Saturday, November 1, 2025
Kbank Laos โอน รับ จ่าย

ຄຣີມເຊຣາມາຍ ໃຊ້ໄປເພື່ອຫຍັງ?

ຖ້າເຫັນໂຄສະນາກ່ຽວກັບຄຣີມບຳລຸງຜິວໃໝ່ໆ ອາດສັງເກດເຫັນວ່າ ມີຜະລິດຕະພັນອີກປະເພດໜຶ່ງທີ່ຖືກເວົ້າເຖິງ ໃນດ້ານການສ້າງຄວາມເຂັ້ມເເຂງຂອງຜິວຈາກພາຍໃນ ນັ້ນກໍຄື ຜະລິດຕະພັນປະເພດເຊຣາມາຍ (Ceramide) ເຊິ່ງມີຫຼາຍແບຣນນໍາສະເໜີສານນີ້ ເປັນສ່ວນປະກອບທີ່ໂດດເດັ່ນເປັນເອກະລັກໃນຜະລິດຕະພັນຂອງຕົນເອງ ໂດຍມີລາຄາຕັງແຕ່ 3-6 ແສນກີບກັນເລີຍ

ແລ້ວເຊຣາມາຍແມ່ນຫຍັງກັນເເທ້?

ເຊຣາມາຍເປັນສານຈໍາພວກໄຂມັນ ທີ່ເປັນອົງປະກອບສໍາຄັນຂອງເຈ້ຍຫຸ້ມເຊວຜິວ ສ່ວນຫຼາຍຈະຢູ່ທີ່ຊັ້ນຜິວໜັງກຳພ້າຊັ້ນນອກ (Epidermis) ເຊິ່ງເປັນບໍລິເວນຜິວຊັ້ນເທິງສຸດ ເຮັດໜ້າທີ່ສໍາຄັນຢ່າງໜຶ່ງໃນຜິວໜັງຂອງເຮົາ ນັ່ນກໍຄື ການເຊື່ອມເຄຣາຕິນ (Keratin) ເຊິ່ງເປັນໜຶ່ງໃນເຊວຜິວໜັງຂອງເຮົາ ສົ່ງຜົນໃຫ້ຜິວເເຂງເເຮງຂື້ນ ປົກປ້ອງເຊວຜິວຈາກສິ່ງເປິເປື້ອນພາຍນອກໄດ້ດີຂື້ນ ດັ່ງນັ້ນເຊຣາມາຍຈື່ງຖືກເອີ້ນວ່າຄືດ່ານຄຸ້ມກັນຜິວ (Skin Barrier)

ເຊັ່ນດຽວກັນກັບສານໂດຍທຳມະຊາດທີ່ຢູ່ໃນຮ່າງກາຍເຮົາອີກຫຼາຍຊະນິດ, ເຊຣາມາຍຈະສະລາຍໄປເມື່ອອາຍຸເພີ່ມຂື້ນ. ນອກນີ້ ຍັງມີປັດໄຈພາຍນອກອື່ນໆ ເປັນໂຕກະຕຸ້ນໄດ້ອີກ ເຊັ່ນ ເເສງເເດດ ​ມົນລະພິດ ລວມທັງຄວາມຄຽດ. ໂດຍການຂາດເຊຣາມາຍ ຈະສົ່ງຜົນໃຫ້ຜິວເເຫ້ງ ຂາດຄວາມສົດໃສ ເເລະ ເກີດຮິ້ວຮອຍໄດ້ງ່າຍ ເຖິງວ່າຈະບໍາລຸງດ້ວຍຄຣີມທີ່ດີເທົ່າໃດກໍຕາມ

ຈະເສີມເຊຣາມາຍໄດ້ເເນວໃດ?

