Lifestyle

ໃຊ້ເວລາຫວ່າງ ສ້າງລາຍຮັບເສີມ ໂດຍການຜະລິດ”ທຽນຫອມ”

ນາງ ແສງສະຫວັນ ຈັນທະວົງສາ ຫຼື ເບເບ ເປັນອີກຄົນໜຶ່ງທີ່ມັກໃຊ້ເວລາຫວ່າງຂອງໂຕເອງໃນການເຮັດ "ທຽນຫອມ" ເພື່ອຫາລາຍໄດ້ເສີມ ຈົນໄດ້ຮັບຄວາມນິຍົມຈາກຜູ້ຊົມໃຊ້, ເນື່ອງຈາກທຽນຫອມທີ່ເຂົາເຮັດອອກມານັ້ນມີຄຸນນະພາບ ແລະ ມີກິ່ນຫອມທີ່ຫຼາກຫຼາຍ

“ຂາຍຈືນກ້ວຍ” ອີກໜຶ່ງອາຊີບທີ່ສ້າງລາຍໄດ້ເພື່ອຄອບຄົວ

"ການຂາຍຈືນກ້ວຍ" ນັບວ່າເປັນອີກອາຊີບໜຶ່ງ ທີ່ສາມາດສ້າງລາຍຮັບໃຫ້ກັບຫຼາຍໆ ຄົນໄດ້, ໂດຍການເຮັດຈືນກ້ວຍຂາຍແຕ່ລະເຈົ້າ ແຕ່ລະບ່ອນ ກໍຈະມີຄວາມແຕກຕ່າງກັນ ບໍ່ວ່າຈະເປັນເບລື່ອງຂອງຣົດຊາດ, ການປະສົມແປ້ງ ແລະ ການຈືນທີ່ມີຄວາມຊຳນານ ເພື່ອເຮັດໃຫ້ກ້ວຍທີ່ຈືນອອກມາກອບນອກນຸ້ມໃນ.

ການປູກພືດເປັນສິນຄ້າ ໄດ້ຊ່ວຍຍົກລະດັບຊີວິດປະຊາຊົນ ເມືອງປາກຊ່ອງ

ປະຊາຊົນຢູ່ເມືອງປາກຊ່ອງ ໄດ້ຍົກລະດັບຊີວິດຂອງຕົນເອງ ດ້ວຍການຫັນໄປປູກພືດເປັນສິນຄ້າ ເພື່ອສົ່ງອອກຈຳໜ່າຍ ແລະ ຍັງສ້າງລາຍຮັບຫຼາຍກວ່າ 100 ລ້ານກີບຕໍ່ປີ.

ແນວຄວາມຄິດ ສ້າງຜະລິດຕະພັນຈາກ “ໄໝໃຍກ້ວຍ”

“ໄໝໃຍກ້ວຍ” ເປັນວັດຖຸດິບທີ່ໄດ້ມາຈາກທຳມະຊາດ ທີ່ສາມາດສ້າງລາຍຮັບໃຫ້ກຸ່ມແມ່ຍິງພິການ ແລະ ຍັງສາມາດນຳມາຜະລິດເປັນກະເປົາ, ເຄື່ອງນຸ່ງ ໃຫ້ມີຄວາມໂດດເດັ່ນ ສື່ໃຫ້ເຫັນເຖິງ ມິດຕະພາບລະຫວ່າງ ຄົນ ແລະ ທຳມະຊາດ ໄດ້ເປັນຢ່າງດີ.

