊຶ່ງໃຊ້ລົດຈັກເປັນພາຫະນະໃນການເລາະກໍ່ເຫດ ແລະ ພວກກຽ່ວໄດ້ພາກັນກໍ່ເຫດດັ່ງກ່າວມາແລ້ວລວມ 4 ຄັ້ງໄດ້ເງິນຫຼາຍກວ່າ 23 ລ້ານກີບ