10 ວິທີຄິດສ້າງຄວາມໝັ້ນໃຈໃຫ້ກັບຕົນເອງ

ສິ່ງໜຶ່ງທີ່ເປັນອຸປະສັກ ໃນການປະສົບຜົນສຳເລັດນັ້ນກໍຄືນິດໄສທີ່ບໍ່ໝັ້ນໃຈໃນຕົນເອງ ເພາະຄົນທີ່ບໍ່ໝັ້ນໃຈໃນຕົນເອງ ມັກຈະເບິ່ງບໍ່ເຫັນຂໍ້ດີຂອງຕົນເອງທີ່ມີຢູ່, ບໍ່ມີຄວາມເປັນຜູ້ນຳ, ບໍ່ກ້າເລີ່ມຕົ້ນສິ່ງໃໝ່ໆ ແລະ ເຮັດໃຫ້ຊີວິດຍໍ່າຢູ່ກັບທີ່ ທັງໆທີ່ຄົນອື່ນເຂົາໄປໃສ່ຕໍ່ໃສກັນແລ້ວ ມື້ນີ້ເຮົາມີ 10 ວິທີດີໆ ທີ່ຈະຊ່ວຍໃຫ້ມີຄວາມໝັ້ນໃຈຫຼາຍຂຶ້ນ.

ສຳລັບໃຜທີ່ຍັງຂາດຄວາມໝັ້ນໃຈໃນຕົວເອງ ລອງນຳ 10 ວິທີນີ້ ໄປນຳໃຊ້ກັນເບິ່ງເດີ ເພື່ອວ່າທ່ານຈະສາມາດສ້າງຄວາມໝັ້ນໃຈໃຫ້ກັບຕົວທ່ານໄດ້ຫຼາຍຂຶ້ນ ເຊິ່ງຈະມີແນວໃດນັ້ນໄປເບິ່ງນຳກັນເລີຍ.

  1. ເວົ້າເລື່ອງແງ່ບວກໃຫ້ຫຼາຍກວ່າແງ່ລົບ

ຫຼາຍຄົນອາດຈະຄິດວ່າ ພຽງແຕ່ຄໍາເວົ້າ ຈະສາມາດປ່ຽນແປງຫຍັງໄດ້ ແຕ່ຄຳເວົ້ານີ້ແຫຼະ ທີ່ຈະຊ່ວຍເພີ່ມພະລັງບວກໃຫ້ກັບຕົວເຮົາເອງ ເພາະຫາກເຮົາເວົ້າກັບຕົນເອງໃນແງ່ບວກ ຄຳເວົ້າເຫຼົ່ານັ້ນ ກໍຈະເປັນແຮງຜັກດັນໃຫ້ເຮັດແຕ່ເລື່ອງດີໆ ແລະ ເກີດສິ່ງດີໆຕາມມາ, ກົງກັນຂ້າມ ຖ້າເຮົາເວົ້າແຕ່ເລື່ອງລົບໆ ຄຳເວົ້າເຫຼົ່ານັ້ນ ກໍຈະເຮັດໃຫ້ຈິດໃຈ ແລະ ພະລັງໃນຕົວເຮົາ ໝົດຄວາມໝັ້ນໃຈລົງໄປເລື້ອຍໆເຊັ່ນກັນ.

2. ຢຸດໃສ່ໃຈຄຳເວົ້າຂອງຄົນອື່ນຫຼາຍເກີນໄປ

ການເປັນຄົນ ທີ່ມັກເຮັດຫຍັງຕາມຄວາມຄາດຫວັງຂອງຄົນອື່ນຢູ່ສະເໝີ ຫຼື ຢ້ານວ່າຄົນອື່ນຈະຄິດແນວໃດກັບເຮົາ ນັ້ນເປັນສິ່ງທີ່ບໍ່ຄວນເຮັດ, ມັນຈະກັດກິນຕົວຕົນຂອງເຮົາ ຈົນເຮັດໃຫ້ບໍ່ມີຕົວຕົນ, ບໍ່ເຫັນຄຸນຄ່າໃນຕົນເອງ, ຄວນຢຸດພືດຕິກຳແບບນີ້ ເພາະເຮົາບໍ່ສາມາດເຮັດໃຫ້ທຸກຄົນພໍໃຈໃນຕົວເຮົາໄດ້ຕະຫຼອດດອກ.

