ຂາຍປີ້ງຈີນແບບອອນລາຍຈົນກາຍມາເປັນທຸລະກິດຄອບຄົວ

ເຖິງວ່າ “ປີ້ງຈີນ” ຈະບໍ່ແມ່ນອາຫານຂອງຄົນລາວ ແຕ່ມັນກໍເປັນສິ່ງທີ່ຄົນລາວນິຍົມກິນກັນ ແລະ ນອກຈາກຄວາມນິຍົມນັ້ນ ມັນກໍຍັງສາມາດສ້າງອາຊີບໃຫ້ກັບຄົນເຮົາໄດ້.

ອີງຕາມການໃຫ້ສຳພາດຂອງທ່ານນາງ ສົມຈິດ ສູນດາລາ ຫຼື ແມ່ດຳ, ເຈົ້າຂອງຮ້ານ ປີ້ງຈີນບ້ານຫ້ອມ ໃຫ້ຮູ້ວ່າ: ທຸລະກິດໃດໜຶ່ງຈະເກີດຂຶ້ນໄດ້ ກໍຕ້ອງເກີດຂຶ້ນມາຈາກຄວາມມັກຮັກຂອງເຮົາເອງ ຖ້າຢາກເຮັດໃຫ້ທຸກລະກິດດັ່ງກ່າວ ກ້າວຕໍ່ໄປໄດ້ ເຮົາກໍຕ້ອງມີການປັບປຸງ ແລະ ພັດທະນາ ສູດ ຫຼື ຣົດຊາດ ໃຫ້ເຂົ້າກັບຄົນລາວຫຼາຍຂຶ້ນ ເປັນຈຸດທີ່ເຮັດໃຫ້ການຂາຍປີ້ງຈີນແບບອອນລາຍ ຜັນມາເປັນທຸລະກິດຂອງຄອບຄົວ.

ແມ່ດຳ ອາຍຸ 49 ປີ ປັດຈຸບັນຢູ່ ບ້ານຈອມທອງ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ ເວົ້າວ່າ: ຮ້ານປີ້ງຈີນນີ້ ເກີດຂຶ້ນມາໄດ້ກໍຍ້ອນລູກສາວມັກກິນ ແລ້ວມາບອກກັບແມ່ວ່າຢາກເປີດຮ້ານປີ້ງຈີນ ເລີຍໄປຂໍຊື້ສູດແຈ່ວນຳເພີ່ນ ເພື່ອມາເປັນແນວທາງໃນການເຮັດແຈ່ວ ແລະ ປັບປ່ຽນສູດ ໃຫ້ເຂົ້າກັບຄົນລາວຫຼາຍຂຶ້ນ.

ລາວຍັງໄດ້ເວົ້າອີກວ່າ: ເນື່ອງຈາກປີ້ງຈີນບໍ່ແມ່ນອາຫານລາວ ທີ່ເຮົາເຄີຍກິນມາແຕ່ນ້ອຍ ຈິ່ງຕ້ອງໄດ້ມີການປັບປຸງສູດ ແລະ ສ່ວນປະສົມຂອງແຈ່ວ ໃຫ້ເຂົ້າກັບຣົດຊາດແບບບ້ານເຮົາ, ເຮັດໃຫ້ມີຮົດຊາດຫວານ, ນົວແບບຄົນລາວມັກ.

