ຂ່າວເດັ່ນ! ສຳນັກຂ່າວມີເດຍລາວ

ປະຈຳວັນທີ 19 ກຸມພາ 2022 | ສຳນັກຂ່າວມີເດຍລາວ ໄດ້ໃຫ້ຮູ້ວ່າ:

1 ປີຜ່ານມາ ແຂວງໄຊສົມບູນ ສ້າງຄອບຄົວວັດທະນະທໍາ ໄດ້ 1,321 ຄອບຄົວ

อาจเป็นรูปภาพของ 7 คน, ผู้คนกำลังยืน, ผู้คนกำลังนั่ง และ สถานที่ในร่ม

ໃນໄລຍະ 1 ປີຜ່ານມາ ແຂວງໄຊສົມບູນ ສາມາດປະກາດຮັບຮອງບ້ານວັດທະນະທໍາ ໄດ້ ຈໍານວນ 4 ບ້ານ, ເທົ່າກັບ 80% ຂອງແຜນການປີ, ສ້າງຄອບຄົວວັດທະນະທໍາ ໄດ້ 1,321 ຄອບຄົວ, ເທົ່າກັບ 144,52% ຂອງແຜນການປີ

ໂດຍມາຮອດປັດຈຸບັນນີ້ ທົ່ວແຂວງ ມີບ້ານວັດທະນະທໍາ ທັງໝົດ 63 ບ້ານ, ມີ 11,200 ຄອບຄົວວັດທະນະທໍາ ໃນນັ້ນໄດ້ປະເມີນ ແລະ ຢັ້ງຢືນຮັບຮອງເປັນບ້ານວັດທະນະທໍາ ສະໄໝທີ 2 ໄດ້ຈໍານວນ 1 ບ້ານ. ນອກນັ້ນ ໄດ້ວາງທິດທາງແຜນການໃນຕໍ່ໜ້າ ຈະສູ້ຊົນສ້າງບ້ານວັດທະນະທໍາ ໃຫ້ໄດ້ ຈໍານວນ 4 ບ້ານ, ສ້າງຄອບຄົວວັດທະນະທໍາ ໃຫ້ໄດ້ 723 ຄອບຄົວ, ສືບຕໍ່ເອົາໃຈໃສ່ລົງຕິດຕາມ, ຊຸກຍູ້ ແລະ ປະເມີນຄືນ ເປັນບ້ານວັດທະນະທໍາ ສະໄໝທີ 2 ໃຫ້ໄດ້ ຈໍານວນ 2 ບ້ານ…ອ່ານຕໍ່

ການເງິນແຂວງຄຳມ່ວນ ສາມາດເກັບລາຍຮັບໄດ້ລື່ນແຜນ

อาจเป็นรูปภาพของ 15 คน และ ผู้คนกำลังยืน

ການຈັດຕັ້ງປະຕິບັດ ເກັບລາຍຮັບງົບປະມານຂອງແຂວງຄຳມ່ວນ ປະຈຳປີ 2021 ແມ່ນນອນຢູ່ໃນສະພາບ ເສດຖະກິດ-ການເງິນ ສືບຕໍ່ມີຄວາມຫຍຸ້ງຍາກ ຍ້ອນຜົນກະທົບຈາກໄພທຳມະຊາດ, ການແຜ່ລະບາດຂອງ ພະຍາດສັດ, ສັດຕູພືດ, ພະຍາດໂຄວິດ-19, ການເພີ່ມຂຶ້ນຂອງອັດຕາເງິນເຟີ້ ແລະ ລາຄານໍ້າມັນ ແມ່ນໄດ້ສົ່ງຜົນກະທົບຕໍ່ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ

