ກະຊວງ ຖວທ​ ຄັດເລືອກ​ ເອື້ອຍຖີ ອ້າຍສົມປອງ
ເຊື່ອມໂຍງການທ່ອງທ່ຽວວັດທະນະທຳ ໄທ-​​​​ ອາຊຽນ
ໃນແຄມເປນ​ “Experiencing ASEAN POP Culture”

ກະຊວງຖະແຫຼງຂ່າວ​ ວັດທະນະທຳ​ ແລະ​ ທ່ອງທ່ຽວ​ (ຖວທ) ໄດ້ໃຫ້ກຽດເຂົ້າຮ່ວມສົ່ງ​ເສີມ​ກິດຈະກຳ​ ການເຮັດ​ Workshop​ ປະດິດ​ໜ້າກາກທີ່ເຮັດດ້ວຍວັດຖຸດິບຫາງ່າຍໃນທ້ອງຖິ່ນ ແລະ​ ຈັດການສະແດງໜ້າກາກ ທີ່​ ສານເຈົ້າພໍ່ພະຍາແກ້ວ ອຳເພີ ຊຽງຂອງ ຈັງຫວັດ​ ຊຽງລາຍ ເພື່ອຖ່າຍທອດເລື່ອງລາວຂອງຫຸ່ນກະບອກຈາກຮຸ່ນສູ່ຮຸ່ນ​ ຜ່ານຄະນະນັກສະແດງຫຸ່ນກະບອກຂອງ​ ປະເທດລາວ​ ໄດ້ແກ່​ ເອື້ອຍຖີ​  (Thy Lemthy) ແລະ​ ອ້າຍ​ ສົມປອງ​ ອິນທະວົງ​ ພາຍໃຕ້ຫົວຂໍ້ ສົ່ງເສີມ​ການທ່ອງທ່ຽວ​ຍຸກໃໝ່ ໃນຊື່ “Experiencing ASEAN POP Culture”

ທັງເອື້ອຍຖີ ແລະ​ ອ້າຍສົມປອງ​ ເຄີຍຖືກເລືອກໃຫ້ເປັນຕົວແທນລະດັບປະເທດ ໄປສະແດງໃນຫຼາຍໆເທດສະການທັງໃນ ແລະ​ ຕ່າງປະເທດ.​ ນອກຈາກນີ້​ ໃນຫົວຂໍ້ດັ່ງກ່າວ ຍັງມີຜົນງານຮູບແຕ້ມ ສິລະປະ​ “ແມ່ນໍ້າຂອງ”​ ຈາກຄູ່ຫູສິລະປິນນັກອອກແບບຮຸ່ນໃໝ່ ຊາວຫວຽດນາມ ເຊິ່ງໄດ້ນຳເອົາຮູບ Mural Printing ຂອງການຮ່ວມຈັບປາຂອງຊາວປະມົງທ້ອງຖິ່ນ​ ອັນສື່ເຖິງການຮ່ວມມື ແລະ​ ຄວາມສຳພັນອັນດີລະຫວ່າງ​ ປະເທດລາວ​ ແລະ​ ປະເທດໄທ​ ອີກດ້ວຍ

ການ​ດຶງ​ເອກະລັກທ້ອງຖິ່ນ ຜ່ານງານສ້າງສັນຂອງນັກສິລະປິນຄັ້ງນີ້ ຈັດໂດຍ ການທ່ອງທ່ຽວແຫ່ງປະເທດໄທ ເພື່ອສົ່ງເສີມການທ່ອງທ່ຽວຍຸກໃໝ່ໃນ “ເມືອງ​ຮອງ”​ ພ້ອມກັບຂັບເຄື່ອນຄຸນຄ່າທາງດ້ານວັດທະນະທໍາ ແຕ່ລະທ້ອງຖິ່ນ​ ປະສົມປະສານງານສ້າງສັນແຫຼ່ງທ່ອງທ່ຽວ ຜ່ານວັດທະນະທໍາສະໄໝນິຍົມ ເຊື່ອມໂຍງດ້ານອາຫານ ສິລະປະ​ ວັນນະຄະດີ​ ດົນຕີ​ ແລະ​ ກິລາ​ ໂດຍເຊີນສິລະປິນຈາກ ໄທ​ແລະ​ ອີກ​ 10 ປະເທດອາຊຽນ

ທ່ານ​ ກິດສະດາ ລັດຕະນະພືກ ຜູ້ອຳນວຍການພາກພື້ນອາຊີ ອາຊຽນໃຕ້ ແລະ​ ປາຊີຟິກໃຕ້ ການທ່ອງທ່ຽວແຫ່ງປະເທດໄທ ກ່າວວ່າ: ປີນີ້​ປະເທດໄທໄດ້ຮັບກຽດເປັນເຈົ້າພາບອາຊຽນ ສະໜັບສະໜູນເມືອງຮອງ ໂດຍໃຫ້ໄທເປັນສູນກາງ ພາຍໃຕ້ໂຄງການ “Experiencing ASEAN POP Culture” ເພື່ອ​ສົ່ງເສີມດ້ານພາບລັກການທ່ອງທ່ຽວ ທທທ ຈຶ່ງ​ໄດ້ຊອກຫາເມືອງຮອງທີ່ມີ ສະຖານທີ່​ຈົບງາມ ແລະ​ ມີຄຸນຄ່າດ້ານວັດທະນະທໍາຮ່ວມສະໄໝທັງໃນປະເທດ ແລະ​ ແຖບອາຊຽນ ໂດຍເຊື່ອມໂຍງເລື່ອງອາຫານ ສິລະປະ​ ວັນນະຄະດີ​ ດົນຕີ​ ກິລາ​ ແລະ​ ສື່ມວນຊົນ.​ ເພື່ອນຳເອົາຈຸດເດັ່ນຂອງແຕ່ລະເມືອງ ມາສ້າງເອກະລັກຂອງທ້ອງຖິ່ນ ຜ່ານຜົນງານສ້າງສັນຂອງສິລະປະຊື່ດັງຈາກອາຊຽນ.​ ໂດຍສື່ສານຜ່ານງານສິລະປະຫລາກຫລາຍຂະແໜງ ໃນແນວທາງວັດທະນະທໍານິຍົມ ຫຼື​ POP CULTURE  ທີ່ສະແດງໃຫ້ເຫັນເຖິງຄວາມງາມ ຄວາມມ່ວນຊື່ນ​ໃນຫລາຍຮູບແບບ

