General

ຕໍ່ໄປນີ້ ປະຊາຊົນຄົນລາວຈະເຂົ້າເຖິງການບໍລິການທາງດ້ານການເງິນຂຶ້ນ

ສະມາຄົມການເງິນຈຸລະພາກ ຮ່ວມກັບທະນາຄານແຫ່ງ ສປປ ລາວ ໂດຍການສະໜັບສະໜູນຈາກອົງກອນ ອາດາ (ADA) ປະເທດລຸກຊຳບວກ ​ໄດ້ຈັດກອງປະ ຊຸມ ເພື່ອປຶກສາຫາລື ແລະ ສົນທະນາກ່ຽວກັບແນວໂນ້ມ ແລະ ວິວັດທະນາການຂອງ ການເງິນຈຸລະພາກ ກໍ​ຄືການສ້າງ​ເງື່ອນ​ໄຂ ​ແລະ ​ໂອກາດ...

ທລຍ ວ່າ ປະຊາຊົນລາວຜູ້ທຸກຍາກໃນຊົນນະບົດ 1,2 ລ້ານຄົນ ມີຊີວິດການເປັນຢູ່ດີຂຶ້ນ

15 ປີ​ຜ່ານ​ມາ ກອງ​ທຶນ​ລຶບ​ລ້າງຄວາມ​ທຸ​ກ​ຍາກ (ທ​ລຍ) ໄດ້​ມີ​ຜົນ​ສຳ​ເລັດ​ຫລ​າຍ​ດ້ານ​ ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ ວຽກ​ງານ​ແກ້​ໄຂ​ຄວາມ​ທຸກ​ຍາກ​ ໃຫ້​ປະ​ຊາ​ຊົນ ເປັນ​ຕົ້​ນ ​ແມ່ນອົງ​ການ​ຈັດ​ຕັ້ງ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ ຢູ່​ໃນ​ເຂດ​ຊົນນະບົດ ​ຫ່າງ​ໄກ​ສອກຫລີກ ​ຂອງ 43ເມືອງທຸກ​ຍາກ ​ໃນ 10 ແຂວງ ຂອງ​ລາວ ເຊິ່ງ​ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍດ ກວມ​ເອົາ 1,2 ລ້ານກວ່າ​ຄົນ ມີ​ຊີ​ວິ​ການ​ເປັນ​ຢູ່​ທີ່​ດີ​ຂຶ້ນ. ທ່ານ ສົມ​ສະ​ຫວາດ ເລັ່ງ​ສະ​ຫວັດ ອະ​ດີດ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ປະ​ທານ​ສະ​ພາ​ບໍ​ລິ​ຫານ ທ​ລຍ ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ ໃນ​ໂອ​ກາດ​ການ​ສ້າງ​ຕັ້ງ​ ກອງ​ທຶນ​ລຶບ​ລ້າງ​ຄວາມ​ທຸ​ກ​ຍາກ ຄົບ​ຮອບ 15 ປີ (31/5/2003-31/5/2018) ​ວ່າ: ນັບ​ແຕ່​ສ້າງ​ຕັ້ງ ທ​ລຍ ຂຶ້ນ​ມາ​ເຫັນ​ວ່າມີ​ປະ​ສິດ​ທິ​ຜົນ ເຊິ່ງ​ສະ​ແດງ​ອອກ​ໃນ​ການ​ນຳ​ໃຊ້​ເງິນທຶນ ແມ່ນ​ມີ​ເປົ້າ​ໝາຍ​ ແລ​ະ ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍດ ໄປ​ໃຫ້​ປະ​ຊາ​ຊົນ ​ເຂດ​ຊົນນະບົດ ​ຢ່າງ​ແທ້​ຈິງ. ຍ້ອນ​ມີ​ແບບ​ແຜນ​ ໃນ​ການ​ເຮັດ​ວຽກ​ຢ່າງ​ເປັນ​ລະ​ບົບ​ ເຊິ່ງ​ພະ​ນັກ​ງານ ທ​ລຍ ໄດ້​ລົງ​ໄປ​ພົບ​ກັບ​ ປະ​ຊາ​ຊົນ​ທີ່​ຢູ່​ໃນ​ບ້ານ​ທຸກ​ຍາກ ແລະ ສຳ​ຫລວດ​ ສາ​ເຫດ​ທີ່​ພາ​ໃຫ້​ມີ​ຄວາມ​ທຸກ​ຍາກ​ ຂອງ​ປະ​ຊາ​ຊົນ, ຈາກ​ນັ້ນ, ກໍ​ໄດ້​ມີ​ການ​ພົບ​ປະ​ກັບ​ ອຳ​ນາດ​ການ​ປົກ​ຄອງ​ຂັ້ນ​ບ້ານ ​ເພື່ອ​ປຶກ​ສາ​ຫາ​ລືຂັ້ຂຕອນ​ຕ່າງໆ​ ໃນ​ການ​ແກ້​ໄຂ​ຄວາມ​ທຸກ​ຍາກ​ໃຫ້​ປະ​ຊາ​ຊົນ ເພື່ອ​ສະ​ໜອງ​ສິ່ງ​ທີ່​ປະ​ຊາ​ຊົນ ​ຕ້ອງ​ການ​ໃນ​ການ​ທຳ​ມາ​ຫາ​ກິນ ​ແລະ ດຳລົງ​ຊີວິດ ເປັນ​ຕົ້ນ ​ແມ່ນ​ການ​ສະ​ໜອງຊົນ​ລະ​ປະ​ທານ ​ເພື່ອ​ປະ​ກອບ​ໃນ​ການ​ເຮັດ​ນາ, ກໍ່​ສ້າງ​ສ້ອມ​ແປງ​ເສັ້ນ​ທາງ, ຂົວ​ໄປ​ຫາ​ບ້ານ ແລະ ໄປ​ຫາ​ເຂດ​ທຳ​ການ​ຜະ​ລິດ, ການ​ກໍ່​ສ້າງ​ສ້ອມ​ແປງ​ໂຮງ​ຮຽນ,ສຸກ​ສາ​ລາ, ຖົງ​ຢາ​ປະ​ຈຳ​ບ້ານ, ການ​ກໍ່​ສ້າງ​ສ້ອມ​ແປງ​ ລະ​ບົບ​ນ້ຳ​ສະ​ອາດ ແລະ ການ​ຕັ້ງ​ກຸ່ມ​ຊ່ວຍ​ເຫລືອ​ ເຊິ່ງ​ກັນ ແລະ ກັນ. ທ​ລຍ ​ໄດ້​ປະ​ຕິ​ບັດ​ວຽກ​ງານ ​ຕາມ​ການມອບ​ໝາຍ​ ຂ​ອງ​ລັດ​ຖະ​ບ​ານ ​ໂດຍ​ສຸມ​ໃສ່ການ​ພັດ​ທະ​ນາ ​ຊົນ​ນະ​ບົດ​ ​ເຊິ່ງ​ມີ​ທ່າ​ກ້າ​ວ​ໜ້າ​ຫລາຍ​ດ້ານ ໂດຍ​ສະ​ເພາະ​ແມ່ນ ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ ອັນ​ເປັນ​ການ​ປູ​ພື້ນ​ຖານ ​ໃຫ້​ກັບ​ປະ​ຊາ​ຊົນ​ ໄດ້​ເຂົ້າ​ເຖິງ​ການ​ບໍ​ລິກ​ານຂອງ​ລັດ​ໄດ້​ດີ​ຂຶ້ນ​ເລື້ອຍໆ. ​ທ່ານ ສົມ​ສະ​ຫວາດ ເລັ່ງ​ສະ​ຫວັດ ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ ສືບ​ຕໍ່​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ ທ​ລຍ ນີ້​ຕໍ່​ໄປ, ພ້ອ​ມ​ທັງ​ສືບ​ຕໍ່​ໃຫ້​ ການ​ສະ​ໜັບ​ສະ​ໜູນ​ ຈັດ​ສັນ​ງົບ​ປະ​ມານ​ຂຶ້ນ​ຕື່ມ ເຖິງ​ແມ່ນ​ວ່າ​ປະ​ເທດ ​ຂອງ​ພວກ​ເຮົາ​ຈະ​ເປັນ​ປະ​ເທດ​ ທີ່​ມີ​ລາຍ​ຮັບ​ປານ​ກາງ​ກໍຕາມ ແຕ່​ຕົວ​ຈິງ​ປະ​ຊາ​ຊົນ​ ໃນ​ເຂດ​ຊົນ​ນະ​ບົດ​ ຍັງ​ມີ​ຄວາມ​ທຸກ​ຍາກ ຫລາຍ​ສົມຄວນ ​ແລະ ອັດ​ຕາ​ສ່ວນ​ຄວາມ​ທຸກ​ຍາກ ​ຂອງ​ປະ​ເທດ​ເຮົາ​ຍັງ​ສູງກວ່າ​ ປະ​ເທດ​ອ້ອມ​ຂ້າງ. Cr.KPl

