Lifestyle

​ສາວ​ນັກ​ບິນ ພູຄຳ Miss Tourism Universe Laos 2018 ກຽມໄປປະກວດລະດັບສາກົນ

ພາຍຫລັງໄດ້ຮັບຕໍາແໜ່ງອັນຊົງກຽດໃນເວທີນາງງາມລາວຄື Miss Tourism Universe Laos 2018 ເມື່ອທ້າຍປີຜ່ານມາ,ພູຄຳ ທິບພົມວົງ (ໝີພູ) ອາຍຸ 23 ປີ ປັດຈຸບັນເປັນພະນັກງານລັດວິສາ ຫະກິດການບິນລາວກໍໄດ້ຖືກເລືອກໃຫ້ເປັນຕົວແທນສາວລາວໄປປະກວດ Miss Global 2019 ຢູ່ນະຄອນຫລວງມະນີລາ ປະເທດຟີລິບປິນ ໂດຍໄດ້ເດີນທາງໄປເກັບຕົວໃນວັນທີ 31 ມັງກອນຜ່ານມາ ແລະ ການປະກວດ Miss...

ແຂວງສະຫວັນນະເຂດຈັດໃຫຍ່ ສົ່ງເສີມການທ່ອງທ່ຽວລາວ-ໄທ.

ແຂວງສະຫວັນນະເຂດຮ່ວມກັບສະຖານກົງສຸນໃຫຍ່ໄທ ປະຈຳແຂວງສະຫວັນນະເຂດ ຈະຈັດມະຫະກຳການແຂ່ງຂັນການແລ່ນວິບາກ (Trail Running) ໂດຍເປີດແຫຼ່ງສິລະປະ, ວັດທະນະທຳ ແລະ ທຳມະຊາດອັນຂຽວສົດງົດງາມຂອງແຂວງໃຫ້ບັນດານັກແລ່ນໄດ້ປະຊັນຄວາມສາມາດ. ທ່ານ ວໍຣະວຸດ ພົງປຣະພາພັນ ກົງສຸນໃຫຍ່ປະຈຳແຂວງສະຫວັນນະເຂດເປີດເຜີຍວ່າສະຖານກົງສຸນໃຫຍ່ ຈະຮ່ວມກັບແຂວງສະຫວັນນະເຂດຈັດການແຂ່ງຂັນແລ່ນມາຣາທອນ “ສະຫວັນນະເຂດ Trail” ໃນວັນທີ 31...

ວາງສີລາລຶກສ້າງໂຮງໝໍເຊດຖາທິຣາດຫລັງໃໝ່

ພິທີວາງສີລາລຶກ ກໍ່ສ້າງອາຄານໂຮງໝໍເຊດຖາທິຣາດຫລັງໃໝ່ ໄດ້ຈັດຂຶ້ນໃນວັນທີ 23 ມັງກອນ 2019ມື້ນີ້, ທີ່ໂຮງໝໍດັ່ງກ່າວ, ບ້ານດອນກອຍ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ, ໂດຍມີ ທ່ານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ,...

ສຸດ​ຍອດ!ປະຊາຊົນ​ຊ່ວຍ​ກັນສ້ອມແປງເສັ້ນທາງທີ່ເປ່ເພໃນລະດູຝົນ

ຢູ່ທີ່ບ້ານຫາດຊຽງດີ ເມືອງໜອງບົກ ແຂວງຄຳມ່ວນ, ພໍ່ແມ່ປະຊາຊົນບ້ານຫາດຊຽງດີ ຈຳນວນ 150 ກວ່າຄົນ ແລະ ອຳນາດການປົກຄອງບ້ານ ແລະ ເມືອງທີ່ກ່ຽວຂ້ອງ ໄດ້ທຳການສ້ອມແປງເສັ້ນທາງທີ່ເປ່ເພໃນລະດູຝົນຜ່ານມາ ເພື່ອເຮັດໃຫ້ການສັນຈອນໄປມາມີຄວາມສະດວກສະບາຍ ພາຍໃນບ້ານຕໍ່ບ້ານ.  ໄລຍະທາງຂອງການສ້ອມແປງແມ່ນເລີ່ມແຕ່ ບ້ານຫາດຊຽງດີ ຫາ ບ້ານດົງສະຫງຳ...

ເປີດໂຄງການດ້ານການປະກອບອາຊີບ ໃຫ້ແກ່ກຸ່ມຄົນທີ່ມີຄວາມພິການ ແລະຂາດໂອກາດໃນລາວ

ມູນນິທິເມແບັງ ໄດ້ເປີດໂຄງການດ້ານການປະກອບອາຊີບ ໃຫ້ແກ່ກຸ່ມຄົນທີ່ມີຄວາມພິ ການ ແລະ ຂາດໂອກາດໃນ ສປປ ລາວ ໃນວັນທີ 18 ມັງກອນ 2019 ນີ້, ຢູ່ນະຄອນຫລວງວຽງຈັນ ເພື່ອສ້າງໂອກາດ ໃຫ້ບຸກຄົນພິການ ໄດ້ມີວຽກເຮັດງານທຳ,...