ທທທ.​ ເຊື່ອວ່າໂຄງການນີ້ຈະສາມາດສ້າງກະແສການເດີນທາງເຊື່ອມໂຍງທາງດ້ານ​ທ່ອງທ່ຽວໃນພາກພື້ນອາຊຽນເຂົ້າໄວ້ນຳກັນ.​ ພ້ອມກະຕຸກຊຸກຍູ້ການທ່ອງທ່ຽວເມືອງຮອງໃຫ້ຟົດຟື້ນ ແລະ​ ສາມາດສ້າງລາຍໄດ້ໃຫ້ຊຸມຊົມໄດ້ຫລາຍຂຶ້ນ

ດ້ານ​ ທ່ານ​ ນາງ​ ອະລຸນລຸ່ງ ສີວັດທະນະປະພາ ຜູ້ຊ່ວຍປະທານ ເຈົ້າໜ້າທີ່ຝ່າຍການເງິນ​ ກຸ່ມບໍລິສັດ ຄິງພາວເວີ ກ່າວວ່າ: ໃນ​ຖານະ​ຜູ້ນໍາດ້ານທຸລະກິດການທ່ອງທ່ຽວລະດັບໂລກ ແລະ​ ເປັນ​ Gate Way ຂອງ​ນັກທ່ອງທ່ຽວ ທົ່ວໂລກ​ ພ້ອມເປັນກຳລັງສຳຄັນໃນການປະຊາສຳພັນການທ່ອງທ່ຽວໄທ​ ເຊິ່ງເມືອງຮອງຂອງປະເທດໄທ ມີສະຖານທີ່ຫລາກຫລາຍທີ່ມີເອກະລັກສະເພາະ ແລະ​ ມີຄຸນຄ່າ ເຊິ່ງການສະທ້ອນພາບເຫລົ່ານີ້ຜ່ານງານສິລະປະຂອງສິລະປິນຊື່ດັງ ໃນໂຄງການ “Experience ASEAN POP Culture” ຖືວ່າເປັນກົນລະຍຸດໃໝ່ທີ່ສາມາດດຶງດູດນັກທ່ອງທ່ຽວຄຸນນະພາບຈາກ ເອີລົບ​ ຫຼື​ ຈີນ​ ໃຫ້ເກີດຄວາມສົນໃຈ​ ແລະ​ ຮູ້ຈັກການວາງແຜນທ່ອງທ່ຽວເມືອງຮອງຂອງປະເທດໄທຫລາຍຂຶ້ນ.​ ເພື່ອສື່ສານຜ່ານຜົນງານສິລະປະ ບັນດາສິລະປິນຊື່ດັງ​ຈາກປະເທດໄທ​ ແລະ​ 10 ປະເທດອາຊຽນ ເຊິ່ງພວກເຂົາຕ້ອງໄດ້ໃຊ້ຄວາມສາມາດທາງດ້ານສິລະປະເພື່ອສ້າງສີສັນຄວາມມ່ວນ ດ້ວຍສະເໜ່ຂອງແຕ່ລະປະເທດ​ ເພື່ອເຮັດໃຫ້ເກີດຄຸນຄ່າໃນການທ່ອງທ່ຽວແບບວັດທະນະທໍາ

ບັນຍາກາດໃນງານຖະແຫຼງຂ່າວມື້ນີ້ ຍັງປະກອບມີກິດຈະກຳທີ່ໜ້າສົນໃຈ ເປັນຕົ້ນແມ່ນ​ ການສະແດງເປີດງານ ແລະ​ ກິດຈະກຳພົບປະໂອ້ລົມກັບສິລະປິນທັງໄທ​ ແລະ​ ອາຊຽນກ່ຽວກັບງານ “Experiencing ASEAN POP Culture” ແລະ​ ສົນທະນາ ໃນຫົວຂໍ້​ “ອິດທິພົນ​ຂອງສິລະປະສະໄໝນິຍົມທີ່ມີຕໍ່ອຸດສະຫະກຳການທ່ອງທ່ຽວ”​ ລວມທັງງານສະແດງ ຜົນງານ​ Exhibition Exploring ເມືອງຮອງ ທັງ​ 5 ແຫ່ງ​ ເຊິ່ງຈະຈັດສະແດງຕັ້ງແຕ່ 13-15​ ກັນຍາ​ ນີ້.​ ບໍລິເວນ Crown Atrium ຊັ້ນ 2  ຄິງ ພຣາວເວີ ຊອຍລາງນໍ້າ ປະເທດໄທ​

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...