ຍັງຂາດງົບປະມານ 1,200 ຕື້ກີບ ເພື່ອຈ່າຍຄ່າຊົດເຊີຍໃຫ້ຜູ້ໄດ້ຮັບຜົນກະທົບ ຈາກໂຄງການລົດໄຟລາວ-ຈີນ

ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຈະສ້າງຜົນກະທົບໃຫ້ປະຊາຊົນ 167 ບ້ານ ທີ່ຂຶ້ນກັບ 13 ເມືອງ ທີ່ຂຶ້ນກັບ 4 ແຂວງ 1 ນະຄອນຫຼວງວຽງຈັນ; ໃນໄລຍະຜ່ານມາ, ຄະນະຄຸ້ມຄອງໂຄງ ການກໍ່ສ້າງທາງລົດໄຟລາວ-ຈີນ ສາມາດເບີກຈ່າຍຄ່າຊົດເຊີຍໄດ້ແລ້ວ 2...

ໃນປີ 2018 ຜ່ານມານີ້, ລັດປັບນ້ຳມັນຂຶ້ນ ຫຼາຍກວ່າປັບຫຼຸດລົງ (ຂຶ້ນ 9 ລົງ 4 ຄັ້ງ).

ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ​ເທື່ອ​ທີ 6 ຂອງ​ສະ­ພາ​ແຫ່ງ​ຊາດ ຊຸດ​ທີ VIII ຫວ່າງບໍ່ດົນມານີ້ ຢູ່​ສະ­ພາ​ແຫ່ງ​ຊາດ (ຫຼັກ 6) ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ​ນາງ ປາ­ນີ ຢາ​ທໍ່​ຕູ້ ປະ­ທານ​ສະ­ພາ​ແຫ່ງ​ຊາດ ມີ​ບັນ­ດາ​ລັດ­ຖະ­ມົນ­ຕີ ແລະ ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ (ສສຊ)...

ກຽມດຶງດູດນັກທ່ອງທ່ຽວຈີນມາລາວຫຼາຍຂຶ້ນ ໃນປີ 2019

ທ່ານ ບໍ່​ແສງ​ຄຳ ວົງ​ດາ­ລາ ລັດ­ຖະ­ມົນ­ຕີ​ກະ­ຊວງ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ (ຖວ​ທ) ໄດ້​ລາຍ​ງານ​ໃນ​ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ​ເທື່ອ​ທີ 6 ຂອງ​ສະ­ພາ​ແຫ່ງ​ຊາດ ຊຸດ​ທີ VIII ໃນ​ບໍ່ດົນມາ​ນີ້​ວ່າ: ເພື່ອ​ເປັນ​ການ​ຊຸກ­ຍູ້​ສົ່ງ­ເສີມ​ການ­ທ່ອງ­ທ່ຽວ​ໃຫ້​ດີ​ຂຶ້ນ ໂດຍ​ສະ­ເພາະ​ການ​ຊຸກ­ຍູ້​ໃຫ້​ນັກ​ທ່ອງ​ທ່ຽວ​ຈີນ ໃຫ້​ເຂົ້າ​ມາ​ທ່ຽວ​ຊົມ​ປະ­ເທດ​ລາວ​ຫຼາຍ​ຂຶ້ນ...