3. ບໍ່ຄວນເສຍເວລາກັບເລື່ອງທີ່ບໍ່ມີປະໂຫຍດ

ຄວາມຈິງແລ້ວເຮົາກໍມີຊ່ວງເວລາທີ່ບໍ່ມີປະໂຫຍດ ແຕ່ຕ້ອງເບິ່ງນຳວ່າ ໃຫ້ເວລາກັບເລື່ອງທີ່ບໍ່ມີປະໂຫຍດຫຼາຍເກີນໄປຫຼືບໍ່, ຢ່າລືມວ່າສິ່ງທີ່ຢຸດຕິທໍາທີ່ສຸດ ກໍຄືເວລາທີ່ທຸກຄົນມີເທົ່າກັນ ແຕ່ໃຜຈະໃຊ້ເວລາໄດ້ຢ່າງຄຸ້ມຄ່າທີ່ສຸດນັ້ນ ກໍຂຶ້ນຢູ່ກັບການຈັດການເວລາຂອງແຕ່ລະຄົນ.

4. ເບິ່ງຄວາມລົ້ມເຫຼວເປັນໂອກາດ

ເຊື່ອກັນວ່າ ສິ່ງທີ່ສອນເຮົາໄດ້ດີທີ່ສຸດ ກໍຄືຄວາມລົ້ມເຫຼວ, ຄວາມຜິດພາດທີ່ຜ່ານມາ ເພາະຄວາມລົ້ມເຫຼວ ຈະເຮັດໃຫ້ເຮົາເຂົ້າໃຈຊີວິດຫຼາຍຂຶ້ນ, ເຕີບໃຫຍ່ຫຼາຍຂຶ້ນ ທັງໝົດນີ້ຂຶ້ນຢູ່ທີ່ຄວາມຄິດຂອງເຮົາ ວ່າຈະປ່ຽນຄວາມລົ້ມເຫຼວໃຫ້ເປັນໂອກາດ ຫຼືປ່ອຍໃຫ້ມັນຜິດພາດຊ້ຳແລ້ວຊ້ຳອີກໄປເລື້ອຍໆ.

5. ອ່ານໜັງສືໃຫ້ຫຼາຍກວ່າເບິ່ງໂຊຊ່ຽວ

ຄົນທີ່ປະສົບຜົນສໍາເລັດໃນຊີວິດ ສ່ວນຫຼາຍຈະໃຊ້ເວລາໄປກັບການອ່ານໜັງສື ຫຼາຍກວ່າຫຼິ້ນໂຊຊ່ຽວ ເພາະເຂົາເບິ່ງວ່າໂລກໂຊຊ່ຽວ ເປັນໂລກທີ່ເຮັດໃຫ້ຄົນເຮົາມີພືດຕິກຳອິດສາຊີວິດຄົນອື່ນ ແລະ ກໍມັກຈະງັດເອົາເລື່ອງຕ່າງໆ ມາອວດມາໂຊກັນ ພໍເຮົາເຫັນຊີວິດໃຜດີກວ່າກໍຈະຮູ້ສຶກນ້ອຍເນື້ອຕ່ຳໃຈ ທັງທີ່ຄວາມຈິງແລ້ວ ໂລກໂຊຊ່ຽວເປັນພຽງໂລກທີ່ເຮົາສ້າງຂຶ້ນມາເອງເທົ່ານັ້ນ ແຕ່ເຮົາພັດໃຫ້ມັນ ມີອິດທິພົນຕໍ່ຊີວິດຂອງເຮົາຫຼາຍເກີນໄປ.

6. ຢ່າຈົມປັກຢູ່ກັບອາດິດ

ທຸກຄົນເຄີຍເຮັດເລື່ອງທີ່ຜິດພາດມາທັງນັ້ນ ແຕ່ຄົນທີ່ມີຄວາມສຸກໄດ້ໄວກວ່າໃຜນັ້ນ ກໍຄືຄົນທີ່ຮູ້ຈັກໃຫ້ອະໄພຕົນເອງ, ບໍ່ຈົມຢູ່ກັບເລື່ອງໃນອາດິດ, ເຮົາຄວນຂອບໃຈຕົວເອງ ແລະ ຂອບໃຈທຸກເລື່ອງ ທີ່ຜິດພາດໃນອາດິດທີ່ສອນໃຫ້ເຮົາເຕີບໃຫຍ່ຂຶ້ນ, ຫຼາຍກວ່າເກັບມັນມາໃສ່ໃຈຈົນເປັນທຸກບໍ່ສິ້ນສຸດ.

