ເຮືອນFood and Healths

Food and Healths

ອອກກຳລັງກາຍ ອີກໜຶ່ງວິທີຊ່ວຍຫຼຸດຜ່ອນອາການ “ໂຣກຊຶມເສົ້າ”

“ໂຣກຊຶມເສົ້າ” ເປັນອີກໂຣກໜຶ່ງທີ່ໜ້າເປັນຫ່ວງໃນປັດຈຸບັນ ໂດຍສະເພາະແມ່ນໄວໜຸ່ມ ໄປຈົນຮອດຜູ້ສູງອາຍຸ, ການກິນຢາເພື່ອປິ່ນປົວ “ໂຣກຊຶມເສົ້າ” ກໍເປັນພຽງທາງອອກໜຶ່ງເທົ່ານັ້ນ, ແຕ່ເພື່ອເພີ່ມຄວາມຜ່ອນຄາຍໃຫ້ກັບຜູ້ປ່ວຍໂຣກນີ້ “ການອອກກຳລັງກາຍ” ຈຶ່ງເປັນອີກຕົວເລືອກທີ່ດີ ເພື່ອເຮັດໃຫ້ສຸຂະພາບຮ່າງກາຍແຂງແຮງ ແລະ ມີສຸຂະພາບຈິດທີ່ດີຂຶ້ນ.

ງົດອາຫານຍາມບ່າຍ ດີຕໍ່ລຳໄສ້ນ້ອຍ

ລຳໄສ້ນ້ອຍປຽບດັ່ງໂຮງງານ ທີ່ປ່ຽນຮູບອາຫານ ໃຫ້ມີຂະໜາດນ້ອຍລົງຈົນຮ່າງກາຍ ສາມາດດູດຊຶມໄປໃຊ້ໄດ້. ດັ່ງນັ້ນ ມັນຈຶ່ງມີເວລາເຮັດວຽກ ແລະ ຕ້ອງການເວລາສຳລັບພັກຜ່ອນຄືກັນ.

ກວດເບິ່ງອາການເປັນ​ມະ​ເຮັງດ້ວຍໂຕເອງ

ມະ​ເຮັງ ​ເປັນ​ພະຍາດ​ທີ່​ອັນຕະລາຍ ​ໂດຍເຮົາບໍ່​ສາມາດຮູ້​ວ່າ ມັນຈະ​ເກີດ​ຂຶ້ນ​ກັບ​ເຮົາ​ຕອນ​ໃດ. ແຕ່ວ່າ ພວກ​ເຮົາ​ມີ​ວິທີ​ສັງ​ເກດ​ອາການ​ເບື້ອງ​ຕົ້ນ​ຂອງມະ​ເຮັງ 14 ຊະນິດ​ ມາ​ໃຫ້ທ່ານ​ຮູ້.

ຮ່າງກາຍຂອງທ່ານ ສົ່ງສັນຍານເຕືອນແລ້ວ ຫຼືຍັງ?

ບັນຫາສຸຂະພາບບໍ່ເຂົ້າໃຜອອກໃຜ ຖ້າເຮົາເບິ່ງແຍງສຸຂະພາບດີຄວາມເຈັບປ່ວຍກໍຈະມາຫາເຮົາຊ້າ ແຕ່ຖ້າປ່ອຍປະລະເລີຍບັນຫາສຸຂະພາບກໍຈະເກີດຂຶ້ນກັບເຮົາໄວ. ຕໍ່ໄປນີ້ ແມ່ນສັນຍານເຕືອນຂອງຮ່າງກາຍວ່າເຮົາເລີ່ມສຸຂະພາບບໍ່ດີ:

9 ສິ່ງທີ່ບໍ່ຄວນເຮັດ! ຫຼັງຈາກກິນເຂົ້າອີ່ມ ເພາະມັນອາດສົ່ງຜົນກະທົບຕໍ່ຮ່າງກາຍ !!

“ເອັນທ້ອງເຄັ່ງ ເອັນຕາກໍຍານ” ຄຳນີ້ແມ່ນປາກົດວ່າທຸຄົນມີພຶດຕິກຳແບບນີ້ຫລາຍ ແລະ ເຊື່ອວ່າ ຫຼັງຈາກທຸກທ່ານຮັບປະທານອາຫານອີ່ມແລ້ວ ກໍອາດຫຼົງເຮັດສິ່ງເລົ່ານີ້ລົງໄປດ້ວຍຄວາມລຶ້ງເຄີຍ ໂດຍລືມຄຳນຶງເຖິງຜົນກະທົບທີ່ຕາມມາ. 

5 ວິທີຫຼົບຫຼີກ ໂຣກພູມແພ້

"ພູມແພ້" ເປັນໂຣກທີ່ໃຜໆກໍບໍ່ປາຖະໜາ ເພາະເວລາເປັນຈະມີອາການດັງອັກເສບ, ຫອບຫືດ ຫຼື ຜື່ນຄັນ ຊຶ່ງເຮັດໃຫ້ເຮົາຫງຸດຫງິດ ແຖມຍັງນານເຊົາອີກ. ສະນັ້ນ, ສິ່ງທີ່ດີທີ່ສຸດຂອງການຢຸດອາການເຫຼົ່ານີ້ ກໍຄື ການຫຼົບຫຼີກສິ່ງທີ່ເຮັດໃຫ້ທ່ານແພ້ ນັ້ນເອງ.

ປະໂຫຍດດີໆ ຈາກຜັກໄສ່

ບາງຄົນພໍແຕ່ເຫັນຜັກ ແລະ ໝາກຜັກໄສ່ ກໍບໍ່ຢາກກິນແລ້ວ ໂດຍສະເພາະແມ່ນແມ່ຍິງ ແຕ່ວ່າ ປະໂຫຍດຂອງມັນນັ້ນ ດີແທ້ໆເດີພີ່ນ້ອງ ຄື ມັນສາມາດຊ່ວຍປ້ອງກັນໂຣກມະເຮັງ, ຊ່ວຍຈະເລີນອາຫານ ແລະ ປົວໂຣກເບົາຫວານ ໄດ້ນຳ ອີກ. ສັບພະຄຸນມັນນັ້ນ ສາມາດນຳເອົາໄປໃຊ້ໄດ້ຕັ້ງແຕ່...

ຜ້າເຊັດມືໃນເຮືອນຄົວ ມີເຊື້ອໂຣກຫຼາຍທີ່ສຸດ

ມະຫາວິທະຍາໄລ ອະຣິໂຊນາ ຄົ້ນພົບວ່າ: ຜ້າເຊັດມືໃນເຮືອນຄົວ ແລະ ຢູ່ຕາມຫ້ອງນໍ້າ ນັ້ນ ມີເຊື້ອໂຣກຫຼາຍທີ່ສຸດ. ມະຫາວິທະຍາໄລ ດັ່ງກ່າວຄົ້ນຄວ້າສຶກສາເລື່ອງນີ້ ແລະໄດ້ເປີດເຜີຍວ່າ: ຜ້າທີ່ໃຊ້ໃນເຮືອນຄົວ ມີເຊື້ອແບັດເທີເຣຍ ໂຄລິຟອມ ຈັບຢູ່ຫຼາຍເຖິງ 80% ໂດຍທີ່ເຊື້ອໂຣກຈຳພວກນີ້ ມີຢູ່ຕາມລະບົບທາງເດີນອາຫານ ນັບທັງມະນຸດ ແລະສັດ. ນອກນີ້ ຍັງພົບເຊື້ອ ອີໂຄໄລ ປົນເປື້ອນຢູ່ອີກ 25%.