ເຮືອນFood and Healths

Food and Healths

ມາ​ຮູ້​ຈັກ! ເຂົ້າ​ຕົ້ມ​ມັດ​ໃຫ​ຍ່ ໃນ​ເທດ​ສະ​ການ​ບຸນ​ກຸດ​ຫວຽດ-ຈີນ

ເມື່ອກ້າວເຂົ້າສູ່ເທສະການປີໃໝ່ຈີນ-ຫວຽດນາມປີ ໃດ ເຮົາມັກຈະນຶກເຖິງເຫດການທີ່ມີຄວາມຕື່ນຕາຕື່ນໃຈກັບການແຫ່ສິງໂຕເພື່ອ ເປັນການໄປອວຍພອນໃຫ້ ໂຊກໄຊຫ້າງຮ້ານ, ສຳນັກງານອົງການຕ່າງໆ ແລະ ຄຽງຄູ່ກັນນັ້ນກໍແມ່ນ “ເຂົ້າຕົ້ມຫໍ່ໃຫຍ່” ເປັນຮູບສີ່ລ່ຽມ ຫຼື ກົມຍາວມີຂະໜາດແຕ່  500 ກຣາມໄປຈົນເຖິງ 1 ກິ ໂລກຣາມທີ່ຫຸ້ມຫໍ່ດ້ວຍຕອງລຽງ,...

ເປີດ​ເຜີ​ຍ! ໂສມ​ລາວ ຄຸນນະພາບລະດັບໂລກ!

ບາງ​ຄົນ​ອາດ​ຄິດ​ວ່າ ໂສມ​ນັ້ນ, ມີ​ແຕ່​ເກີດ​ຢູ່​ໃນ​ແດນ​ກິມ​ຈິ​ພຽງ​ປະ​ເທດ​ດຽວ​ເທົ່າ​ນັ້ນ! ​ຫຼື​ຄິດ​ວ່າ ເກີດ​ສະ​ເພາະ​ແຕ່​ປະ​ເທດ​ທີ່​ອາ​ກາດ​ໜາວໆ ໂດຍ​ສະ​ເພາະ!. ແຕ່ເຈົ້າ​ອາ​ດ​ຈະ​​ຄິດ​ຜິດ "ຢູ່​ເມືອງ​ລາວ​ເຮົາ ກໍ​ມີ​ໂສມ​ຄື​ກັນ" ແລະໂສມ ເມືອງລາວ​ນັ້ນ ຄຸນນະພາບບໍ່ແພ້ຊາດໃດ​ໃນ​ໂລກ! ທົ່ວພູ​ມິ​ພາກປະເທດລາວ ມີພຽງເມືອງດຽວເທົ່ານັ້ນ ທີ່​ມີ​ໂສມ ກໍຄືເມືອງດາກຈຶງ ແຂວງເຊກອງ ທີ່ສາມາດປູກໂສມໄດ້ຄືກັບປະເທດເກົາຫລີ,ຍີ່ປຸ່ນ ແລະ ຈີນ. ແຕ່ໂສມປູກຢູ່ເມືອງດາກຈຶງ...

ໝາກ​ກ້ຽງກາສີ-​ວັງ​ວຽງ ຊະ​ນະ​ໄທ ຈີນ ຫຽດ​ນາມ ​ຂາດ​ຮອຍ ທີ່​ປອດ​ສານ​ພິດ ປະ​ຊາ​ຊົນ​ນິ​ຍົມ​ຊື້

ເຫັນພາບສະດຸດຕາແລະຕະການຕາແນວນີ້ ​ພວກ​ເຮົາ​ຕ່າງກໍດີໃຈຫລາຍທີ່ພີ່ນ້ອງວັງວຽງກາສີພວກເຮົາມີສິນຄ້າດີໆປອດສານພິດທີ່ມີລາຍຮັບໃຫ້ພີ່ນ້ອງເຮົາຫລາຍຂຶິິ້ນລື່ນປີກາຍແລະຄວນຂະຫຍາຍຕື່ມເພື່ອເພີ້ມປະລິມານແລະຄຸນນະພາບ. ອັນສຳຄັນທີ່ພາກພູມໃຈແມ່ນເປັນສິນຄ້າທີ່ປອດສານຜິດສາມາດແຂ່ງຂັນແລະເອົາຊະນະໝາກກ້ຽງຈາກໄທ,ຫວຽດນາມແລະຈີນທີ່ເຄີຍຄອງຕະຫລາດບ້ານເຮົາມາຍາວນານ ແລະທຳລາຍສຸຂະພາບຄົນລາວເຮົາບໍ່ຈັກວ່າທໍ່ໃດ. ສະນັ້ນ,ຂໍໃຫ້ກະຊວງກະສີກຳ ແລະປ່າໄມ້ແລະກະຊວງອຸດສາຫະກຳ ຄົ້ນຄິດພິຈາລະນາເຮັດແນວໃດໃຫ້ຄວາມຮູ້ແລະຊ່ວຍເຫລືອໃນການຮັກສາທັງແປຮູບ ໃຫ້ເປັນຜະລິຕະພັນສຳເລັດຮູບຂະນະດຽວກັນ ກໍຄວນຊອກຕະຫລາດທັງພາຍໃນ ແລະຕ່າງປະເທດເພື່ອເອົາສິນຄ້າປະເພດນີ້ໄປຂາຍໃຫ້ນັບມື້ນັບຫລາຍຂຶ້ນ ເຊິ່ງຖືວ່າແມ່ນແຫລ່ງລາຍຮັບທີ່ບໍ່ບົກແຫ້ງເປັນຈັກເທື່ອ ແລະເປັນມິດກັບສະພາບແວດລ້ອມຢ່າງຢືນຍົງຕະຫລອດໄປ. Cr. Nonglath Sipha

