General

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ທ່ານ ໂພໄຊ ໄຊຍະສອນ ເລຂາພັກແຂວງ ເຈົ້າແຂວງໆສາລະວັນ ລົງຢ້ຽມຢາມ ພົບປະໃຫ້ກຳໃຈພະນັກງານແພດໝໍຢູ່ໂຮງໝໍແຂວງສາລະວັນ ແລະກໍ່ມອບເຄື່ອງຊ່ວຍເຫຼືອຈຳນວນໜຶ່ງໃຫ້ພະນັກງານແພດໝໍທີ່ກຳລັງປະຕິບັດໜ້າທີ່ ໃນນັ້ນໄດ້ມອບນໍ້າດື່ມຈຳນວນ 100 ແຝກ, ໄຂ່ 80 ແຕະ, ເຈວລ້າງມື 1 ແກັດ ແລະຜ້າອັດປາກ 2 ແກັດ

ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ການລົງຕິດຕາມແມ່ນເນັ້ນໃສ່ແຕ່ລະຈຸດຮັບຜິດຊອບຂອງເມືອງຫ້ວຍຊາຍ ຊຶ່ງເປັນເຂດຊາຍແດນຕິດຈອດກັບ ຣາຊະອານາຈັກໄທ ໂດຍສະເພາະແມ່ນບັນຫາປະກົດການຫຍໍ້ທາງສັງຄົມເປັນຕົ້ນແມ່ນ ການຄ້າຂາຍເຖື່ອນ, ຄ້າຢາເສບຕິດ ແລະ ການລັກລອບເຂົ້າເມືອງແບບຜິດກົດໝາຍ

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ທ່ານ ວຽງທະວີສອນ ເທບພະຈັນ ຮອງເຈົ້າແຂວງສະຫວັນນະເຂດ ພ້ອມທີມງານ ໄດ້ນໍາເອົາເງິນສົດ, ພ້ອມດ້ວຍເຄື່ອງອຸປະໂພກ, ບໍລິໂພກ ຈໍານວນໜຶ່ງ ມອບໃຫ້ກັບເມືອງໄຊບູລີ ເຊິ່ງມີເງິນສົດຈໍານວນ 12 ລ້ານກີບ, ສະເປຂ້າເຊື້ອ 14 ກ່ອງ, ເຈວຂ້າເຊື້ອ 41 ກ່ອງ, ຜ້າອັດປາກ-ດັງ 15 ກັບ, ນໍ້າດື່ມ 41 ແພັກ

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ເຊິ່ງມີ ຄອບຄົວ ທ້າວ ແຂກ, ນາງຫລ້າ ຮ້ານ ຂາຍເຄື່ອງໃຊ້ໄຟຟ້າ ບ້ານໄຊສົມບູນ ເມືອງອຸທຸມພອນ ແຂວງ ສະຫວັນນະເຂດ ໄດ້ມອບນໍ້າດື່ມຈໍານວນ 100 ແພັກ, ເຂົ້າສານ 500 ກິໂລກຣາມ, ໝີ່ໄວໆ, ປາກະປ໋ອງ 100 ຊຸດ, ພັດໝີ່ ຈໍານວນ 100 ກ່ອງ, ລວມມູນຄ່າທັງໝົດຫຼາຍກວ່າ 8ລ້ານກີບ ແລະ ນາງ ກີ້ ຮ້ານ ຂາຍເຄື່ອງຍ່ອຍ ບ້ານ ສະໜາມໄຊ ເມືອງ ອຸທຸມພອນ ໄດ້ມອບ ນໍ້າດື່ມ 50 ແພັກ ມີມູນຄ່າ 400,000 ກີບ

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ການລົງຕິດຕາມຄັ້ງນີ້ກໍ່ເພື່ອຊຸກຍູ້ວຽກງານກວດກາຄົນເຂົ້າ-ອອກ ເມືອງອາດສະພອນ, ປິດເສັ້ນທາງເຂົ້າ-ອອກ ແລະເພີ່ມເຕີມມາດຕະການຕ່າງໆ ເພື່ອສະກັດກັ້ນການລະບາດຂອງພະຍາດໂຄວິດ-19

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ໄດ້ກວດກາເວນຍາມໃນແຕ່ລະຈຸດ ຢູ່ທີ່ເຂດຈຸດສຸມເມືອງວັງ ຂອງເມືອງ ວິລະບູລີ ປະກອບດ້ວຍຫຼາຍຈຸດ, ເອົາໃຈໃສ່ກວດວັດອຸນຫະພູມຄົນເຂົ້າ-ອອກເມືອງ ແລະວາງເວນຍາມໄວ້ 24 ຊົ່ວໂມງ

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ເຊິ່ງມີຫຼາຍບໍລິສັດເອກະຊົນ ທີ່ມອນເງິນປະກອບຊ່ວຍເຫຼືອ ລວມໆແລ້ວທັງໝົດປະມານ 500 ກວ່າລ້ານ, ການມອບເງິນຄັ້ງນີ້ ແມ່ນເປັນການຊຸກຍູ້ການປະກອບສ່ວນ ລະຫວ່າງ ສະພາການຄ້າ ແລະ ອຸດສະຫະກໍາແຂວງ ຮ່ວມກັບພາກທຸລະກິດ

ຂ່າວເດັ່ນ ໜັງສີພິມວຽງຈັນທາຍ

ພາຍຫຼັງທີ່ທີມຈຸດຄົ້ນຂອງອາເມລິກາມາຮອດ ສປປ ລາວ ກໍ່ໄດ້ກັກໂຕ 14 ວັນ ແລະຫຼັງຈາກນັ້ນຈະສືບຕໍ່ຂຸດຄົ້ນສິ່ງເສດເຫຼືອຂອງທະຫານອາເມລິກາ, ເຊິ່ງປະຈຸບັນ, ສອງຝ່າຍໄດ້ຂຸດຄົ້ນພົບສິ່ງເສດເຫຼືອທະຫານອາເມຣິກາ, ໄດ້ຈັດສົ່ງ ແລະ ສັນລະສູດແລ້ວ ຈໍານວນ 287 ຄົນ ແລະຄາດວ່າຍັງອີກ 286 ຄົນ ທີ່ຝ່າຍອາເມຣິກາຈໍາເປັນຕ້ອງໄດ້ຮ່ວມມືກັບຝ່າຍລາວ ໃນການສືບຕໍ່ຄົ້ນຫາ