Featured

ສື່ມວນຊົນລາວ ໄດ້ຮັບການຍົກລະດັບການຂຽນຂ່າວ ທາງອອນລາຍ.

ສະຖາບັນສື່ມວນຊົນ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບສະຖາບັນສື່ມວນຊົນ ໂຟໂຈ ຈັດຊຸດຝຶກອົບຮົມ ການຂຽນຂ່າວທາງອອນລາຍ ໄລຍະສັ້ນ 4 ວັນ ລະຫວ່າງ ວັນທີ 26-29 ພະຈິກ...

ລັດ​ຖະ​ບານ​ເຜີຍ ໃນ​ປີ 2018 ນີ້, ຂະ­ແໜງ​ກະ­ສິ­ກຳ ຂະ­ແໜງ​ອຸດ­ສາ­ຫະ­ກຳ ບໍ່​ບັນ​ລຸ​ຕາມແຜນ​ກາ​ນທີ່​ວາງ​ໄວ້

ຂະ­ແໜງ​ກະ­ສິ­ກຳ ຂະ­ແໜງ​ອຸດ­ສາ­ຫະ­ກຳ ແລະ ຂະ­ແໜງ​ບໍ­ລິ­ການ​ເປັນ 3 ຂະ­ແໜງ​ສຳ­ຄັນ​ທີ່​ເປັນ​ເສົາ­ຄ້ຳ ແລະ ຕົວ​ຊີ້​ວັດ​ເຖິງ​ການ​ຂະ­ຫຍາຍ­ຕົວ​ຂອງ​ເສດ­ຖະ­ກິດ-ສັງ­ຄົມ​ຂອງ​ປະ­ເທດ ເຊິ່ງ​ປີ 2018 ຂະ­ແໜງ​ກະ­ສິ­ກຳ ແລະ ອຸດ­ສາ­ຫະ­ກຳ ຈະ​ບໍ່​ສາ­ມາດ​ບັນ­ລຸ​ໄດ້​ຕາມ​ແຜນ­ການ​ທີ່​ວາງ​ໄວ້ ສ່ວນ​ຂະ­ແໜງ​ບໍ­ລິ­ການ ແມ່ນ​ລື່ນ​ແຜນ­ການ​ລະ­ດັບ 6,4%. ທ່ານ...

ຜູ້ຖືກຜົນກະທົບຈາກໄພນ້ຳຖ້ວມ ແຂວງອັດຕະປື ໄດ້ຮັບການສັກຢາວັກແຊັງ ກັນພະຍາດໄຂ້ທໍລະພິດແລ້ວ!

ໂຄງການສັກຢາກັນພະຍາດແຫ່ງຊາດ ຂອງສູນແມ່ ແລະ ເດັກ, ສູນຂ່າວສານການແພດ-ສຸຂະສຶກສາ ຮ່ວມກັບ ພະແນກສາທາລະນະສຸກແຂວງ, ເມືອງ ແລະ ສຸກສາລາ ໄດ້ລົງໂຄສະ ນາສຸຂະສຶກສາ ແລະ ສັກຢາກັນພະຍາດ ໄຂ້ທໍລະພິດ (Typhoid) ໃຫ້ແກ່ເດັກ...

ສະຖານທູດຈີນ ມອບທຶນການສຶກສາ 25 ທຶນ ໃຫ້ນັກຮຽນມະຫາວິທະຍາໄລແຫ່ງຊາດ

ທ້າຍອາທິດຜ່ານມານີ້, ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ ໄດ້ມອບທຶນການສຶກສາ 25 ທຶນ ມູນຄ່າ 25.000 ໂດລາສະຫະລັດ ໃຫ້ນັກສຶກສາມະຫາ ວິທະຍາໄລແຫ່ງຊາດ ປີ 1 ຈຳນວນ 25...

ຂ່າວ​ດີ! ໃນປີ 2019 ລັດຖະບານຈະຫລຸດລາຄາໄຟຟ້າ ຂະແໜງຊົນລະປະທານ 50%.

ປັດຈຸບັນ, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ສືບຕໍ່ປັບປຸງຍຸດທະສາດການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃຫ້ສອດຄ່ອງ ກັບຄວາມຮຽກຮ້ອງຕ້ອງການຕົວຈິງ, ເຊິ່ງໃນປີ 2019 ທີ່ຈະມາເຖິງນີ້ ຈະສຸມໃສ່ວາງນະໂຍບາຍດ້ານລາຄາໄຟຟ້າ ເຂົ້າໃນການຊຸກຍູ້ສົ່ງເສີມຫົວໜ່ວຍທຸລະກິດ, ໂດຍຈະໄດ້ກຳນົດນະໂຍບາຍຫລຸດລາຄາໄຟຟ້າ ສຳລັບຂະແໜງຊົນລະປະທານ 50%...

