Lifestyle

ເຈົ້າມີວິທີແນວໃດໃນການຮັກສາສິ່ງແວດລ້ອມ?

ທຳມະຊາດຄືແຫ່ງກຳເນີດ ແລະ ເປັນທີ່ເພິ່ງພາຂອງທຸກຊີວິດໃນໂລກ, ຖ້າສັບພະຍາກອນທຳມະຊາດດີ ກໍປຽບເໝືອນສົມບັດທີ່ມີຄ່າຂອງມະນຸດ, ມະນຸດທຸກຄົນ ມີສ່ວນໃນການໃຊ້ຊັບພະຍາກອນທຳມະຊາດ ດັ່ງນັ້ນ ຈຶ່ງເປັນໜ້າທີ່ຂອງທຸກຄົນເຊັ່ນກັນ ທີ່ຈະຕ້ອງອະນຸລັກຮັກສາສິ່ງແວດລ້ອມ ເຊິ່ງມື້ນີ້ ເຮົາມີໂອກາດໄດ້ສອບຖາມນັກສຶກສາ ສອງນ້ອງ ທີ່ກຳລັງສຶກສາຢູ່ຄະນະສິ່ງແວດລ້ອມ ຂອງມະຫາວິທະຍາໄລແຫ່ງຊາດ ກ່ຽວກັບການຮັກສາທຳມະຊາດແບບນັກສຶກສາສິ່ງແວດລ້ອມມາຝາກກັນ.

ບຸນເພັງ ໂນຕະວັນ ຜູ້ສືບທອດເຂົ້າໜົມລາວລຸ້ນທີ່ 3

ເຂົ້າໜົມຫວານ ເປັນອີກອາຊີບໜຶ່ງ ທີຫາລ້ຽງທຸກຄົນໃນຄອບຄົວ, ໃຫ້ມີກິນ, ມີຢູ່ ແບບສະດວກສະບາຍຂື້ນ ແລະ ສ້າງເນື້ອສ້າງໂຕໃຫ້ຄອບຄົວເຮົາໄດ້ ທ້າວ ບຸນເພັງ ໂນຕະວັນ ຜູ້ສືບທອດເຂົ້າໜົມລາວລຸ້ນທີ່ 3 ໄດ້ກ່າວຕໍ່ອິນໄຊຣລາວ.

ການຈູດຂີ້ເຫຍື້ອເປັນອີກໜຶ່ງສາເຫດທີ່ເຮັດໃຫ້ເກີດມົນລະຜິດທາງອາກາດ

ການຈູດຂີ້ເຫຍື້ອເປັນອັນຕະລາຍແກ່ບຸກຄົນອື່ນ ບໍ່ພຽງແຕ່ກໍ່ໃຫ້ເກີດ ກິ່ນ, ລັງສີຄວາມຮ້ອນ, ມົນລະຜິດ ຈົນເປັນເຫດເຮັດໃຫ້ເປັນອັນຕະລາຍຕໍ່ສຸຂະພາບ ແກ່ຜູ້ທີ່ຢູ່ອາໄສໃນບໍລິເວນເຂດໃກ້ຄຽງ ແລະ ເປັນຕົ້ນເຫດເຮັດໃຫ້ເກີດມົນລະຜິດທາງອາກາດນຳ. ນອກຈາກເປັນມົນລະຜິດທາງອາກາດແລ້ວ ຍັງສ້າງຄວາມເດືອດຮ້ອນໃຫ້ກັບປະຊາຊົນທີ່ຢູ່ເຂດໃກ້ຄຽງ ຈາກການສອບຖາມ ທ້າວ ຈັນ ອາຍຸ 43 ປີ ຢູ່ບ້ານສີວິໄລ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ເວົ້າວ່າ: ບັນຫານີ້ຂ້ອຍເຈີມາຕະຫຼອດ ທັງທີ່ຂື້ເຫຍື້ອເຂົາເຈົ້າກໍມາເກັບທຸກທິດ ເປັນຫຍັງຈຶ່ງມີຂື້ເຫຍື້ອມາຈູດທຸກທິດ ຂ້ອຍກໍບໍ່ເຂົ້າໃຈ ເຊິ່ງມັນໄດ້ເຮັດໃຫ້ເຮົາຫາຍໃຈບໍ່ສະດວກ, ສົ່ງກິ່ນຂີວເຮັດໃຫ້ເຈັບຫົວ ແລະ ກິນເຂົ້າບໍ່ແຊບ. ເຊິ່ງຜົນກະທົບຂອງການຖີ້ມຂີ້ເຫຍື້ອ ບໍ່ພຽງແຕ່ເຮັດໃຫ້ເບິ່ງບໍ່ສະອາດງາມຕາແລ້ວ ຍັງຜົນກະທົບຕໍ່ສະພາບແວດລ້ອມ ແລະ ສຸຂະພາບຂອງມະນຸດຫຼາຍປະການດັ່ງຕໍ່ໄປນີ້:

ຂາຍປີ້ງຈີນແບບອອນລາຍຈົນກາຍມາເປັນທຸລະກິດຄອບຄົວ

ເຖິງວ່າ “ປີ້ງຈີນ” ຈະບໍ່ແມ່ນອາຫານຂອງຄົນລາວ ແຕ່ມັນກໍເປັນສິ່ງທີ່ຄົນລາວນິຍົມກິນກັນ ແລະ ນອກຈາກຄວາມນິຍົມນັ້ນ ມັນກໍຍັງສາມາດສ້າງອາຊີບໃຫ້ກັບຄົນເຮົາໄດ້. ອີງຕາມການໃຫ້ສຳພາດຂອງທ່ານນາງ ສົມຈິດ ສູນດາລາ ຫຼື ແມ່ດຳ, ເຈົ້າຂອງຮ້ານ ປີ້ງຈີນບ້ານຫ້ອມ ໃຫ້ຮູ້ວ່າ: ທຸລະກິດໃດໜຶ່ງຈະເກີດຂຶ້ນໄດ້ ກໍຕ້ອງເກີດຂຶ້ນມາຈາກຄວາມມັກຮັກຂອງເຮົາເອງ ຖ້າຢາກເຮັດໃຫ້ທຸກລະກິດດັ່ງກ່າວ ກ້າວຕໍ່ໄປໄດ້ ເຮົາກໍຕ້ອງມີການປັບປຸງ ແລະ ພັດທະນາ ສູດ ຫຼື ຣົດຊາດ ໃຫ້ເຂົ້າກັບຄົນລາວຫຼາຍຂຶ້ນ ເປັນຈຸດທີ່ເຮັດໃຫ້ການຂາຍປີ້ງຈີນແບບອອນລາຍ ຜັນມາເປັນທຸລະກິດຂອງຄອບຄົວ.

10 ວິທີຄິດສ້າງຄວາມໝັ້ນໃຈໃຫ້ກັບຕົນເອງ

ສິ່ງໜຶ່ງທີ່ເປັນອຸປະສັກ ໃນການປະສົບຜົນສຳເລັດນັ້ນກໍຄືນິດໄສທີ່ບໍ່ໝັ້ນໃຈໃນຕົນເອງ ເພາະຄົນທີ່ບໍ່ໝັ້ນໃຈໃນຕົນເອງ ມັກຈະເບິ່ງບໍ່ເຫັນຂໍ້ດີຂອງຕົນເອງທີ່ມີຢູ່, ບໍ່ມີຄວາມເປັນຜູ້ນຳ, ບໍ່ກ້າເລີ່ມຕົ້ນສິ່ງໃໝ່ໆ ແລະ ເຮັດໃຫ້ຊີວິດຍໍ່າຢູ່ກັບທີ່ ທັງໆທີ່ຄົນອື່ນເຂົາໄປໃສ່ຕໍ່ໃສກັນແລ້ວ ມື້ນີ້ເຮົາມີ 10 ວິທີດີໆ ທີ່ຈະຊ່ວຍໃຫ້ມີຄວາມໝັ້ນໃຈຫຼາຍຂຶ້ນ. ສຳລັບໃຜທີ່ຍັງຂາດຄວາມໝັ້ນໃຈໃນຕົວເອງ ລອງນຳ 10 ວິທີນີ້ ໄປນຳໃຊ້ກັນເບິ່ງເດີ ເພື່ອວ່າທ່ານຈະສາມາດສ້າງຄວາມໝັ້ນໃຈໃຫ້ກັບຕົວທ່ານໄດ້ຫຼາຍຂຶ້ນ ເຊິ່ງຈະມີແນວໃດນັ້ນໄປເບິ່ງນຳກັນເລີຍ.

