News

ທະ​ນາ​ຄານ​ກາງລາວ-ໄທຮ່ວມສຳ​ມະ​ນາ “ພາ​ວະ​ຄວາມ​ເປັນ​ຜູ້​ນຳແລະການ​ສື່​ສານ”

ໃນ​ວັນ​ທີ 19 ກຸມ​ພາ 2019 ທີ່​ນະ​ຄອນຫຼວງວຽງ​ຈັນ ທະ​ນາ​ຄານ​ແຫ່ງ ສ​ປ​ປລາວ ຮ່ວມ​ກັບທະ​ນາ​ຄານ​ແຫ່ງປະ​ເທດ​ໄທໄດ້​ຈັດ​ຕັ້ງ​ການ​ສຳ​ມະ​ນາພາຍ​ໃຕ້​ຫົວ​ຂໍ້ “ພາ​ວະ​ຄວາມ​ເປັນ​ຜູ້​ນຳແລະການ​ສື່​ສານ” ໂດຍ​ການ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານສອນ​ໄຊສິດ​ພະ​ໄຊຜູ້​ວ່າ​ການທະ​ນາ​ຄານ​ແຫ່ງ ສ​ປ​ປລາວແລະທ່ານໄພ​ບູນກິດ​ຕິ​ສີ​ຣິ​ກັງ​ວານຮອງ​ຜູ້​ວ່າ​ການທະ​ນາ​ຄານ​ແຫ່ງປະ​ເທດ​ໄທແລະ ມີ​ນັກ​ສຳ​ມະ​ນາ​ກອນ​ທີ່​ເປັນພະ​ນັກ​ງານ​ຂັ້ນ​ນຳ​ຈາກ​ກົມ/ທຽບ​ເທົ່າ​ກົມຂອງທະ​ນາ​ຄານ​ແຫ່ງ ສ​ປ​ປລາວ - ​ບັນ​ດາທະ​ນາ​ຄານ​ລັດ ແລະພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ. ທ່ານໄພ​ບູນກິດ​ຕິ...

​ພາກ​ລັດ ຫາລືກຳນົດແຮງງານຂັ້ນຕ່ຳຮອບໃໝ່

ທ່ານ ນາງ ວາລີ ເວດສະພົງ ຮອງສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດ ລາວ ກ່າວວ່າ: ເປັນການສືບຕໍ່ຈາກກອງປະຊຸມສາມຝ່າຍຂັ້ນສູນກາງກ່ຽວກັບສາຍພົວພັນແຮງງານຄັ້ງທີ 15 ທີ່ສູນກາງສະຫະພັນກຳມະການລາວເປັນເຈົ້າພາບ ໂດຍມອບໃຫ້ ສຄອຊ ຮ່ວມມືກັບ ອົງການ lLO ເປັນຜູ້ສຶກສາເພື່ອຈະລາຍງານໃນກອງປະຊຸມສາມຝ່າຍໃນຄັ້ງທີ...

ມາ​ຮູ້​ຈັກ! ພິ​ທີ​ສາ​ບານ​ຕົນ​ຂອງ​ຜູ້​ນຳ​ລາວ​ໃນ​ສະ​ໄໝ​ກ່ອນ

ພິທີສາບານຕົນຕໍ່ບ້ານເມືອງລາວ ຂອງບັນດາຜູ້ນໍາບໍ່ໄດ້ສືບຕໍ່ມາຕາມທໍານຽມນັບແຕ່ປ່ຽນເປັນລະບອບສັງຄົມນິຍົມ ໃນປະຈຸບັນ ,ເຊິ່ງສິ່ງນີ້ແມ່ນກັບທົບເຖິງຈິດໃຈແລະຄວາມເຊື່ອໃນໃຈຂອງປະຊາຊົນລາວ ແຕ່ບໍ່ສາມາດສື່ອອກມາໄດ້ ປະຊາຊົນລາວພວກເຮົາບໍ່ໄດ້ຫູໜວກຕາບອດ ທຸກຄົນແນມເຫັນທາງເດີນຂອງປະເທດຊາດ ກົດແຮງກໍາຕາມຄວາມເຊື່ອບັນພະບູລຸດລາວ ມາແຕ່ດຶກດໍາບັນ... ເມື່ອການປະຕິບັດ ກົດໝາຍ ມັນບໍ່ສັກສິດ, ຕ້ອງເອົາເລື່ອງຄວາມເຊື່ອ, ເລື່ອງບາບບຸນຄຸນໂທດ ມາໃຊ້. ຫຼາຍປະເທດອ້ອມຮອບ ສປປລາວ ທຸກລະບົບການເມືອງ ປະເທດເພື່ອນມິດ...

ມາ​ຮູ້​ຈັກ! ພະ​ທາດ​ສີ​ໂຄດ​ຕະ​ບອງ ມິ່ງຂວັນຂອງແຂວງຄຳມ່ວນ

ໂດຍ: ຄຳພຸດ ເທບພະນົມ ພະທາດສີໂຄດຕະບອງ  ອັນເປັນປູຊະນີຍະສະຖານທີ່ ເກົ່າແກ່ແຫ່ງໜຶ່ງຂອງ ແຂວງ ຄຳມ່ວນ ກໍຄືຂອງລາວ ເຊິ່ງ ທຸກຄົນທີ່ຈະລ່ອງໃຕ້, ຂຶ້ນໄປເໜືອຕ້ອງໄດ້ແວ່ນະມັດສະການ ແລະ ສະຖານອັນສັກສິດແຫ່ງນີ້ ຈົນມີຄຳກ່າວວ່າ ຖ້າບໍ່ໄດ້ບູຊາພະທາດສີໂຄດຕະບອງບໍ່ຮອດແຂວງຄຳມ່ວນ. ພະທາດດັ່ງກ່າວ ມີປະຫວັດຄວາມເປັນມາອັນຍາວນານ, ມີຄວາມສຳພັນ...