ປົກກະຕິເເລ້ວຮ່າງກາຍຂອງເຮົາຈະຜະລິດເຊຣາມາຍຂື້ນມາໄດ້ເອງ. ແຕ່ເມື່ອອາຍຸເພິ່ມຂື້ນ ການເເກ້ບັນຫາການຜະລິດເຊຣາມາຍຫຼຸດລົງ ດ້ວຍການກິນອາຫານທີ່ມີສ່ວນປະກອບຂອງເຊຣາມາຍ ເຊັ່ນ ເຂົ້າ, ​ນົມ,​ ຫົວບຸກ,​ ແກ່ນໝາກນັດ ໝາກໄມ້ຊະນິດອື່ນໆ ແລະການດື່ມນໍ້າໃຫ້ຫຼາຍຂື້ນ ຈະບໍ່ຊ່ວຍໃຫ້ເຫັນຜົນໄດ້ຫຼາຍ. ດັ່ງນັ້ນ ເເພດຈຶ່ງເເນະນໍາໃຫ້ກິນອາຫານເສີມທີ່ມີເຊຣາມາຍ ຮ່ວມກັນກັບການກິນວິຕາມິນທີ່ຮ່າງກາຍຕ້ອງການເຊັ່ນ ວິຕາມິນຊີ ວິຕາມິນອີ ກົດອັບຟາໄລໂປອິກ ແລະ ໄນອະຊິນ ເຊິ່ງຈະຊ່ວຍເສີມປະສິດທິພາບໄດ້ຫຼາຍຂື້ນ

ນອກຈາກນີ້ຍັງມີການສັງເຄາະເຊຣາມາຍຂື້ນມາ ເພື່ອຮຽນເເບບເຊຣາມາຍໂດຍທໍາມະຊາດ ເເລະໃຫ້ຜົນຮັບທີ່ໜ້າເພິ່ງພໍໃຈ ໂດຍນໍາມາເປັນສ່ວນປະສົມທີ່ສໍາຄັນ ຫຼື ສ່ວນປະສົມຫຼັກຂອງຜະລິດຕະພັນບໍາລຸງຜິວ ເຊັ່ນ ຄຣີມ ໂລຊັ້ນ ອິມັລຊັ້ນ ຫຼື ຜະລິດຕະພັນທໍາຄວາມສະອາດຜິວ ໂດຍການເສີມເຊຣາມາຍສັງເຄາະຈະເຮັດໃຫ້ຜິວຄ່ອຍໆພື້ນຟູຂື້ນມາໄດ້

ໃຜທີ່ເລີ່ມມີປັນຫາເລື່ອງຜິວບໍ່ເເຂງເເຮງ ເເຫ້ງ ແພ້ງ່າຍ, ເລືອກຊື້ຜະລິດຕະພັນຄັ້ງຕໍ່ໄປ ໃຫ້ລອງເບິ່ງສະຫຼາກວ່າມີເຊຣາມາຍຫຼືບໍ່ ເພື່ອການສ້າງດ່ານຄຸ້ມກັນໃຫ້ຜິວໃໝ່ອີກຄັ້ງ ອາດແກ້ບັນຫາຂອງທ່ານໄດ້.

More from author

Related posts

Latest posts

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.

Vietjet ສະເໜີປີ້ລາຄາສູນເປັນເວລາ 3 ມື້ ເທົ່ານັ້ນ ຈົນຮອດວັນທີ 31 ຕຸລາ 2025

ນະຄອນຫຼວງວຽງຈັນ, ວັນທີ 29 ຕຸລາ 2025 – ເພື່ອສະເຫຼີມສະຫຼອງການເປີດເສັ້ນທາງບິນໃໝ່ໃນທົ່ວພາກພື້ນອາຊີ-ປາຊີຟິກ ແລະ ໄດ້ຮັບການຮັບຮູ້ຈາກສາກົນຄັ້ງຫຼ້າສຸດ, ບໍລິສັດ Vietjet ໄດ້ສະເໜີໂປຣໂມຊັ່ນພິເສດ ປີ້ Eco-tickets ທີ່ເລີ່ມຕົ້ນພຽງແຕ່ $0 ໂດລາສະຫະລັດ (ບໍ່ລວມພາສີ ແລະ ຄ່າທໍານຽມ) ເປັນເວລາສາມມື້ ເລີ່ມແຕ່ວັນທີ 29 ຫາ 31 ຕຸລາ 2025.