ລະ​ບາດ​ແລ້ວ!ເດືອນ​ຜ່ານ​ມາ ພົບ​ຜູ້​ຕິດເຊື້ອ​ໄຂ້​ຍຸງ​ລາຍແລ້ວ ກວ່າ 130 ກໍ​ລະ​ນີ

ໃນໄລຍະ 1 ເດືອນຜ່ານມາ ການລະບາດຂອງໄຂ້ຍຸງລາຍໃນນະຄອນຫຼວຽງຈັນ ກໍ່ຍັງມີໃຫ້ເຫັນຫຼາຍກໍລະນີ ໂດຍກວດພົບຜູ້ຕິດເຊື້ອເຖິງ 134 ກໍລະນີ. ທ່ານ ດຣ ຈັນທະໄລ ໄຊຍະວົງ ຫົວໜ້າຂະແໜງຄວບຄຸມພະຍາດຕິດຕໍ່ ພະແນກ ສາທາລະນະສຸກ ໄດ້ໃຫ້ຂໍ້ມູນວ່າ: ໄຂ້ຍຸງລາຍ(ໄຂ້ເລືອດອອກ)ໃນປີນີ້ໄດ້ເກີດມີກໍລະນີຄົນເຈັບ ແລະ...

ເຈົ້າ​ໜ້າ​ທີ່ທໍາລາຍຊິ້ນສ່ວນ ສັດປ່າ​ຫວງ​ຫ້າມ ​ຢູ່​ໃນ​ບັນ​ຊີ 1 2 ແລະ3

ທີ່ຕະຫຼາດຫ້ວຍນໍ້າໃສ ບ້ານຫ້ວຍຫ້ອມ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຈັດພິທີທໍາລາຍຜະລິດຕະພັນ ສັດປ່າ ຊິ້ນສວນສັດປ່າ ຈໍານວນ 90 ກິໂລກະຣາມ. ຊິ້ນສ່ວນສັດປ່າທີ່ນໍາມາທໍາລາຍໃນຄັ້ງນີ້, ແມ່ນຢູ່ໃນບັນຊີ 1 2 ແລະ 3 ປະເພດຫວງຫ້າມ ທີ່ເຈົ້າໜ້າທີ່ສັດນໍ້າ...

ເຈົ້າຄອງອອກຄຳສັ່ງ​ແນະ​ນຳ ກຽມ​ເຮັດ​ສົງ​ຄາມ​ກັບ​ຍຸງ​ລາຍ

ເຈົ້າຄອງນະຄອນຫຼວງວຽງຈັນອອກຄຳສັ່ງແນະນຳເລກທີ 0001/ຈນວ ລົງວັນທີ 24 ມັງກອນ 2019 ຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງກໍຄືພໍ່ແມ່ປະຊາຊົນກຽມສະກັດກັ້ນ ແລະ ຕອບໂຕ້ພະຍາດໄຂ້ຍຸງຫຼາຍເພື່ອບໍ່ໃຫ້ມີການລະບາດໃຫຍ່ຄືໃນປີ 2013. ໃນຄຳສັ່ງແນະນຳດັ່ງກ່າວມີການກຳນົດມາດຕະການຕ່າງໆ ລວມທັງສັ່ງໃຫ້ແຕ່ລະບ້ານແຕ່ງໜ່ວຍກວດກາໜອນນ້ຳຍຸງບ້ານລະ 5-10 ຄົນ ຂຶ້ນກັບບ້ານນ້ອຍບ້ານໃຫຍ່ ແລະ ຕິດຕາມກວດກາແຕ່ລະຄົວເຮືອນອາທິດລະ 1...

ເປີດ​ຢ່າງ​ອະ​ລັງ​ການ! ເທດສະການອາຫານລາວ ປະຈຳປີ 2019

ສະມາຄົມນັກທຸລະກິດແມ່ຍິງລາວ ຮ່ວມກັບ ສູນກາງສະຫະແມ່ຍິງລາວ ໄດ້ຈັດງານເທດສະການອາຫານລາວ ປະຈຳປີ 2019 ໃນລະຫວ່າງວັນທີ 23-26 ມັງກອນ 2019 ຢູ່ແຄມຂອງ ນະຄອນຫລວງວຽງຈັນ, ເຊິ່ງໄດ້ລວບລວມເອົາອາຫານ ທີ່ເປັນເອກະລັກສະ​ເພາະ ຈາກບັນດາແຂວງໃນຂອບເຂດທົ່ວປະເທດ ມາວາງສະແດງ ​ແລະ ບໍລິການ​ຂາຍ...

ວາງສີລາລຶກສ້າງໂຮງໝໍເຊດຖາທິຣາດຫລັງໃໝ່

ພິທີວາງສີລາລຶກ ກໍ່ສ້າງອາຄານໂຮງໝໍເຊດຖາທິຣາດຫລັງໃໝ່ ໄດ້ຈັດຂຶ້ນໃນວັນທີ 23 ມັງກອນ 2019ມື້ນີ້, ທີ່ໂຮງໝໍດັ່ງກ່າວ, ບ້ານດອນກອຍ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ, ໂດຍມີ ທ່ານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ,...