ປີ 2021 ແຜນງົບປະມານລາຍຮັບຂອງແຂວງຄຳມ່ວນ ຕາມການມອບໝາຍ ທັງລາຍຮັບສູນກາງ ແລະ ທ້ອງຖິ່ນ ຈຳນວນທັງໝົດ 758,15 ຕື້ກີບ, ສາມາດຈັດຕັ້ງປະຕິບັດໄດ້ທັງໝົດ 760,02 ຕື້ກີບ ເທົ່າກັບ 100,25% ຂອງແຜນການ ແລະ ແຜນລາຍຮັບສູນກາງທີ່ປະຕິບັດຢູ່ແຂວງ 450,60 ຕື້ກີບ ປະຕິບັດໄດ້ 379,79 ຕື້ກີບ ເທົ່າກັບ 84,40%…ອ່ານຕໍ່

ຮອງປະທານສະພາແຫ່ງຊາດ ລົງຢ້ຽມຢາມສວນປູກໝາກກ້ຽງ ແລະ ອ່າງເກັບນໍ້າຫາງແຮ່

ທ່ານ ປອ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ແລະ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງວິລະບູລີ ກໍ່ຍັງໄດ້ສືບຕໍ່ເດີນທາງໄປຢ້ຽມຢາມເບິ່ງ ສວນປູກໝາກກ້ຽງຂອງຄອບຄົວ ນາງ ນຸ້ຍ ອຸມະຮາດ ຢູ່ບ້ານ ບຸ່ງຄໍາ ຂອງເມືອງວິລະບູລີ ແລະ ສືບຕໍ່ເດີນທາງໄປເບິ່ງເຂດຂະຫຍາຍອ່າງເກັບນໍ້າຫາງແຮ່ ຂອງໂຄງການຂຸດຄົ້ນຄໍາ-ທອງເຊໂປນ

ທ່ານຮອງປະທານສະພາແຫ່ງຊາດ ກໍ່ໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບຂັ້ນເມືອງ, ຂັ້ນແຂວງ ກໍ່ຄືບໍລິສັດລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ຈົ່ງໄດ້ສືບຕໍ່ຕິດຕາມເບິ່ງແຍງໃຫ້ການຊ່ວຍເຫຼືອ ແກ່ພໍ່ແມ່ປະຊົນທີ່ໄດ້ຮັບຜົນກະທົບ ຈາກການຂະຫຍາຍໂຄງການດັ່ງກ່າວ ເພື່ອບໍ່ໃຫ້ມີຂໍ້ຂັດແຍ່ງຕ່າງໆເກີດຂຶ້ນໃນຕໍ່ໜ້າ…ອ່ານຕໍ່

ປະຊາຊົນບ້ານຜັກຂະຍ່າ ສາມັກຄີກັນສ້າງເສັ້ນທາງເບຕົງເສີມເຫຼັກ

อาจเป็นรูปภาพของ 6 คน, ผู้คนกำลังยืน และ แหล่งน้ำ

ຢູ່ທີ່ບ້ານຜັກຂະຍ່າເມືອງອາດສະພອນ ແຂວງສະຫວັນນະເຂດ, ໄດ້ມີການເລີ່ມລົງມືຈັດຕັ້ງປະຕິແຜນພັດທະນາພື້ນຖານໂຄ່ງລ່າງຂອງບ້ານ ເປັນຕົ້ນແມ່ນການກໍ່ສ້າງເສັ້ນທາງເບຕົງຜ່ານບ້ານຂອງຕົນໃຫ້ສຳເລັດຕາມແຜນການໃນໄລຍະທີ 2

ເຊິ່ງການກໍ່ສ້າງເສັ້ນທາງໃນໄລຍະທີ 2 ແມ່ນໄດ້ກຳນົດເອົາໃນໄລຍະຄວາມຍາວ 350ແມັດ, ກ້ວາງ 5 ແມັດ, ໜາ 15-18 ຊັງຕີແມັດ, ຄາດວ່າຈະໃຫ້ສຳເລັດກ່ອນລະດູຝົນປີນີ້, ສ່ວນແຫຼ່ງທຶນການກໍ່ສ້າງຂັ້ນຕົ້ນແມ່ນເງິນລວມຂອງບ້ານ ແລະການລະດົມຈາກພາກສ່ວນລູກຫຼານຊາວບ້ານຜັກຂະຫຍ່າ ທີ່ອາໄສຢູ່ທ້ອງຖິ່ນອື່ນທັງພາຍໃນ ແລະ ຕ່າງປະເທດ…ອ່ານຕໍ່