ບ່ອນສ້າງອາຊີບທີ່ໝັ້ນຄົງ ໃຫ້ກັບຄົນພິການ

ສູນຫັດຖະກຳຄົນພິການ ແລະ ຊົນເຜົ່າ ທີ່ຕັ້ງຢູ່ ສວນກາບຊ້ອນ, ບ້ານ ສາລາຄໍາ, ເມືອງ ຫາດຊາດຟອງ, ນະຄອນຫຼວງ ວຽງຈັນ ແມ່ນເປັນສູນໜຶ່ງທີ່ໄດ້ໃຫ້ໂອກາດຄົນພິການລາວ ໄດ້ເຂົ້າມາສຶກສາຮຽນຮູ້ໃນການສ້າງວຽກເຮັດງານທຳ ແລະ ສ້າງອາຊີບທີ່ໝັ້ນຄົງໃຫ້ກັບພວກເຂົາໄດ້ ໂດຍໃນໄລຍະຜ່ານມາ ສູນດັ່ງກ່າວສາມາດສ້າງອາຊີບໃຫ້ກັບຄົນພິການໄປແລ້ວ 45 ຄົນ ນັບຕັ້ງແຕ່ສ້າງຕັ້ງສູນຂຶ້ນມາໃນປີ 2017 ຈົນເຖິງປັດຈຸບັນ.

ອ່ອນໃຈ ວິໄລສອນ ຜູ້ທີ່ບໍ່ເຄີຍຍອມແພ້ຕໍ່ໂຊກຊະຕາ

ທ້າວ ອ່ອນໃຈ ວິໄລສອນ, ອາຍຸ 37, ຈາກແຂວງ ຫຼວງພະບາງ ເປັນອີກຄົນໜຶ່ງທີ່ພິການຂາມາແຕ່ຍັງນ້ອຍ, ຍ້ອນໄດ້ຮັບຜົນຂ້າງຄຽງຂອງຢາ ຈາກການປິ່ນປົວພະຍາດໂປລິໂອ ເຮັດໃຫ້ຂາທັງສອງເບື້ອງລີບ, ຍ່າງບໍ່ໄດ້ຄືກັບຄົນປົກກະຕິ ເຊິ່ງຕ້ອງໄດ້ອາໃສລໍ້ຊ່ວຍໃນການດໍາລົງຊີວິດ ແລະ ການ ໄປ-ມາ.

ເສັ້ນທາງຊີວິດ ອາຈານ ແຕ໋ນ! ຈາກຜູ້ສ້າງນັກຮ້ອງ ສູ່ການເຮັດທຸລະກິດ.

ບໍ່ແມ່ນເລື່ອງງ່າຍທີ່ຄົນໆ ໜຶ່ງຈະກ້າວຂ້າມຜ່ານຈຸດທີ່ຕົກຕ່ຳໃນຊີວິດມາໄດ້ ທ່ານ ຜິວພອນ ພົມວິໄຊ ຫຼື ເປັນທີ່ຮູ້ຈັກກັນດີໃນນາມ ອາຈານແຕ໋ນ ຜູ້ຢູ່ເບື້ອງຫຼັງຜົນງານ  ຂອງນັກຮ້ອງຫຼາຍໆຄົນ ຢູ່ຄ້າຍເພງ ລາວອາດທ໌ມີເດຍ ແລະ ລາວລ້ານຊ້າງ, ຫຼັງຈາກເພິ່ນໄດ້ຫ່າງຫາຍຈາກວົງການໄປໄລຍະໜຶ່ງ ກໍໄດ້ຫັນຕົວເອງມາເຮັດທຸລະກິດ ແລະ ກໍໄດ້ຜ່ານຜ່າອຸປະສັກຕ່າງໆ ໃນຊີວິດ

ບໍ່ຕ້ອງຖິ້ມ! ຈອກກິນໄດ້ ທີ່ຜະລິດຈາກສີມືຄົນລາວ.

ປັດຈຸບັນ ຮ້ານກາເຟຫຼາຍໆຮ້ານ ກຳລັງປັບປຸງຈອກກາເຟໃໝ່ ໂດຍການໃຊ້ເຈ້ຍເຮັດຈອກກາເຟ ເພື່ອຫຼຸດຜ່ອນການໃຊ້ຈອກກາເຟ ທີ່ຜະລິດຈາກພລາສຕິກ ແລະ ເພື່ອເປັນການຊ່ວຍຫຼຸດພາວະໂລກຮ້ອນນຳອີກ.