ລັດຖະບານຢືນຢັນວ່າ ຈະບໍ່ມີການກູ້ຢືມເງິນຈາກຕ່າງປະເທດ ເພື່ອມາໃຊ້ຈ່າຍບໍລິຫານພາຍໃນຢ່າງເດັດຂາດ

ລັດຖະບານຢືນຢັນວ່າຈະບໍ່ມີການກູ້ຢືມເງິນຈາກຕ່າງປະເທດ ເພື່ອມາໃຊ້ຈ່າຍບໍລິຫານພາຍໃນຢ່າງເດັດຂາດໃນຕໍ່ໜ້າ ເພື່ອຫຼຸດຜ່ອນພາລະໜີ້ສິນຂອງລັດຖະບານໃນໄລຍະຍາວ. ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ວ່າ: ກະຊວງການເງິນໄດ້ມີການຄົ້ນຄວ້າປັບໂຄງສ້າງແຜນງົບປະມານແຫ່ງລັດຄືນໃໝ່ເພື່ອຮັບປະກັນໃຫ້ມີຄວາມໝັ້ນໃຈຫຼາຍຂຶ້ນໃນຕໍ່ໜ້າ ໂດຍເນັ້ນໃສ່ຄວາມອາດສາມາດທາງດ້ານລາຍຮັບ, ຕັດຊ່ອງການຮົ່ວໄຫຼ...

ຍ້ອນເຫດຜົນນີ້ ທີ່ລັດຖະບານຫລຸດໂກຕ້າລັດຖະກອນໃໝ່ ໃນປີ 2019

ລັດຖະບານ ຈະໄດ້ກວດກາຄືນບັນຫາ ພະນັກງານ-ລັດຖະກອນ ເຫລືອບໍ່ພໍ, ຄົ້ນຄວ້າດຸນດ່ຽງ ຈາກບ່ອນເຫລືອໄປສູ່ບ່ອນທີ່ຍັງຂາດເຂີນ, ຫັນພະນັກງານ-ລັດຖະກອນ ຈາກສູນກາງລົງຊ່ວຍທ້ອງຖິ່ນໃຫ້ຫລາຍຂຶ້ນ, ຍົກສູງຄຸນນະພາບ ແລະ ປະສິດທິພາບ ຂອງພະນັກງານລັດຖະກອນ ເພື່ອສ້າງໃຫ້ເຂົາເຈົ້າ ໃຫ້ມີປະສົບການຕົວຈິງ ແລະ ເຕີບໃຫຍ່ ຈາກວຽກຮາກຖານກາຍເປັນພະນັກ...

ພາກເອກະຊົນ ປະກອບສ່ວນໃນການຄວບຄຸມ ແລະ ລົບລ້າງພະຍາດໄຂ້ມາລາເລຍ

ໃນມື້ວານນີ້, ທີ່ກະຊວງສາທາລະນະສຸກ, ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ແລະ ອົງການສາກົນ ບໍລິການປະຊາຊົນ (PSI Laos) ໄດ້ເຊັນບົດບັນທຶກ ຄວາມເຂົ້າໃຈກ່ຽວກັບໂຄງການ ການສ້າງຄວາມເຂັ້ມແຂງ ໃຫ້ແກ່ພາກເອກະຊົນ ໃນການປະກອບສ່ວນ ເຂົ້າໃນວຽກງານຄຸ້ມຄອງ ກໍລະນີໄຂ້ມາລາເລຍ ແລະ...