ບອກເລົ່າວິຖີຊີວິດຜ່ານສິລະປະງານປັກຂອງແມ່ຍິງຊົນເຜົ່າມົ້ງລາຍ

ຊົນເຜົ່າມົ້ງນອກຈາກຈະມີສີມື ແລະ ຄວາມສຳນານໃນການປັກຜ້າ ແລະ ການຂຽນທຽນ ສ້າງສັນລວດລາຍທີ່ງົດງາມ ຕາມແບບສະບັບຂອງຊົນເຜົ່າມົ້ງແລ້ວ ຊົນເຜົ່າມົ້ງລາຍ ຍັງມີການເລົ່າເລື່ອງລາວ ທີ່ສະແດງອອກເຖິງວິຖີຊີວິດການເປັນຢູ່ຂອງຊົນເຜົ່າຕົນເອງ ຜ່ານສິລະປະງານປັກ ໂດຍການບອກເລົ່າເຖິງຄວາມເປັນມາ ໃນຊີວິດການເປັນຢູ່, ການປະກອບອາຊີບ ລົງເທິງຜ້າປັກ ໃຫ້ເປັນລວດລາຍທີ່ງົດງາມແທນການບອກເລົ່າອີກດ້ວຍ.

ຜ້າຜືນໜຶ່ງນັ້ນ ອາດມີການປັກເລື່ອງລາວ ທີ່ບອກເລົ່າເປັນລຳດັບເລື່ອງ ຕໍ່ເນື່ອງກັນຫຼາຍໆເລື່ອງເຊັ່ນ: ພາບປັກວິຖີຊີວິດ ຊົນເຜົ່າມົ້ງຊາຍຍິງ ທີ່ດຳເນີນເລື່ອງຕັ້ງແຕ່ອອກຈາກບ້ານໄປໄຮ່ໄປນາ, ໄປປູກເຂົ້າໂພດ, ລ້ຽງສັດ ຫຼື ຜ້າປັກສະແດງເຖິງວິທີການເພາະປູກ ຕັ້ງແຕ່ການເລີ່ມຕົ້ນປູກຕົ້ນກ້າ ຫຼື ຫົດນ້ຳ ໄປຈົນເຖິງການເກັບກ່ຽວພືດຜົນເປັນຕົ້ນ.

ສິລະປະ ແລະ ເທັກນິກການປັກລວດລາຍ ລັກສະນະເຊັ່ນນີ້ ເປັນອີກເອກະລັກໜຶ່ງ ຂອງແມ່ຍິງທຸກຄົນ ໃນກຸ່ມຊົນເຜົ່າມົ້ງລາຍ, ເປັນພູມປັນຍາ ແລະ ສິລະປະດັ່ງເດີມ ທີ່ສືບທອດມາຈາກບັນພະບູລຸດ ຈົນຮອດປັດຈຸບັນ.

ການປັກຕ້ອງອາໄສທັງຈີນຕະນາການ, ຄວາມອົດທົນ ແລະ ສີມື້ໃນການປັກຂ້ອນຂ້າງສູງ, ປັດຈຸບັນຈຶ່ງມີການປັກຂອງຊົນເຜົ່າມົ້ງ ໃນລັກສະນະແບບນີ້ ເຫຼືອຢູ່ຂ້ອນຂ້າງນ້ອຍແລ້ວ ແລະ ອາດຈະສູນຫາຍໄປຕາມການເວລາ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...