ຊົມ​ເຊີຍຢ່າງ​ສຸດ​ໃຈ! ອັງກິດຊ່ວຍເຫຼືອເກັບກູ້ລະເບີດບໍ່ທັນແຕກຢູ່ລາວ

ພິທີເຊັນບົດບັນທຶກເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວ (ຄຊກລ) ແລະ ອົງການເກັບກູ້ລະເບີດແມັກປະຈຳລາວ ຈັດຂຶ້ນທີ່ ນະຄອນຫຼວງວຽງຈັນ. ໂຄງການດັ່ງກ່າວມີມູນຄ່າ 38,54 ຕື້ກີບ ຫຼື 4,5 ລ້ານໂດລາສະ ຫະລັດ ໄລະຍະເວລາໃນການ ຈັດຕັ້ງປະຕິບັດ 13 ເດືອນ ແລະ...

ເປີດ​ເຜີຍ! ເປັນ​ຫຍັງ​ຜູ້​ຄົນ​ຈຶ່ງ​ມັກ​ອາ​ຊີບ​ທະ​ຫານ​ແຫ່ງກອງ​ທັບ​ປະ​ຊາ​ຊົນ​ລາວ

ບໍ່ຕ້ອງຖາມໃຜ?ໃຜກໍຮູ້ເນາະວ່າ ອາຊີບທະຫານເປັນຄວາມໄຝ່ຝັນໜຶ່ງທີ່ຫຼາຍຄົນຢາກເປັນ ແລະຢູ່ໃນປະເທດເຮົາ ບຸກຄະລາກອນທາງທະຫານກໍມີຫຼາຍກວ່າໝູ່. ມື້ນີ້ເຮົາມາຮູ້ນຳກັນວ່າ ອາຊີບທະຫານມັນມີດີແນວໃດ? ອາ​ຊີບ​ທະ​ຫານ ​ຄື​ອາ​ຊີບ​ເປັນ​ແນວ​ຮົ້ວ​ຂອງ​ປະ​ເທ​ດ​ຊາດ ມີ​ໜ້າ​ທີ່​ປົກ​ປ້ອງ,ຄຸ້ມ​ຄອງ​ອະ​ທິ​ປະ​ໄຕ​ຂອງ​ຊາດ​ໃຫ້​ຄົງ​ຢູ່ ແລະ​ສອດ​ສ່ອງ​ເບິ່ງ​ຄວາມ​ສະ​ຫງົບ,ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຕາມ​ຊາຍ​ແດນ ບໍ່​ໃຫ້​ສັດ​ຕູ​ມາ​ຮຸກ​ຮານ. ດັ່ງ​ນັ້ນ,ອາ​ຊີບ​ທະ​ຫານ​ຈຶ່ງ​ເປັນ​ອາ​ຊີບ​ທີ່​ເສຍ​ສະ​ຫຼະ​ເພື່ອ​ບ້ານ​ເພື່ອ​ເມືອງ ເພື່ອ​ໃຫ້​ເກີດ​ຄວາມ​ສະ​ຫງົບ​ສຸກ​ຂອງ​ປະ​ຊາ​ຊົນ​ທຸກ​ຊົນ​ເຜົ່າ. ລັກ​ສະ​ນະ​ຂອງ​ອາ​ຊີບ​ທະ​ຫານ: ປ້ອງ​ກັນ ແລະ​ຮັກ​ສາ​ອະ​ທິ​ປະ​ໄຕ​ຂອງ​ຊາດ​ໃນ​ທາງ​ນ້ຳ.ປ້ອງ​ກັນ ແລະ​ຮັກ​ສາ​ອະ​ທິ​ປະ​ໄຕ​ຂອງ​ຊາດ​ໃນ​ທາງ​ບົກ.ປ້ອງ​ກັນ ແລະ​ຮັກ​ສາ​ອະ​ທິ​ປະ​ໄຕ​ຂອງ​ຊາດ​ໃນ​ທາງ​ອາ​ກາດ.ໃຫ້​ຄວາມ​ຮ່ວມ​ມື ແລະ​ສະ​ໜັບ​ສະ​ໜູນ​ທະ​ຫານ​ນາ​ນາ​ຊາດ ຕາມ​ທີ່​ໄດ້​ຮັບ​ຄຳ​ສັ່ງ​ຈາກ​ຜູ້​ບັນ​ຊາ​ການ.ແລະ​ອື່ນໆ​ທີ່​ກ່ຽວ​ຂ້ອງ. ຄຸນ​ສົມ​ບັດ​ຜູ້​ທີ່​ເປັນ​ທະ​ຫານ: ມີ​ສຸ​ຂະ​ພາບ​ຮ່າງ​ກາຍ​ແຂງ​ແຮງ​ສົມ​ບູນ.ມີ​ຄວາມ​ອົດ​ທົນ.ມີ​ທັກ​ສະ​ທາງ​ດ້ານ​ການ​ກິ​ລາ...

ໄດ້​ຕາມ​ເປົ້າ​ຫຼືບໍ່? ໄອຈ໋ອບ ຕັ້ງເປົ້າໝາຍຈັດຫາແຮງງານ 12.000 ກວ່າຄົນ ໃນປີ 2019

ບໍລິສັດ ໄອຈ໋ອບ ຈຳກັດ, ຊຶ່ງເປັນບໍລິສັດຈັດຫາງານຂອງ ສປປ ລາວ ຕັ້ງເປົ້າໝາຍຈັດຫາແຮງງານໃຫ້ໄດ້ຫລາຍກວ່າ 12.000 ຄົນໃນປີ 2019 ນັບທັງຕະຫລາດພາຍໃນ ແລະ ຕ່າງປະເທດ, ໂດຍມຸ່ງເນັ້ນໃສ່ຂະແໜງອຸດສາຫະກໍາ ແລະ ການບໍລິການເປັນຫລັກ. ທ່ານ ບຸນທ່ຽງ...