ລັດ​ຖະ​ບານ​ເລັ່ງ​ປັບ​ປຸງ​ການ​ເກັບ​ລາຍ​ຮັບ​ເຂົ້າ​ງົບ​ປະ​ມານ ໂດຍຊຳລະຜ່ານທະນາຄານ ​ເພື່ອ​ຫຼຸດ​ຜ່ອນການ​ຄໍ​ລັບ​ຊັ່ນ

ລັດ­ຖະ­ບານ​ກຳ­ລັງ​ໄດ້​ເລັ່ງ​ປັບ­ປຸງ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ວຽກ​ງານ​ການ​ເກັບ​ລາຍ​ຮັບ​ເຂົ້າ​ງົບ­ປະ­ມານ ດ້ວຍ​ການ​ຫັນ​ເປັນ​ການ​ຊຳ­ລະ​ຜ່ານ​ລະ­ບົບ​ທັນ​ສະ­ໄໝ ຫຼື ການ​ຊຳ­ລະ ແລະ ບໍ­ລິ­ການ​ຜ່ານ​ລະ­ບົບ​ທະ­ນາ­ຄານ ເຊິ່ງ​ເຮັດ​ໃຫ້­ການ​ຮົ່ວ​ໄຫຼ​ດ້ານ​ລາຍ​ຮັບ-ລາຍ​ຈ່າຍ​ງົບ­ປະ­ມານ ກໍ່​ຄື ການ​ລະ­ເມີດ​ວິ­ໄນ​ດ້ານ​ການ​ເງິນ ມີ​ທ່ວງ​ທ່າ​ທີ່​ຫຼຸດ​ລົງ​ຢ່າງ​ຊັດ​ເຈນ ຕາມ​ການ​ຕີ​ລາ­ຄາ​ຂອງ​ຂະ­ແໜງ­ການ​ເງິນ​ໃນ​ໄລ­ຍະ​ຜ່ານ​ມາ ການ​ເກັບ​ລາຍ​ຮັບ​ຈະ​ບໍ່​ສາ­ມາດ​ບັນ­ລຸ​ຕາມ​ແຜນ­ການ​ປະ­ມານ 4-5% ແຕ່​ລັດ­ຖະ­ບານ​ກໍ່​ຕັດ­ສິນ​ໃຈ​ສູ້​ຊົນ ແລະ ມີ​ມາດ​ຕະ­ການ​ຊຸກ­ຍູ້​ດ້ວຍ​ຫຼາຍ​ວິ­ທີ...

ບັນຫາຄູອາສາສະໝັກ ແລະຄູເຫລືອບໍ່ພໍ​ຕ້ອ​ງ​ໄດ້​ແກ້​ໄຂ

​ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ ​ເທື່ອ​ທີ 6 ຂອງ​ສະພາ​ແຫ່ງ​ຊາດ ​ຊຸດ​ທີ່ VIII ​ໃນທ້າຍ​ອາ​ທິດ​ຜ່ານ​ມາ, ​ສະມາຊິກ​ສະພາ​​ແຫ່ງ​ຊາດ (ສສຊ) ປະຈຳ​ເຂດ​ເລືອກ​ຕັ້ງ​ຕ່າງໆ ​ໄດ້​ສະ​ເໜີ​ໃຫ້​ລັດ ຖະບານ ​ເລັ່ງ​ແກ້​ໄຂ​ບັນຫາ​ຄູ​ອາສາ​ສະ​ໝັກ, ຄູ​ເຫລືອ​ບໍ່ພໍ ​ເຊິ່ງບັນຫາ​ດັ່ງກ່າວ, ແມ່ນມີຢູ່ທຸກຊັ້ນຮຽນ, ທຸກທ້ອງຖິ່ນ...

ຂ່າວດີ! ລາຄານ້ຳມັນລົງແລ້ວ

ແຈ້ງການ!! ປັບລາຄານ້ຳມັນຂາຍຍ່ອຍໃນຂອບເຂດທົ່ວປະເທດລົງ ເລີ່ມປະຕິບັດວັນທີ 26 ພະຈິກ 2018 ເວລາ 6:00 ເປັນຕົ້ນໄປ. ກະຊວງອຸດສາຫະກຳ ແລະການຄ້າ ແຈ້ງ ເລກທີ 1644/ອຄ.ກຄພນ. ລົງວັນທີ 23 ພະຈິກ 2018...