ໂຄງການຟື້ນຟູ ແລະ ສ້ອມແປງທາງປູຢາງ 2 ຊັ້ນ ທາງເລກທີ PR-6303 ສໍາເລັດແລ້ວ 50%

ໂຄງການຟື້ນຟູ ແລະ ສ້ອມແປງທາງປູຢາງ 2 ຊັ້ນ ທາງເລກທີ PR-6303 ( ທາງແຕ່ຫຼັກ 35 ຫາ ແກ້ງກອກ ) ໄລຍະທາງແຕ່ບ້ານໜອງແວງ ຫາ ບ້ານດົງນາຄອຍ ເມືອງຈໍາພອນ ແຂວງສະຫວັນນະເຂດ ທີ່ເປັນໄລຍະທີສອງຂອງການກໍ່ສ້າງສ້ອມແປງ, ເຊິ່ງໃນໄລຍະທີ 1 ຂອງການສ້ອມແປງແມ່ນແຕ່ບ້ານຫຼັກ 35 ຫາທາງແວ່ບ້ານໜອງແວງ ເຊິ່ງໄດ້ສຳເລັດໃນຕົ້ນເດືອນມັງກອນ 2022 ທີ່ຜ່ານມາ

ໂຄງການຟື້ນຟູ ແລະ ສ້ອມແປງທາງປູຢາງ 2 ຊັ້ນ ທາງເລກທີ PR-6303 ແຕ່ທາງແວ່ບ້ານໜອງແວງ ຫາບ້ານດົງນາຄອຍ ເມືອງຈໍາພອນ ໄດ້ເລີ່ມກໍ່ສ້າງໃນວັນທີ 9 ມັງກອນ 2022 ມີລວງຍາວ 8.335 ແມັດ ກວ້າງ 7 ແມັດ ໂດຍແມ່ນພະແນກ ໂຍທາທິການ ແລະ ຂົນສົ່ງແຂວງເປັນເຈົ້າຂອງໂຄງການ ນຳໃຊ້ງົບປະມານປົກກະຕິຂອງລັດເຊິ່ງມາຮອດປະຈຸບັນນີ້ແມ່ນ ສໍາເລັດ ແລ້ວ 50% ແລະ ຄາດວ່າຈະໃຫ້ສໍາເລັດກ່ອນປີໃໝ່ລາວ…ອ່ານຕໍ່

More from author

Related posts

Latest posts

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ:

ສັນຍານເຕືອນ! ທີ່ບອກໃຫ້ຮູ້ວ່າເຈົ້າກໍາລັງເຮັດວຽກຫຼາຍເກີນໄປ.

ເຈົ້າເຄີຍສຳຫຼວດຕົນເອງບໍ່ວ່າ ເຈົ້າເປັນຄົນທີ່ເຮັດວຽກຫຼາຍເກີນໄປຫຼືບໍ່ ເພາະການເຮັດວຽກຫຼາຍບໍ່ແມ່ນວ່າເປັນນເລື່ອງບໍ່ດີ ແຕ່ອາດຈະສົ່ງຜົນກະທົບຕໍ່ສຸຂະພາບ ແລະ ສະພາບຈິດໃຈຂອງເຈົ້າເອງໂດຍບໍ່ຮູ້ໂຕ. ສະນັ້ນເຮົາຈະຮູ້ໄດ້ແນວໃດວ່າເຮົາເປັນຄົນເຮັດວຽກຫຼາຍເກີນໄປ? ມື້ນີ້ຈະມາບອກເຖິງສັນຍານທີ່ບົ່ງບອກວ່າເຮົາເປັນຄົນທີ່ເຮັດວຽກຫຼາຍເກີນໄປ.