9 ວິທີປ້ອງກັນ ແສງສີຟ້າຈາກໜ້າຈໍ

ຊ່ວງທີ່ທຸກຄົນຢູ່ບ້ານຍ້ອນມີການລະບາດໂຄວິດ-19 ແບບນີ້ ເຮັດໃຫ້ເຕັກໂນໂລຍີເຂົ້າມາມີບົດບາດໃນຊີວິດປະຈຳວັນຫຼາຍຂຶ້ນເຊັ່ນ: ນໍາໃຊ້ຄອມພິວເຕີ, ໂທລະສັບ ຫຼື ແທັບເລັດ, ເພື່ອທີ່ຈະໃຊ້ໃນງານເຮັດວຽກ, ຮຽນອອນລາຍ, ຫຼິ້ນເກມ ຫຼືເບິ່ງໜັງ ບາງຄົນອາດຈະໃຊ້ງານຕິດຕໍ່ກັນຫຼາຍຊົ່ວໂມງ ຈົນເຮັດໃຫ້ມີອາການຕາມົວ, ປວດຕາໄດ້ງ່າຍ ຍ້ອນການໃຊ້ສາຍຕາເປັນເວລາດົນເກີນໄປ. ດັ່ງນັ້ນ, ເຮົາຄວນຮັກສາສຸຂະພາບຕາໃຫ້ຖືກວິທີ ເພື່ອປ້ອງກັນສາຍຕາຈາກແສງສີຟ້າຂອງໜ້າຈໍດັ່ງນີ້

9 ວິທີປ້ອງກັນ ແສງສີຟ້າຈາກໜ້າຈໍ ເຊິ່ງສາມາດເຮັດຕາມໄດ້ງ່າຍໆ

  1. ປັບແສງສະຫວ່າງ ແລະຄວາມຄົມຊັດຂອງໜ້າຈໍ ໃຫຮູ້ສຶກສະບາຍຕາທີ່ສຸດ
  2. ໃສ່ແວ່ນຕາກອງແສງໜ້າຈໍ ເພື່ອຖະໜອມສາຍຕາບໍ່ໃຫ້ກະທົບກັບແສງສີຟ້າຫຼາຍເກີນໄປ ວິທີນີ້ຈະສາມາດປ້ປງກັນແສງສີຟ້າໄດ້ດີ
  3. ຕິດຟິມກອງແສງໃສ່ໜ້າຈໍຄອມພິວເຕີ, ໂທລະສັບ ແລະແທັບເລັດ
  4. ຕຳແໜ່ງຂອງໜ້າຈໍຄວນເບິ່ງຫ່າງ ປະມານ 18-14 ນິ້ວ ແລະປັບຕໍ່າກວ່າລະດັບສາຍຕາປະມານ 15-20 ອົງສາ ຈະຊ່ວຍຫຼຸດຜ່ອນອາການອິດເມື່ອຍ ແລະປວດຕາໄດ້
  5. ຄວນຫຼັບຕາໃຫ້ໄດ້ 1-2 ຄັ້ງຕໍ່ 10 ວິນາທີ ເພື່ອໃຫ້ມີນໍ້າຫຼໍ່ລ້ຽງດວງຕາຢູ່ສະເໝີ
  6. ທຸກໆ 20 ນາທີ ຄວນໃຊ້ສາຍຕາແນມເບິ່ງໄປທາງອື່ນ ທີ່ບໍ່ແມ່ນໜ້າຈໍ ເພື່ອໃຫ້ສາຍຕາປັບໂຕໃຫມ່
  7. ປັບຂະໜາດອັກສອນໃຫ້ອ່ານສະບາຍຕາ
  8. ອະນາໄມໜ້າຈໍໃຫ້ສະອາດ ຈະເຮັດໃຫ້ເຮົາອ່ານຫຼືເຫັນໜ້າຈໍໄດ້ຊັດເຈນຂຶ້ນ ຊຶ່ງເປັນຜົນດີຕໍ່ດວງຕາ
  9. ຈຳກັດເວລາໃນການໃຊ້ໜ້າຈໍ ບໍ່ເກີນ 2 ຊົ່ວໂມງ ແລ້ວພັກເບກປະມານ 10 ນາທີ

ການຖະໜອມສາຍຕາຈາກແສງສີຟ້າ ເປັນສິ່ງທີ່ທຸກເພດ, ທຸກໄວ ແລະທຸກອາຊີບ ຄວນປະຕິບັດ, ເພື່ອປ້ອງກັນບໍ່ໃຫ້ສາຍຕາເກີດມີບັນຫາຂຶ້ນ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...