7. ຢ່າກັງວົນກັບສິ່ງທີ່ຍັງບໍ່ເກີດຂຶ້ນ

ຄົນທີ່ບໍ່ໝັ້ນໃຈໃນຕົນເອງສ່ວນໃຫຍ່ ມັກຈະມີນິດໄສມັກກັງວົນກັບສິ່ງທີ່ຍັງບໍ່ເກີດຂຶ້ນ ວ່າມັນຕ້ອງບໍ່ດີເລີຍ, ມັນຕ້ອງບໍ່ດີແນ່ນອນ ແລ້ວເກັບມັນມາຄິດຈົນເຮັດໃຫ້ມັນທຳລາຍຄວາມສຸກໃນມື້ນີ້ໄປ ແລະ ຖ້າຫາກເຈົ້າເຮັດມື້ນີ້ໃຫ້ດີທີ່ສຸດ ມື້ອື່ນ ຫຼື ໃນອານະຄົດກໍບໍ່ມີຫຍັງໃຫ້ເຈົ້າຕ້ອງກັງວົນອີກຕໍ່ໄປ.

8. ຢ່າຖາມຄວາມຄິດເຫັນຄົນອື່ນກ່ອນຕົນເອງ

ມີຫຼາຍໆຄົນທີ່ເວລາຕັດສິນໃຈເລື່ອງຫຍັງຈັກຢ່າງ ແມ່ນແຕ່ເລື່ອງເລັກໆນ້ອຍໆ ກໍມັກຈະຖາມຄວາມຄິດເຫັນຄົນອື່ນກ່ອນຢູ່ສະເໝີ ບາງເທື່ອມັນກໍເປັນເລື່ອງຂອງຕົວເຮົາເອງແທ້ໆ ແຕ່ກໍຍັງຖາມຄວາມຄິດເຫັນຈາກຄົນອື່ນ ບໍ່ເຊື່ອໝັ້ນໃນຄວາມຄິດຂອງຕົນເອງ ຫາກໃຜທີ່ເປັນແບບນີ້ ຄວນຢຸດກ່ອນທີ່ຈະກາຍເປັນຄົນທີ່ບໍ່ໝັ້ນໃຈໃນຕົວເອງ ແລະ ຕັດສິນໃຈຫຍັງເອງບໍ່ໄດ້, ຢ່າລືມວ່າຄົນທີ່ເຈົ້າຄວນເຄົາລົບຫຼາຍທີ່ສຸດ ແມ່ນຕົວຂອງເຮົາເອງ.

9. ບໍ່ຄວນຄິດຫຼາຍກັບເລື່ອງເລັກໆນ້ອຍໆ

ການເປັນຄົນລະອຽດຮອບຄອບ ຖືເປັນເລື່ອງທີ່ດີ ແຕ່ຖ້າຫາກວ່າເກັບເລື່ອງທຸກຢ່າງມາຄິດ, ມາໃສ່ໃຈຫຼາຍເກີນໄປ ກໍຈະເຮັດໃຫ້ເຮົາເປັນບ້າ ດັ່ງນັ້ນ; ແມ່ນຫຍັງທີ່ເຮົາສາມາດເບິ່ງຂ້າມໄດ້ກໍຄວນເບິ່ງຂ້າມ, ເລື່ອງເລັກໆນ້ອຍໆ ຖ້າມັນບໍ່ໄດ້ມີສ່ວນສຳຄັນຫຍັງຫຼາຍໃນຊີວິດຂອງເຮົາ ກໍຄວນປ່ອຍມັນໄປ.

10. ຢ່າເອົາຕົນເອງໄປປຽບທຽບກັບຄົນອື່ນ

ບໍ່ຄວນເສຍເວລາ ໄປກັບການເອົາຕົນເອງໄປປຽບທຽບກັບບຸກຄົນອື່ນ, ຖ້າຫາກວ່າເຮົາຢາກໄດ້ຢາກມີຄືຜູ້ອື່ນ ເຮົາຄວນເອົາເວລາໄປພັດທະນາຕົນເອງ, ຄົ້ນຫາຄຸນຄ່າໃນຕົນເອງຫຼາຍກວ່າເອົາເວລາໄປອິດສາຄົນອື່ນ ຫຼື ເອົາຊີວິດຄົນອື່ນມາບັນທອນຈິດໃຈ ຈົນເຮັດໃຫ້ຕົນເອງຮູ້ສຶກບໍ່ມີຄ່າ ເພາະທຸກຊີວິດມີຄ່າເທົ່າກັນໝົດ, ບໍ່ມີຊີວິດໃຜທີ່ມີຄ່າຫຼາຍກວ່າໃຜ.

