General

ເບຍ​ລາວ ຄືນ​ກຳ​ໄລ​ໃຫ້​ສັງ​ຄົມມອບ​ທຶນ​ການ​ສຶກ​ສາ​​ແກ່ ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ ແລະສະ​ຖາ​ບັນ​ວິ­ຈິດ​ສິນ​ແຫ່ງ​ຊາດ

ບໍ­ລິ­ສັດ ເບຍ​ລາວ ຈຳ­ກັດ ສືບ­ຕໍ່​ໃຫ້​ທຶນ​ການ​ສຶກ​ສາ​ແກ່​ນັກ​ສຶກ​ສາ ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ ແລະ ສະ​ຖາ​ບັນ​ວິ­ຈິດ​ສິນ​ແຫ່ງ​ຊາດ 150 ທຶນ ເພື່ອ​ປະ­ກອບ­ສ່ວນ​ໃນ​ການ​ຊ່ວຍ­ເຫຼືອ​ສັງ­ຄົມ ກໍ່​ຄື: ປະ­ກອບ­ສ່ວນ​ໃນ​ການ​ພັດ­ທະ­ນາ​ບຸ​ຄະ­ລາ​ກອນ​ທີ່​ມີ​ຄຸ­ນະ­ພາບ ສະ­ໜອງ​ໃຫ້​ແກ່​ສັງ­ຄົມ ໂດຍ​ມີ​ພິ­ທີ​ມອບ​ໃນ​ທ້າຍ​ອາ​ທິດ​ຜ່ານ​ມາ, ທີ່​ສະ​ຖາ​ບັນ​ວິ­ຈິດ​ສິນ​ແຫ່ງ​ຊາດ.     ຕາງ­ໜ້າ​ໃຫ້​ບໍ­ລິ­ສັດ ເບຍ​ລາວ...

ລົດ​ຈຳ​ໂບ້​ຝຸ່ນ​ເກາະ! ເພາະ​ບໍ່​ມີ​ລູກ​ຄ້າ ຕ້ອງ​ຈອດ​ໄວ​້ລ້າໆໝົດ​ມື້

ປັດຈຸບັນ, ລົດຕຸກໆ-ຈໍາໂບ້ ພວມປະເຊີນໜ້າກັບບັນຫາລູກຄ້າຫຼຸດລົງ ຈົນບາງມື້ໄດ້ຈອດລົດປະໄວ້ລ້າໆ ເຮັດໃຫ້ບາງຄົນຕ້ອງຢຸດເຊົາໄປເຮັດອາຊີບອື່ນແທນ, ຜູ້ໃຊ້ບໍລິການມີທາງເລືອກຫຼາຍຂຶ້ນ ບໍ່ວ່າຈະເປັນການໃຊ້ບໍລິການລົດຂົນສົ່ງສາທາລະນະປະເພດອື່ນ​ ຫຼື ຊື້ພາຫະນະເປັນຂອງຕົນເອງມາຂັບຂີ່. ຖ້າທຽບໃສ່ໃນເມື່ອກ່ອນ, ເຫັນໄດ້ວ່າການຊົມໃຊ້ບໍລິການລົດຕຸກໆ-ຈໍາໂບ້ ໃນນະຄອນຫຼວງວຽງຈັນ ຖືວ່າມີຜູ້ໃຊ້ບໍລິການເປັນຈໍານວນຫຼວງຫຼາຍ ທັງແຂກພາຍໃນ ແລະ ຕ່າງປະເທດ ໃຫ້ຄວາມສົນໃຈໃຊ້ບໍລິການຢ່າງຄຶກຄື້ນ...

ລາວ ຕ້ອງ​ການລົງທຶນ ກັບການສຶກສາ ແຕ່ຈະເອົາທຶນມາແຕ່ໃສ?

ເຖິງວ່າລັດຖະບານໄດ້ເພີ່ມງົບປະມານ ສໍາລັບການສຶກສາ ເພື່ອພັດທະນາຄຸນນະພາບ ແລະ ຂະຫຍາຍການເຂົ້າເຖິງການສຶກສາ ສໍາລັບເຍົາວະຊົນທົ່ວປະເທດ ໃນຊ່ວງປະມານ 5 ປີຜ່ານມານີ້ກໍຕາມ, ແຕ່ການລົງທຶນກັບການສຶກສາຂອງ ລາວ ຍັງຕໍ່າຫຼາຍ ເມື່ອທຽບໃສ່ກັບກຸ່ມປະເທດ ອາຊຽນ ທີ່ ລາວ ຢາກນໍາໃຫ້ທັນ...

ມ.ສ ວຽງ​ຈັນ ສະ​ເຫຼີມ​ສະ​ຫຼອງ​ ວັນ​ສ້າງ​ຕັ້ງ​ກາຍ​ເຄິ່ງ​ສະ​ຕະ​ວັດ​ແລ້ວ!