ຈຸດທີ່ຍາກສຳລັບການຂາຍປີ້ງຈີນ ກໍຈະເປັນຊ່ວງທຳອິດ ທີ່ເຮົາເປີດມາ ເພາະຮ້ານເຮົາເລີ່ມເປີດໃນຊ່ວງໂຄວິດ-19 ລະບາດ ຈຶ່ງເຮັດໃຫ້ການຂາຍໃນຊ່ວງນັ້ນ ຈະເນັ້ນໄປທາງອອນລາຍຫຼາຍກວ່າ ອີກຢ່າງເຮືອນເຮົາກໍຢູ່ໃນຊອຍ ບໍ່ສະດວກໃນການຕອບສະໜອງໃຫ້ກັບລູກຄ້າ ແຕ່ພໍຂາຍໄດ້ຊ່ວງໄລຍະໜຶ່ງ ກໍເລີ່ມມີລູກຄ້າຫຼາຍຂຶ້ນ ເລີຍຍ້າຍອອກມາເປີດຮ້ານຂາຍຢູ່ແຄມທາງໃຫຍ່ ເພື່ອຄວາມສະດວກໃຫ້ກັບລູກຄ້າ ແລະ ສາມາດນັ່ງກິນຢູ່ຮ້ານໄດ້ ກໍຮູ້ສຶກວ່າໄດ້ຜົນຕອບຮັບດີຂຶ້ນ ເຊິ່ງປັດຈຸບັນຮ້ານເຮົາກໍເປີດມາໄດ້ 2 ປີ ແລ້ວ ແລະ ເຮັດເປັນແບບຄອບຄົວ ເຮົາຍັງບໍ່ມີພະນັກງານເທື່ອ.

ສິ່ງທີ່ເຮັດໃຫ້ເຮົາມີແຮງບັນດານໃຈ ໃນການເປີດຮ້ານຈົນມາຮອດປັດຈຸບັນນີ້ ກໍແມ່ນລູກຄ້າທີ່ຄອຍໃຫ້ການສະໜັບສະໜູນ ແລະ ອູດໜູນກັນມາຕະຫຼອດ ຈົນເຮັດໃຫ້ທຸລະກິດຂອງເຮົາມີຄວາມໝັ້ນຄົງຫຼາຍຂຶ້ນ ແລະ ມັນຍັງຊ່ວຍແບ່ງເບົາພາລະທາງຄອບຄົວໃຫ້ເຮົາອີກດ້ວຍ.

ທີ່ໃສ່ຊື່ ປີ້ງຈີນບ້ານຫ້ອມ ເພາະໃສ່ຕາມບ້ານຢູ່ແຕ່ກ່ອນ ບໍ່ຮູ້ວ່າຈະໃສ່ຊື່ຫຍັງເລີຍໃສ່ເປັນຊື່ບ້ານ ຈົນມາຮອດປັດຈຸບັນ ຮ້ານເຮົາເປີດຢູ່ບ້ານ ໂພເງິນ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ແລະ ໃນອານະຄົດ ເຮົາອາດຈະຜະລິດແຈ່ວປິ້ງຈີນ ທີ່ເຂົ້າກັບຄົນລາວ ອອກມາວາງຈຳນ່າຍ ເພື່ອໃຫ້ລູກຄ້າທີ່ຢູ່ໄກ ສາມາດໄດ້ລອງຊີມລົດຊາດແຈ່ວຂອງຮ້ານເຮົາໄດ້.

ທ້າຍນີ້ກໍຢາກຝາກເຖິງຜູ້ທີ່ ຕ້ອງການເຮັດທຸລະກິດບໍ່ວ່າເຮົາຈະເຮັດທຸລະກິດໃດ ກໍຕ້ອງມີຄວາມອົດທົນ ແລະ ຈົ່ງເລີ່ມຕົ້ນໄປເທື່ອລະນ້ອຍ ເພາະໃນອານະຄົດເຮົາອາດຈະເປັນທຸລະກິດທີ່ໃຫຍ່ໄດ້.

ໃນນາມທີ່ເປັນຜູ້ທີ່ເຮັດທຸລະກິດ ກໍຢາກບອກວ່າ ການຈະເຮັດທຸລະກິດ ບໍ່ແມ່ນເລື່ອງງ່າຍເລີຍ ເພາະຈະຕ້ອງໄດ້ເອົາໃຈໃສ່, ທຳຄວາມຮູ້ຈັກກັບມັນໃຫ້ຫຼາຍໆ ບໍ່ວ່າຈະເປັນເວລາທີ່ເຮົາປີ້ງ, ປີ້ງແບບໃດຈຶ່ງຈະພໍດີກິນ, ພໍດີສຸກ, ປີ້ງໄຟປະມານໃດຈຶ່ງໄດ້ກິ່ນຫອມ ເຮົາຕ້ອງມີເທັກນິກໃນດ້ານນີ້ນຳ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...