More from author

Related posts

Latest posts

ຄວນເຮັດແນວໃດ ເມື່ອຕ້ອງອອກກຳລັງກາຍຍາມຝົນ!

ຊ່ວງໜ້າຝົນແບບນີ້ ຄົນທີ່ມັກອອກກຳລັງກາຍກາງແຈ້ງເປັນປະຈຳ ອາດຈະປ່ຽນເປັນການອອກກຳລັງກາຍໃນຮົ່ມແທນ ແຕ່ບາງຄົນຍັງມັກອອກກຳລັງກາຍກາງແຈ້ງຫຼາຍກວ່າ ເຊິ່ງອາດຈະໃຊ້ວິທີເລື່ອນເວລາໄປໃນຕອນທີ່ຝົນເຊົາຕົກ ຫຼື ຕອນທີ່ຝົນຕົກຄ່ອຍໆ ແຕ່ຊ່ວງເວລາດັ່ງກ່າວ ກໍຍັງມີສິ່ງທີ່ຄວນລະວັງໃນການອອກກຳລັງກາຍ ທີ່ຕ່າງໄປຈາກສະພາບປົກກະຕິ.

ຫົວຜັກບົ່ວໃຫຍ່ ປົວໄດ້ຫຼາຍໂຣກ

ການກິນຫົວຜັກບົ່ວໃຫຍ່ ສາມາດປ້ອງກັນການຈະເລີນເຕີບໃຫຍ່ຂອງຈຸລັງມະເຮັງໄດ້ ເພາະມັນມີສານຕ້ານອະນຸມູນອິດສະຫຼະ, ສາມາດຊ່ວຍແກ້ການນອນບໍ່ຫຼັບໄດ້, ຊ່ວຍເຮັດໃຫ້ຈະເລີນອາຫານ, ຊ່ວຍບຳລຸງທາດໃນຮ່າງກາຍ,​ຊ່ວຍກຳຈັດສານກົ່ວ ທີ່ປົນເປື້ອນມາກັບອາຫານ, ຊ່ວຍປ້ອງກັນການເກີດໂຣກຫົວໃຈ,​ ຫຼຸດຄວາມສ່ຽງຂອງອຳມະພາດ, ຊ່ວຍປົວໂຣກໄຂມັນຕີບຕັນໃນເສັ້ນເລືອດ, ຊ່ວຍໃນການຂະຫຍາຍຫຼອດເລືອດ, ຊ່ວຍເຮັດໃຫ້ເລືອດບໍ່ໄປຕີບຕັນໃນຫຼອດເລືອດ, ຊ່ວຍໃນການສະຫຼາຍເລືອດຊຳ້.

ຈົບມໍປາຍ ຈະຮຽນຕໍ່ສາຍໃດດີ?

ເມື່ອກ່ອນ ການສຶກສາຖືໄດ້ວ່າມີບັນຍາກາດຄຶກຄື້ນ ແລະ ເປັນຂະບວນການ ຫຼາຍຄົນແຂ່ງກັນຮຽນ ແຂ່ງກັນເສັງເພື່ອຈະໄດ້ເຂົ້າຮຽນສາຍທີ່ຕົນເອງມັກ ແຕ່ຕົກມາຍຸກປັດຈຸບັນນີ້ ດ້ວຍສະພາບເສດຖະກິດ ສະພາບແວດລ້ອມ ແລະ ຫຼາຍຢ່າງໃນສັງຄົມທີ່ຜັນແປໄປ ເດັກນ້ອຍສ່ວນໃຫຍ່ບໍ່ຢາກທີ່ຈະຮຽນຕໍ່, ບາງຄົນກໍຈຳເປັນຕ້ອງອອກໄປເຮັດວຽກເພື່ອຫາເງິນຊ່ວຍຄອບຄົວ, ຫຼາຍຄົນກໍອອກມາປະກອບກິດຈະການເຮັດທຸລະກິດ ເປັນນາຍຂອງຕົນເອງ ແຕ່ບໍ່ວ່າຈະຢ່າງໃດກໍຕາມ ຖ້າຄົນທີ່ມີເງືອນໄຂກໍຍັງສະໜັບສະໜູນໃຫ້ຮຽນຕໍ່ສາຍວິຊາຊີບໃຫ້ຈົບຈະເປັນການດີທີ່ສຸດ.