ເຈົ້າມີວິທີໃດໃນການເກັບຮັກສາດອກໄມ້ແຫ່ງຄວາມປະທັບໃຈໄວ້ໃຫ້ໄດ້ດົນທີ່ສຸດ

ສຳລັບສາວໆຄົນໃດທີ່ໄດ້ຮັບດອກກຸຫຼາບຈາກແຟນ ໃນວັນແຫ່ງຄວາມຮັກ ແລ້ວຢາກເກັບດອກກຸຫຼາບແຫ່ງຄວາມປະທັບໃຈນີ້ໄວ້ໃຫ້ດົນທີ່ສຸດ ມື້ນີ້ເຮົາມີໂອກາດໄດ້ສອບຖາມ ສອງສາວ ທີ່ແຟນໄດ້ມອບດອກກຸຫຼາບໃຫ້ ໃນວັນແຫ່ງຄວາມຮັກ ຫຼື ວັນທີ່ 14 ກຸພາ ທີ່ຜ່ານມານີ້ ວ່າເພີ່ນມີວີທີ ໃນການເກັບຮັກສາດອກໄມ້ ແຫ່ງຄວາມປະທັບໃຈນີ້ໄວ້ໃຫ້ດົນ ດ້ວຍວິທີໃດ ໄປເບິ່ງນຳກັນເລີຍ

ຮັກໃຜກໍຮັກໄດ້ແຕ່ຢ່າລືມຮັກຕົນເອງນຳເດີ

ຈາກການສອບຖາມຄົນໂສດຈຳນວນໜຶ່ງໄດ້ໃຫ້ຮູ້ວ່າ:  ຊີວິດໂສດບໍ່ໄດ້ເຫງົາສະເໝີໄປ ເພາະຄວາມສຸກຫຼືຄວາມທຸກ ບາງເທື່ອກໍເກີດຈາກຕົວເຮົາເອງ ບໍ່ຫວັງຫຼາຍກໍບໍ່ເຈັບຫຼາຍ ແລະ ໃນປັດຈຸບັນກໍເຫັນຄົນທີ່ເປັນໂສດຫຼາຍບໍ່ວ່າຈະເປັນໂສດແບບຕັ້ງໃຈ ຫຼື ບໍ່ຕັ້ງໃຈກໍຕາມ ເພາະຄວາມສຸກສ້າງຂຶ້ນໄດ້ດ້ວຍຕົວເຮົາເອງ ແລະ ການໃຫ້ຄວາມຮັກກັບຕົນເອງເປັນສິ່ງທີ່ດີທີ່ສຸດ.

ໄຫວບໍ່ກັບລາຄາດອກໄມ້ທີ່ຈະຂຶ້ນເກືອບເທົ່າຕົວຂອງປີກາຍ

ເດືອນກຸມພາເປັນເດືອນ ທີ່ເຕັມໄປດ້ວຍຄວາມສຸກຂອງການສະແດງຄວາມຮັກ, ຄວາມຫ່ວງໃຍຂອງຄົນທີ່ປາຖະໜາດີ ແລະ ຢາກໃຫ້ເຂົາມີຄວາມສຸກ ເຊິ່ງກໍເປັນທີ່ຮັບຮູ້ກັນດີຢູ່ແລ້ວວ່າ ວັນທີ່ 14 ກຸມພາ ເປັນວັນແຫ່ງຄວາມຮັກ ແລະ ຫຼາຍຄົນກໍສະແດງຄວາມຮັັກ ດ້ວຍການມອບດອກໄມ້ໃຫ້ແກ້ຄົນທີ່ເຮົາຮັກ ແຕ່ຈະໄຫວບໍ່ກັບລາຄາດອກໄມ້ທີ່ຈະຂຶ້ນເກືອບເທົ່າຕົວຂອງປີກາຍ.