Tag: ສຸຂະພາບ

ງົດອາຫານຍາມບ່າຍ ດີຕໍ່ລຳໄສ້ນ້ອຍ

ລຳໄສ້ນ້ອຍປຽບດັ່ງໂຮງງານ ທີ່ປ່ຽນຮູບອາຫານ ໃຫ້ມີຂະໜາດນ້ອຍລົງຈົນຮ່າງກາຍ ສາມາດດູດຊຶມໄປໃຊ້ໄດ້. ດັ່ງນັ້ນ ມັນຈຶ່ງມີເວລາເຮັດວຽກ ແລະ ຕ້ອງການເວລາສຳລັບພັກຜ່ອນຄືກັນ.

ກວດເບິ່ງອາການເປັນ​ມະ​ເຮັງດ້ວຍໂຕເອງ

ມະ​ເຮັງ ​ເປັນ​ພະຍາດ​ທີ່​ອັນຕະລາຍ ​ໂດຍເຮົາບໍ່​ສາມາດຮູ້​ວ່າ ມັນຈະ​ເກີດ​ຂຶ້ນ​ກັບ​ເຮົາ​ຕອນ​ໃດ. ແຕ່ວ່າ ພວກ​ເຮົາ​ມີ​ວິທີ​ສັງ​ເກດ​ອາການ​ເບື້ອງ​ຕົ້ນ​ຂອງມະ​ເຮັງ 14 ຊະນິດ​ ມາ​ໃຫ້ທ່ານ​ຮູ້.

ຮ່າງກາຍຂອງທ່ານ ສົ່ງສັນຍານເຕືອນແລ້ວ ຫຼືຍັງ?

ບັນຫາສຸຂະພາບບໍ່ເຂົ້າໃຜອອກໃຜ ຖ້າເຮົາເບິ່ງແຍງສຸຂະພາບດີຄວາມເຈັບປ່ວຍກໍຈະມາຫາເຮົາຊ້າ ແຕ່ຖ້າປ່ອຍປະລະເລີຍບັນຫາສຸຂະພາບກໍຈະເກີດຂຶ້ນກັບເຮົາໄວ. ຕໍ່ໄປນີ້ ແມ່ນສັນຍານເຕືອນຂອງຮ່າງກາຍວ່າເຮົາເລີ່ມສຸຂະພາບບໍ່ດີ:

9 ສິ່ງທີ່ບໍ່ຄວນເຮັດ! ຫຼັງຈາກກິນເຂົ້າອີ່ມ ເພາະມັນອາດສົ່ງຜົນກະທົບຕໍ່ຮ່າງກາຍ !!

“ເອັນທ້ອງເຄັ່ງ ເອັນຕາກໍຍານ” ຄຳນີ້ແມ່ນປາກົດວ່າທຸຄົນມີພຶດຕິກຳແບບນີ້ຫລາຍ ແລະ ເຊື່ອວ່າ ຫຼັງຈາກທຸກທ່ານຮັບປະທານອາຫານອີ່ມແລ້ວ ກໍອາດຫຼົງເຮັດສິ່ງເລົ່ານີ້ລົງໄປດ້ວຍຄວາມລຶ້ງເຄີຍ ໂດຍລືມຄຳນຶງເຖິງຜົນກະທົບທີ່ຕາມມາ. 

5 ວິທີຫຼົບຫຼີກ ໂຣກພູມແພ້

"ພູມແພ້" ເປັນໂຣກທີ່ໃຜໆກໍບໍ່ປາຖະໜາ ເພາະເວລາເປັນຈະມີອາການດັງອັກເສບ, ຫອບຫືດ ຫຼື ຜື່ນຄັນ ຊຶ່ງເຮັດໃຫ້ເຮົາຫງຸດຫງິດ ແຖມຍັງນານເຊົາອີກ. ສະນັ້ນ, ສິ່ງທີ່ດີທີ່ສຸດຂອງການຢຸດອາການເຫຼົ່ານີ້ ກໍຄື ການຫຼົບຫຼີກສິ່ງທີ່ເຮັດໃຫ້ທ່ານແພ້ ນັ້ນເອງ.

ຜ້າເຊັດມືໃນເຮືອນຄົວ ມີເຊື້ອໂຣກຫຼາຍທີ່ສຸດ

ມະຫາວິທະຍາໄລ ອະຣິໂຊນາ ຄົ້ນພົບວ່າ: ຜ້າເຊັດມືໃນເຮືອນຄົວ ແລະ ຢູ່ຕາມຫ້ອງນໍ້າ ນັ້ນ ມີເຊື້ອໂຣກຫຼາຍທີ່ສຸດ. ມະຫາວິທະຍາໄລ ດັ່ງກ່າວຄົ້ນຄວ້າສຶກສາເລື່ອງນີ້ ແລະໄດ້ເປີດເຜີຍວ່າ: ຜ້າທີ່ໃຊ້ໃນເຮືອນຄົວ ມີເຊື້ອແບັດເທີເຣຍ ໂຄລິຟອມ ຈັບຢູ່ຫຼາຍເຖິງ 80% ໂດຍທີ່ເຊື້ອໂຣກຈຳພວກນີ້ ມີຢູ່ຕາມລະບົບທາງເດີນອາຫານ ນັບທັງມະນຸດ ແລະສັດ. ນອກນີ້ ຍັງພົບເຊື້ອ ອີໂຄໄລ ປົນເປື້ອນຢູ່ອີກ 25%.

“ຄິດລົບ” ໂຣກຫົວໃຈກໍ່ໂຕ

ນັກວິທະຍາສາດໃນ ນະຄອນ ນິວຢ໋ອກ ໄດ້ທຳການວິໄຈ ພົບວ່າ ອາລົມໃນດ້ານລົບ ບໍ່ວ່າຈະເປັນຄວາມຕຶງຄຽດ, ໃຈຮ້າຍ, ຄວາມກັງວົນ ແລະຊຶມເສົ້າ ບໍ່ພຽງແຕ່ມີຜົນກະທົບຕໍ່ການເຮັດວຽກຂອງຫົວໃຈເທົ່ານັ້ນ ແຕ່ຍັງເພີ່ມຄວາມສ່ຽງໃນການເກີດໂຣກຫົວໃຈອີກດ້ວຍ.

ເປີດແອ ນອນຫຼັບໃນລົດ “ສ່ຽງເສຍຊີວິດ”

ຖ້າໃຜຮູ້ໂຕວ່າ ໂຕເອງຕ້ອງຂັບລົດໄກໆ ສິ່ງທຳອິດທີ່ຄວນຄຳນຶງ ກໍຄື ການພັກຜ່ອນໃຫ້ພຽງພໍ ເພື່ອໃຫ້ໄດ້ມີສະຕິທີ່ດີ, ບໍ່ຫຼັບໃນ. ຖ້າພັກຜ່ອນມາບໍ່ພຽງພໍ ຮ່າງກາຍຈະອ່ອນເພຍ ຮູ້ສຶກເຫງົານອນຈົນຕ້ອງຢຸດນອນພັກຜ່ອນແຄມທາງ ຊຶ່ງມັນເປັນສິ່ງທີ່ອັນຕະລາຍທີ່ສຸດຂອງການນອນໃນລົດ, ແຕ່ດ້ວຍຄວາມຮັກສະບາຍ ຄົນສ່ວນຫຼາຍຈຶ່ງເລືອກທີ່ຈະເປີດແອລົດປະໄວ້ຂະນະນອນຫຼັບນັ້ນ ຖືເປັນສິ່ງອັນຕະລາຍຕໍ່ຊີວິດ.