10 ເດືອນຜ່ານມາ ສປປ ລາວ ສາມາດແກ້ໄຂບັນຫາຢາເສບຕິດ 4.094 ເລື່ອງ

ທ່ານ ພົອ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ລາຍງານຄວາມຄືບໜ້າຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2022) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 21 ມິຖຸນາ 2022

ໄດ້ຂຶ້ນບັນຊີເປົ້າໝາຍຂົນສົ່ງ-ຄ້າຂາຍຢາເສບຕິດລາຍຍ່ອຍ, ລາຍກາງ ແລະ ລາຍໃຫຍ່ໃນທົ່ວປະເທດ ໄດ້ຫລາຍເປົ້າໝາຍ; ນໍາກໍາລັງຈາກສູນກາງ ລົງປະຈໍາການເພີ່ມຢູ່ຈຸດຫລໍ່ແຫລມ, ຈຸດຂົນສົ່ງຂ້າມລອຍຢູ່ແຂວງອຸດົມໄຊ, ຫລວງນ້ຳາທາ ແລະ ແຂວງບໍ່ແກ້ວ, ທັງນໍາໃຊ້ໝາວິຊາສະເພາະ 6 ໂຕ; ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ສໍາຫລວດ ແລະ ທໍາລາຍສວນຝິ່ນ 569 ເຮັກຕາ, ທໍາລາຍສວນກັນຊາ 4,2 ຮຕ ແລະ ສ້າງບົດບັນທຶກຢຸດເຊົາການປູກຝິ່ນກັບ 12.859 ຄອບຄົວ ແລະ ນັບແຕ່ເດືອນ 7/2021 ຮອດເດືອນ5/20 22 ສາມາດແກ້ໄຂມ້າງຄະດີຢາເສບຕິດ ໃນຂອບເຂດທົ່ວປະເທດໄດ້ 4.094 ເລື່ອງ, ຈັບຜູ້ຖືກຫາ ໄດ້ 5.818 ຄົນ/ຍິງ 618 ຄົນ

ກະຊວງປ້ອງກັນຄວາມສະຫງົບ ຍັງໄດ້ສ້າງ, ປັບປຸງກົດໝາຍ ແລະ ນິຕິກໍາ ພາຍໃຕ້ກົດໝາຍທີ່ກ່ຽວຂ້ອງກັບບັນຫາຢາເສບຕິດ ໂດຍໄດ້ຄົ້ນຄ້ວານໍາສະເໜີສະພາແຫ່ງຊາດ ປັບປຸງ 11 ມາດຕາ, ເພີ່ມໃໝ່ 6 ມາດຕາ ຂອງກົດໝາຍ ວ່າດ້ວຍຢາເສບຕິດ

ນອກຈາກນັ້ນ, ຄະນະປະຈໍາສະພາແຫ່ງຊາດ ຍັງໄດ້ໃຫ້ຄໍາແນະນໍາກ່ຽວກັບວິທີປະຕິບັດຄໍາຕັດສີນປະຫານຊີວິດ ແລະ ໄດ້ຕິດຕັ້ງເຄື່ອງຈັກວິໄຈສານເສບຕິດເພີ່ມໃຫ້ແກ່ 03 ສູນວິໄຈຄື: ນະຄອນຫລວງວຽງຈັນ, ແຂວງ ອຸດົມໄຊ, ແຂວງຈໍາປາສັກ; ປັບປຸງກົງຈັກ, ບັນຈຸບຸກຄະລາກອນທີ່ຈໍາເປັນຮັບໃຊ້ໃຫ້ແກ່ການບໍາບັດປິ່ນປົວ ແລະ ຝຶກວິຊາຊີບຜູ້ຕິດຢາເສບຕິດຢູ່ 13 ສູນ ທົ່ວປະເທດ, ໜ່ວຍບໍລິການປິ່ນປົວ ແລະ ໃຫ້ຄໍາປຶກສາ ຜູ້ຕິດຢາເສບຕິດຂັ້ນຊຸມຊົນຢູ່ໂຮງໝໍເມືອງ 28 ແຫ່ງ, ມີຜູ້ເຂົ້າຮັບການບໍາບັດປິ່ນປົວທັງໝົດ 4.978 ຄົນ/ຍິງ 160 ຄົນ, ປິ່ນປົວດີ 2.806 ຄົນ, ຍິງ 112 ຄົນ ແລະ ຍັງສືບຕໍ່ປິ່ນປົວ 2.172 ຄົນ, ຍິງ 48 ຄົນ.

ຂໍ້ມູນຈາກ: ໂທລະພາບແຫ່ງຊາດລາວ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...