ໂຮງຮຽນ​ ມສ ວຽງ​ຈັນ ​ໄດ້​ຈັດ​ງານ​ສະ​ເຫລີ​​ມສະຫລອງ ວັນ​ສ້າງ​ຕັ້ງ​ໂຮງຮຽນ ຄົບຮອບ 60 ປີ ​(1958-2018) ຂຶ້ນ ທີ່​ໂຮງຮຽນ​ດັ່ງກ່າວ, ​ໂດ​ຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ຊົ​ມພູ ​ແກ້ວ​ປັນຍາ ຫົວໜ້າພະ​ແນ​ກສຶກສາ​ທິການ ​ແລະ ກິລາ ​ແລະ ທ່ານ ຄໍາ​ຮຸ່ງ ສັກ​ລໍ​ຄໍາ​...

ຄວາມ​ຈິງປາ​ກົດ​ແລ້ວ! ກໍລະນີສື່ຕ່າງປະເທດ ອອກຂ່າວບິດເບືອນຕໍ່ໂຄງການທາງລົດໄຟ ລາວ-ຈີນ

ທ່ານ ຄຳສຸກ ບຸນຍະວົງ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 2 ແຂວງ ຜົ້ງສາລີ ຢືນຢັນຢ່າງໜັກແໜ້ນ ຕໍ່ສຳນັກຂ່າວສານປະເທດລາວວ່າ: ຕົນເອງບໍ່ໄດ້ໃຫ້ສໍາພາດຕໍ່ນັກຂ່າວ ວີໂອເອ (VOA ສຽງອາ ເມລິກາ) ຄືດັ່ງທີ່ນັກຂ່າວຂອງໂທລະພາບຊ່ອງ Sping News...

ລໍ​ເບິ່ງ! ໃນປີ 2019 ສະພາ ຈະກວດກາ 2 ຫົວຂໍ້ໃຫຍ່ ການ​ເກັບ​ລາຍ​ຮັບ​​ລັດ ແລະການສ້າງວຽກເຮັດງານທຳຂອງປະຊາຊົນ

ສະພາແຫ່ງຊາດ ຈະສຸມໃສ່ຕິດຕາມກວດກາ 2 ຫົວຂໍ້ໃຫຍ່ ທີ່ຕິດພັນກັບການເກັບລາຍຮັບ ແລະ ການສ້າງວຽກເຮັດງານທຳ ຂອງປະຊາຊົນ ສຳລັບປີ 2019 ເພື່ອຍົກສູງຄຸນນະພາບ ແລະ ປະສິດທິຜົນ ຂອງວຽກງານ ຕິດຕາມກວດກາ ໃຫ້ໄດ້ຮັບຜົນດີ ແລະ...

ຍ້ອນ​ຫຍັງ? ຕວກ​ກີ ຈຶ່ງມອບເຮືອກູ້ໄພລຸຍຕົມ ມູນຄ່າ 66 ພັນກວ່າໂດລາ ໃຫ້ລັດຖະບານລາວ

ພິທີມອບ-ຮັບເຮືອກູ້ໄພລຸຍຕົມ ຈາກລັດຖະບານ, ປະຊາຊົນຕວກກີ ແລະອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໃຫ້ແກ່ສປປ ລາວ ລວມມູນຄ່າ 66 ພັນກວ່າໂດລາ ຫຼື ປະມານ 500 ລ້ານກວ່າກີບ, ໄດ້ຈັດຂຶ້ນໃນວັນທີ 21 ທັນວາ...

ບໍ່​ທຳ​ມະ​ດາ! ຫຼວງ​ນ້ຳ​ທາ ຈະ​ເລີ່ມ​ຊຳ​ລະ​ເງິນ​ທາງ​ໂທ​ລະ​ສັບແລ້ວ!

ຢູ່ສະໂມສອນແຂວງຫລວງນໍ້າ  ບໍລິສັດຊົງຊີງ ຊີງໂສ້ຟູ ພັດທະນາເຕັກໂນໂລຊີ ຈຳກັດ  ໄດ້​ເຜີຍ​ແຜ່​ຮູບ​ແບບ​ການ​ບໍລິການ,  ການ​ຄ້າ​ທາງ​ເອ​ເລັກ​ໂຕ​ນິກ ​ແລະ ​ບໍລິການສຳລະເງິນຜ່ານ ລະບົບເອເລັກ ໂຕຣນິກຜ່ານໂທລະ ສັບສະມາດໂຟນ   ເພື່ອນຳສະເໜີໃໝ່ໃນການຊຳລະເງິນຄ່າບໍລິການຕ່າງໆ  ທີ່ສະດວກສະບາຍ ໂດຍບໍ່ຕ້ອງຖືເງິນສົດ. ທ່ານ ໂຈວຫຍິງ ຜູ້ອຳນວຍການໃຫຍ່  ບໍລິສັດຊົງຊີງ ຊີງໂສ້ຟູ ພັດທະນາເຕັກໂນໂລຊີ ຈຳກັດ  ໄດ້ກ່າວວ່າ: ​​ໂດຍເຫັນໄດ້ເຖິງຄວາມ​ສຳຄັນ​ ໃນ​ການ​ດຳລົງ​ຊີວິດ,  ຕິດ​ພັນ​ກັບ​ການ​ເປັນ​ຢູ່​ຂອງ​ປະຊາຊົນ...