Wednesday, June 24, 2026
Kbank Laos โอน รับ จ่าย
-->

ສະຫຼຸບຂ່າວ ວຽງຈັນທາຍ ປະຈຳວັນທີ 15 ກຸມພາ 2021

ຈຳນວນອຸບັດຕິເຫດຕາມທ້ອງຖະໜົນຍັງຄົງເພື່ອຂຶ້ນ

ໃນສະເພາະເດືອນມັງກອນ 2021 ຍອດຈຳນວນອຸບັດຕິເຫດ ແລະ ຜູ້ເສຍຊີວິດຍັງມີຫຼາຍ ເຊິ່ງລວມມູນຄ່າເສຍຫາຍທັງໝົດ 11 ຕື້ກີບ

ອຸບັດຕິເຫດໃນຂອບເຂດທົ່ວປະເທດຍັງມີທ່າອ່ຽງເພີ່ມຂຶ້ນ ສະເພາະໃນເດືອນມັງກອນມີທັງໝົດ 713 ກໍລະນີ ເຊິ່ງສາເຫດຫຼັກໆ ກໍ່ຍ້ອນ ລະເມີດກົດລະບຽບຈາລາຈອນ…ອ່ານຕໍ່

ເຊກອງຈະເປີດດ່ານສາກົນ ກັບປະເທດຫວຽດນາມໃນເດືອນມີນາ 2021

ລັດຖະບານລາວ ແລະ ຫວຽດນາມໄດ້ຕົກລົງເຫັນດີ ຍັກລະດັບດ່ານທ້ອງຖິ່ນດັກຕາອອກ ໃຫ້ເປັນດ່ານສາກົນ ເພື່ອອຳນວຍຄວາມສະດວກໃຫ້ກັບການຂົນສົ່ງສິນຄ້າ ແລະ ການຂ້າມໄປມາ

ຊິ່ງຕາມແຜນແມ່ນຈະໄດ້ດຳເນີນການແມ່ນທ້າຍປີ 2020 ແລະ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ຈຶ່ງໄດ້ເລື່ອນມາເປັນເດືອນມີນາ 2021…ອ່ານຕໍ່

ສະຫວັນນະເຂດລົງແກ້ໄຂບັນຫາ ສຳປະທານທີ່ດິນຂອງນັກລົງທຶນ

ພະແນກກະສິກຳ ແລະ ປ່າໄມ້ແຂວງສະຫວັນນະເຂດ ໄກ້ລົງແກ້ບັນຫາ ທີ່ມີນັກລົງທຶນຈາກເອກະຊົນທັງພາຍໃນ ແລະ ຕ່າງປະເທດ ໄດ້ມາສຳປະທານທີ່ດິນໄວ້

ເຊິ່ງເຮັດໃຫ້ພົບບັນຫາ ແລະ ຂໍ້ຫຍຸ້ງຍາກ ຫຼາຍເຊັ່ນ ບາງບໍລິສັດບໍມີທີ່ຕັ້ງ, ບໍ່ມີພະນັກງານປະຈຳ, ບໍມີລາຍງານຂອງໂຄງການ ແລະ ບໍ່ສາມາດຕິດຕໍ່ໄດ້…ອ່ານຕໍ່

More from author

Related posts

Latest posts

ລະວັງເປັນໂຣກຮ້າຍ! ທີ່ເກີດຈາກຄວາມຄຽດ ແລະ ກັງວົນຫຼາຍ

ຄວາມຄຽດ, ຄວາມກັງວົນ ເປັນພາວະໜຶ່ງທີ່ເກີດມາຈາກການຖືກກົດດັນ ຫຼື ຕົກຢູ່ໃນສະພາບທີ່ຕົນເອງຫາທາງອອກໄດ້ຍາກ ບໍ່ຮູ້ຈະແກ້ໄຂບັນຫາແບບໃດດີ ເຊິ່ງມັກພົບເຫັນຫຼາຍໃນປັດຈຸບັນທັງໃນໄວໜຸ່ມນັກຮຽນ, ນັກສຶກສາ, ໄວເຮັດວຽກ ແລະ ຜູ້ສູງອາຍຸກໍມີ.

🌧️ ຊັກເຄື່ອງຍາມຝົນແນວໃດໃຫ້ຫອມ? (ບໍ່ມີກິ່ນອັບ 100%)

ເຄີຍເປັນບໍ່ ເມື່ອຮອດຍາມຝົນແລ້ວ… ບັນຫາ "ເຄື່ອງມີກິ່ນອັບ" ກາຍເປັນຝັນຮ້າຍຂອງທຸກເຮືອນ! 👕ເພາະແດດບໍ່ມີ ແຖມຄວາມຊຸ່ມໃນອາກາດຍັງສູງ. ແຕ່ຢ່າຟ້າວຖອດໃຈ, ຖ້າຢາກໃຫ້ເຄື່ອງຫອມສົດຊື່ນຄືຕາກແດດຈັດ, ລອງເອົາ 3 ເທັກນິກນີ້ໄປໃຊ້ເບິ່ງເດີ້:

🌟 12 ປີມີເທື່ອດຽວ! ເປີດດວງ 12 ລາສີ ເດືອນພຶດສະພາ 2026

ຖືເປັນຈັງຫວະທອງຂອງຊີວິດ! ເປີດຄຳທຳນາຍດວງຊະຕາ ເດືອນພຶດສະພາ 2026 ດາວພະຫັດ ກາຍເປັນ "ມະຫາອຸດ" ໃນຮອບ 12 ປີ. ເດືອນນີ້ຖືວ່າເປັນ “ມຸງຄຸນຊ້ອນມຸງຄຸນ” ສົ່ງຜົນຕໍ່ທັງ 12 ລາສີ. ໃຜຈະເຮັງ ໃຜຈະປັງ ຫຼື ໃຜຕ້ອງລະວັງ? ມາເບິ່ງນຳກັນເລີຍ! ກຽມຮັບພະລັງມຸງຄຸນຄັ້ງໃຫຍ່ທີ່ສຸດໃນຮອບ 12 ປີ 🚀