​ລະ​ວັງ​ກັນ​ແດ່! ນະຄອນຫຼວງວຽງຈັນພົບຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍແລ້ວ ເກືອບ 200 ຄົນ

ຕາມການລາຍງານຂອງກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດ ວຽກງານປ້ອງກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍທົ່ວນະຄອນຫຼວງວຽງຈັນ, ທີ່ໄດ້ຈັດຂຶ້ນຫວ່າງບໍ່​ດົນ​ມານີ້, ໂດຍການເປັນປະທານຂອງທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທັງເປັນປະທານຄະນະກໍາມະການຄວບຄຸມພະຍາດຕິດຕໍ່ຂັ້ນນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໄຂ້ຍຸງລາຍ ເປັນພະຍາດບົ່ມຊ້ອນ ໃນນະຄອນຫຼວງວຽງຈັນມາແຕ່ປີ 2013, ມີຜູ້ຕິດເຊື້ອຫຼາຍເຖິງ 8.453...

ແຫ​​ຼ່ງ​ເງິນ​ທີ່​ຫາ​ໄດ້​ຈາກ​ການທ່ອງທ່ຽວ​ ເປັນ​ລາຍ​ຮັບ​ທີ່​ຍືນ​ຍົງ

ທ່ານ ຄຳຜອງ ດວງວິໄລ ເຈົ້າເມືອງວັງວຽງແຂວງວຽງຈັນ ໄດ້ເວົ້າວ່າ, ປັດຈຸບັນລາຍຮັບ 50% ຂອງເມືອງ ແມ່ນໄດ້ມາຈາກການທ່ອງທ່ຽວ, ປະຊາຊົນເມືອງວັງວຽງໄດ້ມີຊີວິດການເປັນຢູ່ດີຂຶ້ນເລື້ອຍໆ. ເຂົາເຈົ້າຮູ້ການຄ້າການຂາຍ, ຮູ້ຜະລິດ, ຮູ້ບໍລິການໂດຍນຳເອົາທ່າແຮງທີ່ບົ່ມຊ້ອນຂອງຕົນເພື່ອຜະລິດສິນຄ້າ ແລະ ການບໍລິການຕ່າງໆ ສະໜອງໃຫ້ແຂກທີ່ໄດ້ເຂົ້າມາທ່ອງທ່ຽວໃນເມືອງວັງວຽງນັບມື້ນັບຫລາຍຂຶ້ນ. ທ່ານ ສາລີ ປະທານສະມາຄົມການທ່ອງທ່ຽວຖ້ຳກອງລໍແບບປະຊາຊົນມີສ່ວນຮ່ວມກໍໄດ້ເວົ້າວ່າ:...

ນັກຂ່າວລາວໄດ້ຮັບທຶນການສຶກສາຈາກສະຖາບັນພາລະສຶກສາຂອງໄທ

ປີ 2019 ສະຖາບັນພະລະສຶກສາ ວິທະຍາເຂດເພັດສະບູນ ໄດ້ໃຫ້ທຶນການສຶກສາ ສົກຮຽນ 2019 ໃນລະດັບປະລິນຍາຕີສາຂາສື່ສານການກິລາສຳຫລັບບຸກຄະລາກອນ ສະມາຄົມນັກ ຂ່າວແຫ່ງ ສປປ ລາວ ຈຳນວນ 10 ທຶນ ແລະ ສາຂາການຈັດການກິລາສຳຫຼັບບຸກຄະລາກອນສະມາຄົມນັກຂ່າວແຫ່ງ...

ຢາກໃຫ້ປະຊາຊົນເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະເດີນຕາມແນວທາງຂອງພັກ

ລຸງປະທານປະເທດ ໜູຮັກ ພູມສະຫວັນ ເວົ້າວ່າ: ຢາກໃຫ້ປະຊາຊົນເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ເດີນຕາມແນວທາງຂອງພັກ ການນຳຂອງພັກຕ້ອງເປັນແບບຢ່າງນຳໜ້າທຸກດ້ານ, ຖ້າເຮົາມີແຕ່ໂຄສະນາວ່າ ພັກສະຫລາດສ່ອງໃສ ແນວນັ້ນແນວນີ້. ພັກເຮົາແມ່ນສຸດຍອດຂອງພັກຊົນຊັ້ນກຳມະກອນແທ້, ດີແທ້, ແນວທາງຂອງພັກແມ່ນຖືກຕ້ອງແທ້. ແຕ່ບຸກຄົນພາຍໃນພັກບໍ່ປະຕິບັດຕາມກົດລະບຽບຂອງພັກ, ລືມນຳໃຊ້ບັນດາຂໍ້ຫ້າມຂອງສະມາຊິກພັກ ໝາຍຄວາມວ່າມີຄົນບໍ່ດີແອບແປງຢູ່ໃນພັກ. ເຮັດໃຫ້ປະຊາຊົນຂາດຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ,...