ຍ້ອງຍໍຊົມເຊີຍ! ຄະນະນັກກີລາເຕະບານເຍົາວະຊົນລາວ ສະໂມສອນ W.I.G NAGA.

ທີ່ຫ້ອງວ່າການ ນະຄອນຫຼວງວຽງຈັນ, ຄະນະນັກກິລາ W.I.G NAGA ຮຸ່ນອາຍຸບໍ່ເກີນ 11 ປີ ໄດ້ນໍາຂັນແຊ້ມລາຍການ Qionghai Guantang College Town-Flyin Cup 2024 ແລະ ຂັນແຊັມລາຍການ TAR ຮອບຄັດເລືອກ ເຂົ້າຢ້ຽມຂໍ່ານັບ ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ໂອກາດດັ່ງກ່າວ ຮອງເຈົ້າຄອງນະຄອນຫລວງ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ຂອງ W.I.G NAGA ເຊິ່ງເປັນປະຫວັດສາດ ແລະ ຜົນງານອັນໃໝ່ໃຫ້ວົງການບານເຕະລາວ ໂດຍສະເພາະນະຄອນຫລວງວຽງຈັນ ພ້ອມໂອ້ລົມໃຫ້ທິດຊີ້ນໍາ ໃຫ້ສືບຕໍ່ຝຶກຝົນຫຼໍ່ຫຼອມ ແລະ ພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ ເພື່ອຮັກສາມູນເຊື້ອ ແລະ ຍາດແຍ່ງເອົາຜົນງານອັນໃໝ່.

ສໍາລັບ W.I.G NAGA ສ້າງຜົນງານຢ່າງໂດດເດັ່ນໃນການຄວ້າແຊ້ມ ລາຍການ Qionghai Guantang College Town-Flyin Cup 2024 ລົງສະໜາມ 9 ນັດ ຊະນະ 8 ແລະ ສະເໝີ 1 ຍິງໄດ້ 91 ປະຕູ ແລະ ເສຍພຽງ 3 ປະຕູ, ໂດຍ ອານຸສັກ ວິໄລກຸນ ຍິງໄດ້ 41 ປະຕູ ຄວ້າລາງວັນດາວຍິງສູງສຸດ. ຂະນະທີ່ ສຸກສະຫວັນ ແກ້ວພິລາ ໄດ້ລາງວັນຜູ້ຮັກສາປະຕູດີເດັ່ນ ແລະ ສອນວິໄລ ສີຫາວົງ ໄດ້ລາງວັນຄູຝຶກດີເດັ່ນ.

ກ່ອນໜ້ານີ້ ເຍົາວະຊົນ W.I.G NAGA ສາມາດຄວ້າແຊັມ ລາຍການ TAR ຮອບຄັດເລືອກ ທີ່ປະເທດໄທ ໄດ້ສິດເປັນຕົວແທນຂອງທະວີບອາຊີ ໄປແຂ່ງຂັນຮອບສຸດທ້າຍ ທີ່ບາຣເຊໂລນ້າ ປະເທດແອັສປາຍ ໃນເດືອນເມສາທີ່ຈະມາເຖິງນີ້.

ທີ່ມາ: ຂ່າວກິລາ Lao National TV

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...